Skip to content
The Believer's Library

Biblica® Open Lao Contemporary Version

Hosea 6 OLCV

Side by side with the Father's Heart Bible™

ອິດສະຣາເອນ​ບໍ່​ກັບໃຈ

1“ຈົ່ງ​ມາ, ໃຫ້​ພວກເຮົາ​ກັບ​ມາ​ຫາ​ພຣະເຈົ້າຢາເວ.ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ຈີກ​ພວກເຮົາ​ເປັນ​ຕ່ອນໆແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ;ເຖິງ​ແມ່ນ​ວ່າ​ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ບາດເຈັບແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້​ພວກເຮົາ.

2ຫລັງ​ຈາກ​ສອງ​ວັນ ພຣະອົງ​ຈະ​ຟື້ນຟູ​ພວກເຮົາ;ໃນ​ວັນ​ທີ​ສາມ ພຣະອົງ​ຈະ​ໃຫ້​ພວກເຮົາ​ກັບ​ສູ່​ສະພາບ​ດີ,ເພື່ອ​ພວກເຮົາ​ຈະ​ມີ​ຊີວິດ​ຢູ່​ຕໍ່ໜ້າ​ພຣະອົງ.

3ໃຫ້​ພວກເຮົາ​ຍອມຮັບ​ຮູ້​ພຣະເຈົ້າ​ຢາເວ.ໃຫ້​ພວກເຮົາ​ບາກບັ່ນ​ຕໍ່ໄປ​ເພື່ອ​ຮູ້​ຈັກ​ພຣະອົງ.ເມື່ອ​ຕາເວັນ​ຂຶ້ນ​ຈາກ​ຟ້າ​ສັນໃດ,ພຣະອົງ​ກໍ​ຈະ​ມາ​ປາກົດ​ພຣະອົງ​ເອງ​ສັນນັ້ນ;ພຣະອົງ​ຈະ​ມາ​ຫາ​ພວກເຮົາ​ເໝືອນ​ຝົນ​ໃນ​ລະດູ​ໜາວເໝືອນ​ຝົນ​ໃນ​ລະດູ​ໃບໄມ້​ປົ່ງ​ທີ່​ຫົດ​ຜືນ​ແຜ່ນດິນ”.

4“ເອຟຣາອິມ, ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ເຈົ້າ​ໄດ້?ຢູດາ, ເຮົາ​ຈະ​ເຮັດ​ຫຍັງ​ກັບ​ເຈົ້າ​ດີ?ຄວາມ​ຮັກ​ຂອງ​ພວກເຈົ້າ​ເໝືອນ​ໝອກ​ທີ່​ບາງ​ໃນ​ຍາມ​ເຊົ້າ,ເໝືອນ​ນ້ຳຄ້າງ​ຍາມ​ອາລຸນ​ວັນ​ໃໝ່​ທີ່​ເຫືອດ​ຫາຍ​ໄປ.

5ເຫດສະນັ້ນ ເຮົາ​ຈະ​ມາ​ຕັດ​ພວກເຈົ້າ​ເປັນ​ຕ່ອນໆ​ດ້ວຍ​ຜູ້ທຳນວາຍ​ຂອງ​ເຮົາ,ເຮົາ​ຈະ​ຂ້າ​ພວກເຈົ້າ​ດ້ວຍ​ຖ້ອຍ​ຄຳ​ຈາກ​ປາກ​ຂອງ​ເຮົາຫລັງຈາກນັ້ນ ຄຳ​ພິພາກສາ​ຂອງ​ເຮົາ​ກໍ​ຈະ​ຈູ່​ໂຈມ​ເຂົ້າ​ໃສ່​ພວກເຈົ້າ​ດັ່ງ​ດວງ​ຕາເວັນ.

6ເພາະ​ເຮົາ​ປະສົງ​ຄວາມ​ເມດຕາ, ບໍ່​ແມ່ນ​ເຄື່ອງບູຊາ,ແລະ ເຮົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮູ້​ຈັກ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຫລາຍ​ກວ່າ​ຕ້ອງການ​ເຄື່ອງບູຊາ.

7ພວກເຂົາ​ໄດ້​ທຳລາຍ​ຄຳໝັ້ນສັນຍາ​ຄື​ກັນ​ກັບ​ອາດາມ;ທີ່​ນັ້ນ ພວກເຂົາ​ບໍ່​ສັດຊື່​ຕໍ່​ເຮົາ.

8ກີເລອາດ​ເປັນ​ເມືອງ​ຂອງ​ຄົນ​ຊົ່ວ,ເປື້ອນ​ໄປ​ດ້ວຍ​ຮອຍ​ຕີນ​ແຫ່ງ​ເລືອດ.

9ໂຈນ​ດັກ​ຖ້າ​ປຸ້ນ​ຄົນ​ສັນໃດ,ບັນດາ​ປະໂລຫິດ​ກໍ​ເຮັດ​ເຊັ່ນ​ດຽວ​ກັນ​ສັນນັ້ນ;ພວກເຂົາ​ຂ້າ​ຄົນ​ເທິງ​ເສັ້ນ​ທາງ​ໄປ​ຊີເຄມ,ສືບຕໍ່​ເຮັດ​ຊົ່ວ​ຢ່າງ​ໜ້າ​ອັບອາຍ.

10ຂ້າພະເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ຊົ່ວຮ້າຍ​ສິ່ງ​ໜຶ່ງ ໃນ​ບ້ານ​ຂອງ​ອິດສະຣາເອນ:ທີ່​ນັ້ນ ເອຟຣາອິມ​ຍອມ​ປ່ອຍ​ໂຕ​ເປັນ​ໂສເພນີ,ແລະ ອິດສະຣາເອນ​ໄດ້​ເຮັດ​ໂຕ​ໃຫ້​ເປັນ​ມົນທິນ.

11“ສ່ວນ​ເຈົ້າ, ຢູດາ,ເວລາ​ແຫ່ງ​ການ​ເກັບກ່ຽວ​ກໍ​ຖືກ​ກຳນົດ​ໄວ້​ແລ້ວ.“ເມື່ອ​ໃດ​ກໍ​ຕາມ​ທີ່​ເຮົາ​ຈະ​ຮື້ຟື້ນ​ຄວາມ​ຮຸ່ງເຮືອງ​ຂອງ​ປະຊາຊົນ​ຂອງ​ເຮົາ,

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]