Skip to content
The Believer's Library

Biblica® Open Lao Contemporary Version

Micah 1 OLCV

Side by side with the Father's Heart Bible™

1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ທີ່​ໄດ້​ມາ​ເຖິງ​ມີກາ​ແຫ່ງ​ໂມເຣເຊັດ ໃນ​ສະໄໝ​ຂອງ​ກະສັດ​ໂຢທາມ, ອາຮາດ ແລະ ເຮເຊກີຢາ​ແຫ່ງ​ຢູດາ ຕໍ່​ໄປ​ນີ້​ຄື​ນິມິດ​ທີ່​ມີກາ​ໄດ້​ເຫັນ​ກ່ຽວ​ກັບ​ຊາມາເຣຍ ແລະ ເຢຣູຊາເລັມ.

2ປະຊາຊາດ​ທັງຫລາຍ, ພວກເຈົ້າ​ທຸກຄົນ, ຈົ່ງ​ຟັງ,ໂລກ ແລະ ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ, ຈົ່ງ​ຟັງ,ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈະ​ເປັນ​ພະຍານ​ກ່າວ​ໂທດ​ພວກເຈົ້າ,ອົງພຣະຜູ້ເປັນເຈົ້າ​ຈາກ​ວິຫານ​ສັກສິດ​ຂອງ​ພຣະອົງ.

ຄຳ​ພິພາກສາ​ຊາມາເຣຍ ແລະ ເຢຣູຊາເລັມ

3ເບິ່ງ​ແມ! ພຣະເຈົ້າ​ຢາເວ​ກຳລັງ​ມາ​ຈາກ​ບ່ອນ​ຢູ່​ຂອງ​ພຣະອົງ;ພຣະອົງ​ລົງ​ມາ ແລະ ຢຽບຢ່ຳ​ຢູ່​ເທິງ​ທີ່​ສູງ​ຂອງ​ໂລກ.

4ພູເຂົາ​ທັງຫລາຍ​ຈະ​ລະລາຍ​ຢູ່​ໃຕ້​ພຣະອົງແລະ ຮ່ອມພູ​ທັງຫລາຍ​ຈະ​ແຍກ​ອອກ,ເໝືອນ​ກັບ​ຂີ້ເຜິ້ງ​ທີ່​ຢູ່​ໃກ້​ໄຟ,ແລະ ເໝືອນ​ກັບ​ນ້ຳ​ທີ່​ຫລັ່ງໄຫລ​ລົງ​ມາ​ຕາມ​ເປີ້ນພູ.

5ທັງໝົດ​ນີ້​ແມ່ນ​ເປັນ​ເພາະ​ການ​ລ່ວງລະເມີດ​ຂອງ​ຢາໂຄບ,ເປັນ​ເພາະ​ບາບ​ທັງຫລາຍ​ຂອງ​ຄົນ​ອິດສະຣາເອນ.ຢາໂຄບ​ລ່ວງລະເມີດ​ຫຍັງ?ບໍ່​ແມ່ນ​ຊາມາເຣຍ​ບໍ?ສະຖານ​ບູຊາ​ເທິງ​ທີ່​ສູງ​ຂອງ​ຢູດາ​ນັ້ນ​ຄື​ຫຍັງ?ບໍ່​ແມ່ນ​ເຢຣູຊາເລັມ​ບໍ?

6“ເຫດສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຊາມາເຣຍ​ເປັນ​ກອງ​ຂີ້ເຫຍື້ອ,ເປັນ​ບ່ອນ​ເຮັດ​ສວນ​ອະງຸ່ນເຮົາ​ຈະ​ເທ​ຫີນ​ທີ່​ໃຊ້​ສ້າງ​ເມືອງ​ນັ້ນ​ລົງ​ໃນ​ຮ່ອມພູແລະ ຈະ​ເຜີຍ​ຮາກຖານ​ຂອງ​ເມືອງ​ນັ້ນ​ອອກ​ມາ.

7ຮູບເຄົາລົບ​ທັງໝົດ​ຂອງ​ຊາມາເຣຍ​ຈະ​ຖືກ​ທຸບ​ແຕກ​ເປັນ​ປ່ຽງໆ;ເຄື່ອງຖວາຍ​ທັງໝົດ​ໃນ​ວິຫານ​ຂອງ​ເມືອງ​ນັ້ນ​ຈະ​ຖືກ​ໄຟ​ເຜົາ;ເຮົາ​ຈະ​ທຳລາຍ​ຮູບເຄົາລົບ​ທັງໝົດ​ຂອງ​ເມືອງ​ນັ້ນ.ເນື່ອງ​ຈາກ​ຊາມາເຣຍ​ໄດ້​ຮວບຮວມ​ເຄື່ອງຖວາຍ​ຂອງ​ຕົນ​ມາ​ຈາກ​ຄ່າ​ຈ້າງ​ຂອງ​ໂສເພນີ.ຄ່າ​ຈ້າງ​ຂອງ​ໂສເພນີ​ນັ້ນ​ຈະ​ຖືກ​ໃຊ້​ເປັນ​ຄ່າ​ຈ້າງ​ໂສເພນີ​ອີກ”.

ຮ້ອງໄຫ້ ແລະ ຄ່ຳຄວນ

8ດ້ວຍ​ເຫດ​ນີ້​ຂ້ອຍ​ຈະ​ຮ້ອງໄຫ້ ແລະ ຄ່ຳຄວນຂ້ອຍ​ຈະ​ຍ່າງ​ໄປ​ມາ​ຕີນ​ເປົ່າ ແລະ ເປືອຍກາຍ.ຂ້ອຍ​ຈະ​ຫອນ​ເໝືອນ​ກັບ​ໝາໄນແລະ ຄວນຄາງ​ເໝືອນ​ນົກເຄົ້າແມວ.

9ເພາະ​ບາດແຜ​ຂອງ​ຊາມາເລຍ​ຢຽວຢາ​ບໍ່​ໄດ້ແລະ ໄດ້​ລາມ​ມາ​ເຖິງ​ຢູດາ​ແລ້ວ.ມາ​ເຖິງ​ປະຕູ​ເມືອງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຂ້ອຍ,ມາ​ເຖິງ​ເຢຣູຊາເລັມ.

10ຢ່າ​ບອກ​ເລື່ອງ​ນີ້​ໃນ​ເມືອງ​ກາດ;ຢ່າ​ຮ້ອງໄຫ້​ເລີຍ.ຢ່າ​ບອກ​ໃນ​ເບດ​ໂອຟຣາຈົ່ງ​ເກືອກ​ໂຕ​ໃນ​ຂີ້ຝຸ່ນ.

11ພວກເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຊານເຟຍ,ຈົ່ງ​ໜີ​ໄປ​ຢ່າງ​ເປືອຍກາຍ ແລະ ອັບອາຍ​ຂາຍໜ້າ,ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ຊາອານານຈະ​ບໍ່​ອອກ​ມາ.ເບັດເອເຊນ​ກຳລັງ​ໂສກເສົ້າການ​ປົກປ້ອງ​ຄຸ້ມຄອງ​ຖືກ​ຍົກ​ໄປ​ຈາກ​ເຈົ້າ​ແລ້ວ.

12ບັນດາ​ຜູ້​ອາໄສ​ຢູ່​ໃນ​ມາໂຣດ​ດີ້ນ​ດ້ວຍ​ຄວາມ​ເຈັບປວດ,ລໍຖ້າ​ການ​ບັນເທົາ​ທຸກ,ເພາະ​ໄພພິບັດ​ທີ່​ຈາກ​ພຣະເຈົ້າ​ຢາເວມາ​ເຖິງ​ປະຕູ​ເຢຣູຊາເລັມ​ແລ້ວ.

13ພວກເຈົ້າ​ຜູ້​ອາໄສ​ໃນ​ລາກິດ,ຈົ່ງ​ທຽມ​ຝູງ​ມ້າ​ເຂົ້າ​ກັບ​ລົດ​ມ້າໄວ.ພວກເຈົ້າ​ເປັນ​ຜູ້​ທຳອິດ​ທີ່​ນຳ​ລູກ​ສາວ​ແຫ່ງ​ຊີໂອນ​ໃຫ້​ເຮັດ​ບາບເພາະ​ໄດ້​ພົບ​ການ​ລ່ວງລະເມີດ​ຂອງ​ອິດສະຣາເອນ​ໃນ​ພວກເຈົ້າ.

14ເຫດສະນັ້ນ​ພວກເຈົ້າ​ຈະ​ໃຫ້​ຂອງຂັວນ​ອຳລາແກ່​ໂມເຣເຊັດ​ກັດ.ເມືອງ​ອັກຊິບ​ຈະ​ຖືກ​ຈັບ​ໄດ້​ວ່າ​ຫລອກລວງບັນດາ​ກະສັດ​ອິດສະຣາເອນ.

15ເຮົາ​ຈະ​ນຳ​ຜູ້ພິຊິດ​ມາ​ຕໍ່ສູ້​ພວກເຈົ້າຜູ້​ທີ່​ອາໄສ​ຢູ່​ໃນ​ມາເຣຊາ.ບັນດາ​ຂຸນນາງ​ຂອງ​ອິດສະຣາເອນຈະ​ໜີ​ໄປ​ລີ້​ຢູ່​ທີ່​ອາດຸນລຳ.

16ຈົ່ງ​ແຖ​ຫົວ​ຂອງ​ພວກເຈົ້າ​ເພື່ອ​ໄວ້​ທຸກໃຫ້​ບັນດາ​ລູກ​ທີ່​ເຈົ້າ​ຊື່ນໃຈ​ນຳ;ຈົ່ງ​ແຖ​ຫົວ​ໃຫ້​ລ້ານ​ເໝືອນ​ແຮ້ງ,ເພາະ​ບັນດາ​ລູກ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]