Skip to content
The Believer's Library

Biblica® Open Lao Contemporary Version

Job 25 OLCV

Side by side with the Father's Heart Bible™

ບິນດາດ

1ແລ້ວ​ບິນດາດ​ຊາວ​ຊູອາ​ໄດ້​ຕອບ​ວ່າ:

2“ການ​ປົກຄອງ ແລະ ຄວາມ​ຢໍາເກງ​ເປັນ​ຂອງ​ພຣະເຈົ້າ;ພຣະອົງ​ສະຖາປະນາ​ຄວາມ​ເປັນ​ລະບຽບ​ໄວ້​ໃນ​ບ່ອນ​ສູງ​ແຫ່ງ​ຟ້າສະຫວັນ.

3ກອງກໍາລັງ​ຂອງ​ພຣະອົງ​ສາມາດ​ນັບ​ໄດ້​ບໍ?ມີ​ຜູ້ໃດ​ແດ່​ທີ່​ແສງສະຫວ່າງ​ຂອງ​ພຣະອົງ​ສ່ອງ​ໄປ​ບໍ່​ເຖິງ?

4ມະນຸດ​ຈະ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ​ໄດ້​ຢ່າງໃດ?ຄົນ​ທີ່​ເກີດ​ຈາກ​ຜູ້ຍິງ​ຈະ​ບໍລິສຸດ​ໄດ້​ຢ່າງໃດ?

5ແມ່ນແຕ່​ດວງເດືອນ​ກໍ​ບໍ່​ແຈ້ງແລະ ດວງດາວ​ກໍ​ບໍ່​ບໍລິສຸດ​ໃນ​ສາຍຕາ​ຂອງ​ພຣະອົງ,

6ມະນຸດ​ເປັນ​ພຽງ​ໂຕ​ດັກແດ້,ມະນຸດ​ເປັນ​ພຽງ​ໂຕ​ໜອນ​ຫລາຍ​ກວ່າ​ນັ້ນ​ຈັກ​ເທົ່າ​ໃດ!”

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]