Side by side with the Father's Heart Bible™ ເຖິງຫົວໜ້ານັກຮ້ອງ, ບັນເລງເຄື່ອງດົນຕີປະເພດສາຍ, ບົດເພງສັນລະເສີນຂອງດາວິດ.
1ຂ້າແດ່ພຣະເຈົ້າຜູ້ຊອບທຳຂອງຂ້ານ້ອຍ,ຂໍໂຜດຕອບຂ້ານ້ອຍ ເມື່ອຂ້ານ້ອຍຮ້ອງຫາພຣະອົງ.ຂໍໂຜດບັນເທົາຄວາມທຸກໂສກຂອງຂ້ານ້ອຍ;ຂໍເມດຕາ ແລະ ຟັງຄຳອະທິຖານຂອງຂ້ານ້ອຍ.
2ມະນຸດທັງຫລາຍ ເຈົ້າຈະເຮັດໃຫ້ສະຫງ່າລາສີຂອງຂ້ອຍກາຍເປັນຄວາມອັບອາຍໄປອີກດົນເທົ່າໃດ?ເຈົ້າຈະຮັກການຫລອກລວງ ແລະ ສະແຫວງຫາພະປອມໄປອີກດົນເທົ່າໃດ?
3ຈົ່ງຮູ້ວ່າພຣະເຈົ້າຢາເວໄດ້ແຍກຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງໄວ້ສຳລັບພຣະອົງເອງ;ພຣະເຈົ້າຢາເວຈະຟັງເມື່ອຂ້ອຍຮ້ອງຫາພຣະອົງ.
4ຈົ່ງຢຳເກງ ແລະ ຢ່າເຮັດຄວາມບາບ;ຂະນະທີ່ພວກເຈົ້າຢູ່ເທິງບ່ອນນອນຂອງພວກເຈົ້າ,ຈົ່ງສຳຫລວດຈິດໃຈຂອງຕົນ ແລະ ມິດງຽບ.
5ຈົ່ງຖວາຍເຄື່ອງບູຊາທີ່ຖືກຕ້ອງເໝາະສົມແລະ ວາງໃຈໃນພຣະເຈົ້າຢາເວ.
6ຂ້າແດ່ພຣະເຈົ້າຢາເວ, ຫລາຍຄົນຖາມວ່າ, “ຜູ້ໃດຈະນຳເອົາຄວາມຈະເລີນຮຸ່ງເຮືອງມາໃຫ້ແກ່ພວກຂ້ານ້ອຍ?”ຂໍໃຫ້ແສງສະຫວ່າງຂອງໃບໜ້າຂອງພຣະອົງສ່ອງໃສ່ພວກຂ້ານ້ອຍທັງຫລາຍ.
7ຂໍໂຜດເຕີມຫົວໃຈຂອງຂ້ານ້ອຍໃຫ້ເຕັມດ້ວຍຄວາມຊື່ນຊົມຍິນດີຍິ່ງກວ່າຄົນເຫລົ່ານັ້ນທີ່ມີເຂົ້າ ແລະ ເຫລົ້າອະງຸ່ນໃໝ່ຢ່າງອຸດົມສົມບູນ.
8ຂ້ານ້ອຍຈະນອນລົງ ແລະ ນອນຫລັບດ້ວຍຄວາມສະຫງົບສຸກ,ຂ້າແດ່ພຣະເຈົ້າຢາເວ ເພາະພຣະອົງຜູ້ດຽວ,ທີ່ເຮັດໃຫ້ຂ້ານ້ອຍອາໄສຢູ່ໄດ້ຢ່າງປອດໄພ.