Skip to content
The Believer's Library

Biblica® Open Lao Contemporary Version

Jonah 3 OLCV

Show OLCV only
Verse × ×
1 Then the word of our Father came to Jonah a second time: ຫລັງຈາກນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ກໍ​ໄດ້​ມາ​ເຖິງ​ໂຢນາ​ເປັນ​ຄັ້ງ​ທີ​ສອງ​ວ່າ:
2 "Get up, go to Nineveh, that great city, and proclaim the message I give you." “ຈົ່ງ​ໄປ​ນີເນເວ​ເມືອງ​ໃຫຍ່ ແລະ ປະກາດ​ຖ້ອຍຄຳ​ແກ່​ຊາວ​ເມືອງ​ນັ້ນ​ຕາມ​ທີ່​ເຮົາ​ໄດ້​ໃຫ້​ເຈົ້າ”.
3 So Jonah got up and went to Nineveh, as our Father had said. Nineveh was a huge city—three days to cross. ໂຢນາ​ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ແລະ ໄດ້​ໄປ​ທີ່​ນີເນເວ. ບັດນີ້ ນີເນເວ​ເປັນ​ເມືອງ​ໃຫຍ່​ຫລາຍ; ຕ້ອງ​ໃຊ້​ເວລາ​ສາມ​ວັນ​ຈຶ່ງ​ເດີນທາງ​ຜ່ານ​ເມືອງ​ນີ້​ໄປ​ໄດ້.
4 Jonah walked one day into the city and cried out, "Forty more days and Nineveh is overturned!" ໃນ​ມື້​ທຳອິດ​ໂຢນາ​ເລີ່ມຕົ້ນ​ຍ່າງ​ເຂົ້າໄປ​ໃນ​ເມືອງ​ນັ້ນ, ລາວ​ໄດ້​ປະກາດ​ວ່າ, “ອີກ​ສີ່​ສິບ​ວັນ​ນີເນເວ​ຈະ​ຖືກ​ທຳລາຍ”.
5 The people of Nineveh believed God. They called a fast and put on sackcloth, from the greatest to the least. ຊາວ​ນີເນເວ​ກໍ​ໄດ້​ເຊື່ອ​ພຣະເຈົ້າ. ພວກເຂົາ​ໄດ້​ປະກາດ​ໃຫ້​ມີ​ການ​ຖືສິນ​ອົດອາຫານ ແລ້ວ​ຊາວ​ເມືອງ​ທຸກຄົນ​ຕັ້ງແຕ່​ຜູ້ໃຫຍ່​ທີ່ສຸດ​ຈົນ​ເຖິງ​ຜູ້​ນ້ອຍ​ທີ່​ສຸດ​ກໍ​ພາ​ກັນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ.
6 When the news reached Nineveh's king, he rose from his throne, removed his robe, covered himself with sackcloth, and sat in ashes. ເມື່ອ​ຄຳ​ເຕືອນ​ຂອງ​ໂຢນາ​ນັ້ນ​ໄປ​ເຖິງ​ກະສັດ​ຂອງ​ນີເນເວ, ເພິ່ນ​ກໍ​ລຸກ​ຂຶ້ນ​ຈາກ​ບັນລັງ​ຂອງ​ຕົນ, ແກ້​ເສື້ອຄຸມ​ຂອງ​ກະສັດ​ອອກ, ເອົາ​ເຄື່ອງນຸ່ງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ມາ​ຄຸມ​ຕົວ​ໄວ້ ແລະ ນັ່ງ​ເທິງ​ກອງ​ຂີ້ຝຸ່ນ​ດິນ.
7 He had this proclaimed in Nineveh, by decree of the king and his nobles: No person or animal, herd or flock, may taste anything; they must not graze or drink water. ຄຳ​ປະກາດ​ທີ່​ເພິ່ນ​ໄດ້​ປະກາດ​ໃນ​ນີເນເວ​ມີ​ດັ່ງນີ້: ໂດຍ​ດຳລັດ​ຂອງ​ກະສັດ ແລະ ຂຸນນາງ​ທັງຫລາຍ​ຂອງ​ເພິ່ນ: ຫ້າມ​ບໍ່​ໃຫ້​ຄົນ ຫລື ສັດ, ຝູງແບ້, ຝູງແກະ, ຝູງ​ງົວ ກິນ​ອັນໃດ.
8 Let people and animals be covered with sackcloth, and everyone cry out to God with all their strength. Let each turn from his evil way and the violence in his hands. ແຕ່​ໃຫ້​ຄົນ ແລະ ສັດ​ນຸ່ງຫົ່ມ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ໃຫ້​ທຸກຄົນ​ຮ້ອງ​ຫາ​ພຣະເຈົ້າ​ຢ່າງ​ຮີບ​ດ່ວນ. ໃຫ້​ພວກເຂົາ​ປະ​ຖິ້ມ​ຄວາມ​ຊົ່ວ ແລະ ຄວາມ​ຮຸນແຮງ​ຂອງ​ພວກເຂົາ.
9 Who knows? God may turn and change his mind, turn from his fierce anger, so we're not destroyed. ຜູ້ໃດ​ຈະ​ຮູ້​ໄດ້? ພຣະເຈົ້າ​ອາດ​ຈະ​ຜ່ອນຜັນ ແລະ ດ້ວຍ​ຄວາມ​ເມດຕາ​ສົງສານ ພຣະອົງ​ອາດ​ຈະ​ຫັນ​ຈາກ​ຄວາມ​ໃຈຮ້າຍ​ອັນ​ຮຸນແຮງ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ຈິບຫາຍ.
10 When God saw their deeds—that they turned from their evil way—God changed his mind about the disaster he had threatened to bring on them, and did not do it. ເມື່ອ​ພຣະເຈົ້າ​ໄດ້​ເຫັນ​ການ​ກະທຳ​ຂອງ​ພວກເຂົາ ແລະ ເຫັນ​ວ່າ​ພວກເຂົາ​ໄດ້​ຫັນ​ຈາກ​ຄວາມ​ຊົ່ວ​ຂອງ​ພວກເຂົາ, ພຣະອົງ​ຈຶ່ງ​ໄດ້​ຜ່ອນຜັນ ແລະ ບໍ່​ໄດ້​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຂົາ​ຕາມ​ທີ່​ພຣະອົງ​ໄດ້​ຂົ່ມຂູ່​ໄວ້.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]