Skip to content
The Believer's Library

Biblica® Open Lao Contemporary Version

Jonah 1 OLCV

Show OLCV only
Verse × ×
1 Now the word of our Father came to Jonah son of Amittai: ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາ​ເຖິງ​ໂຢນາ ລູກຊາຍ​ຂອງ​ອາມິດໄຕ​ວ່າ:
2 "Get up, go to Nineveh, that great city, and cry out against it, for their evil has risen before me." “ຈົ່ງ​ໄປ​ຍັງ​ນີເນເວ​ເມືອງ​ໃຫຍ່ ແລະ ເທດສະໜາ​ຕັກເຕືອນ​ເມືອງ​ນັ້ນ, ເພາະ​ຄວາມ​ຊົ່ວຊ້າ​ຂອງ​ເມືອງ​ນັ້ນ​ດັງ​ຂຶ້ນ​ມາ​ຕໍ່ໜ້າ​ເຮົາ”.
3 But Jonah set out to flee to Tarshish, away from our Father's presence. He went down to Joppa, found a ship bound for Tarshish, paid its fare, and boarded to go with them to Tarshish, away from our Father's presence. ແຕ່​ໂຢນາ​ໄດ້​ປົບ​ໜີ​ຈາກ​ພຣະເຈົ້າຢາເວ ແລະ ມຸ່ງ​ໜ້າ​ໄປ​ທີ່​ເມືອງ​ຕາກຊິດ. ລາວ​ໄດ້​ເດີນທາງ​ໄປ​ທີ່​ຢົບປາ, ບ່ອນ​ທີ່​ລາວ​ພົບ​ເຮືອ​ທີ່​ຈະ​ໄປ​ເມືອງ​ນັ້ນ. ຫລັງຈາກ​ຈ່າຍ​ຄ່າ​ໂດຍສານ​ແລ້ວ, ລາວ​ກໍ​ໄດ້​ຂຶ້ນ​ເຮືອ ແລະ ເດີນ​ທາງ​ໄປ​ທີ່​ທາຣາສິດ​ເພື່ອ​ໜີ​ໄປ​ຈາກ​ພຣະເຈົ້າຢາເວ.
4 Then our Father hurled a great wind at the sea; a violent storm arose, and the ship seemed about to break apart. ແລ້ວ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ພະຍຸ​ໃຫຍ່​ເໜືອ​ທະເລ ແລະ ພະຍຸ​ໄດ້​ພັດ​ກະໜ່ຳ​ຈົນ​ເຮືອ​ເກືອບ​ຈະ​ແຕກ.
5 The sailors were terrified, each crying to his own god. They threw the ship's cargo into the sea to lighten it. But Jonah had gone below deck, where he lay fast asleep. ລູກ​ເຮືອ​ທັງໝົດ​ພາ​ກັນ​ຢ້ານ​ຫລາຍ ແລະ ຕ່າງ​ກໍ​ຮ້ອງ​ໃຫ້​ພະ​ຂອງ​ຕົນ​ມາ​ຊ່ວຍ ແລະ ພວກເຂົາ​ໄດ້​ໂຍນ​ສິນຄ້າ​ຖິ້ມ​ໄປ​ເພື່ອ​ໃຫ້​ເຮືອ​ເບົາ​ລົງ. ສ່ວນ​ໂຢນາ​ແມ່ນ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ຫ້ອງ​ທາງ​ໃນ​ເຮືອ.
6 The captain came and said, "How can you sleep? Get up, call on your god! Maybe he will notice us, and we won't perish." ນາຍ​ເຮືອ​ຈຶ່ງ​ໄປ​ຫາ​ລາວ ແລະ ເວົ້າ​ວ່າ, “ເຈົ້າ​ນອນຫລັບ​ຢູ່​ໄດ້​ແນວໃດ? ຈົ່ງ​ລຸກ​ຂຶ້ນ​ມາ ແລະ ຮ້ອງ​ຫາ​ພຣະເຈົ້າ​ຂອງ​ເຈົ້າ​ຊ່ວຍ! ເພື່ອ​ພຣະອົງ​ຈະ​ກະລຸນາ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ລອດ​ຕາຍ”.
7 The men said to each other, "Come, let's cast lots to find who's to blame for this disaster on us." They cast lots, and it fell on Jonah. ແລ້ວ​ລູກ​ເຮືອ​ທັງຫລາຍ​ກໍ​ໄດ້​ເວົ້າ​ກັນ​ວ່າ, “ມາ! ໃຫ້​ພວກເຮົາ​ຈັບ​ສະຫລາກ​ເພື່ອ​ໃຫ້​ຮູ້​ວ່າ​ຜູ້ໃດ​ທີ່​ເປັນ​ຕົ້ນເຫດ​ເຮັດ​ໃຫ້​ເກີດ​ໄພພິບັດ​ຄັ້ງ​ນີ້”. ພວກເຂົາ​ຈຶ່ງ​ຈັບ​ສະຫລາກ ແລະ ສະຫລາກ​ໄດ້​ຕົກ​ຖືກ​ໂຢນາ.
8 They said to him, "Tell us—you who have brought this disaster on us—what do you do? Where do you come from? What is your country? What people are you from?" ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຖາມ​ໂຢນາ​ວ່າ, “ຈົ່ງ​ບອກ​ພວກເຮົາ​ມາ​ວ່າ, ຜູ້ໃດ​ເປັນ​ຕົ້ນເຫດ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຮົາ​ໃນ​ເທື່ອ​ນີ້? ເຈົ້າ​ເຮັດ​ວຽກ​ຫຍັງ? ເຈົ້າ​ມາ​ຈາກ​ໃສ? ເຈົ້າ​ຢູ່​ປະເທດ​ໃດ? ເຈົ້າ​ເປັນ​ຄົນ​ຊາດ​ໃດ?”
9 He answered, "I am a Hebrew, and I fear our Father, the Father of heaven, who made the sea and the dry land." ໂຢນາ​ໄດ້​ຕອບ​ວ່າ, “ຂ້ອຍ​ເປັນ​ຊາວ​ເຮັບເຣີ ແລະ ຂ້ອຍ​ນະມັດສະການ​ພຣະເຈົ້າຢາເວ, ພຣະເຈົ້າ​ແຫ່ງ​ຟ້າ​ສະຫວັນ ຜູ້​ສ້າງ​ທະເລ ແລະ ແຜ່ນດິນ”.
10 Then the men were terrified and said, "What have you done?" For they knew he was fleeing from our Father's presence, because he had told them. ສິ່ງ​ນີ້​ເຮັດ​ໃຫ້​ພວກເຂົາ​ຕົກ​ໃຈ​ຢ້ານ​ຫລາຍ ແລະ ພວກເຂົາ​ໄດ້​ຖາມ​ວ່າ, “ເຈົ້າ​ເຮັດ​ຫຍັງ​ລົງ​ໄປ?” (ພວກເຂົາ​ຮູ້​ວ່າ​ໂຢນາ​ກຳລັງ​ປົບ​ໜີ​ຈາກ​ພຣະເຈົ້າຢາເວ, ເພາະ​ໂຢນາ​ໄດ້​ເລົ່າ​ໃຫ້​ພວກເຂົາ​ຟັງ​ກ່ອນ​ໜ້າ​ນີ້​ແລ້ວ).
11 Then they said to him, "What should we do to you to calm the sea for us?"—for the sea grew stormier and stormier. ທະເລ​ໄດ້​ພັດ​ແຮງ​ຂຶ້ນ​ເລື້ອຍໆ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຖາມ​ໂຢນາ​ວ່າ, “ພວກເຮົາ​ຄວນ​ເຮັດ​ກັບ​ເຈົ້າ​ແນວໃດ ທະເລ​ຈຶ່ງ​ຈະ​ສະຫງົບ​ລົງ?”
12 He told them, "Lift me up and throw me into the sea, and it will calm for you. I know this great storm came on you because of me." ໂຢນາ​ໄດ້​ຕອບ​ວ່າ, “ອູ້ມ​ຂ້ອຍ​ແລ້ວ​ຖິ້ມ​ລົງ​ໃນ​ທະເລ ແລະ ທະເລ​ກໍ​ຈະ​ສະຫງົບ​ລົງ. ຂ້ອຍ​ຮູ້​ວ່າ​ທີ່​ມັນ​ເກີດ​ພະຍຸ​ໃຫຍ່​ຄັ້ງ​ນີ້​ກັບ​ພວກເຈົ້າ​ກໍ​ເພາະ​ຂ້ອຍ​ຜິດ​ເອງ”.
13 Instead the men rowed hard to reach land, but could not, for the sea grew wilder and wilder against them. ຄົນ​ເຫລົ່ານັ້ນ​ໄດ້​ພັດ​ພະຍາຍາມ​ພາຍ​ເຮືອ​ກັບ​ເຂົ້າ​ຝັ່ງ. ແຕ່​ພວກເຂົາ​ບໍ່​ສາມາດ​ເຮັດ​ໄດ້, ເພາະ​ທະເລ​ຍິ່ງ​ພັດ​ແຮງ​ຂຶ້ນ​ກວ່າ​ເກົ່າ.
14 So they cried out to our Father: "Please, God, don't let us die for taking this man's life. Don't hold us guilty of innocent blood, for you have done as you pleased." ດັ່ງນັ້ນ ພວກເຂົາ​ຈຶ່ງ​ຮ້ອງ​ຫາ​ພຣະເຈົ້າຢາເວ​ວ່າ, “ຂ້າ​ແດ່​ພຣະເຈົ້າຢາເວ ຂໍ​ໂຜດ​ຢ່າ​ໃຫ້​ພວກເຮົາ​ຕ້ອງ​ຕາຍ​ເພາະ​ເອົາ​ຊີວິດ​ຂອງ​ຊາຍ​ຜູ້​ນີ້​ເລີຍ. ຢ່າ​ໃຫ້​ພວກເຮົາ​ຕ້ອງ​ຮັບ​ໂທດ​ທີ່​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ​ເລີຍ, ຂ້າ​ແດ່​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ພໍໃຈ”.
15 Then they picked Jonah up and hurled him into the sea, and the raging sea grew calm. ຫລັງ​ຈາກ​ນັ້ນ ພວກເຂົາ​ກໍ​ໄດ້​ຈັບ​ໂຢນາ​ແລ້ວ​ໂຍນ​ລາວ​ລົງ​ຈາກ​ເຮືອ ແລະ ພະຍຸ​ທີ່​ພັດ​ແຮງ​ກໍ​ສະຫງົບ​ລົງ.
16 The men then feared our Father greatly, offered a sacrifice to our Father, and made vows. ຄົນ​ທັງຫລາຍ​ຈຶ່ງ​ຢຳເກງ​ພຣະເຈົ້າຢາເວ​ຫລາຍ ແລະ ພວກເຂົາ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພຣະເຈົ້າຢາເວ ແລະ ໄດ້​ປະຕິຍານ​ຕໍ່​ພຣະອົງ.
17 Now our Father appointed a great fish to swallow Jonah, and Jonah was in the belly of the fish three days and three nights. ແຕ່​ພຣະເຈົ້າຢາເວ​ໄດ້​ໃຊ້​ປາ​ໃຫຍ່​ໂຕ​ໜຶ່ງ​ມາ​ກືນ​ໂຢນາ​ເຂົ້າ​ໄປ ແລະ ໂຢນາ​ໄດ້​ຢູ່​ໃນ​ທ້ອງ​ປາ​ສາມ​ວັນ​ສາມ​ຄືນ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]