Skip to content
The Believer's Library

Biblica® Open Lao Contemporary Version

Psalms 6 OLCV

Side by side with the Father's Heart Bible™

ເຖິງ​ຫົວໜ້າ​ນັກຮ້ອງ, ບັນເລງ​ເຄື່ອງ​ດົນຕີ​ປະເພດ​ສາຍ ຕາມ​ທຳນອງ​ຂອງ​ເຊມິນິດ, ບົດ​ເພງສັນລະເສີນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ຢ່າ​ຕຳໜິ​ຂ້ານ້ອຍ​ໃນ​ຂະນະ​ທີ່​ພຣະອົງ​ໃຈຮ້າຍຫລື ຕີສອນ​ຂ້ານ້ອຍ​ໃນ​ຂະນະ​ທີ່​ພຣະອົງ​ໂກດຮ້າຍ.

2ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ອ່ອນເພຍ.ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຮັກສາ​ຂ້ານ້ອຍ ເພາະ​ກະດູກ​ຂອງ​ຂ້ານ້ອຍ​ນັ້ນ​ເຈັບປວດ.

3ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຢູ່​ໃນ​ຄວາມ​ທຸກທໍລະມານ​ຢ່າງໜັກ.ອີກ​ດົນ​ປານ​ໃດ, ຂ້າແດ່​ພຣະເຈົ້າ​ຢາເວ ອີກ​ດົນ​ປານ​ໃດ?

4ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຫັນ​ມາ​ກອບກູ້​ຂ້ານ້ອຍ;ເພາະ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຂໍ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.

5ໃນ​ທ່າມກາງ​ຄົນ​ຕາຍ​ນັ້ນ​ບໍ່​ມີ​ຜູ້ໃດ​ຈະ​ປະກາດ​ນາມ​ຂອງ​ພຣະອົງ.ຜູ້ໃດ​ຈະ​ສັນລະເສີນ​ພຣະອົງ​ຈາກ​ຂຸມ​ຝັງ​ສົບ​ໄດ້?

6ຂ້ານ້ອຍ​ເມື່ອ​ຈາກ​ການ​ຄ່ຳຄວນ.ຂ້ານ້ອຍ​ຮ້ອງໄຫ້​ຕະຫລອດ​ຄືນ​ຈົນ​ນ້ຳ​ຕາ​ຖ້ວມ​ບ່ອນນອນແລະ ໝອນ​ຂອງ​ຂ້ານ້ອຍ​ກໍ​ປຽກ​ຊຸ່ມ​ດ້ວຍ​ນ້ຳ​ຕາ.

7ຕາ​ຂອງ​ຂ້ານ້ອຍ​ກໍ​ເສົ້າໝອງ​ເພາະ​ຄວາມ​ໂສກເສົ້າ;ຕາ​ຊ້ຳ​ເພາະ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ.

8ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ຊົ່ວ ຈົ່ງ​ໄປ​ໃຫ້​ພົ້ນ​ຈາກ​ຂ້ອຍ,ເພາະ​ພຣະເຈົ້າ​ຢາເວ​ໄດ້​ຍິນ​ສຽງ​ຮ້ອງໄຫ້​ຂອງ​ຂ້ອຍ​ແລ້ວ.

9ພຣະເຈົ້າ​ຢາເວ​ໄດ້​ຍິນ​ສຽງ​ຮ້ອງຂໍ​ຄວາມ​ເມດຕາ​ຂອງ​ຂ້ອຍພຣະເຈົ້າ​ຢາເວ​ຍອມ​ຮັບ​ຄຳ​ອະທິຖານ​ຂອງ​ຂ້ອຍ.

10ບັນດາ​ສັດຕູ​ຂອງ​ຂ້ອຍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ອັບອາຍ ແລະ ຄວາມ​ຢ້ານກົວ;ພວກເຂົາ​ຈະ​ຫັນ​ກັບ​ໄປ ແລະ ໄດ້​ຮັບ​ຄວາມ​ອັບອາຍ​ທັນທີ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]