Skip to content
The Believer's Library

Biblica® Open Lao Contemporary Version

Job 23 OLCV

Side by side with the Father's Heart Bible™

ໂຢບ

1ແລ້ວ​ໂຢບ​ໄດ້​ຕອບ​ວ່າ:

2“ຄຳ​ຈົ່ມທຸກ​ຂອງ​ຂ້ອຍ​ໃນ​ມື້ນີ້​ກໍ​ຂົມຂື່ນ:ມື​ຂອງ​ພຣະອົງ​ກໍ​ໜັກໜ່ວງ​ແມ່ນວ່າ​ຂ້ອຍ​ຮ້ອງ​ຄວນຄາງ​ຢູ່​ກໍຕາມ.

3ຖ້າ​ຂ້ອຍ​ຮູ້​ວ່າ​ຈະ​ຊອກຫາ​ພຣະເຈົ້າ​ໄດ້​ຢູ່​ໃສ;ຖ້າ​ຂ້ອຍ​ສາມາດ​ໄປ​ເຖິງ​ບ່ອນ​ປະທັບ​ຢູ່​ຂອງ​ພຣະອົງ!

4ຂ້ອຍ​ຈະ​ລາຍງານ​ເລື່ອງ​ຄະດີ​ຂອງ​ຂ້ອຍ​ຕໍ່ໜ້າ​ພຣະອົງແລະ ປາກ​ຂອງ​ຂ້ອຍ​ກໍ​ເວົ້າ​ໂຕ້ແຍ້ງ​ຢ່າງ​ເຕັມທີ່.

5ແລ້ວ​ຂ້ອຍ​ຈະ​ຮູ້​ວ່າ​ພຣະອົງ​ຈະ​ຕອບ​ຂ້ອຍ​ຢ່າງໃດ,ແລະ ພິຈາລະນາ​ເຖິງ​ສິ່ງ​ທີ່​ພຣະອົງ​ກ່າວ​ກັບ​ຂ້ອຍ.

6ພຣະອົງ​ຈະ​ໃຊ້​ອຳນາດ​ຕໍ່ຕ້ານ​ຂ້ອຍ​ບໍ?ບໍ່​ເລີຍ, ພຣະອົງ​ຈະ​ບໍ່​ຕັ້ງ​ຂໍ້ຫາ​ຕໍ່ສູ້​ຂ້ອຍ.

7ຢູ່​ທີ່​ນັ້ນ​ຄົນ​ຊອບທຳ​ຈະ​ພິສູດ​ຄວາມ​ບໍລິສຸດ​ຂອງ​ຕົນ​ຕໍ່​ພຣະອົງ​ໄດ້,ແລະ ຢູ່​ທີ່​ນັ້ນ ຂ້ອຍ​ຈະ​ໄດ້​ຮັບ​ການ​ປົດປ່ອຍ​ຈາກ​ຜູ້ພິພາກສາ​ຂອງ​ຂ້ອຍ​ຕະຫລອດໄປ.

8“ແຕ່​ຖ້າ​ຂ້ອຍ​ໄປ​ທາງ​ທິດ​ຕາເວັນອອກ, ພຣະອົງ​ກໍ​ບໍ່​ໄດ້​ຢູ່​ທີ່​ນັ້ນ;ຖ້າ​ຂ້ອຍ​ໄປ​ທາງ​ທິດ​ຕາເວັນ​ຕົກ, ຂ້ອຍ​ກໍ​ບໍ່​ພົບ​ພຣະອົງ.

9ເມື່ອ​ພຣະອົງ​ຢູ່​ໃນ​ບ່ອນ​ເຮັດວຽກ​ທາງ​ທິດ​ເໜືອ, ຂ້ອຍ​ບໍ່​ເຫັນ​ພຣະອົງ;ເມື່ອ​ພຣະອົງ​ຫັນ​ມາ​ທາງ​ໃຕ້, ຂ້ອຍ​ກໍ​ຫາ​ພຣະອົງ​ບໍ່​ພົບ.

10ແຕ່​ພຣະອົງ​ຮູ້ຈັກ​ທາງ​ທີ່​ຂ້ອຍ​ໄປ;ເມື່ອ​ພຣະອົງ​ໄດ້​ທົດສອບ​ຂ້ອຍ​ແລ້ວ, ຂ້ອຍ​ຈະ​ອອກ​ມາ​ເປັນ​ດັ່ງ​ຄຳ.

11ຕີນ​ຂອງ​ຂ້ອຍ​ໄດ້​ຕິດຕາມ​ຮອຍຕີນ​ຂອງ​ພຣະອົງ​ຢ່າງ​ໃກ້ຊິດ;ຂ້ອຍ​ຍັງ​ຢູ່​ໃນ​ທາງ​ຂອງ​ພຣະອົງ​ໂດຍ​ຫັນເຫ​ໄປ​ທາງ​ໃດ​ອີກ.

12ຂ້ານ້ອຍ​ບໍ່​ໄດ້​ຫ່າງ​ຈາກ​ຄໍາສັ່ງ​ຈາກ​ປາກ​ຂອງ​ພຣະອົງ;ຂ້ອຍ​ໄດ້​ໃຫ້​ຄຸນຄ່າ​ແກ່​ຖ້ອຍຄໍາ​ຈາກ​ປາກ​ຂອງ​ພຣະອົງ​ຫລາຍກວ່າ​ອາຫານ​ປະຈຳວັນ​ຂອງ​ຂ້ອຍ.

13“ແຕ່​ພຣະອົງ​ຢືນ​ຢ່າງ​ເດັດດ່ຽວ ແລະ ຜູ້ໃດ​ຈະ​ຕໍ່ຕ້ານ​ພຣະອົງ​ໄດ້?ພຣະອົງ​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະອົງ​ພໍໃຈ.

14ພຣະອົງ​ດໍາເນີນ​ການ​ຕາມ​ດຳລັດ​ຂອງ​ພຣະອົງ​ຕໍ່ສູ້​ຂ້ອຍ,ແລະ ແຜນການ​ຫລາຍ​ຢ່າງ​ທີ່​ພຣະອົງ​ຍັງ​ຄົງ​ເກັບ​ໄວ້.

15ດ້ວຍ​ເຫດ​ນີ້​ຂ້ອຍ​ຈຶ່ງ​ຢ້ານກົວ​ຕໍ່​ພຣະອົງ;ເມື່ອ​ຂ້ອຍ​ຄິດ​ກ່ຽວກັບ​ສິ່ງ​ເຫລົ່ານີ້​ທັງໝົດ, ຂ້ອຍ​ກໍ​ຢຳເກງ​ພຣະອົງ.

16ພຣະເຈົ້າ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ອຍ​ບໍ່​ມີ​ແຮງ;ອົງ​ຜູ້​ມີ​ລິດ​ອໍານາດ​ຍິ່ງໃຫຍ່​ເຮັດ​ໃຫ້​ຂ້ອຍ​ຢ້ານກົວ.

17ໂດຍ​ຄວາມ​ມືດ​ໜາ​ນັ້ນ​ກໍ​ປົກປິດ​ໜ້າ​ຂ້ອຍ​ໄວ້,ແຕ່​ຄວາມ​ມືດ​ນັ້ນ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ຂ້ອຍ​ມິດງຽບ”.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]