ເອລີຟັດ
1ແລ້ວເອລີຟັດຊາວເຕມານໄດ້ຕອບວ່າ:
2“ມະນຸດຈະເປັນປະໂຫຍດອັນໃດຕໍ່ພຣະເຈົ້າໄດ້?ແມ່ນແຕ່ຄົນສະຫລາດກໍຈະເຮັດປະໂຫຍດອັນໃດສຳລັບພຣະອົງໄດ້?
3ຖ້າເຈົ້າເປັນຄົນຊອບທຳຈະເຮັດຫຍັງໃຫ້ອົງຜູ້ມີລິດອໍານາດຍິ່ງໃຫຍ່ພໍໃຈໄດ້ແດ່?ພຣະອົງຈະໄດ້ຮັບປະໂຫຍດອັນໃດຖ້າວິຖີທາງຂອງເຈົ້າບໍ່ມີຕໍາໜິ?
4“ເປັນຍ້ອນຄວາມຢຳເກງຂອງເຈົ້າບໍ ພຣະອົງຈຶ່ງຕຳໜິເຈົ້າແລະ ນໍາຂໍ້ກ່າວຫາມາຕໍ່ສູ້ເຈົ້າ?
5ບໍ່ແມ່ນຍ້ອນຄວາມຊົ່ວຮ້າຍອັນໃຫຍ່ບໍ?ບໍ່ແມ່ນຍ້ອນການບາບທີ່ບໍ່ສິ້ນສຸດຂອງເຈົ້າບໍ?
6ເຈົ້າໄດ້ຮຽກຮ້ອງເຄື່ອງຄ້ຳປະກັນຈາກພີ່ນ້ອງຂອງເຈົ້າໂດຍບໍ່ມີເຫດຜົນ;ເຈົ້າໄດ້ຢຶດເອົາເຄື່ອງນຸ່ງຂອງພວກເຂົາຈົນໝົດ, ປ່ອຍໃຫ້ພວກເຂົາເປືອຍກາຍ.
7ເຈົ້າບໍ່ໄດ້ໃຫ້ນ້ຳແກ່ຜູ້ທີ່ອິດເມື່ອຍແລະ ບໍ່ແບ່ງປັນອາຫານແກ່ຜູ້ອຶດຢາກ,
8ເຖິງແມ່ນວ່າເຈົ້າເປັນຄົນມີອິດທິພົນ, ເປັນເຈົ້າຂອງທີ່ດິນເປັນຄົນທີ່ມີກຽດທີ່ອາໄສໃນບ່ອນນັ້ນ.
9ແລະ ເຈົ້າໄດ້ຂັບໄລ່ແມ່ໝ້າຍອອກໄປໂດຍມືເປົ່າ.ແລະ ຕັດກຳລັງຂອງລູກກຳພ້າ.
10ດ້ວຍເຫດນີ້ຈຶ່ງມີບ້ວງແຮ້ວຢູ່ອ້ອມຮອບເຈົ້າ,ຈຶ່ງມີອັນຕະລາຍເກີດຂຶ້ນທັນທີທີ່ເຮັດໃຫ້ເຈົ້າຢ້ານກົວ,
11ດັ່ງນັ້ນ ຄວາມມືດມົນເຮັດໃຫ້ເຈົ້າເບິ່ງບໍ່ເຫັນ,ແລະ ກະແສນ້ຳຖ້ວມຈຶ່ງພັດໃສ່ເຈົ້າ.
12“ພຣະເຈົ້າບໍ່ໄດ້ຢູ່ບ່ອນສູງແຫ່ງຟ້າສະຫວັນບໍ?ແລະ ຈົ່ງແນມເບິ່ງໝູ່ດາວເບື້ອງເທິງຢູ່ສູງສໍ່າໃດ!
13ແຕ່ເຈົ້າກໍເວົ້າວ່າ, ‘ພຣະເຈົ້າຮູ້ຫຍັງແດ່?ພຣະອົງຈະພິພາກສາຜ່ານຄວາມມືດໜາເຊັ່ນນີ້ໄດ້ບໍ?
14ເພາະເມກໜາບັງພຣະອົງໄວ້, ດັ່ງນັ້ນ ພຣະອົງຈຶ່ງບໍ່ເຫັນພວກເຮົາເມື່ອພຣະອົງໄປມາໃນແຜ່ນຟ້າກວ້າງ’.
15ເຈົ້າຍັງຈະຍ່າງໄປຕາມທາງເກົ່າທີ່ຄົນຊົ່ວຮ້າຍໄດ້ຢຽບຢ່ຳນັ້ນຢູ່ບໍ?
16ພວກເຂົາຕາຍໄປກ່ອນເວລາຂອງພວກເຂົາ,ຮາກຖານຂອງພວກເຂົາຖືກກວາດລ້າງໄປໂດຍນໍ້າຖ້ວມ.
17ພວກເຂົາເວົ້າກັບພຣະເຈົ້າວ່າ ‘ຢ່າມາຫຍຸ້ງກັບພວກເຮົາ!ອົງຜູ້ມີອໍານາດຍິ່ງໃຫຍ່ຈະເຮັດຫຍັງໃຫ້ກັບພວກເຮົາໄດ້?’
18ແຕ່ແມ່ນພຣະເຈົ້າທີ່ເຮັດໃຫ້ເຮືອນຂອງພວກເຂົາເຕັມໄປດ້ວຍສິ່ງຂອງດີໆ,ສະນັ້ນ ຂ້ອຍຈຶ່ງຢືນຢູ່ຫ່າງຈາກແຜນການຂອງຄົນຊົ່ວຮ້າຍ.
19“ບັນດາຄົນຊອບທຳເຫັນຄວາມຈິບຫາຍຂອງພວກເຂົາ ແລະ ກໍຊື່ນຊົມຍິນດີ;ຜູ້ບໍລິສຸດເຢາະເຢີ້ຍພວກເຂົາໂດຍກ່າວວ່າ,
20‘ສັດຕູຂອງພວກເຮົາຈະຖືກທຳລາຍຢ່າງແນ່ນອນ,ແລະ ໄຟກໍເຜົາຜານຊັບສົມບັດຂອງພວກເຂົາ’.
21“ຈົ່ງຍອມຈຳນົນຕໍ່ພຣະເຈົ້າເທາະ ແລະ ຢູ່ຢ່າງສະຫງົບສຸກກັບພຣະອົງ;ດ້ວຍວິທີນີ້ຄວາມຈະເລີນຮຸ່ງເຮືອງຈະມາເຖິງເຈົ້າ.
22ຈົ່ງຍອມຮັບເອົາຄຳສັ່ງສອນຈາກປາກຂອງພຣະອົງແລະ ເກັບຖ້ອຍຄໍາຂອງພຣະອົງໄວ້ໃນຫົວໃຈຂອງເຈົ້າ.
23ຖ້າເຈົ້າກັບຄືນມາຫາອົງຜູ້ມີລິດອໍານາດຍິ່ງໃຫຍ່, ເຈົ້າກໍຈະຄືນສູ່ສະພາບດີ:ຖ້າເຈົ້າກຳຈັດຄວາມຊົ່ວຮ້າຍໃຫ້ຫ່າງໄກຈາກເຕັນຂອງເຈົ້າ
24ຖ້າເຈົ້າປະຖິ້ມຄຳຂອງເຈົ້າໄວ້ໃນຂີ້ຝຸ່ນດິນ,ແລະ ຖິ້ມຄຳແຫ່ງໂອຟີຂອງເຈົ້າລົງໃສ່ໂງ່ນຫີນໃນຮ່ອມພູເລິກ,
25ແລ້ວອົງຜູ້ມີລິດອໍານາດຍິ່ງໃຫຍ່ຈະເປັນຄຳຂອງເຈົ້າ,ເປັນເງິນຊັ້ນດີສໍາລັບເຈົ້າ.
26ແນ່ນອນວ່າເຈົ້າຈະຊົມຊື່ນຍິນດີໃນອົງຜູ້ມີລິດອໍານາດຍິ່ງໃຫຍ່ແລະ ຈະເງີຍໜ້າຂອງເຈົ້າຂຶ້ນຫາພຣະເຈົ້າ.
27ເຈົ້າຈະອະທິຖານຕໍ່ພຣະອົງ ແລະ ພຣະອົງຈະຟັງເຈົ້າ,ແລະ ເຈົ້າຈະເຮັດຕາມຄຳປະຕິຍານຂອງເຈົ້າທີ່ໄດ້ເຮັດໄວ້.
28ສິ່ງທີ່ເຈົ້າຕັດສິນໃຈຈະສຳເລັດຜົນ,ແລະ ແສງສະຫວ່າງຈະສ່ອງໃສ່ທາງຂອງເຈົ້າ.
29ເມື່ອມີຄົນຖືກເຮັດໃຫ້ຕົກຕ່ຳລົງ ແລະ ເຈົ້າກໍເວົ້າວ່າ, ‘ຂໍໂຜດຍົກຊູພວກເຂົາຂຶ້ນ!’ແລ້ວພຣະອົງກໍຈະຊ່ວຍກູ້ຄົນທີ່ຕົກຕໍ່າໃຫ້ພົ້ນ.
30ພຣະອົງຈະກອບກູ້ແມ່ນແຕ່ຜູ້ບໍ່ມີຄວາມຜິດ,ຜູ້ນັ້ນຈະໄດ້ຮັບການຊ່ວຍກູ້ຜ່ານມືທີ່ບໍລິສຸດຂອງເຈົ້າ”.