Skip to content
The Believer's Library

Biblica® Open Lao Contemporary Version

Micah 3 OLCV

Side by side with the Father's Heart Bible™

ຕຳໜິ​ຜູ້ນຳ ແລະ ຜູ້​ທຳນວາຍ

1ແລ້ວ​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ,“ບັນດາ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ,ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ.ພວກທ່ານ​ຄວນ​ຈະ​ຮູ້​ຈັກ​ຄວາມ​ຍຸຕິທຳ​ບໍ່​ແມ່ນ​ບໍ?

2ພວກທ່ານ​ຊັງ​ຄວາມ​ດີ ແລະ ຮັກ​ຄວາມ​ຊົ່ວ;ພວກທ່ານ​ຜູ້​ຈີກ​ໜັງ​ປະຊາຊົນ​ຂອງ​ເຮົາແລະ ຈີກ​ຊີ້ນ​ຈາກ​ກະດູກ​ຂອງ​ພວກເຂົາ;

3ຜູ້​ກິນ​ຊີ້ນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ,ລອກ​ໜັງ​ຂອງ​ພວກເຂົາ​ອອກແລະ ຫັກ​ກະດູກ​ເປັນ​ຕ່ອນ​ນ້ອຍໆ;ຜູ້​ຫັ່ນ​ພວກເຂົາ​ເໝືອນ​ຫັ່ນ​ຊີ້ນ​ໃສ່​ກະທະ,ເໝືອນ​ຫັ່ນ​ຊີ້ນ​ໃສ່​ໝໍ້”

4ຫລັງຈາກນັ້ນ ພວກເຂົາ​ຈະ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ,ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຂົາ.ເທື່ອ​ນັ້ນ​ພຣະອົງ​ຈະ​ເຊື່ອງ​ໃບໜ້າ​ຂອງພຣະອົງ​ຈາກ​ພວກເຂົາເພາະ​ຄວາມ​ຊົ່ວ​ທີ່​ພວກເຂົາ​ໄດ້​ເຮັດ.

5ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:“ສຳລັບ​ບັນດາ​ຜູ້ທຳນວາຍຜູ້​ທີ່​ນຳ​ປະຊາຊົນ​ຂອງ​ເຮົາ​ຕະເຫລີດ​ໄປ,ຫາກ​ຜູ້ໃດ​ລ້ຽງດູ​ພວກເຂົາພວກເຂົາ​ກໍ​ຈະ​ປະກາດ​ວ່າ ‘ຈົ່ງ​ມີ​ສັນຕິສຸກ’ຜູ້ໃດ​ບໍ່​ລ້ຽງດູ​ພວກເຂົາພວກເຂົາ​ກໍ​ຕຽມ​ຈະ​ເຮັດ​ເສິກ​ນໍາ​ຜູ້​ນັ້ນ.

6ເຫດສະນັ້ນ ຄ່ຳ​ຄືນ​ຈະ​ມາ​ເຖິງ​ພວກເຈົ້າ ພວກເຈົ້າ​ຈະ​ບໍ່​ເຫັນ​ນິມິດ​ໃດໆ,ແລະ ຄວາມ​ມືດ​ມາ​ເຖິງ​ເຈົ້າ ບໍ່​ມີ​ການ​ທຳນວາຍ​ໃດໆ.ຕາເວັນ​ຈະ​ລັບ​ໄປ​ສຳລັບ​ບັນດາ​ຜູ້ທຳນວາຍ,ແລະ ກາງເວັນ​ຈະ​ມືດ​ໄປ​ສຳລັບ​ພວກເຂົາ.

7ຜູ້ພະຍາກອນ​ຈະ​ຖືກ​ອັບອາຍແລະ ໝໍດູ​ຈະ​ຂາຍໜ້າ.ພວກເຂົາ​ທຸກຄົນ​ຈະ​ເອົາ​ມື​ປິດ​ໜ້າ​ຂອງ​ຕົນເພາະ​ບໍ່​ມີ​ຄຳ​ຕອບ​ຈາກ​ພຣະເຈົ້າ”.

8ແຕ່​ສ່ວນ​ຂ້າພະເຈົ້າ ຂ້າພະເຈົ້າ​ແມ່ນ​ເຕັມ​ດ້ວຍ​ລິດອຳນາດ,ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ,ແລະ ເຕັມ​ດ້ວຍ​ຄວາມ​ຍຸຕິທຳ​ກັບ​ກຳລັງ,ເພື່ອ​ປະກາດ​ໃຫ້​ຢາໂຄບ​ຮູ້​ເຖິງ​ການ​ລ່ວງລະເມີດ​ຂອງ​ເພິ່ນແລະ ໃຫ້​ອິດສະຣາເອນ​ຮູ້​ເຖິງ​ຄວາມ​ບາບ​ຂອງ​ຕົນ.

9ພວກທ່ານ​ທີ່​ເປັນ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ,ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ,ຜູ້​ຊັງ​ຄວາມ​ຍຸຕິທຳແລະ ບິດ​ເບືອນ​ຄວາມ​ຖືກຕ້ອງ​ທຸກ​ຢ່າງ;

10ຜູ້​ສ້າງ​ຊີໂອນ​ຂຶ້ນ​ຈາກ​ການ​ຂ້າ​ຄົນ,ສ້າງ​ເຢຣູຊາເລັມ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ.

11ບັນດາ​ຜູ້ນຳ​ຂອງ​ດິນແດນ​ນີ້​ຕັດສິນ​ຄວາມ​ໂດຍ​ເຫັນ​ແກ່​ສິນບົນ,ບັນດາ​ປະໂລຫິດ​ຂອງ​ດິນແດນ​ນີ້​ສັ່ງສອນ​ໂດຍ​ເຫັນ​ແກ່​ລາງວັນ,ແລະ ບັນດາ​ຜູ້ທຳນວາຍ​ຂອງ​ດິນແດນ​ນີ້​ທຳນວາຍ​ເພື່ອ​ເງິນ.ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ເພິ່ງ​ພາ​ພຣະເຈົ້າ​ຢາເວ ແລະ ກ່າວ​ວ່າ,“ພຣະເຈົ້າ​ຢາເວ​ຢູ່​ທ່າມກາງ​ພວກເຮົາ​ບໍ່​ແມ່ນ​ບໍ?ຈະ​ບໍ່​ມີ​ໄພພິບັດ​ໃດ​ມາ​ເຖິງ​ພວກເຮົາ​ເລີຍ”.

12ເຫດສະນັ້ນ ເພາະ​ພວກເຈົ້າຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ກັບ​ທົ່ງນາ,ເຢຣູຊາເລັມ​ຈະ​ກາຍເປັນ​ກອງ​ຂີ້ເຫຍື້ອ,ພູເຂົາ​ທີ່​ເປັນ​ທີ່​ຕັ້ງ​ຂອງ​ວິຫານ​ຈະ​ກາຍເປັນ​ປ່າ​ຮົກ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]