Side by side with the Father's Heart Bible™ ຂໍ້ກ່າວຫາຕໍ່ອິດສະຣາເອນ
1ຊາວອິດສະຣາເອນທັງຫລາຍ, ຈົ່ງຟັງຖ້ອຍຄໍາຂອງພຣະເຈົ້າຢາເວ,ເພາະພຣະເຈົ້າຢາເວມີຂໍ້ກ່າວຫາຕໍ່ພວກເຈົ້າຜູ້ທີ່ອາໄສຢູ່ໃນດິນແດນນີ້ວ່າ:“ໃນດິນແດນນີ້ບໍ່ມີຄວາມສັດຊື່, ບໍ່ມີຄວາມຮັກ,ບໍ່ຍອມຮັບຮູ້ພຣະເຈົ້າ.
2ມີແຕ່ການສາບແຊ່ງ, ການຕົວະ ແລະ ການຂ້າ,ການລັກ ແລະ ການລ່ວງປະເວນີ;ພວກເຂົາລະເມີດພັນທະຜູກພັນຕ່າງໆ,ແລະ ຂ້າກັນຫລາຍຄັ້ງ.
3ດ້ວຍເຫດນີ້ແຜ່ນດິນຈຶ່ງແຫ້ງແລ້ງ,ແລະ ທຸກຄົນທີ່ອາໄສຢູ່ໃນດິນແດນນີ້ກໍເສື່ອມສູນໄປ;ສັດໃນທົ່ງ, ນົກໃນທ້ອງຟ້າແລະ ປາໃນທະເລກຳລັງຈະຕາຍໄປ.
4“ແຕ່ຢ່າໃຫ້ຜູ້ໃດກ່າວຟ້ອງ,ຢ່າໃຫ້ຜູ້ໃດກ່າວໂທດຄົນອື່ນ,ເພາະປະຊາຊົນຂອງພວກເຈົ້າກໍເປັນເໝືອນຄົນທີ່ຟ້ອງກ່າວໂທດປະໂລຫິດ.
5ເຈົ້າສະດຸດລົ້ມທັງກາງເວັນ ແລະ ກາງຄືນ,ແລະ ບັນດາຜູ້ທຳນວາຍກໍສະດຸດລົ້ມໄປກັບເຈົ້າ.ດັ່ງນັ້ນ ເຮົາຈະທຳລາຍແມ່ຂອງພວກເຈົ້າ
6ປະຊາຊົນຂອງເຮົາຖືກທຳລາຍໄປເພາະຂາດຄວາມຮູ້.“ເພາະວ່າພວກເຈົ້າໄດ້ປະຕິເສດຄວາມຮູ້,ເຮົາຈຶ່ງບໍ່ຍອມຮັບວ່າພວກເຈົ້າເປັນປະໂລຫິດຂອງເຮົາ;ເພາະພວກເຈົ້າລະເລີຍຕໍ່ກົດບັນຍັດຂອງພຣະເຈົ້າຂອງພວກເຈົ້າ,ເຮົາຈະປະຕິເສດລູກຂອງພວກເຈົ້າເໝືອນກັນ.
7ຈຳນວນປະໂລຫິດເພີ່ມຫລາຍຂຶ້ນເທົ່າໃດ,ພວກເຂົາກໍຍິ່ງເຮັດບາບຕໍ່ເຮົາຫລາຍຂຶ້ນເທົ່ານັ້ນ;ພວກເຂົາໄດ້ແລກພຣະເຈົ້າຜູ້ມີສະຫງ່າລາສີຂອງພວກເຂົາກັບສິ່ງທີ່ໜ້າລະອາຍ.
8ພວກເຂົາລ້ຽງຊີວິດດ້ວຍບາບຂອງປະຊາຊົນຂອງເຮົາແລະ ຊື່ນຊົມຄວາມຊົ່ວຮ້າຍຂອງພວກເຂົາ.
9ແລະ ກໍຈະເປັນເຊັ່ນນີ້ຄື: ປະຊາຊົນເປັນຢ່າງໃດປະໂລຫິດກໍເປັນຢ່າງນັ້ນ.ເຮົາຈະລົງໂທດທັງສອງຝ່າຍເພາະວິຖີຄວາມປະພຶດຂອງພວກເຂົາແລະ ຕອບສະຫນອງການກະທຳຂອງພວກເຂົາ.
10“ພວກເຂົາຈະກິນ ແຕ່ບໍ່ອິ່ມ;ພວກເຂົາຈະເຂົ້າໄປກ່ຽວຂ້ອງກັບການເປັນໂສເພນີ ແຕ່ຈະບໍ່ມີລູກ,ເພາະພວກເຂົາໄດ້ປະຖິ້ມພຣະເຈົ້າຢາເວຍອມປ່ອຍໂຕ
11ເປັນໂສເພນີ;ປ່ອຍໂຕໄປກັບເຫລົ້າອະງຸ່ນເກົ່າ ແລະ ເຫລົ້າອະງຸ່ນໃໝ່ເຊິ່ງສິ່ງເຫລົ່ານີ້ໄດ້ຢຶດຄວາມເຂົ້າໃຈໄປຈາກພວກເຂົາ.
12ປະຊາຊົນຂອງເຮົາໄປປຶກສາຮູບເຄົາລົບໄມ້,ອາໄສຄຳຕອບຈາກໄມ້ຊ່ຽງໂຊກ.ວິນຍານແຫ່ງການເປັນໂສເພນີຊັກນໍາພວກເຂົາໃຫ້ຫລົງທາງ;ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຂອງພວກເຂົາ.
13ພວກເຂົາຖວາຍເຄື່ອງບູຊາເທິງຈອມພູເຂົາແລະ ເຜົາເຄື່ອງບູຊາຕ່າງໆເທິງໂນນພູ,ກ້ອງຕົ້ນໂອກ, ຕົ້ນປໍປາ ແລະ ຕົ້ນເທເລບິນ,ບ່ອນທີ່ໃຫ້ຮົ່ມເຢັນສະບາຍ.ເຫດສະນັ້ນ ລູກສາວຂອງພວກເຈົ້າຈຶ່ງຫັນໄປເປັນໂສເພນີແລະ ລູກໃພ້ຂອງພວກເຈົ້າກໍຫລິ້ນຊູ້.
14“ເຮົາຈະບໍ່ລົງໂທດລູກສາວທັງຫລາຍຂອງພວກເຈົ້າເມື່ອພວກເຂົາຫັນໄປເປັນໂສເພນີ,ຫລື ລົງໂທດລູກໃພ້ຂອງພວກເຈົ້າເມື່ອພວກເຂົາລ່ວງປະເວນີ,ເພາະບັນດາຜູ້ຊາຍເອງກໍໄປຄົບຄ້າກັບໂສເພນີແລະ ມອບໂຕໃຫ້ກັບຍິງໂສເພນີປະຈຳສະຖານບູຊາຕ່າງໆປະຊາຊາດທີ່ບໍ່ມີຄວາມເຂົ້າໃຈຈະເຖິງແກ່ຄວາມພິນາດຈິບຫາຍ!
15“ຊາວອິດສະຣາເອນ ເຖິງແມ່ນວ່າພວກເຈົ້າຈະຫລິ້ນຊູ້,ກໍຢ່າໃຫ້ຢູດາເຮັດຜິດ.“ຢ່າໄປກິນການ;ຢ່າໄປທີ່ເບັດເອນອາເວນ.ແລະ ຢ່າສາບານໂດຍກ່າວວ່າ, ‘ພຣະເຈົ້າຢາເວມີຊີວິດຢູ່ແນ່ນອນສັນໃດ!’
16ປະຊາຊົນອິດສະຣາເອນນັ້ນດື້,ເໝືອນງົວສາວທີ່ດື້ດ້ານ.ແລ້ວພຣະເຈົ້າຢາເວຈະລ້ຽງດູພວກເຂົາເໝືອນດັ່ງລູກແກະໃນທົ່ງຫຍ້າໄດ້ຢ່າງໃດ?
17ເອຟຣາອິມໄປຢຶດຕິດກັບຮູບເຄົາລົບ;ຈົ່ງປ່ອຍພວກເຂົາໄວ້ຕາມລຳພັງ!
18ເຖິງແມ່ນວ່າເຄື່ອງດື່ມຂອງພວກເຂົາຈະໝົດໄປແລ້ວ,ພວກເຂົາກໍຍັງສືບຕໍ່ເຮັດໂຕເປັນໂສເພນີຕໍ່ໄປ;ບັນດາຜູ້ມີອຳນາດຂອງພວກເຂົາມັກວິຖີອັນໜ້າອັບອາຍຫລາຍ.
19ລົມພາຍຸໝູນຈະກວາດຊັດພວກເຂົາໄປ,ແລະ ເຄື່ອງບູຊາຕ່າງໆຂອງພວກເຂົາກໍຈະນຳຄວາມອັບອາຍຂາຍໜ້າມາເຖິງພວກເຂົາ.