Skip to content
The Believer's Library

Biblica® Open Lao Contemporary Version

Jonah 2 OLCV

Show OLCV only
Verse × ×
1 Then Jonah prayed to our Father from inside the fish: ຂະນະ​ທີ່​ຢູ່​ໃນ​ທ້ອງ​ປາ​ນັ້ນ ໂຢນາ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ.
2 In my distress I called to my Father, and he answered me; from the grave's belly I cried for help, and you heard my voice. ລາວ​ກ່າວ​ວ່າ: “ໃນ​ຍາມ​ທຸກລໍາບາກ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ, ແລະ ພຣະອົງ​ໄດ້​ຕອບ​ຂ້ານ້ອຍ​ແລ້ວ. ຂ້ານ້ອຍ​ອ້ອນວອນ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຫວເລິກ​ຂອງ​ແດນ​ມໍລະນາ. ແລະ ພຣະອົງ​ໄດ້​ຟັງ​ສຽງ​ຮ້ອງ​ຂອງ​ຂ້ານ້ອຍ.
3 You hurled me into the deep, into the heart of the seas, and the currents swirled around me; all your breakers and your waves swept over me. ພຣະອົງ​ແກວ່ງ​ຂ້ານ້ອຍ​ລົງ​ມາ​ໃນ​ບ່ອນ​ເລິກ, ສູ່​ໃຈ​ກາງ​ມະຫາສະຫມຸດ, ແລະ ກະແສ​ນໍ້າ​ກໍ​ໝຸນ​ຢູ່​ຮອບ​ຂ້ານ້ອຍ; ຄື້ນ​ນໍ້າ ແລະ ຟອງ​ນ້ຳ​ຂອງ​ພຣະອົງ ໄດ້​ຖ້ວມ​ປົກ​ຂ້ານ້ອຍ.
4 Then I said, 'I have been driven away from your sight; yet I will look again toward your holy temple.' ຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ຂ້ານ້ອຍ​ຖືກ​ເນລະເທດ ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ແລ້ວ; ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ເບິ່ງ ໄປ​ທີ່​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ອີກ.’
5 The waters closed in over me to the point of death; the deep surrounded me; seaweed was wrapped around my head. ນ້ຳ​ໄດ້​ຖ້ວມ​ຄຸກຄາມ​ຂ້ານ້ອຍ, ບ່ອນ​ເລິກ​ກໍ​ອ້ອມ​ຮອບ​ຂ້ານ້ອຍ; ສາຫລ່າຍ​ທະເລ​ກໍ​ພັນ​ອ້ອມ​ຫົວ​ຂອງ​ຂ້ານ້ອຍ.
6 I sank down to the roots of the mountains; the earth shut its gates behind me forever. But you brought my life up from the pit, my Father. ຂ້ານ້ອຍ​ຈົມ​ລົງ​ມາ​ເຖິງ​ຮາກ​ພູ​ທັງຫລາຍ; ແຜ່ນດິນ​ເບື້ອງ​ລຸ່ມ​ໄດ້​ຂັງ​ຂ້ານ້ອຍ​ໄວ້​ຕະຫລອດ​ໄປ. ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະອົງ​ໄດ້​ຊ່ວຍ​ຊີວິດ​ຂ້ານ້ອຍ​ຂຶ້ນ​ມາ​ຈາກ​ຂຸມ.
7 As my life was ebbing away, I remembered my Father, and my prayer rose to you, to your holy temple. “ເມື່ອ​ຊີວິດ​ຂອງ​ຂ້ານ້ອຍ​ກຳລັງ​ຈະ​ເລື່ອນ​ຫາຍ​ໄປ, ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ໄດ້​ລະນຶກ​ເຖິງ​ພຣະອົງ, ແລະ ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ, ໄປ​ເຖິງ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.
8 Those who cling to worthless idols walk away from the love that could be theirs. “ບັນດາ​ຄົນ​ທີ່​ຢຶດ​ຕິດ​ກັບ​ຮູບເຄົາລົບ​ອັນ​ໄຮ້​ຄ່າ ຫັນ​ໜີ​ຈາກ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ.
9 But I will sacrifice to you with grateful praise; I will keep every vow I have made. Salvation belongs to our Father! ສ່ວນ​ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ, ພ້ອມ​ກັບ​ຮ້ອງ​ສັນລະເສີນ. ຂ້ານ້ອຍ​ໄດ້​ປະຕິຍານ​ໄວ້​ຢ່າງ​ໃດ ຂ້ານ້ອຍ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ. ຂ້ານ້ອຍ​ຈະ​ເວົ້າ​ວ່າ, ຄວາມພົ້ນ​ມາ​ຈາກ​ພຣະເຈົ້າຢາເວ”.
10 Then our Father spoke to the fish, and it vomited Jonah out onto the dry land. ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ສັ່ງ​ປາ ແລະ ມັນ​ກໍ​ຄາຍ​ໂຢນາ​ອອກ​ມາ​ໄວ້​ທີ່​ແຄມ​ຝັ່ງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]