ນິມິດຂອງໂອບາດີຢາ
1ນິມິດຂອງໂອບາດີຢາ.ນີ້ແມ່ນພຣະເຈົ້າຢາເວ ອົງເຈົ້ານາຍໄດ້ກ່າວກ່ຽວກັບເອໂດມວ່າ,ພວກເຮົາໄດ້ຍິນຖ້ອຍຄຳຈາກພຣະເຈົ້າຢາເວດັ່ງນີ້:ມີທູດຜູ້ໜຶ່ງຖືກສົ່ງໄປຍັງປະຊາຊາດຕ່າງໆເພື່ອແຈ້ງວ່າ,“ຈົ່ງລຸກຂຶ້ນ, ໃຫ້ພວກເຮົາໄປຕໍ່ສູ້ກັບເອໂດມ”,
2“ເບິ່ງແມ, ເຮົາຈະເຮັດໃຫ້ເຈົ້າເປັນຜູ້ຕ່ຳຕ້ອຍໃນທ່າມກາງປະຊາຊາດທັງຫລາຍ;ເຈົ້າຈະຖືກດູຖູກທີ່ສຸດ.
3ຄວາມຈອງຫອງຢູ່ໃນໃຈຂອງເຈົ້າໄດ້ຫລອກລວງເຈົ້າ,ເຈົ້າຜູ້ອາໄສຢູ່ໃນຫລືບຫີນແລະ ສ້າງເຮືອນຂອງຕົນໄວ້ເທິງບ່ອນສູງ,ເຈົ້າຜູ້ບອກຕົນເອງວ່າ,‘ຜູ້ໃດຈະສາມາດເອົາເຮົາລົງໄປຢູ່ທີ່ພື້ນໄດ້?’
4ເຖິງແມ່ນວ່າເຈົ້າຈະບິນຂຶ້ນໄດ້ເໝືອນນົກອິນຊີແລະ ສ້າງຮັງຂອງຕົນໄວ້ຢູ່ຕາມດາວຕ່າງໆກໍຕາມ,ເຮົາກໍຈະນຳເຈົ້າລົງມາຈາກທີ່ນັ້ນ”,ພຣະເຈົ້າຢາເວໄດ້ປະກາດດັ່ງນັ້ນ.
5“ຖ້າຄົນຂີ້ລັກມາຫາເຈົ້າ,ຖ້າໂຈນບຸກເຂົ້າມາໃນເວລາກາງຄືນໂອ້, ໄພພິບັດອັນໃດທີ່ລໍຖ້າເຈົ້າຢູ່!ພວກເຂົາຈະບໍ່ລັກພຽງແຕ່ສິ່ງທີ່ພວກເຂົາຕ້ອງການບໍ?ຖ້າຄົນເກັບໝາກອະງຸ່ນມາຫາເຈົ້າ,ພວກເຂົາຈະບໍ່ປະໝາກອະງຸ່ນໄວ້ແດ່ບໍ?
6ແຕ່ເອຊາວຈະຖືກປຸ້ນ,ຊັບສົມບັດທີ່ລາວເຊື່ອງໄວ້ກໍຖືກປຸ້ນ!
7ພັນທະມິດທັງໝົດຂອງເຈົ້າຈະບັງຄັບໃຫ້ເຈົ້າອອກໄປຈົນສຸດຊາຍແດນ;ບັນດາເພື່ອນຂອງເຈົ້າຈະຫລອກລວງ ແລະ ເອົາຊະນະເຈົ້າ;ບັນດາຜູ້ທີ່ເຄີຍກິນອາຫານຂອງເຈົ້າຈະວາງກັບດັກໃສ່ເຈົ້າແຕ່ເຈົ້າຈະບໍ່ພົບມັນ”.
8ພຣະເຈົ້າຢາເວປະກາດວ່າ, “ໃນວັນນັ້ນ,ເຮົາຈະບໍ່ທຳລາຍຄົນມີປັນຍາຂອງເອໂດມ,ແລະ ບັນດາຜູ້ທີ່ມີຄວາມເຂົ້າໃຈທີ່ຢູ່ຕາມພູເຂົາຕ່າງໆຂອງເອຊາວບໍ?
9ເຕມານ, ນັກຮົບຂອງເຈົ້າຈະຕົກໃຈຢ້ານແລະ ທຸກຄົນທີ່ພູເຂົາຂອງເອຊາວຈະຖືກຟັນລົງໃນການຂ້າ.
10ເພາະການໃຊ້ຄວາມຮຸນແຮງທີ່ເຈົ້າເຮັດຕໍ່ຢາໂຄບນ້ອງຊາຍຂອງເຈົ້າ,ເຈົ້າຈະອັບອາຍຂາຍໜ້າ;ເຈົ້າຈະຖືກທຳລາຍໄປຕະຫລອດໄປ.
11ໃນມື້ທີ່ເຈົ້າຢືນຢູ່ຫ່າງໆຂະນະທີ່ຄົນແປກໜ້າຂົນຊັບສົມບັດຂອງລາວໄປແລະ ບັນດາຄົນຕ່າງຊາດບຸກເຂົ້າປະຕູຂອງລາວແລະ ຈັບສະຫລາກເອົາເຢຣູຊາເລັມ,ເຈົ້າກໍເປັນເໝືອນຄົນໜຶ່ງໃນພວກເຂົາ.
12ເຈົ້າບໍ່ຄວນສົມນ້ຳໜ້ານ້ອງຊາຍຂອງຕົນໃນມື້ທີ່ລາວຮັບເຄາະຮ້າຍ,ຫລື ຊື່ນຊົມຍິນດີຕໍ່ຊາວຢູດາໃນມື້ທີ່ພວກເຂົາຖືກທຳລາຍ,ຫລື ໂອ້ອວດຫລາຍໃນມື້ທີ່ພວກເຂົາເດືອດຮ້ອນ.
13ເຈົ້າບໍ່ຄວນເດີນທັບຜ່ານປະຕູເມືອງຂອງປະຊາຊົນຂອງເຮົາໃນວັນທີ່ພວກເຂົາປະສົບໄພພິບັດ,ຫລື ດີໃຈທີ່ພວກເຂົາຈິບຫາຍໃນວັນທີ່ພວກເຂົາປະສົບໄພພິບັດ,ຫລື ຢຶດຊັບສົມບັດຂອງພວກເຂົາໃນວັນທີ່ພວກເຂົາພິນາດຈິບຫາຍ.
14ເຈົ້າບໍ່ຄວນລໍຖ້າຢູ່ທາງແຍກເພື່ອກຳຈັດພວກເຂົາທີ່ໜີໄພມາ,ຫລື ມອບໂຕບັນດາຄົນທີ່ລອດຊີວິດໃນວັນທີ່ພວກເຂົາເດືອດຮ້ອນ.
15“ວັນແຫ່ງພຣະເຈົ້າຢາເວແມ່ນໃກ້ເຂົ້າມາແລ້ວສຳລັບປະຊາຊາດທັງໝົດ.ເຈົ້າເຮັດສິ່ງໃດໄວ້, ເຈົ້າກໍຈະໄດ້ຮັບສິ່ງນັ້ນຕອບແທນ;ການກະທຳຂອງເຈົ້າຈະກັບຄືນມາຕົກໃສ່ເທິງຫົວຂອງເຈົ້າ.
16ເໝືອນດັ່ງທີ່ເຈົ້າໄດ້ດື່ມຢູ່ເທິງໂນນພູສັກສິດຂອງເຮົາ,ດັ່ງນັ້ນ ປະຊາຊາດທັງໝົດຈະດື່ມຢ່າງບໍ່ຢຸດຢັ້ງ;ພວກເຂົາຈະດື່ມແລ້ວດື່ມອີກແລະ ຈະເປັນຢ່າງທີ່ບໍ່ເຄີຍເປັນມາກ່ອນ.
17ແຕ່ຢູ່ເທິງພູເຂົາຊີໂອນຈະມີການກອບກູ້;ພູເຂົານັ້ນຈະສັກສິດ,ແລະ ຢາໂຄບຈະໄດ້ຄອບຄອງມໍລະດົກຂອງຕົນ.
18ຢາໂຄບຈະເປັນໄຟໂຢເຊັບຈະເປັນແປວໄຟ;ເອຊາວຈະເປັນຕໍ,ແລະ ພວກເຂົາຈະຈູດໄຟເຜົາລາວ ແລະ ທຳລາຍລາວ.ຢູ່ທີ່ນັ້ນຈະບໍ່ມີຜູ້ໃດລອດຊີວິດຈາກເອຊາວ”.ພຣະເຈົ້າຢາເວໄດ້ເວົ້າເວົ້າ.
19ປະຊາຊົນຈາກເນເກັບຈະຢຶດຄອງບັນດາພູເຂົາຂອງເອຊາວ,ແລະ ປະຊາຊົນຈາກຕີນພູຈະຄອບຄອງດິນແດນຂອງຊາວຟີລິດສະຕິນພວກເຂົາຈະຢຶດຄອງທົ່ງພຽງຂອງເອຟຣາອິມ ແລະ ຊາມາເຣຍ,ແລະ ເບັນຢາມິນຈະຄອບຄອງກີເລອາດ.
20ກຸ່ມຊາວອິດສະຣາເອນທີ່ຖືກເນລະເທດ ເຊິ່ງຢູ່ໃນການາອານຈະຄອບຄອງດິນແດນໄກຈົນໄປເຖິງເຊເຣຟາດ;ຄົນທີ່ຖືກເນລະເທດຈາກເຢຣູຊາເລັມ ເຊິ່ງຢູ່ໃນເສຟາລາດຈະຄອບຄອງເມືອງຕ່າງໆຂອງເນເກັບ.
21ບັນດາຜູ້ກອບກູ້ຈະຂຶ້ນໄປເທິງພູເຂົາຊີໂອນເພື່ອປົກຄອງພູເຂົາຕ່າງໆຂອງເອຊາວ.ແລະ ອານາຈັກນັ້ນຈະເປັນຂອງພຣະເຈົ້າຢາເວ.