Skip to content
The Believer's Library

Biblica® Open Lao Contemporary Version

Psalms 149 OLCV

Side by side with the Father's Heart Bible™

1ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.ຈົ່ງ​ຮ້ອງເພງ​ບົດ​ໃໝ່​ຖວາຍ​ແດ່​ພຣະເຈົ້າ​ຢາເວ,ຮ້ອງເພງ​ສັນລະເສີນ​ພຣະອົງ​ໃນ​ທີ່​ຊຸມນຸມ​ຂອງ​ປະຊາຊົນ​ທີ່​ສັດຊື່​ຂອງ​ພຣະອົງ.

2ໃຫ້​ອິດສະຣາເອນ​ຊົມຊື່ນຍິນດີ​ໃນ​ພຣະ​ຜູ້ສ້າງ​ຂອງ​ຕົນ;ໃຫ້​ປະຊາຊົນ​ແຫ່ງ​ຊີໂອນ​ຍິນດີ​ໃນ​ກະສັດ​ຂອງ​ພວກເຂົາ.

3ໃຫ້​ພວກເຂົາ​ສັນລະເສີນ​ນາມ​ຂອງ​ພຣະອົງ​ດ້ວຍ​ການ​ເຕັ້ນລຳແລະ ບັນເລງ​ເພງ​ຖວາຍ​ແດ່​ພຣະອົງ​ດ້ວຍ​ກອງແຊັກ ແລະ ພິນ.

4ເພາະ​ພຣະເຈົ້າ​ຢາເວ​ປິຕິຍິນດີ​ໃນ​ປະຊາຊົນ​ຂອງ​ພຣະອົງ;ພຣະອົງ​ສວມ​ມົງກຸດ​ໃຫ້​ຜູ້​ທີ່​ຖ່ອມ​ໃຈ​ດ້ວຍ​ໄຊຊະນະ.

5ປະຊາຊົນ​ຂອງ​ພຣະອົງ​ຈົ່ງ​ຊື່ນຊົມຍິນດີ​ໃນ​ກຽດຕິຍົດ​ນີ້ແລະ ຮ້ອງເພງ​ດ້ວຍ​ຄວາມ​ຍິນດີ​ຂະນະ​ທີ່​ຢູ່​ເທິງ​ບ່ອນນອນ​ຂອງ​ພວກເຂົາ.

6ຂໍ​ໃຫ້​ຄຳ​ສັນລະເສີນ​ພຣະເຈົ້າ​ຕິດ​ປາກ​ຂອງ​ພວກເຂົາແລະ ໃຫ້​ດາບ​ສອງ​ຄົມ​ຢູ່​ໃນ​ມື​ຂອງ​ພວກເຂົາ,

7ເພື່ອ​ແກ້​ແຄ້ນ​ປະຊາຊາດ​ຕ່າງໆແລະ ເພື່ອ​ລົງໂທດ​ຊົນຊາດ​ທັງຫລາຍ,

8ເພື່ອ​ຜູກມັດ​ບັນດາ​ກະສັດ​ຂອງ​ພວກເຂົາ​ດ້ວຍ​ໂສ້​ຈອງຈຳ,ແລະ ບັນດາ​ເຈົ້ານາຍ​ຂອງ​ພວກເຂົາ​ດ້ວຍ​ໂສ້​ເຫລັກ,

9ເພື່ອ​ຈັດການ​ກັບ​ພວກເຂົາ​ຕາມ​ຄຳ​ຕັດສິນ​ທີ່​ຂຽນ​ໄວ້ນີ້​ຄື​ສັກສີ​ຂອງ​ປະຊາຊົນ​ທັງໝົດ​ຂອງ​ພຣະອົງ.ຈົ່ງ​ສັນລະເສີນ​ພຣະເຈົ້າ​ຢາເວ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]