Side by side with the Father's Heart Bible™ ເຖິງຫົວໜ້ານັກຮ້ອງ, ເປົ່າຂຸ່ຍ, ບົດເພງສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຢາເວ ໂຜດຟັງຄຳອະທິຖານຂອງຂ້ານ້ອຍ,ຂໍໂຜດສົນໃຈການຄ່ຳຄວນຂອງຂ້ານ້ອຍດ້ວຍ.
2ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ແລະ ຜູ້ເປັນກະສັດຂອງຂ້ານ້ອຍຂໍໂຜດຟັງຄຳຮ້ອງຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍ,ເພາະຂ້ານ້ອຍອະທິຖານຕໍ່ພຣະອົງ.
3ຂ້າແດ່ພຣະເຈົ້າຢາເວ, ໃນເວລາເຊົ້າພຣະອົງໄດ້ຍິນສຽງຂ້ານ້ອຍໃນເວລາເຊົ້າຂ້ານ້ອຍຈຶ່ງໄດ້ນຳເອົາຄຳຮ້ອງຂໍຂອງຂ້ານ້ອຍມາຢູ່ຕໍ່ໜ້າພຣະອົງແລະ ຈົດລໍຖ້າຢ່າງມີຄວາມຫວັງ.
4ເພາະພຣະອົງບໍ່ແມ່ນພຣະເຈົ້າທີ່ພໍໃຈໃນສິ່ງຊົ່ວຮ້າຍ;ຄົນຊົ່ວບໍ່ອາດຢູ່ຮ່ວມກັບພຣະອົງໄດ້.
5ຄົນຈອງຫອງບໍ່ອາດຢືນຢູ່ຕໍ່ໜ້າພຣະອົງໄດ້.ພຣະອົງກຽດຊັງທຸກຄົນທີ່ເຮັດຜິດ;
6ພຣະອົງທຳລາຍບັນດາຄົນທີ່ເວົ້າຕົວະ.ສ່ວນຄົນທີ່ກະຫາຍຫາເລືອດ ແລະ ຄົນຫລອກລວງພຣະເຈົ້າຢາເວກຽດຊັງ.
7ແຕ່ໂດຍຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງຂ້ານ້ອຍຈຶ່ງສາມາດເຂົ້າມາຍັງວິຫານຂອງພຣະອົງ;ຂ້ານ້ອຍກາບລົງດ້ວຍຄວາມເຄົາລົບຕໍ່ໜ້າວິຫານອັນສັກສິດຂອງພຣະອົງ.
8ຂ້າແດ່ພຣະເຈົ້າຢາເວ, ຂໍໂຜດນຳຂ້ານ້ອຍໄປໃນຄວາມຊອບທຳຂອງພຣະອົງເພາະສັດຕູຂອງຂ້ານ້ອຍຂໍໂຜດເຮັດຫົນທາງຂອງພຣະອົງໃຫ້ຊື່ໄປຕໍ່ໜ້າຂ້ານ້ອຍ.
9ຄຳເວົ້າຈາກປາກຂອງພວກເຂົາແມ່ນບໍ່ສາມາດໄວ້ໃຈໄດ້;ຫົວໃຈຂອງພວກເຂົາເຕັມໄປດ້ວຍການຄິດຮ້າຍ.ຄໍຂອງພວກເຂົາຄືຫລຸມຝັງສົບທີ່ເປີດຢູ່;ພວກເຂົາເວົ້າຕົວະດ້ວຍລີ້ນຂອງພວກເຂົາ.
10ຂ້າແດ່ພຣະເຈົ້າ! ຂໍໂຜດປະກາດຄວາມຜິດແກ່ພວກເຂົາ,ຂໍໃຫ້ພວກເຂົາຫລົ້ມຈົມດ້ວຍກົນອຸບາຍຂອງຕົນເອງ.ຂໍໂຜດຂັບໄລ່ພວກເຂົາໄປເພາະຄວາມບາບທັງຫລາຍຂອງພວກເຂົາ,ເພາະພວກເຂົາໄດ້ກະບົດຕໍ່ພຣະອົງ.
11ແຕ່ຂໍໃຫ້ທຸກຄົນທີ່ລີ້ໄພຢູ່ໃນພຣະອົງນັ້ນມີຄວາມຍິນດີ;ໃຫ້ພວກເຂົາຮ້ອງເພງຊື່ນຊົມຍິນດີຢູ່ສະເໝີ,ຂໍໂຜດກະຈາຍການປົກປ້ອງຄຸ້ມຄອງເໜືອ, ພວກເຂົາເພື່ອວ່າບັນດາຜູ້ທີ່ຮັກນາມຂອງພຣະອົງຈະຊື່ນຊົມຍິນດີໃນພຣະອົງ.
12ຂ້າແດ່ພຣະເຈົ້າຢາເວ, ພຣະອົງອວຍພອນຄົນຊອບທຳຢ່າງແນ່ນອນ;ຄວາມເມດຕາກະລຸນາຂອງພຣະອົງເປັນດັ່ງໂລ່ໂອບອ້ອມພວກເຂົາໄວ້.