Skip to content
The Believer's Library

Biblica® Open Lao Contemporary Version

Psalms 12 OLCV

Side by side with the Father's Heart Bible™

ເຖິງ​ຫົວໜ້າ​ນັກຮ້ອງ ຕາມ​ທຳນອງ​ເຊມິນິດ ເພງສັນລະເສີນ​ຂອງ​ດາວິດ.

1ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ຊ່ວຍ​ດ້ວຍ, ເພາະ​ບໍ່​ມີ​ຜູ້ໃດ​ທີ່​ສັດຊື່​ອີກ​ແລ້ວ;ບັນດາ​ຄົນ​ທີ່​ຈົ່ງ​ຮັກ​ພັກ​ດີ​ໄດ້​ສູນຫາຍ​ໄປ​ຈາກ​ພົງພັນ​ຂອງ​ມະນຸດ​ແລ້ວ.

2ທຸກຄົນ​ໄດ້​ຕົວະ​ເພື່ອນບ້ານ​ຂອງ​ຕົນ;ພວກເຂົາ​ປະຈົບປະແຈງ​ດ້ວຍ​ຮີມສົບ​ຂອງ​ພວກເຂົາແຕ່​ເກັບ​ຄວາມ​ຫລອກລວງ​ໄວ້​ຢູ່​ໃນ​ໃຈ​ຂອງ​ພວກເຂົາ.

3ຂໍ​ພຣະເຈົ້າ​ຢາເວ​ໂຜດ​ເຮັດ​ໃຫ້​ທຸກ​ຮີມສົບ​ທີ່​ປະຈົບປະແຈງ​ນັ້ນ​ໄດ້​ງຽບ​ໄປແລະ ທຸກ​ລີ້ນ​ທີ່​ອວດ​ອ້າງ

4ບັນດາ​ຄົນ​ທີ່​ເວົ້າ​ວ່າ“ພວກເຮົາ​ຈະ​ເອົາ​ຊະນະ​ດ້ວຍ​ລີ້ນ​ຂອງ​ພວກເຮົາ;ຮີມສົບ​ຂອງ​ພວກເຮົາ​ເອງ​ຈະ​ປົກປ້ອງ​ພວກເຮົາ ຜູ້ໃດ​ຈະ​ມາ​ເປັນ​ນາຍ​ເໜືອ​ພວກເຮົາ?”

5ພຣະເຈົ້າ​ຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ຈະ​ລຸກ​ຂຶ້ນເພາະ​ເຫັນ​ແກ່​ຄົນ​ທຸກຍາກ​ທີ່​ຖືກ​ປຸ້ນ ແລະ ເຫັນ​ແກ່​ຄົນ​ຍາກຈົນ​ທີ່​ຄ່ຳຄວນ.ເຮົາ​ຈະ​ປົກປ້ອງ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ໃສ່​ຮ້າຍ​ພວກເຂົາ”.

6ແລະ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ບໍ່​ມີ​ຂໍ້​ບົກຜ່ອງ,ເໝືອນດັ່ງ​ເງິນ​ທີ່​ຫລອມ​ໃຫ້​ບໍລິສຸດ​ໃນ​ເບົ້າ​ຫລອມ,ເໝືອນດັ່ງ​ຄຳ​ທີ່​ຫລອມ​ເຈັດ​ຄັ້ງ.

7ຂ້າແດ່​ພຣະເຈົ້າ​ຢາເວ ພຣະອົງ​ຈະ​ຄຸ້ມຄອງ​ຄົນ​ຍາກຈົນ​ໃຫ້​ປອດໄພແລະ ຈະ​ປົກປ້ອງ​ພວກຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຄົນ​ຊົ່ວຮ້າຍ​ຕະຫລອດໄປ.

8ຄົນ​ຊົ່ວຮ້າຍ​ມີ​ຢູ່​ທົ່ວ​ທຸກ​ບ່ອນເມື່ອ​ຄວາມ​ຊົ່ວຮ້າຍ​ນັ້ນ​ເປັນ​ທີ່​ຍົກຍ້ອງ​ໃນ​ທ່າມກາງ​ມະນຸດ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]