Skip to content
The Believer's Library

Biblica® Open Lao Contemporary Version

Psalms 3 OLCV

Side by side with the Father's Heart Bible™

(ບົດ​ເພງສັນລະເສີນ​ຂອງ​ດາວິດ ເມື່ອ​ເວລາ​ທີ່​ລາວ​ໄດ້​ໜີ​ຈາກ​ອັບຊາໂລມ ຜູ້​ເປັນ​ລູກຊາຍ​ຂອງ​ລາວ)

1ຂ້າແດ່​ພຣະເຈົ້າ​ຢາເວ, ສັດຕູ​ຂອງ​ຂ້ານ້ອຍ​ຄື​ມີ​ຫລາຍ​ແທ້!ຜູ້​ທີ່​ລຸກ​ຂຶ້ນ​ຕໍ່ຕ້ານ​ຂ້ານ້ອຍ​ກໍ​ມີ​ຈຳນວນ​ຫລວງຫລາຍ!

2ຫລາຍ​ຄົນ​ໄດ້​ເວົ້າ​ເຖິງ​ຂ້ານ້ອຍ​ວ່າ,“ພຣະເຈົ້າ​ຈະ​ບໍ່​ກອບກູ້​ລາວ”.

3ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ໄດ້​ເປັນ​ໂລ່​ອ້ອມ​ຂ້ານ້ອຍ​ໄວ້,ຜູ້​ເປັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ພຣະອົງ​ຜູ້​ຍົກ​ຫົວ​ຂອງ​ຂ້ານ້ອຍ​ໃຫ້​ສູງ​ສົ່ງ.

4ຂ້ານ້ອຍ​ໄດ້​ຮ້ອງຫາ​ພຣະເຈົ້າ​ຢາເວ,ແລະ ພຣະອົງ​ໄດ້​ຕອບ​ຂ້ານ້ອຍ​ຈາກ​ພູເຂົາ​ອັນ​ສັກສິດ​ຂອງ​ພຣະອົງ.

5ຂ້ານ້ອຍ​ໄດ້​ນອນ​ລົງ ແລະ ຫລັບ​ໄປ;ຂ້ານ້ອຍ​ຕື່ນ​ຂຶ້ນ​ມາ​ໄດ້​ອີກ​ກໍ​ເພາະ​ພຣະເຈົ້າ​ຢາເວ​ໄດ້​ຄ້ຳຊູ​ຂ້ານ້ອຍ.

6ຂ້ານ້ອຍ​ຈະ​ບໍ່​ຢ້ານ​ເຖິງ​ຈະ​ມີ​ສັດຕູ​ເປັນ​ໝື່ນມາ​ຫຸ້ມ​ອ້ອມ​ຂ້ານ້ອຍ​ໄວ້​ທຸກ​ດ້ານ.

7ຂ້າແດ່​ພຣະເຈົ້າ​ຢາເວ, ຂໍ​ໂຜດ​ລຸກ​ຂຶ້ນ!ພຣະເຈົ້າ​ຂອງ​ຂ້ານ້ອຍ! ຂໍ​ໂຜດ​ກອບກູ້​ຂ້ານ້ອຍ!ຂໍ​ໂຜດ​ຕົບ​ໜ້າ​ຂອງ​ສັດຕູ​ທຸກຄົນ​ຂອງ​ຂ້ານ້ອຍ;ຂໍ​ໂຜດ​ຫັກ​ແຂ້ວ​ຂອງ​ຄົນ​ຊົ່ວ.

8ການ​ກອບກູ້​ນັ້ນ​ມາ​ຈາກ​ພຣະເຈົ້າ​ຢາເວ.ຂໍ​ໃຫ້​ພຣະພອນ​ຂອງ​ພຣະອົງ​ມີ​ແກ່​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]