Skip to content
The Believer's Library

Biblica® Open Lao Contemporary Version

Micah 2 OLCV

Show OLCV only
Verse × ×
1 Woe to those who plot wickedness and work out evil upon their beds! At the morning light they carry it out, because they have the power to do it. ວິບັດ​ແກ່​ບັນດາ​ຜູ້​ທີ່​ວາງ​ແຜນ​ຊົ່ວຮ້າຍ, ບັນດາ​ຜູ້​ທີ່​ຄິດ​ອຸບາຍ​ຊົ່ວຮ້າຍ​ຂະນະ​ນອນ​ຢູ່​ເທິງ​ຕຽງ​ຂອງ​ຕົນ! ເມື່ອ​ຮຸ່ງ​ເຊົ້າ​ມາ​ພວກເຂົາ​ກໍ​ດຳເນີນ​ການ​ຕາມ​ແຜນ​ນັ້ນ ເພາະ​ຢູ່​ໃນ​ອຳນາດ​ທີ່​ພວກເຂົາ​ຈະ​ເຮັດ​ໄດ້.
2 They covet fields and seize them, and houses, and carry them off. They oppress a man and his house, a person and his inheritance. ພວກເຂົາ​ໂລບ​ຢາກ​ໄດ້​ທີ່​ດິນ ແລະ ກໍ​ຢຶດ​ເອົາ ແລະ ຢາກ​ໄດ້​ເຮືອນ​ແລ້ວ​ກໍ​ເອົາ​ໄປ. ພວກເຂົາ​ໄດ້​ໂກງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ, ພວກເຂົາ​ໄດ້​ໂກງ​ເອົາ​ມໍລະດົກ​ຂອງ​ເພື່ອນ​ມະນຸດ.
3 Therefore this is what our Father says: Look, against this family I am devising disaster, from which you cannot pull your necks free; you will not be able to hold your heads high, for it is an evil time. ເຫດສະນັ້ນ, ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ວ່າ: “ເຮົາ​ກຳລັງ​ວາງ​ແຜນ​ນຳ​ໄພພິບັດ​ມາ​ໃຫ້​ແກ່​ຄົນ​ເຫລົ່ານີ້, ເຊິ່ງ​ພວກເຈົ້າ​ບໍ່​ມີ​ທາງ​ຊ່ວຍ​ຕົນ​ເອງ​ໃຫ້​ລອດ​ໄປ​ໄດ້​ເລີຍ. ພວກເຈົ້າ​ຈະ​ບໍ່​ຍ່າງ​ອວດອົ່ງ​ອີກ​ຕໍ່​ໄປ, ເພາະ​ມັນ​ຈະ​ເປັນ​ເວລາ​ແຫ່ງ​ຄວາມ​ພິນາດ.
4 In that day they will take up a taunt against you and wail with bitter lamentation, saying, "We are utterly ruined! He trades away the portion of my people; how he strips it from me! To the traitor he parcels out our fields." ໃນ​ມື້​ນັ້ນ​ຄົນ​ທັງຫລາຍ​ຈະ​ເຢາະເຢີ້ຍ​ພວກເຈົ້າ; ພວກເຂົາ​ຈະ​ເຢາະເຢີ້ຍ​ພວກເຈົ້າ​ດ້ວຍ​ເພງ​ໂສກເສົ້າ​ບົດ​ນີ້​ວ່າ: ‘ພວກເຮົາ​ຖືກ​ທຳລາຍ​ໃຫ້​ພັງ​ພິນາດ; ເຄື່ອງຂອງ​ທີ່​ເປັນ​ກຳມະສິດ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ອຍ​ຖືກ​ຢຶດ​ໄປ​ແບ່ງ​ກັນ. ພຣະອົງ​ຢຶດ​ເອົາ​ໄປ​ຈາກ​ຂ້ອຍ​ແລ້ວ! ພຣະອົງ​ມອບ​ທີ່​ດິນ​ຂອງ​ພວກເຮົາ​ໃຫ້​ແກ່​ບັນດາ​ຄົນ​ທໍລະຍົດ’ ”
5 Therefore you will have no one to cast the measuring line by lot in the assembly of our Father. ເຫດສະນັ້ນ ພວກເຈົ້າ​ຈະ​ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ໃນ​ຊຸມຊົນ​ຂອງ​ພຣະເຈົ້າ​ຢາເວ ມາ​ຈັບ​ສະຫລາກ​ແບ່ງ​ດິນແດນ.
6 "Do not preach!" they preach. "No one should preach such things; disgrace will not overtake us." ບັນດາ​ຜູ້ທຳນວາຍ​ຂອງ​ພວກເຂົາ​ກ່າວ​ວ່າ, “ຢ່າ​ທຳນວາຍ”, “ຢ່າ​ທຳນວາຍ​ກ່ຽວກັບ​ສິ່ງ​ທັງຫລາຍ​ເຫລົ່ານີ້; ຄວາມ​ອັບອາຍ​ຈະ​ມາ​ບໍ່​ເຖິງ​ພວກເຮົາ”.
7 Should this be said, house of Jacob? Is the Spirit of our Father impatient? Are these his deeds? Do not my words bring good to the one who walks uprightly? ພວກເຈົ້າ​ທີ່​ເປັນ​ເຊື້ອສາຍ​ຢາໂຄບ, ຄວນ​ຈະ​ເວົ້າ​ວ່າ, “ພຣະເຈົ້າ​ຢາເວ​ບໍ່​ໄດ້​ອົດທົນ​ບໍ? ພຣະອົງ​ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ບໍ?” “ຖ້ອຍ​ຄຳ​ຂອງ​ເຮົາ​ບໍ່​ໄດ້​ເປັນ​ຜົນ​ດີ ແກ່​ຜູ້​ປະພຶດ​ຢ່າງ​ຊອບທຳ​ບໍ?
8 But lately my children have risen up as an enemy. You strip the rich robe from those who pass by unsuspecting, like men returning from war who wanted no fight. ເມື່ອ​ບໍ່​ດົນ​ມາ​ນີ້​ປະຊາຊົນ​ຂອງ​ເຮົາ​ໄດ້​ລຸກ​ຂຶ້ນ ເໝືອນ​ເປັນ​ສັດຕູ. ພວກເຈົ້າ​ແກ້​ເອົາ​ເສື້ອຄຸມ​ຢ່າງ​ດີ ຈາກ​ບັນດາ​ຜູ້​ທີ່​ຜ່ານ​ໄປ​ໂດຍ​ບໍ່​ລະວັງ, ເໝືອນ​ຄົນ​ທີ່​ຫາ​ກໍ​ກັບ​ມາ​ຈາກ​ການ​ສູ້ຮົບ.
9 You drive the women of my people out of their pleasant homes; from their little children you take away my splendor forever. ພວກເຈົ້າ​ຂັບໄລ່​ແມ່ຍິງ​ໃນ​ທ່າມກາງ​ປະຊາຊົນ​ຂອງ​ຂ້ອຍ​ໃຫ້​ອອກ​ໄປ ຈາກ​ບ້ານ​ອັນ​ຜາສຸກ​ຂອງ​ພວກເຂົາ. ພວກເຈົ້າ​ຢຶດ​ເອົາ​ພອນ​ຂອງ​ຂ້ອຍ​ໄປ ຈາກ​ລູກ​ຫລານ​ຂອງ​ພວກເຂົາ​ຕະຫລອດ​ໄປ.
10 Get up and go, for this is no place of rest; because it is defiled, it brings destruction—a grievous destruction. ຈົ່ງ​ລຸກ​ຂຶ້ນ, ໄປ​ໃຫ້​ພົ້ນ! ເພາະ​ນີ້​ບໍ່​ແມ່ນ​ບ່ອນ​ພັກ​ຂອງ​ພວກເຈົ້າ, ເພາະ​ມັນ​ເປັນມົນທິນ​ແລ້ວ, ມັນ​ໄດ້​ຫັກພັງ​ແລ້ວ ເກີນ​ກວ່າ​ຈະ​ແກ້​ໄຂ​ທັງໝົດ.
11 If a man who lives by empty deceit were to lie, "I will preach to you of wine and alcohol," he would be just the preacher for this people! ຫາກ​ຄົນ​ຕົວະ ແລະ ຄົນ​ຫລອກລວງ​ມາ ແລະ ເວົ້າ​ວ່າ, ‘ຂ້ອຍ​ຈະ​ທຳນວາຍ​ວ່າ​ເຈົ້າ​ຈະ​ມີ​ເຫລົ້າອະງຸ່ນ ແລະ ເບຍ​ຢ່າງ​ເຫລືອ​ເຟືອ’, ລາວ​ກໍ​ຈະ​ເປັນ​ຜູ້ທຳນວາຍ​ທີ່​ຊົນຊາດ​ນີ້​ຕ້ອງການ!
12 I will surely gather all of you, Jacob; I will surely bring together the remnant of Israel. I will set them as one, like sheep in a pen, like a flock in the midst of their pasture—a place loud with people. “ຢາໂຄບ, ເຮົາ​ຈະ​ຮວບຮວມ​ເຈົ້າ​ທັງໝົດ​ຢ່າງ​ແນ່ນອນ, ເຮົາ​ຈະ​ເຕົ້າໂຮມ​ຄົນ​ຢິບ​ມື​ໜຶ່ງ​ທີ່​ເຫລືອ​ຂອງ​ອິດສະຣາເອນ​ກັບ​ຄືນ​ມາ​ຢ່າງ​ແນ່ນອນ. ເຮົາ​ຈະ​ພາ​ພວກເຂົາ​ມາ​ເຕົ້າໂຮມ​ກັນ​ເໝືອນ​ແກະ​ທີ່​ຢູ່​ໃນ​ຄອກ, ເໝືອນ​ຝູງສັດ​ໃນ​ທົ່ງຫຍ້າ; ບ່ອນ​ນັ້ນ​ຈະ​ເຕັມ​ໄປ​ດ້ວຍ​ຄົນ​ທັງຫລາຍ.
13 The one who breaks open the way goes up before them; they break through and pass the gate, going out through it. Their King goes on ahead of them, our Father at their head. ອົງ​ຜູ້​ເບີກ​ທາງ​ຈະ​ຂຶ້ນ​ໜ້າ​ນຳ​ພວກເຂົາ​ໄປ; ພວກເຂົາ​ຈະ​ທະລຸ​ຜ່ານ​ປະຕູ ແລະ ອອກ​ໄປ. ກະສັດ​ຂອງ​ພວກເຂົາ​ຈະ​ຜ່ານ​ຂຶ້ນ​ໜ້າ​ພວກເຂົາ, ພຣະເຈົ້າ​ຢາເວ​ນຳ​ໜ້າ​ພວກເຂົາ​ໄປ”.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]