Skip to content
The Believer's Library

Biblica® Open Lao Contemporary Version

Obadiah 1 OLCV

Show OLCV only
Verse × ×
1 The vision of Obadiah. This is what the Sovereign Father says about Edom: We have heard a message from our Father, and an envoy sent among the nations—"Rise up! Let us rise against her for battle!" ນິມິດ​ຂອງ​ໂອບາດີຢາ. ນີ້​ແມ່ນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ກ່ຽວ​ກັບ​ເອໂດມ​ວ່າ, ພວກເຮົາ​ໄດ້​ຍິນ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ​ດັ່ງນີ້: ມີ​ທູດ​ຜູ້​ໜຶ່ງ​ຖືກ​ສົ່ງ​ໄປ​ຍັງ​ປະຊາຊາດ​ຕ່າງໆ​ເພື່ອ​ແຈ້ງ​ວ່າ, “ຈົ່ງ​ລຸກ​ຂຶ້ນ, ໃຫ້​ພວກເຮົາ​ໄປ​ຕໍ່ສູ້​ກັບ​ເອໂດມ”,
2 Look, I will make you small among the nations; you will be utterly despised. “ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ຕ່ຳຕ້ອຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ; ເຈົ້າ​ຈະ​ຖືກ​ດູຖູກ​ທີ່​ສຸດ.
3 The pride of your heart has deceived you, you who live in the clefts of the rock, whose home is the heights, who say to yourself, "Who can bring me down to the ground?" ຄວາມ​ຈອງຫອງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ໄດ້​ຫລອກລວງ​ເຈົ້າ, ເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຫລືບ​ຫີນ ແລະ ສ້າງ​ເຮືອນ​ຂອງ​ຕົນ​ໄວ້​ເທິງ​ບ່ອນ​ສູງ, ເຈົ້າ​ຜູ້​ບອກ​ຕົນ​ເອງ​ວ່າ, ‘ຜູ້ໃດ​ຈະ​ສາມາດ​ເອົາ​ເຮົາ​ລົງ​ໄປ​ຢູ່​ທີ່​ພື້ນ​ໄດ້?’
4 Though you soar like the eagle, though you set your nest among the stars, from there I will bring you down, declares our Father. ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ບິນ​ຂຶ້ນ​ໄດ້​ເໝືອນ​ນົກອິນຊີ ແລະ ສ້າງ​ຮັງ​ຂອງ​ຕົນ​ໄວ້​ຢູ່​ຕາມ​ດາວ​ຕ່າງໆ​ກໍ​ຕາມ, ເຮົາ​ກໍ​ຈະ​ນຳ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ”, ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.
5 If thieves came to you, if plunderers came by night—how you have been destroyed!—wouldn't they steal only what they wanted? If grape-pickers came to you, wouldn't they leave some grapes behind? “ຖ້າ​ຄົນຂີ້ລັກ​ມາ​ຫາ​ເຈົ້າ, ຖ້າ​ໂຈນ​ບຸກ​ເຂົ້າມາ​ໃນ​ເວລາ​ກາງຄືນ ໂອ້, ໄພພິບັດ​ອັນ​ໃດ​ທີ່​ລໍຖ້າ​ເຈົ້າ​ຢູ່! ພວກເຂົາ​ຈະ​ບໍ່​ລັກ​ພຽງ​ແຕ່​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ບໍ? ຖ້າ​ຄົນ​ເກັບ​ໝາກອະງຸ່ນ​ມາ​ຫາ​ເຈົ້າ, ພວກເຂົາ​ຈະ​ບໍ່​ປະ​ໝາກອະງຸ່ນ​ໄວ້​ແດ່​ບໍ?
6 How Esau has been ransacked, his hidden treasures plundered! ແຕ່​ເອຊາວ​ຈະ​ຖືກ​ປຸ້ນ, ຊັບສົມບັດ​ທີ່​ລາວ​ເຊື່ອງ​ໄວ້​ກໍ​ຖືກ​ປຸ້ນ!
7 All your allies have driven you to the border; those who were at peace with you have deceived you and overpowered you; those who shared your table have set a trap beneath you—and you don't even see it. ພັນທະມິດ​ທັງໝົດ​ຂອງ​ເຈົ້າ​ຈະ​ບັງຄັບ​ໃຫ້​ເຈົ້າ​ອອກ​ໄປ​ຈົນ​ສຸດ​ຊາຍແດນ; ບັນດາ​ເພື່ອນ​ຂອງ​ເຈົ້າ​ຈະ​ຫລອກລວງ ແລະ ເອົາ​ຊະນະ​ເຈົ້າ; ບັນດາ​ຜູ້​ທີ່​ເຄີຍ​ກິນ​ອາຫານ​ຂອງ​ເຈົ້າ​ຈະ​ວາງ​ກັບດັກ​ໃສ່​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ພົບ​ມັນ”.
8 Will I not on that day, declares our Father, destroy the wise men of Edom and wipe out understanding from the mountain of Esau? ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ, ເຮົາ​ຈະ​ບໍ່​ທຳລາຍ​ຄົນ​ມີ​ປັນຍາ​ຂອງ​ເອໂດມ, ແລະ ບັນດາ​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ທີ່​ຢູ່​ຕາມ​ພູເຂົາ​ຕ່າງໆ​ຂອງ​ເອຊາວ​ບໍ?
9 Your warriors will be shattered, Teman, so that everyone on the mountain of Esau will be cut down in the slaughter. ເຕມານ, ນັກຮົບ​ຂອງ​ເຈົ້າ​ຈະ​ຕົກໃຈຢ້ານ ແລະ ທຸກຄົນ​ທີ່​ພູເຂົາ​ຂອງ​ເອຊາວ ຈະ​ຖືກ​ຟັນ​ລົງ​ໃນ​ການ​ຂ້າ.
10 Because of the violence you did to your brother Jacob, shame will cover you, and you will be cut off forever. ເພາະ​ການ​ໃຊ້​ຄວາມ​ຮຸນແຮງ​ທີ່​ເຈົ້າ​ເຮັດ​ຕໍ່​ຢາໂຄບ​ນ້ອງຊາຍ​ຂອງ​ເຈົ້າ, ເຈົ້າ​ຈະ​ອັບອາຍ​ຂາຍ​ໜ້າ; ເຈົ້າ​ຈະ​ຖືກ​ທຳລາຍ​ໄປ​ຕະຫລອດ​ໄປ.
11 On the day you stood by and did nothing, on the day strangers carried off his wealth and foreigners entered his gates and cast lots for Jerusalem—you too were like one of them. ໃນ​ມື້​ທີ່​ເຈົ້າ​ຢືນ​ຢູ່​ຫ່າງໆ ຂະນະ​ທີ່​ຄົນແປກໜ້າ​ຂົນ​ຊັບສົມບັດ​ຂອງ​ລາວ​ໄປ ແລະ ບັນດາ​ຄົນ​ຕ່າງຊາດ​ບຸກ​ເຂົ້າ​ປະຕູ​ຂອງ​ລາວ ແລະ ຈັບ​ສະຫລາກ​ເອົາ​ເຢຣູຊາເລັມ, ເຈົ້າ​ກໍ​ເປັນ​ເໝືອນ​ຄົນ​ໜຶ່ງ​ໃນ​ພວກເຂົາ.
12 But do not gloat over your brother in the day of his misfortune; do not rejoice over the people of Judah in the day of their ruin; do not boast loudly in the day of distress. ເຈົ້າ​ບໍ່​ຄວນ​ສົມ​ນ້ຳ​ໜ້າ​ນ້ອງຊາຍ​ຂອງ​ຕົນ ໃນ​ມື້​ທີ່​ລາວ​ຮັບ​ເຄາະ​ຮ້າຍ, ຫລື ຊື່ນຊົມຍິນດີ​ຕໍ່​ຊາວ​ຢູດາ ໃນ​ມື້​ທີ່​ພວກເຂົາ​ຖືກ​ທຳລາຍ, ຫລື ໂອ້​ອວດ​ຫລາຍ ໃນ​ມື້​ທີ່​ພວກເຂົາ​ເດືອດຮ້ອນ.
13 Do not enter the gate of my people in the day of their calamity; you of all people, do not gloat over his disaster in the day of his calamity; do not loot his wealth in the day of his calamity. ເຈົ້າ​ບໍ່​ຄວນ​ເດີນ​ທັບ​ຜ່ານ​ປະຕູ​ເມືອງ​ຂອງ​ປະຊາຊົນ​ຂອງ​ເຮົາ ໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ, ຫລື ດີໃຈ​ທີ່​ພວກເຂົາ​ຈິບຫາຍ ໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ, ຫລື ຢຶດ​ຊັບສົມບັດ​ຂອງ​ພວກເຂົາ ໃນ​ວັນ​ທີ່​ພວກເຂົາ​ພິນາດ​ຈິບຫາຍ.
14 Do not stand at the crossroads to cut down his fugitives; do not hand over his survivors in the day of distress. ເຈົ້າ​ບໍ່​ຄວນ​ລໍຖ້າ​ຢູ່​ທາງ​ແຍກ ເພື່ອ​ກຳຈັດ​ພວກເຂົາ​ທີ່​ໜີ​ໄພ​ມາ, ຫລື ມອບ​ໂຕ​ບັນດາ​ຄົນ​ທີ່​ລອດ​ຊີວິດ ໃນ​ວັນ​ທີ່​ພວກເຂົາ​ເດືອດຮ້ອນ.
15 For the day of our Father is near for all the nations. As you have done, it will be done to you; your deeds will come back on your own head. “ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວ ສຳລັບ​ປະຊາຊາດ​ທັງໝົດ. ເຈົ້າ​ເຮັດ​ສິ່ງໃດ​ໄວ້, ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ​ຕອບແທນ; ການ​ກະທຳ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ມາ​ຕົກ​ໃສ່​ເທິງ​ຫົວ​ຂອງ​ເຈົ້າ.
16 For as you drank on my holy mountain, so all the nations will drink continually; they will drink and swallow and become as though they had never been. ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ດື່ມ​ຢູ່​ເທິງ​ໂນນພູ​ສັກສິດ​ຂອງ​ເຮົາ, ດັ່ງນັ້ນ ປະຊາຊາດ​ທັງໝົດ​ຈະ​ດື່ມ​ຢ່າງ​ບໍ່​ຢຸດຢັ້ງ; ພວກເຂົາ​ຈະ​ດື່ມ​ແລ້ວ​ດື່ມ​ອີກ ແລະ ຈະ​ເປັນ​ຢ່າງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ.
17 But on Mount Zion there will be deliverance, and it will be holy, and the house of Jacob will possess their inheritance. ແຕ່​ຢູ່​ເທິງ​ພູເຂົາ​ຊີໂອນ​ຈະ​ມີ​ການ​ກອບກູ້; ພູເຂົາ​ນັ້ນ​ຈະ​ສັກສິດ, ແລະ ຢາໂຄບ​ຈະ​ໄດ້​ຄອບຄອງ​ມໍລະດົກ​ຂອງ​ຕົນ.
18 The house of Jacob will be a fire and the house of Joseph a flame, and the house of Esau will be stubble; they will burn it and consume it, and there will be no survivor of the house of Esau, for our Father has spoken. ຢາໂຄບ​ຈະ​ເປັນ​ໄຟ ໂຢເຊັບ​ຈະ​ເປັນ​ແປວໄຟ; ເອຊາວ​ຈະ​ເປັນ​ຕໍ, ແລະ ພວກເຂົາ​ຈະ​ຈູດ​ໄຟ​ເຜົາ​ລາວ ແລະ ທຳລາຍ​ລາວ. ຢູ່​ທີ່​ນັ້ນ​ຈະ​ບໍ່​ມີ​ຜູ້ໃດ​ລອດ​ຊີວິດ ຈາກ​ເອຊາວ”. ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ເວົ້າ.
19 Those of the Negev will possess the mountain of Esau, and those of the foothills the land of the Philistines; they will possess the land of Ephraim and the land of Samaria, and Benjamin will possess Gilead. ປະຊາຊົນ​ຈາກ​ເນເກັບ​ຈະ​ຢຶດຄອງ ບັນດາ​ພູເຂົາ​ຂອງ​ເອຊາວ, ແລະ ປະຊາຊົນ​ຈາກ​ຕີນພູ​ຈະ​ຄອບຄອງ ດິນແດນ​ຂອງ​ຊາວ​ຟີລິດສະຕິນ ພວກເຂົາ​ຈະ​ຢຶດຄອງ​ທົ່ງ​ພຽງ​ຂອງ​ເອຟຣາອິມ ແລະ ຊາມາເຣຍ, ແລະ ເບັນຢາມິນ​ຈະ​ຄອບຄອງ​ກີເລອາດ.
20 The exiles of this army of the people of Israel will possess the land of the Canaanites as far as Zarephath, and the exiles of Jerusalem who are in Sepharad will possess the cities of the Negev. ກຸ່ມ​ຊາວ​ອິດສະຣາເອນ​ທີ່​ຖືກ​ເນລະເທດ ເຊິ່ງ​ຢູ່​ໃນ​ການາອານ ຈະ​ຄອບຄອງ​ດິນແດນ​ໄກ​ຈົນ​ໄປ​ເຖິງ​ເຊເຣຟາດ; ຄົນ​ທີ່​ຖືກ​ເນລະເທດ​ຈາກ​ເຢຣູຊາເລັມ ເຊິ່ງ​ຢູ່​ໃນ​ເສຟາລາດ ຈະ​ຄອບຄອງ​ເມືອງ​ຕ່າງໆ​ຂອງ​ເນເກັບ.
21 Deliverers will go up to Mount Zion to rule the mountain of Esau, and the kingdom will belong to our Father. ບັນດາ​ຜູ້​ກອບກູ້​ຈະ​ຂຶ້ນ​ໄປ​ເທິງ​ພູເຂົາ​ຊີໂອນ ເພື່ອ​ປົກຄອງ​ພູເຂົາ​ຕ່າງໆ​ຂອງ​ເອຊາວ. ແລະ ອານາຈັກ​ນັ້ນ​ຈະ​ເປັນ​ຂອງ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]