Side by side with the Father's Heart Bible™ ເຖິງຫົວໜ້ານັກຮ້ອງ ຕາມທຳນອງກິດທີດ ບົດເພງສັນລະເສີນຂອງດາວິດ.
1ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍທັງຫລາຍ,ນາມຂອງພຣະອົງງາມສະຫງ່າຢູ່ໃນທົ່ວແຜ່ນດິນໂລກແທ້ໆ!ພຣະອົງໄດ້ຕັ້ງສະຫງ່າລາສີຂອງພຣະອົງໃນຟ້າສະຫວັນ
2ພຣະອົງຕັ້ງຖານທີ່ໝັ້ນເພື່ອຕໍ່ສູ້ກັບບັນດາສັດຕູຂອງພຣະອົງໂດຍຜ່ານທາງການສັນລະເສີນຂອງເດັກນ້ອຍ ແລະ ເດັກອ່ອນເພື່ອເຮັດໃຫ້ສັດຕູ ແລະ ຄົນທີ່ຄຽດແຄ້ນງຽບໄປ.
3ເມື່ອຂ້ານ້ອຍຄຳນຶງເຖິງຟ້າສະຫວັນຂອງພຣະອົງ,ອັນເປັນຜົນງານຂອງມືຂອງພຣະອົງ,ດວງເດືອນ ແລະ ດວງດາວທັງຫລາຍ,ທີ່ພຣະອົງໄດ້ຕັ້ງໄວ້,
4ມະນຸດສຳຄັນຫຍັງທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ?ບຸດຂອງມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍພວກເຂົາ?
5ພຣະອົງໄດ້ສ້າງພວກເຂົາໃຫ້ຕ່ຳກວ່າຊາວສະຫວັນພຽງເລັກນ້ອຍແລະ ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ພວກເຂົາ.
6ພຣະອົງໄດ້ຕັ້ງພວກເຂົາໃຫ້ປົກຄອງສິ່ງສາລະພັດທີ່ພຣະອົງສ້າງຂຶ້ນ;ພຣະອົງໄດ້ວາງທຸກສິ່ງໄວ້ຢູ່ໃຕ້ຕີນຂອງພວກເຂົາ.
7ຝູງແບ້, ຝູງແກະ ແລະ ຝູງງົວທັງໝົດ,ແລະ ສັດປ່າທັງຫລາຍ,
8ຝູງນົກໃນອາກາດ,ແລະ ປາໃນທະເລ,ທຸກສິ່ງທີ່ລອຍໄປມາໃນທະເລ.
9ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍ,ນາມຂອງພຣະອົງງາມສະຫງ່າທົ່ວແຜ່ນດິນໂລກແທ້ໆ!