Side by side with the Father's Heart Bible™ 1ດ້ວຍເຫດໃດຊົນຊາດທັງຫລາຍຈຶ່ງສົມຮູ້ຮ່ວມຄິດກັນແລະ ຊົນຊາດຕ່າງໆຈຶ່ງວາງແຜນການອັນໄຮ້ປະໂຫຍດ?
2ບັນດາກະສັດຂອງໂລກນີ້ໄດ້ລຸກຂຶ້ນຕໍ່ຕ້ານແລະ ບັນດາຜູ້ປົກຄອງຮວມຕົວກັນຕໍ່ສູ້ພຣະເຈົ້າຢາເວ ແລະ ຕໍ່ສູ້ຜູ້ທີ່ພຣະອົງເຈີມໄວ້, ໂດຍກ່າວວ່າ,
3“ໃຫ້ພວກເຮົາທຳລາຍໂສ້ຈອງຈຳຂອງພວກເຂົາແລະ ປົດໂສ້ຂອງພວກເຂົາຖິ້ມ”.
4ອົງພຣະຜູ້ເປັນເຈົ້າຜູ້ຢູ່ໃນຟ້າສະຫວັນນັ້ນໄດ້ຫົວຂັວນ;ພຣະອົງໄດ້ເຢາະເຢີ້ຍພວກເຂົາ.
5ແລ້ວພຣະອົງໄດ້ເຕືອນພວກເຂົາດ້ວຍຄວາມໃຈຮ້າຍຂອງພຣະອົງແລະ ເຮັດໃຫ້ພວກເຂົາຢ້ານກົວດ້ວຍຄວາມໂກດຮ້າຍ ໂດຍເວົ້າວ່າ,
6“ເຮົາໄດ້ຕັ້ງກະສັດຜູ້ໜຶ່ງຂອງເຮົາໄວ້ແລ້ວເທິງຊີໂອນ, ພູເຂົາສັກສິດຂອງເຮົາ”.
7ກະສັດຜູ້ນັ້ນຈະປະກາດດຳລັດຂອງພຣະເຈົ້າຢາເວວ່າ:ພຣະອົງໄດ້ເວົ້າກັບຂ້າພະເຈົ້າວ່າ “ເຈົ້າເປັນລູກຊາຍຂອງເຮົາ;ວັນນີ້ເຮົາໄດ້ເປັນບິດາຂອງເຈົ້າ.
8ຈົ່ງຂໍຈາກເຮົາ,ແລ້ວເຮົາຈະມອບຊົນຊາດທັງຫລາຍໃຫ້ເປັນກຳມະສິດຂອງເຈົ້າ,ແລະ ໃຫ້ເຈົ້າຄອບຄອງໄປຈົນເຖິງສຸດປາຍແຜ່ນດິນໂລກ.
9ເຈົ້າຈະຕີພວກເຂົາໃຫ້ແຕກດ້ວຍໄມ້ແສ້ເຫລັກເຈົ້າຈະຟາດພວກເຂົາໃຫ້ແຕກເປັນປ່ຽງໆເໝືອນກັບໝໍ້ດິນ”.
10ເຫດສະນັ້ນ ພວກເຈົ້າຜູ້ເປັນກະສັດທັງຫລາຍ, ຈົ່ງມີປັນຍາ;ພວກເຈົ້າຜູ້ເປັນຜູ້ນຳຂອງໂລກນີ້, ຈົ່ງຟັງຄຳຕັກເຕືອນ,
11ຈົ່ງຮັບໃຊ້ພຣະເຈົ້າຢາເວດ້ວຍຄວາມຢຳເກງແລະ ຈົ່ງສະເຫລີມສະຫລອງການປົກຄອງຂອງພຣະອົງຈົນໂຕສັ່ນ.
12ຈົ່ງກົ້ມກາບພຣະບຸດນັ້ນ, ບໍ່ດັ່ງນັ້ນພຣະອົງຈະໃຈຮ້າຍແລະ ວິຖີທາງຂອງເຈົ້າຈະຖືກນຳໄປສູ່ຄວາມພິນາດຂອງເຈົ້າ,ເພາະວ່າຄວາມໂກດຮ້າຍຂອງພຣະອົງຈະພຸ່ງຂຶ້ນໃນພິບຕາດຽວ.ພຣະພອນມີແກ່ທຸກຄົນທີ່ເຂົ້າມາລີ້ໄພໃນພຣະອົງ.