Side by side with the Father's Heart Bible™ ໂຢບ
1ແລ້ງໂຢບໄດ້ຕອບວ່າ:
2“ພວກເຈົ້າຊ່ວຍຄົນຂາດກຳລັງໄດ້ຫລາຍແທ້!ພວກເຈົ້າໄດ້ຊ່ວຍຍົກຊູແຂນທີ່ອ່ອນກໍາລັງໄດ້ດີຫລາຍ!
3ຄຳແນະນຳທີ່ພວກເຈົ້າໃຫ້ແກ່ຄົນບໍ່ມີປັນຍານັ້ນຊ່າງດີເຫລືອຫລາຍ!ແລະ ພວກເຈົ້າສະແດງຄວາມເຂົ້າໃຈທີ່ເລິກເຊິ່ງໄດ້ແນວໃດ!
4ຜູ້ໃດຊ່ວຍໃຫ້ພວກເຈົ້າເວົ້າຄໍາເຫລົ່ານີ້ອອກມາແບບນີ້ໄດ້?ແລະ ວິນຍານດວງໃດທີ່ເວົ້າອອກມາຈາກປາກຂອງພວກເຈົ້າ?
5“ຄົນຕາຍນັ້ນກໍຈົມຢູ່ໃນທຸກທໍລະມານຢ່າງໜັກໜ່ວງ,ບັນດາຄົນທີ່ຢູ່ໃຕ້ນໍ້າ ແລະ ທຸກຄົນທີ່ອາໄສຢູ່ໃນນັ້ນ.
6ແດນມໍລະນາກໍເປີດໂລ່ງຕໍ່ໜ້າພຣະເຈົ້າ;ຄວາມພິນາດຈິບຫາຍບໍ່ມີອັນໃດປົກປິດ.
7ພຣະເຈົ້າຜືທ້ອງຟ້າອອກທາງດ້ານເໜືອເໜືອບ່ອນວ່າງເປົ່າ;ພຣະອົງແຂວນໂລກໄວ້ໂດຍບໍ່ມີສິ່ງໃດເລີຍ.
8ພຣະອົງຫຸ້ມຫໍ່ນ້ຳໄວ້ໃນເມກຂອງພຣະອົງ,ແຕ່ເມກກໍບໍ່ໄດ້ແຕກກະຈາຍອອກເພາະນ້ຳໜັກຂອງມັນ.
9ພຣະອົງປົກບັງແສງຂອງເດືອນເຕັມດວງ,ໂດຍກະຈາຍເມກຂອງພຣະອົງປົກຄຸມມັນໄວ້.
10ພຣະອົງກຳນົດເສັ້ນຂອບຟ້າເທິງໜ້ານໍ້າເປັນເຂດແດນລະຫວ່າງຄວາມສະຫວ່າງກັບຄວາມມືດ.
11ເສົາຂອງຟ້າສະຫວັນສັ່ນຄອນ,ຕົກຕະລຶງເມື່ອພຣະອົງຕຳໜິ.
12ພຣະອົງເຮັດໃຫ້ທະເລສະຫງົບລົງໂດຍລິດອຳນາດຂອງພຣະອົງ;ພຣະອົງຕັດຣາຮາບອອກເປັນຕ່ອນໆໂດຍພຣະປັນຍາຂອງພຣະອົງ.
13ທ້ອງຟ້າກໍແຈ່ມໃສໂດຍລົມຫາຍໃຈຂອງພຣະອົງ;ມືຂອງພຣະອົງໄດ້ແທງພະຍາງູທີ່ກຳລັງເລືອໄປ.
14ແລະ ສິ່ງເຫລົ່ານີ້ເປັນພຽງສິ່ງເລັກນ້ອຍໆທີ່ພຣະອົງໄດ້ກະທຳເປັນພຽງສຽງຊິ່ມເບົາໆທີ່ພວກເຮົາໄດ້ຍິນກ່ຽວກັບພຣະອົງເທົ່ານັ້ນ!ແລ້ວຜູ້ໃດຈະສາມາດເຂົ້າໃຈຄວາມຍິ່ງໃຫຍ່ແຫ່ງລິດອຳນາດຂອງພຣະອົງໄດ້?”