Skip to content
The Believer's Library

Biblica® Open Lao Contemporary Version

Psalms 150 OLCV

Side by side with the Father's Heart Bible™

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ໃນ​ບ່ອນ​ນະມັດສະການ​ຂອງ​ພຣະອົງ;ຈົ່ງ​ສັນລະເສີນ​ພຣະອົງ​ໃນ​ຟ້າ​ສະຫວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.

2ຈົ່ງ​ສັນລະເສີນ​ພຣະອົງ​ເພາະ​ກິດຈະການ​ອັນ​ມີ​ລິດອຳນາດ​ຂອງ​ພຣະອົງ;ຈົ່ງ​ສັນລະເສີນ​ພຣະອົງ​ເພາະ​ຄວາມ​ຍິ່ງໃຫຍ່​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະອົງ.

3ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ສຽງ​ແກ​ດັງ​ກ້ອງ,ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່

4ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ກອງແຊັກ ແລະ ການ​ເຕັ້ນລຳຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ເຄື່ອງ​ດົນຕີ​ປະເພດ​ສາຍ ແລະ ປີ່,

5ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ການ​ຕົບ​ຊິ່ງ,ຈົ່ງ​ສັນລະເສີນ​ພຣະອົງ​ດ້ວຍ​ແຊ່ງ​ອັນ​ດັງ​ກ້ອງ​ກັງວານ.

6ໃຫ້​ທຸກສິ່ງ​ທີ່​ຫາຍໃຈ ສັນລະເສີນ​ພຣະເຈົ້າ​ຢາເວ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]