Side by side with the Father's Heart Bible™ ຄຳພິພາກສາອິດສະຣາເອນ
1“ບັນດາປະໂລຫິດ, ຈົ່ງຟັງ!ປະຊາຊົນອິດສະຣາເອນ, ຈົ່ງຕັ້ງໃຈຟັງ!ເຊື້ອສາຍຂອງກະສັດ, ຈົ່ງຟັງ!ນີ້ແມ່ນຄຳພິພາກສາທີ່ມີມາເຖິງພວກເຈົ້າດັ່ງນີ້:ພວກເຈົ້າເປັນກັບດັກທີ່ເມືອງມີຊະປາ,ເປັນຕາໜ່າງທີ່ຄຶງໄວ້ຢູ່ເທິງພູເຂົາຕາໂບ.
2ບັນດາກະບົດຂ້າຄົນຫລວງຫລາຍ.ເຮົາຈະລົງໂທດພວກເຂົາທຸກຄົນ.
3ເຮົາຮູ້ເລື່ອງຂອງເອຟຣາອິມທຸກຢ່າງ;ອິດສະຣາເອນບໍ່ໄດ້ຖືກເຊື່ອງໄວ້ຈາກເຮົາ.ເອຟຣາອິມ, ບັດນີ້ເຈົ້າໄດ້ຫັນໄປເປັນໂສເພນີ;ອິດສະຣາເອນກໍເສື່ອມໂຊມລົງ.
4“ການກະທຳຂອງພວກເຂົາບໍ່ຍອມປ່ອຍພວກເຂົາໃຫ້ກັບມາຫາພຣະເຈົ້າຂອງພວກເຂົາ.ວິນຍານແຫ່ງການເປັນໂສເພນີຢູ່ໃນຫົວໃຈຂອງພວກເຂົາ;ພວກເຂົາບໍ່ຍອມຮັບພຣະເຈົ້າຢາເວ.
5ຄວາມຈອງຫອງຂອງອິດສະຣາເອນເປັນຫລັກຖານຜູກມັດພວກເຂົາ;ຊົນຊາດອິດສະຣາເອນ, ແມ່ນແຕ່ເອຟຣາອິມເອງກໍສະດຸດລົ້ມລົງໃນບາບ;ຢູດາກໍລົ້ມລົງໄປກັບພວກເຂົາດ້ວຍ.
6ເມື່ອພວກເຂົານຳຝູງແບ້, ຝູງແກະ ແລະ ຝູງງົວຂອງພວກເຂົາມາສະແຫວງຫາພຣະເຈົ້າຢາເວ,ພວກເຂົາກໍຈະບໍ່ພົບພຣະອົງ;ພຣະອົງໄດ້ຖອນຕົວອອກຈາກພວກເຂົາແລ້ວ.
7ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ;ພວກເຂົາໃຫ້ກຳເນີດລູກນອກສົມລົດ.ເມື່ອພວກເຂົາສະຫລອງເທດສະການເດືອນຂຶ້ນໃໝ່ໜຶ່ງຄ່ຳຂອງພວກເຂົາ,ພຣະອົງຈະທຳລາຍທົ່ງນາຂອງພວກເຂົາ.
8“ຈົ່ງເປົ່າແກໃນກີເບອາ,ຈົ່ງເປົ່າເຂົາສັດໃນຣາມາ.ຈົ່ງໂຫ່ຮ້ອງເໝືອນອອກຮົບໃນເບັດເອນເອເວນ,ເບັນຢາມິນ, ຈົ່ງນຳໜ້າໄປ.
9ໃນວັນພິພາກສາເອຟຣາອິມຈະຖືກຖິ້ມຮ້າງ.ເຮົາປະກາດສິ່ງທີ່ແນ່ນອນທ່າມກາງເຜົ່າຕ່າງໆຂອງອິດສະຣາເອນ.
10ບັນດາຜູ້ນຳຂອງຢູດາເປັນເໝືອນຄົນທີ່ຍົກຍ້າຍຫລັກຫີນກັ້ນເຂດແດນ.ເຮົາຈະເທຄວາມໂກດຮ້າຍຂອງເຮົາເໜືອພວກເຂົາດັ່ງກະແສນ້ຳຖ້ວມ.
11ເອຟຣາອິມຖືກກົດຂີ່ຂົ່ມເຫັງ,ແລະ ຖືກຢຽບຢ່ຳລົງໂທດ,ແຕ່ກໍຍັງຕັ້ງໃຈຕິດຕາມບັນດາຮູບເຄົາລົບ.
12ເຮົາເປັນເໝືອນແມງໄມ້ກັດກິນເອຟຣາອິມ,ແລະ ເປັນເໝືອນຄວາມເປື່ອຍເນົ່າຂອງເຜົ່າຢູດາ.
13“ເມື່ອເອຟຣາອິມເຫັນຄວາມເຈັບປ່ວຍຂອງຕົນ,ແລະ ຢູດາກໍເຫັນບາດແຜຂອງຕົນ,ຫລັງຈາກນັ້ນ ເອຟຣາອິມກໍຫັນໄປຫາອັດຊີເຣຍ,ແລະ ສົ່ງຄົນໄປຫາກະສັດຜູ້ຍິ່ງໃຫຍ່ເພື່ອຂໍຄວາມຊ່ວຍເຫລືອ.ແຕ່ເພິ່ນບໍ່ສາມາດຮັກສາພວກເຈົ້າໃຫ້ຫາຍໄດ້,ບໍ່ສາມາດຮັກສາບາດແຜຂອງພວກເຈົ້າໄດ້ເລີຍ.
14ເພາະເຮົາຈະເປັນເໝືອນໂຕສິງສຳລັບເອຟຣາອິມ,ເປັນເໝືອນພະຍາສິງສຳລັບຢູດາ.ເຮົາຈະຈີກພວກເຂົາເປັນຕ່ອນໆ ແລະ ກໍຈາກໄປ;ເຮົາຈະຄາບພວກເຂົາໄປ ແລະ ບໍ່ມີຜູ້ໃດຊ່ວຍພວກເຂົາໄດ້.
15ຫລັງຈາກນັ້ນ ເຮົາຈະກັບໄປທີ່ບ່ອນຂອງເຮົາຈົນກວ່າພວກເຂົາຈະຍອມຮັບຜິດແລ້ວພວກເຂົາກໍຈະສະແຫວງຫາໜ້າຂອງເຮົາໃນຄວາມທຸກຍາກຂອງພວກເຂົາພວກເຂົາຈະສະແຫວງຫາເຮົາຢ່າງຈິງຈັງ”