Skip to content
The Believer's Library

Biblica® Open Lao Contemporary Version

Jonah 4 OLCV

Show OLCV only
Verse × ×
1 But this upset Jonah deeply, and he burned with anger. ແຕ່​ສໍາລັບ​ໂຢນາ​ແລ້ວ ນີ້​ແມ່ນ​ສິ່ງ​ທີ່​ຜິດ​ຫລາຍ ແລະ ລາວ​ຈຶ່ງ​ໃຈຮ້າຍ.
2 He prayed to our Father, "Please, O Father, isn't this what I said while still in my own land? That's why I fled toward Tarshish first—I knew you are a gracious, compassionate Father, slow to anger, overflowing with covenant love, one who relents from sending disaster. ລາວ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ໄດ້​ບອກ​ຕັ້ງ​ແຕ່​ຂ້ານ້ອຍ​ຍັງ​ຢູ່​ເຮືອນ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ​ມັນ​ຈະ​ເປັນ​ຢ່າງ​ນີ້? ເພາະ​ເຫດ​ນີ້​ແຫລະ ຂ້ານ້ອຍ​ຈຶ່ງ​ໄດ້​ຟ້າວ​ໜີ​ໄປ​ເມືອງ​ຕາກຊິດ. ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມ​ເມດຕາ​ສົງສານ, ຊ້າ​ໃນ​ການ​ຮ້າຍ ແລະ ເຕັມ​ດ້ວຍ​ຄວາມ​ຮັກ, ເປັນ​ພຣະເຈົ້າ​ຜູ້​ທີ່​ອົດ​ກັ້ນ​ໄວ້​ບໍ່​ລົງໂທດ.
3 Now, our Father, please take my life from me—death is better for me than life." ຂ້າ​ແດ່​ພຣະເຈົ້າຢາເວ, ບັດນີ້ ຂໍ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ, ເພາະ​ຂ້ານ້ອຍ​ຕາຍ​ໄປ​ກໍ​ດີ​ກວ່າ​ມີ​ຊີວິດ​ຢູ່”.
4 And our Father said, "Is it right for you to be so angry?" ແຕ່​ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໃຈຮ້າຍ?”
5 Jonah left the city and sat east of it, made himself a shelter there, and sat under it in the shade, waiting to see what would happen to the city. ໂຢນາ​ໄດ້​ອອກ​ໄປ ແລະ ນັ່ງ​ຢູ່​ບ່ອນ​ໜຶ່ງ​ທາງ​ຕາເວັນ​ອອກ​ຂອງ​ເມືອງ. ລາວ​ໄດ້​ສ້າງ​ຕູບ​ຫລັງ​ໜຶ່ງ​ຂຶ້ນ​ຢູ່​ທີ່​ນັ້ນ, ນັ່ງ​ຢູ່​ໃນ​ຮົ່ມ​ຂອງ​ຕູບ​ນັ້ນ ແລະ ລໍຖ້າ​ເບິ່ງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ເມືອງ​ນີເນເວ.
6 And our Father appointed a plant and made it grow up over Jonah, to shade his head and ease his discomfort. So Jonah was overjoyed because of the plant. ແລ້ວ​ພຣະເຈົ້າຢາເວ ພຣະເຈົ້າ​ກໍ​ໃຫ້​ມີ​ຕົ້ນໄມ້​ໃບ​ດົກ​ຕົ້ນ​ໜຶ່ງ​ງອກ​ຂຶ້ນ​ສູງ​ເໜືອ​ໂຢນາ ເພື່ອ​ເປັນ​ຮົມ​ໃຫ້​ຫົວ​ຂອງ​ລາວ ເພື່ອ​ບັນເທົາ​ຄວາມ​ຮ້ອນໃຈ​ຂອງ​ລາວ ແລະ ໂຢນາ​ກໍ​ດີໃຈ​ຫລາຍ​ທີ່​ມີ​ຕົ້ນໄມ້​ນີ້.
7 At dawn the next day, our Father appointed a worm that attacked the plant, and it withered. ແຕ່​ໃນ​ຕອນ​ເຊົ້າ​ຂອງ​ມື້​ຕໍ່​ມາ ພຣະເຈົ້າ​ໄດ້​ໃຫ້​ມີ​ໜອນ, ເຊິ່ງ​ກັດ​ກິນ​ຕົ້ນໄມ້​ນັ້ນ​ຈົນ​ມັນ​ຫ່ຽວ​ແຫ້ງ​ໄປ.
8 When the sun rose, our Father sent a scorching east wind; the sun beat on Jonah's head until he grew faint. He begged to die: "Better for me to die than to live." ເມື່ອ​ຕາເວັນ​ຂຶ້ນ, ພຣະເຈົ້າ​ໄດ້​ໃຫ້​ລົມ​ຕາເວັນ​ອອກ​ອັນ​ຮ້ອນກ້າ​ພັດ​ມາ ແລະ ຕາເວັນ​ກໍ​ສ່ອງ​ແສງ​ກ້າ​ຢູ່​ເໜືອ​ຫົວ​ຂອງ​ໂຢນາ ຈົນ​ລາວ​ເກືອບ​ເປັນ​ລົມ. ລາວ​ຢາກ​ຕາຍ ແລະ ໄດ້​ເວົ້າ​ວ່າ, “ຖ້າ​ຂ້ານ້ອຍ​ຕາຍ​ໄປ​ກໍ​ຄົງ​ດີ​ກວ່າ​ມີ​ຊີວິດ​ຢູ່”.
9 But our Father asked Jonah, "Is it right for you to be angry about the plant?" He said, "It is right—angry enough to die." ແຕ່​ພຣະເຈົ້າ​ໄດ້​ກັບ​ໂຢນາ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ຈະ​ໃຈຮ້າຍ​ເລື່ອງ​ຕົ້ນໄມ້​ນັ້ນ?” ໂຢນາ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ມີ​ສິດ ແລະ ຂ້ານ້ອຍ​ກໍ​ໃຈຮ້າຍ​ຫລາຍ​ຈົນ​ຂ້ານ້ອຍ​ຢາກ​ຕາຍ”.
10 And our Father said, "You pitied the plant you did not work for or grow, which sprouted in a night and died in a night. ແຕ່​ພຣະເຈົ້າຢາເວ​ໄດ້​ເວົ້າ​ວ່າ, “ເຈົ້າ​ເສຍ​ດາຍ​ຕົ້ນໄມ້​ນີ້ ທັງ​ທີ່​ເຈົ້າ​ບໍ່​ໄດ້​ປູກ ຫລື ເບິ່ງແຍງ​ມັນ​ໃຫ້​ໃຫຍ່. ມັນ​ງອກ​ຂຶ້ນ​ໃນ​ເວລາ​ຂ້າມ​ຄືນ ແລະ ຕາຍ​ໄປ​ໃນ​ເວລາ​ຂ້າມ​ຄືນ.
11 And should I not pity Nineveh, that great city, in which there are more than 120,000 people who cannot tell their right hand from their left, and many animals as well?" ແລ້ວ​ນີເນເວ​ເມືອງ​ໃຫຍ່​ທີ່​ມີ​ຄົນ​ຫລາຍ​ກວ່າ 120.000 ຄົນ ເຊິ່ງ​ບໍ່​ຮູ້​ຫຍັງ​ເລີຍ​ວ່າ​ອັນໃດ​ແມ່ນ​ມື​ຊ້າຍ​ອັນ​ໃດ​ແມ່ນ​ມື​ຂວາ ແລະ ຍັງ​ມີ​ສັດ​ລ້ຽງ​ອີກ​ຈຳນວນ​ຫລວງຫລາຍ ບໍ່​ສົມ​ຄວນ​ທີ່​ເຮົາ​ຈະ​ຫ່ວງໃຍ​ເມືອງ​ນີ້​ບໍ?”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]