Side by side with the Father's Heart Bible™ 1“ເປັນຫຍັງອົງຜູ້ມີລິດອໍານາດຍິ່ງໃຫຍ່ຈຶ່ງບໍ່ກຳນົດເວລາໄວ້ເພື່ອພິພາກສາ?ເປັນຫຍັງບັນດາຜູ້ທີ່ຮູ້ຈັກພຣະອົງຊອກຫາວັນເວລາເຊັ່ນນັ້ນໂດຍບໍ່ມີປະໂຫຍດ?
2ມີຄົນຍ້າຍຫລັກເຂດແດນ;ພວກເຂົາລ້ຽງຝູງແກະທີ່ພວກໄດ້ລັກມາ.
3ພວກເຂົາປຸ້ນເອົາລໍຂອງລູກກຳພ້າ.ແລະ ຢຶດງົວຂອງແມ່ໝ້າຍເປັນຂອງຄ້ຳປະກັນ.
4ພວກເຂົາຂັບໄລ່ຄົນຂັດສົນອອກໄປໃຫ້ພົ້ນຈາກທາງແລະ ບັງຄັບຄົນຂັດສົນທຸກຄົນໃນດິນແດນໃຫ້ໄປລີ້ຊ່ອນ.
5ດັ່ງລໍປ່າໃນຖິ່ນແຫ້ງແລ້ງກັນດານ,ຄົນທຸກຍາກຕ້ອງອອກໄປຫາອາຫານຢ່າງຍາກລໍາບາກ;ໃນຖິ່ນແຫ້ງແລ້ງກັນດານເພື່ອລ້ຽງລູກຂອງຕົນ.
6ພວກເຂົາເກັບອາຫານສັດຢູ່ຕາມທົ່ງນາແລະ ເກັບເລັມໝາກອະງຸ່ນທີ່ລົ່ນໃນສວນອະງຸ່ນຂອງຄົນຊົ່ວຮ້າຍ.
7ພວກເຂົານອນເປືອຍກາຍໂດຍບໍ່ມີເຄື່ອງນຸ່ງໃນຍາມກາງຄືນ;ພວກເຂົາບໍ່ມີຫຍັງມາຫົ່ມຕົນເອງໃນຍາມໜາວ.
8ຮ່າງກາຍຂອງພວກເຂົາປຽກຊຸ່ມໄປດ້ວຍຝົນຈາກພູເຂົາແລະ ກອດກ້ອນຫີນໄວ້ເພາະບໍ່ມີບ່ອນກຳບັງ.
9ລູກກຳພ້າຖືກພາກໄປຈາກເອິກແມ່;ເດັກນ້ອຍຂອງຄົນທຸກຍາກຖືກຈັບໄປເພາະເປັນໜີ້.
10ພວກເຂົາຈຶ່ງຕ້ອງອອກໄປດ້ວຍການເປືອຍກາຍບໍ່ມີເຄື່ອງນຸ່ງ;ພວກເຂົາຫາມຟ່ອນເຂົ້າທັງທີ່ຍັງຫິວເຂົ້າຢູ່.
11ພວກເຂົາບີບໝາກກອກເທດເປັນຢູ່ຕາມທົ່ງທີ່ເປັນຊັ້ນ;ແລະ ພວກເຂົາຢຽບໝາກອະງຸ່ນ, ແຕ່ພວກເຂົາຍັງທຸກທໍລະມານດ້ວຍຄວາມຫິວ.
12ສຽງຄວນຄາງຂອງຄົນໃກ້ຕາຍດັງຂຶ້ນມາຈາກເມືອງ,ແລະ ຈິດວິນຍານຂອງຜູ້ບາດເຈັບຮ້ອງອ້ອນວອນຂໍຄວາມຊ່ວຍເຫລືອ.ແຕ່ພຣະເຈົ້າບໍ່ເອົາຜິດກັບຜູ້ໃດ.
13“ມີພວກທີ່ກະບົດຕໍ່ຄວາມສະຫວ່າງ,ຜູ້ທີ່ບໍ່ຮູ້ຈັກທາງນັ້ນແລະ ບໍ່ຍອມດຳເນີນໃນທາງຂອງຄວາມສະຫວ່າງນັ້ນ.
14ເມື່ອແສງຕາເວັນໝົດໄປແລ້ວ, ຄາດຕະກອນກໍລຸກຂຶ້ນ,ຂ້າຄົນທຸກຍາກ ແລະ ຄົນຂັດສົນ,ແລະ ໃນຕອນກາງຄືນພວກເຂົາຈອບອອກໄປເໝືອນຂະໂມຍ.
15ຕາຂອງຄົນຫລີ້ນຊູ້ລໍຄອຍເວລາຄ່ຳ;ລາວຄິດວ່າ, ‘ບໍ່ມີຜູ້ໃດເຫັນຂ້ອຍ’,ແລະ ລາວປົກປິດໜ້າຂອງຕົນໄວ້.
16ໃນຕອນກາງຄືນ, ພວກຂະໂມຍລັກເຂົ້າໄປໃນເຮືອນ,ແຕ່ຕອນກາງເວັນພວກເຂົາກໍເກັບໂຕຢູ່ໃນ;ພວກເຂົາບໍ່ຢາກຫຍຸ້ງກ່ຽວກັບຄວາມສະຫວ່າງ.
17ສຳລັບພວກເຂົາທຸກຄົນ, ຄວາມມືດສະໜິດເປັນຍາມເຊົ້າຂອງພວກເຂົາ;ພວກເຂົາເປັນມິດກັບຄວາມມືດອັນໜ້າຢ້ານກົວ.
18“ເຖິງປານນັ້ນພວກເຂົາເປັນຟອດນໍ້າທີ່ຢູ່ເທິງໜ້ານ້ຳ;ດິນແດນທີ່ເປັນສ່ວນຂອງພວກເຂົາກໍຖືກສາບແຊ່ງ,ສະນັ້ນ ຈຶ່ງບໍ່ມີຜູ້ໃດໄປທີ່ສວນອະງຸ່ນ.
19ຄວາມຮ້ອນເອົ້າ ແລະ ຄວາມແຫ້ງແລ້ງດູດຫິມະໃຫ້ລະລາຍໄປສັນໃດ,ຂຸມຝັງສົບກໍດຶງຜູ້ທີ່ເຮັດບາບໄປສັນນັ້ນ.
20ມົດລູກຂອງແມ່ກໍລືມພວກເຂົາ,ໂຕໜອນລຸມກັດກິນພວກເຂົາ;ຄົນຊົ່ວຮ້າຍບໍ່ຖືກຈົດຈຳອີກຕໍ່ໄປແຕ່ພວກເຂົາຖືກປໍ້າລົງເໝືອນດັ່ງຕົ້ນໄມ້.
21ເພາະພວກເຂົາເອົາລັດເອົາປຽບຍິງທີ່ເປັນໝັນ ແລະ ຍິງທີ່ບໍ່ມີລູກ,ແລະ ພວກເຂົາບໍ່ສະແດງຄວາມເມດຕາກັບແມ່ໝ້າຍ.
22ແຕ່ພຣະເຈົ້າລາກຜູ້ຍິ່ງໃຫຍ່ໄປດ້ວຍລິດອຳນາດຂອງພຣະອົງ;ແມ່ນວ່າພວກເຂົາຈະໝັ້ນຄົງຢູ່, ພວກເຂົາກໍບໍ່ມີຄວາມປອດໄພໃນຊີວິດ.
23ພຣະອົງອາດຈະປ່ອຍໃຫ້ພວກເຂົາພັກຜ່ອນຢູ່ດ້ວຍຄວາມຮູ້ສຶກປອດໄພ,ແຕ່ຕາຂອງພຣະອົງເຝົ້າເບິ່ງວິຖີທາງຂອງພວກເຂົາ.
24ເພາະພວກເຂົາໄດ້ຮັບການຍົກຍ້ອງຊົ່ວຂະນະໜຶ່ງ, ແລ້ວພວກເຂົາກໍຕາຍໄປ.ພວກເຂົາຖືກເຮັດໃຫ້ຕົກຕ່ຳລົງ ແລະ ຖືກຮວບຮວມໄປເໝືອນດັ່ງຄົນອື່ນທັງໝົດ.ພວກເຂົາຖືກຕັດອອກເໝືອນດັ່ງຮວງເຂົ້າ.
25“ຖ້າບໍ່ເປັນດັ່ງນີ້, ຜູ້ໃດຈະພິສູດໄດ້ວ່າຂ້ອຍເວົ້າບໍ່ຈິງແລະ ຄໍາເວົ້າຂອງຂ້ອຍບໍ່ມີປະໂຫຍດຫຍັງບໍ່ແມ່ນບໍ?”