Skip to content
The Believer's Library

Biblica® Open Lao Contemporary Version

Isaiah 15 OLCV

Side by side with the Father's Heart Bible™

ຄຳ​ທຳນວາຍ​ຕໍ່ສູ້​ໂມອາບ

1ຄໍາທໍານວາຍ​ຕໍ່ສູ້​ໂມອາບ​ມີ​ດັ່ງ​ນີ້:ນະຄອນ​ອາຣະ​ໃນ​ໂມອາບ​ໄດ້​ຖືກ​ທຳລາຍ,ຈິບຫາຍ​ໃນ​ຄືນ​ດຽວ!ນະຄອນ​ກີຣະ​ໃນ​ໂມອາບ​ໄດ້​ຖືກ​ທຳລາຍ,ຈິບຫາຍ​ໃນ​ຄືນ​ດຽວ!

2ຊາວ​ດີໂບນ​ຂຶ້ນ​ໄປ​ຍັງ​ວິຫານ,ຂຶ້ນ​ໄປ​ເທິງ​ບ່ອນ​ສູງ​ທັງຫລາຍ​ເພື່ອ​ຮ້ອງໄຫ້;ໂມອາບ​ໄວ້ອາໄລ​ໃຫ້​ເນໂບ ແລະ ເມເດບາ.ທຸກຄົນ​ໄດ້​ແຖ​ຫົວແລະ ທຸກຄົນ​ໄດ້​ແຖ​ໜວດ​ເຄົາ.

3ຕາມ​ຖະໜົນ ພວກເຂົາ​ໃສ່​ຜ້າ​ກະສອບ​ເຂົ້າ;ເທິງ​ຫລັງ​ຄາ ແລະ ຕາມ​ເດີ່ນ​ສາທາລະນະພວກເຂົາ​ທັງໝົດ​ຮ້ອງ​ຄ່ຳຄວນ,ແລະ ໝອບ​ລົງ​ຮ້ອງໄຫ້.

4ຊາວ​ເຮັດຊະໂບນ ແລະ ເອເລອາເລ​ສົ່ງ​ສຽງ​ຮ້ອງໄຫ້,ສຽງ​ຮ້ອງໄຫ້​ຂອງ​ພວກເຂົາ​ໄດ້​ຍິນ​ໄກ​ຮອດ​ຢາຮາດ.ເຫດສະນັ້ນ ນັກຮົບ​ຂອງ​ໂມອາບ​ຈຶ່ງ​ຮ້ອງໄຫ້​ອອກ​ມາ,ແລະ ຫົວໃຈ​ກໍ​ອ່ອນ​ແຮງ.

5ຫົວໃຈ​ຂອງ​ເຮົາ​ຮ້ອງໄຫ້​ໃຫ້​ກັບ​ໂມອາບ;ຜູ້​ລີ້ໄພ​ຂອງ​ນາງ​ໜີ​ໄປ​ໄກ​ຮອດ​ໂຊອາ,ໄກ​ຮອດ​ເອັກລາດ​ເຊລິດຊີຢາ.ພວກເຂົາ​ຂຶ້ນ​ໄປ​ຕາມ​ທາງ​ສູ່​ລູຮິດ,ທັງ​ໄປ​ທັງ​ຮ້ອງໄຫ້;ພວກເຂົາ​ຄ່ຳຄວນ​ກ່ຽວກັບ​ຄວາມ​ຈິບຫາຍ​ຂອງ​ຕົນ.ໄປ​ຕະຫລອດ​ທາງ​ສູ່​ໂຮໂຣນາອິມ

6ຫ້ວຍນ້ຳ​ນິມຣິມ​ໄດ້​ແຫ້ງແລະ ຫຍ້າ​ກໍ​ຫ່ຽວ​ແຫ້ງ;ພືດພັນ​ກໍ​ໝົດ​ໄປແລະ ບໍ່​ມີ​ສິ່ງ​ຂຽວ​ອັນໃດ​ເຫລືອ​ຢູ່.

7ດັ່ງນັ້ນ ຊັບສິນ​ທີ່​ພວກເຂົາ​ຫາ​ມາ​ໄດ້ ແລະ ເກັບ​ສະ​ສົມ​ໄວ້ພວກເຂົາ​ກໍ​ແບກ​ຂ້າມ​ຫ້ວຍນໍ້າ​ຂອງ​ຮ່ອມພູ​ແຫ່ງ​ຕົ້ນປໍປາ​ໄປ.

8ສຽງ​ຮ້ອງ​ຂອງ​ພວກເຂົາ​ດັ່ງ​ກ້ອງ​ໄປ​ຕະຫລອດ​ຊາຍແດນ​ໂມອາບ;ສຽງ​ຄວນຄາງ​ຂອງ​ພວກເຂົາ​ໄປ​ໄກ​ຮອດ​ເອັກລາອີມ,ສຽງ​ຄ່ຳຄວນ​ຮ້ອງໄຫ້​ດັ່ງ​ໄປ​ຮອດ​ເບເອເຣລີມ.

9ຫ້ວຍນ້ຳ​ດີໂບນ ເຕັມ​ໄປ​ດ້ວຍ​ເລືອດ,ແຕ່​ເຮົາ​ຍັງ​ຈະ​ສືບຕໍ່​ນໍາ​ສິ່ງ​ຕ່າງໆ​ມາສູ່​ດີໂບນ​ອີກສິງ​ໂຕ​ໜຶ່ງ​ຈະ​ຕາມ​ລ່າ​ຜູ້​ລີ້ໄພ​ຊາວ​ໂມອາບແລະ ໄລ່​ລ່າ​ຜູ້​ທີ່​ຍັງເຫລືອ​ຢູ່​ໃນ​ດິນແດນ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]