Side by side with the Father's Heart Bible™ 1ເມື່ອໃດກໍຕາມທີ່ເຮົາຈະຮັກສາອິດສະຣາເອນ,ເມື່ອນັ້ນບາບທັງຫລາຍຂອງເອຟຣາອິມກໍຈະຖືກເປີດເຜີຍແລະ ອາດຊະຍາກຳຂອງຊາມາເຣຍຈະຖືກເປີດອອກ.ພວກເຂົາມັກການຫລອກລວງ,ພວກຂີ້ລັກພັງເຂົ້າໄປໃນເຮືອນ,ໂຈນກໍປຸ້ນຕາມຖະໜົນ;
2ແຕ່ພວກເຂົາບໍ່ສຳນຶກວ່າເຮົາຈົດຈຳການກະທຳອັນຊົ່ວຮ້າຍທັງໝົດຂອງພວກເຂົາ.ບາບຂອງພວກເຂົາຖ້ວມລົ້ນເໜືອພວກເຂົາ;ມັນຢູ່ຕໍ່ໜ້າເຮົາສະເໝີ.
3“ພວກເຂົາເຮັດໃຫ້ກະສັດພໍໃຈດ້ວຍຄວາມຊົ່ວຊ້າຂອງພວກເຂົາ,ເຮັດໃຫ້ບັນດາເຈົ້ານາຍພໍໃຈດ້ວຍຄຳຕົວະຂອງພວກເຂົາ.
4ພວກເຂົາລ້ວນແລ້ວແຕ່ເປັນຄົນຫລິ້ນຊູ້,ຮ້ອນຮົນເໝືອນເຕົາອົບທີ່ຄົນເຮັດເຂົ້າຈີ່ບໍ່ຕ້ອງເປົ່າໄຟໃນເຕົານັ້ນຕັ້ງແຕ່ລົງມືນວດແປ້ງຈົນກ້ອນແປ້ງຟູຂຶ້ນ.
5ໃນວັນສະຫລອງກະສັດຂອງພວກເຮົາບັນດາເຈົ້ານາຍກໍຮ້ອນຮົນດ້ວຍລິດເຫລົ້າອະງຸ່ນ,ແລະ ກະສັດນັ້ນກໍຈັບມືກັບຄົນເຢາະເຢີ້ຍ.
6ຈິດໃຈຂອງພວກເຂົາເໝືອນເຕົາອົບ;ພວກເຂົາໃຊ້ເລ່ກົນອຸບາຍເຂົ້າຫາກະສັດ.ອາລົມຂອງພວກເຂົາລຸກລາມຢູ່ຕະຫລອດຄືນ;ແລະ ຕອນເຊົ້າກໍຮ້ອນແຮງເໝືອນແປວໄຟ.
7ພວກເຂົາທຸກຄົນຮ້ອນເໝືອນເຕົາອົບ;ມັນກືນກິນບັນດາຜູ້ມີອຳນາດຂອງພວກເຂົາ.ກະສັດທັງໝົດຂອງພວກເຂົາລົ້ມລົງ,ແລະ ບໍ່ມີຈັກຄົນໃນພວກເຂົາຮ້ອງຫາເຮົາ.
8“ເອຟຣາອິມໄດ້ເຂົ້າໄປປົນກັບຊົນຊາດທັງຫລາຍ;ເອຟຣາອິມເປັນເໝືອນເຂົ້າໜົມປີ້ງທີ່ບໍ່ໄດ້ພິກດ້ານ.
9ຄົນຕ່າງຊາດສູບກຳລັງຂອງພວກເຂົາໄປ,ແຕ່ພວກເຂົາກໍບໍ່ຮູ້ສຶກໂຕເລີຍ.ຜົມຂອງພວກເຂົາປ່ຽນເປັນສີເທົາ,ແຕ່ພວກເຂົາກໍບໍ່ໄດ້ສັງເກດເລີຍ.
10ຄວາມຈອງຫອງຂອງອິດສະຣາເອນເປັນພະຍານຕໍ່ສູ້ພວກເຂົາເອງ,ເຖິງແມ່ນຈະເປັນເຊັ່ນນີ້ແລ້ວພວກເຂົາກໍບໍ່ຍອມຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາຫລື ສະແຫວງຫາພຣະອົງ.
11“ເອຟຣາອິມເປັນເໝືອນນົກກາງແກ,ທີ່ຖືກຫລອກໄດ້ງ່າຍ ແລະ ໄຮ້ສະຕິດຽວກໍຮ້ອງຫາເອຢິບ,ດຽວກໍຫັນມາຫາອັດຊີເຣຍ.
12ເມື່ອພວກເຂົາໄປ, ເຮົາຈະໂຍນຕາໜ່າງຂອງເຮົາຈັບພວກເຂົາໄວ້;ເຮົາຈະດຶງພວກເຂົາລົງມາເໝືອນນົກໃນທ້ອງຟ້າ.ເມື່ອເຮົາໄດ້ຍິນສຽງຂອງພວກເຂົາຈັບກຸ່ມກັນ,ເຮົາກໍຈະຈັບພວກເຂົາ
13ວິບັດແກ່ພວກເຂົາ,ເພາະວ່າພວກເຂົາຫລົງທາງໄປຈາກເຮົາ!ຫາຍະນະຈົ່ງມີແກ່ພວກເຂົາ,ເພາະພວກເຂົາໄດ້ກະບົດຕໍ່ເຮົາ!ເຮົາປາຖະໜາຈະໄຖ່ພວກເຂົາຫລາຍແຕ່ພວກເຂົາເວົ້າຕົວະກັບເຮົາ.
14ພວກເຂົາບໍ່ໄດ້ຮ້ອງຫາເຮົາຈາກໃຈຂອງພວກເຂົາມີແຕ່ຄ່ຳຄວນເທິງຕຽງນອນຂອງຕົນ.ພວກເຂົາກີດຕົນເອງ ເພື່ອຂໍເມັດພືດ ແລະ ເຫລົ້າອະງຸ່ນໃໝ່ຈາກພະທັງຫລາຍຂອງພວກເຂົາ,ແຕ່ພວກເຂົາໄດ້ຫັນໜີໄປຈາກເຮົາ.
15ເຮົາໄດ້ຝຶກຝົນພວກເຂົາ ແລະ ເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນ,ແຕ່ພວກເຂົາກໍຄິດການຊົ່ວຮ້າຍຕໍ່ເຮົາ.
16ພວກເຂົາບໍ່ໄດ້ຫັນມາຫາອົງຜູ້ສູງສຸດ;ພວກເຂົາເໝືອນຄັນທະນູທີ່ບິດບ້ຽວ.ຜູ້ນຳຂອງພວກເຂົາຈະລົ້ມລົງດ້ວຍດາບເພາະຖ້ອຍຄຳອວດດີຂອງພວກເຂົາ.ດ້ວຍເຫດນີ້ພວກເຂົາຈະຖືກເຢາະເຢີ້ຍໃນດິນແດນເອຢິບ.