Skip to content
The Believer's Library

Biblica® Open Lao Contemporary Version

Micah 1 OLCV

Show OLCV only
Verse × ×
1 The word of our Father to Micah of Moresheth in the days of Jotham, Ahaz, and Hezekiah, kings of Judah—what he saw about Samaria and Jerusalem. ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ມາ​ເຖິງ​ມີກາ​ແຫ່ງ​ໂມເຣເຊັດ ໃນ​ສະໄໝ​ຂອງ​ກະສັດ​ໂຢທາມ, ອາຮາດ ແລະ ເຮເຊກີຢາ​ແຫ່ງ​ຢູດາ ຕໍ່​ໄປ​ນີ້​ຄື​ນິມິດ​ທີ່​ມີກາ​ໄດ້​ເຫັນ​ກ່ຽວ​ກັບ​ຊາມາເຣຍ ແລະ ເຢຣູຊາເລັມ.
2 Hear, all you peoples; listen, earth, and all that fills it—let the Sovereign Father be a witness against you, the Sovereign Father from his holy temple. ປະຊາຊາດ​ທັງຫລາຍ, ພວກເຈົ້າ​ທຸກຄົນ, ຈົ່ງ​ຟັງ, ໂລກ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ, ຈົ່ງ​ຟັງ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ເປັນ​ພະຍານ​ກ່າວ​ໂທດ​ພວກເຈົ້າ, ອົງພຣະຜູ້ເປັນເຈົ້າ​ຈາກ​ວິຫານ​ສັກສິດ​ຂອງ​ພຣະອົງ.
3 For look—our Father is coming out from his place; he will come down and tread on the high places of the earth. ເບິ່ງ​ແມ! ພຣະເຈົ້າ​ຢາເວ​ກຳລັງ​ມາ​ຈາກ​ບ່ອນ​ຢູ່​ຂອງ​ພຣະອົງ; ພຣະອົງ​ລົງ​ມາ ແລະ ຢຽບຢ່ຳ​ຢູ່​ເທິງ​ທີ່​ສູງ​ຂອງ​ໂລກ.
4 The mountains will melt beneath him, and the valleys will split apart, like wax before the fire, like waters poured down a steep slope. ພູເຂົາ​ທັງຫລາຍ​ຈະ​ລະລາຍ​ຢູ່​ໃຕ້​ພຣະອົງ ແລະ ຮ່ອມພູ​ທັງຫລາຍ​ຈະ​ແຍກ​ອອກ, ເໝືອນ​ກັບ​ຂີ້ເຜິ້ງ​ທີ່​ຢູ່​ໃກ້​ໄຟ, ແລະ ເໝືອນ​ກັບ​ນ້ຳ​ທີ່​ຫລັ່ງໄຫລ​ລົງ​ມາ​ຕາມ​ເປີ້ນພູ.
5 All this is because Jacob rebelled and the house of Israel sinned. What is Jacob's rebellion? Isn't it Samaria? And what is Judah's high place? Isn't it Jerusalem? ທັງໝົດ​ນີ້​ແມ່ນ​ເປັນ​ເພາະ​ການ​ລ່ວງລະເມີດ​ຂອງ​ຢາໂຄບ, ເປັນ​ເພາະ​ບາບ​ທັງຫລາຍ​ຂອງ​ຄົນ​ອິດສະຣາເອນ. ຢາໂຄບ​ລ່ວງລະເມີດ​ຫຍັງ? ບໍ່​ແມ່ນ​ຊາມາເຣຍ​ບໍ? ສະຖານ​ບູຊາ​ເທິງ​ທີ່​ສູງ​ຂອງ​ຢູດາ​ນັ້ນ​ຄື​ຫຍັງ? ບໍ່​ແມ່ນ​ເຢຣູຊາເລັມ​ບໍ?
6 So I will make Samaria a heap of ruins in the open field, a place for planting vineyards. I will pour her stones down into the valley and lay bare her foundations. “ເຫດສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຊາມາເຣຍ​ເປັນ​ກອງ​ຂີ້ເຫຍື້ອ, ເປັນ​ບ່ອນ​ເຮັດ​ສວນ​ອະງຸ່ນ ເຮົາ​ຈະ​ເທ​ຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ໃນ​ຮ່ອມພູ ແລະ ຈະ​ເຜີຍ​ຮາກຖານ​ຂອງ​ເມືອງ​ນັ້ນ​ອອກ​ມາ.
7 All her carved images will be shattered, all her wages burned in the fire; all her idols I will lay waste. For from a prostitute's wages she gathered them, and to a prostitute's wages they will return. ຮູບເຄົາລົບ​ທັງໝົດ​ຂອງ​ຊາມາເຣຍ​ຈະ​ຖືກ​ທຸບ​ແຕກ​ເປັນ​ປ່ຽງໆ; ເຄື່ອງຖວາຍ​ທັງໝົດ​ໃນ​ວິຫານ​ຂອງ​ເມືອງ​ນັ້ນ​ຈະ​ຖືກ​ໄຟ​ເຜົາ; ເຮົາ​ຈະ​ທຳລາຍ​ຮູບເຄົາລົບ​ທັງໝົດ​ຂອງ​ເມືອງ​ນັ້ນ. ເນື່ອງ​ຈາກ​ຊາມາເຣຍ​ໄດ້​ຮວບຮວມ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ຈາກ​ຄ່າ​ຈ້າງ​ຂອງ​ໂສເພນີ. ຄ່າ​ຈ້າງ​ຂອງ​ໂສເພນີ​ນັ້ນ​ຈະ​ຖືກ​ໃຊ້​ເປັນ​ຄ່າ​ຈ້າງ​ໂສເພນີ​ອີກ”.
8 Because of this I will lament and wail; I will go stripped and naked. I will howl like jackals and moan like ostriches. ດ້ວຍ​ເຫດ​ນີ້​ຂ້ອຍ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນ ຂ້ອຍ​ຈະ​ຍ່າງ​ໄປ​ມາ​ຕີນ​ເປົ່າ ແລະ ເປືອຍກາຍ. ຂ້ອຍ​ຈະ​ຫອນ​ເໝືອນ​ກັບ​ໝາໄນ ແລະ ຄວນຄາງ​ເໝືອນ​ນົກເຄົ້າແມວ.
9 For her wound is incurable; it has come all the way to Judah. It has reached the gate of my people, all the way to Jerusalem. ເພາະ​ບາດແຜ​ຂອງ​ຊາມາເລຍ​ຢຽວຢາ​ບໍ່​ໄດ້ ແລະ ໄດ້​ລາມ​ມາ​ເຖິງ​ຢູດາ​ແລ້ວ. ມາ​ເຖິງ​ປະຕູ​ເມືອງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ອຍ, ມາ​ເຖິງ​ເຢຣູຊາເລັມ.
10 Do not tell it in Gath; do not weep at all. In Beth-le-aphrah roll yourselves in the dust. ຢ່າ​ບອກ​ເລື່ອງ​ນີ້​ໃນ​ເມືອງ​ກາດ; ຢ່າ​ຮ້ອງໄຫ້​ເລີຍ. ຢ່າ​ບອກ​ໃນ​ເບດ​ໂອຟຣາ ຈົ່ງ​ເກືອກ​ໂຕ​ໃນ​ຂີ້ຝຸ່ນ.
11 Pass on your way, you who live in Shaphir, in nakedness and shame. Those who live in Zaanan do not come out; the wailing of Beth-ezel leaves you with no place to stand. ພວກເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຊານເຟຍ, ຈົ່ງ​ໜີ​ໄປ​ຢ່າງ​ເປືອຍກາຍ ແລະ ອັບອາຍ​ຂາຍໜ້າ, ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ຊາອານານ ຈະ​ບໍ່​ອອກ​ມາ. ເບັດເອເຊນ​ກຳລັງ​ໂສກເສົ້າ ການ​ປົກປ້ອງ​ຄຸ້ມຄອງ​ຖືກ​ຍົກ​ໄປ​ຈາກ​ເຈົ້າ​ແລ້ວ.
12 For those who live in Maroth wait anxiously for good, because disaster has come down from our Father to the gate of Jerusalem. ບັນດາ​ຜູ້​ອາໄສ​ຢູ່​ໃນ​ມາໂຣດ​ດີ້ນ​ດ້ວຍ​ຄວາມ​ເຈັບປວດ, ລໍຖ້າ​ການ​ບັນເທົາ​ທຸກ, ເພາະ​ໄພພິບັດ​ທີ່​ຈາກ​ພຣະເຈົ້າ​ຢາເວ ມາ​ເຖິງ​ປະຕູ​ເຢຣູຊາເລັມ​ແລ້ວ.
13 Harness the horses to the chariot, you who live in Lachish. She was the beginning of sin to the daughter of Zion, for in you the rebellions of Israel were found. ພວກເຈົ້າ​ຜູ້​ອາໄສ​ໃນ​ລາກິດ, ຈົ່ງ​ທຽມ​ຝູງ​ມ້າ​ເຂົ້າ​ກັບ​ລົດ​ມ້າໄວ. ພວກເຈົ້າ​ເປັນ​ຜູ້​ທຳອິດ​ທີ່​ນຳ​ລູກ​ສາວ​ແຫ່ງ​ຊີໂອນ​ໃຫ້​ເຮັດ​ບາບ ເພາະ​ໄດ້​ພົບ​ການ​ລ່ວງລະເມີດ​ຂອງ​ອິດສະຣາເອນ​ໃນ​ພວກເຈົ້າ.
14 Therefore you will give parting gifts to Moresheth-gath; the houses of Achzib will be a deception to the kings of Israel. ເຫດສະນັ້ນ​ພວກເຈົ້າ​ຈະ​ໃຫ້​ຂອງຂັວນ​ອຳລາ ແກ່​ໂມເຣເຊັດ​ກັດ. ເມືອງ​ອັກຊິບ​ຈະ​ຖືກ​ຈັບ​ໄດ້​ວ່າ​ຫລອກລວງ ບັນດາ​ກະສັດ​ອິດສະຣາເອນ.
15 Once more I will bring a conqueror against you, you who live in Mareshah; the glory of Israel will come to Adullam. ເຮົາ​ຈະ​ນຳ​ຜູ້ພິຊິດ​ມາ​ຕໍ່ສູ້​ພວກເຈົ້າ ຜູ້​ທີ່​ອາໄສ​ຢູ່​ໃນ​ມາເຣຊາ. ບັນດາ​ຂຸນນາງ​ຂອງ​ອິດສະຣາເອນ ຈະ​ໜີ​ໄປ​ລີ້​ຢູ່​ທີ່​ອາດຸນລຳ.
16 Shave your head and cut off your hair for the children you love; make yourself as bald as the eagle, for they will go from you into exile. ຈົ່ງ​ແຖ​ຫົວ​ຂອງ​ພວກເຈົ້າ​ເພື່ອ​ໄວ້​ທຸກ ໃຫ້​ບັນດາ​ລູກ​ທີ່​ເຈົ້າ​ຊື່ນໃຈ​ນຳ; ຈົ່ງ​ແຖ​ຫົວ​ໃຫ້​ລ້ານ​ເໝືອນ​ແຮ້ງ, ເພາະ​ບັນດາ​ລູກ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]