Skip to content
The Believer's Library

Biblica® Open Lao Contemporary Version

Micah 3 OLCV

Show OLCV only
Verse × ×
1 Then I said: Listen, leaders of Jacob, rulers of the house of Israel! Isn't knowing justice your duty? ແລ້ວ​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ບັນດາ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ, ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ. ພວກທ່ານ​ຄວນ​ຈະ​ຮູ້​ຈັກ​ຄວາມ​ຍຸຕິທຳ​ບໍ່​ແມ່ນ​ບໍ?
2 You who hate good and love evil, who tear the skin from my people and their flesh from their bones; ພວກທ່ານ​ຊັງ​ຄວາມ​ດີ ແລະ ຮັກ​ຄວາມ​ຊົ່ວ; ພວກທ່ານ​ຜູ້​ຈີກ​ໜັງ​ປະຊາຊົນ​ຂອງ​ເຮົາ ແລະ ຈີກ​ຊີ້ນ​ຈາກ​ກະດູກ​ຂອງ​ພວກເຂົາ;
3 who eat the flesh of my people, strip off their skin, and break their bones in pieces; who chop them up like meat for the pot, like flesh inside the cauldron. ຜູ້​ກິນ​ຊີ້ນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ, ລອກ​ໜັງ​ຂອງ​ພວກເຂົາ​ອອກ ແລະ ຫັກ​ກະດູກ​ເປັນ​ຕ່ອນ​ນ້ອຍໆ; ຜູ້​ຫັ່ນ​ພວກເຂົາ​ເໝືອນ​ຫັ່ນ​ຊີ້ນ​ໃສ່​ກະທະ, ເໝືອນ​ຫັ່ນ​ຊີ້ນ​ໃສ່​ໝໍ້”
4 Then they will cry out to our Father, but he will not answer them; he will hide his face from them at that time, because of the evil they have done. ຫລັງຈາກນັ້ນ ພວກເຂົາ​ຈະ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ, ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຂົາ. ເທື່ອ​ນັ້ນ​ພຣະອົງ​ຈະ​ເຊື່ອງ​ໃບໜ້າ​ຂອງພຣະອົງ​ຈາກ​ພວກເຂົາ ເພາະ​ຄວາມ​ຊົ່ວ​ທີ່​ພວກເຂົາ​ໄດ້​ເຮັດ.
5 This is what our Father says about the prophets who lead my people astray: when they are fed, they cry "Peace," but declare war on anyone who puts nothing in their mouths. ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ: “ສຳລັບ​ບັນດາ​ຜູ້ທຳນວາຍ ຜູ້​ທີ່​ນຳ​ປະຊາຊົນ​ຂອງ​ເຮົາ​ຕະເຫລີດ​ໄປ, ຫາກ​ຜູ້ໃດ​ລ້ຽງດູ​ພວກເຂົາ ພວກເຂົາ​ກໍ​ຈະ​ປະກາດ​ວ່າ ‘ຈົ່ງ​ມີ​ສັນຕິສຸກ’ ຜູ້ໃດ​ບໍ່​ລ້ຽງດູ​ພວກເຂົາ ພວກເຂົາ​ກໍ​ຕຽມ​ຈະ​ເຮັດ​ເສິກ​ນໍາ​ຜູ້​ນັ້ນ.
6 Therefore night will come over you, without vision; darkness for you, without divination. The sun will set on the prophets, and the day will go dark over them. ເຫດສະນັ້ນ ຄ່ຳ​ຄືນ​ຈະ​ມາ​ເຖິງ​ພວກເຈົ້າ ພວກເຈົ້າ​ຈະ​ບໍ່​ເຫັນ​ນິມິດ​ໃດໆ, ແລະ ຄວາມ​ມືດ​ມາ​ເຖິງ​ເຈົ້າ ບໍ່​ມີ​ການ​ທຳນວາຍ​ໃດໆ. ຕາເວັນ​ຈະ​ລັບ​ໄປ​ສຳລັບ​ບັນດາ​ຜູ້ທຳນວາຍ, ແລະ ກາງເວັນ​ຈະ​ມືດ​ໄປ​ສຳລັບ​ພວກເຂົາ.
7 The seers will be ashamed and the diviners disgraced; they will all cover their mouths in shame, for there is no answer from our Father. ຜູ້ພະຍາກອນ​ຈະ​ຖືກ​ອັບອາຍ ແລະ ໝໍດູ​ຈະ​ຂາຍໜ້າ. ພວກເຂົາ​ທຸກຄົນ​ຈະ​ເອົາ​ມື​ປິດ​ໜ້າ​ຂອງ​ຕົນ ເພາະ​ບໍ່​ມີ​ຄຳ​ຕອບ​ຈາກ​ພຣະເຈົ້າ”.
8 But as for me, I am filled with power—with the Spirit of our Father—and with justice and might, to declare to Jacob his rebellion and to Israel his sin. ແຕ່​ສ່ວນ​ຂ້າພະເຈົ້າ ຂ້າພະເຈົ້າ​ແມ່ນ​ເຕັມ​ດ້ວຍ​ລິດອຳນາດ, ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ, ແລະ ເຕັມ​ດ້ວຍ​ຄວາມ​ຍຸຕິທຳ​ກັບ​ກຳລັງ, ເພື່ອ​ປະກາດ​ໃຫ້​ຢາໂຄບ​ຮູ້​ເຖິງ​ການ​ລ່ວງລະເມີດ​ຂອງ​ເພິ່ນ ແລະ ໃຫ້​ອິດສະຣາເອນ​ຮູ້​ເຖິງ​ຄວາມ​ບາບ​ຂອງ​ຕົນ.
9 Hear this, you leaders of the house of Jacob and rulers of the house of Israel, who despise justice and pervert everything that is right, ພວກທ່ານ​ທີ່​ເປັນ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ, ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ, ຜູ້​ຊັງ​ຄວາມ​ຍຸຕິທຳ ແລະ ບິດ​ເບືອນ​ຄວາມ​ຖືກຕ້ອງ​ທຸກ​ຢ່າງ;
10 who build Zion with bloodshed and Jerusalem with wrongdoing. ຜູ້​ສ້າງ​ຊີໂອນ​ຂຶ້ນ​ຈາກ​ການ​ຂ້າ​ຄົນ, ສ້າງ​ເຢຣູຊາເລັມ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ.
11 Her leaders judge for a bribe, her priests teach for a price, and her prophets divine for silver; yet they lean on our Father and say, "Is not our Father among us? No disaster can come upon us." ບັນດາ​ຜູ້ນຳ​ຂອງ​ດິນແດນ​ນີ້​ຕັດສິນ​ຄວາມ​ໂດຍ​ເຫັນ​ແກ່​ສິນບົນ, ບັນດາ​ປະໂລຫິດ​ຂອງ​ດິນແດນ​ນີ້​ສັ່ງສອນ​ໂດຍ​ເຫັນ​ແກ່​ລາງວັນ, ແລະ ບັນດາ​ຜູ້ທຳນວາຍ​ຂອງ​ດິນແດນ​ນີ້​ທຳນວາຍ​ເພື່ອ​ເງິນ. ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ເພິ່ງ​ພາ​ພຣະເຈົ້າ​ຢາເວ ແລະ ກ່າວ​ວ່າ, “ພຣະເຈົ້າ​ຢາເວ​ຢູ່​ທ່າມກາງ​ພວກເຮົາ​ບໍ່​ແມ່ນ​ບໍ? ຈະ​ບໍ່​ມີ​ໄພພິບັດ​ໃດ​ມາ​ເຖິງ​ພວກເຮົາ​ເລີຍ”.
12 Therefore because of you Zion will be plowed like a field, Jerusalem will become a heap of ruins, and the temple mount a forested hilltop. ເຫດສະນັ້ນ ເພາະ​ພວກເຈົ້າ ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ກັບ​ທົ່ງນາ, ເຢຣູຊາເລັມ​ຈະ​ກາຍເປັນ​ກອງ​ຂີ້ເຫຍື້ອ, ພູເຂົາ​ທີ່​ເປັນ​ທີ່​ຕັ້ງ​ຂອງ​ວິຫານ​ຈະ​ກາຍເປັນ​ປ່າ​ຮົກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]