Skip to content
The Believer's Library

Biblica® Open Lao Contemporary Version

Proverbs 18 OLCV

Show OLCV only
Verse × ×
1 Whoever isolates himself pursues his own desire; he lashes out against all sound wisdom. ຄົນ​ທີ່​ບໍ່​ເປັນ​ມິດ​ສະແຫວງຫາ​ຈຸດຈົບ​ທີ່​ເຫັນ​ແກ່​ໂຕ ແລະ ຕໍ່ຕ້ານ​ການ​ຕັດສິນ​ທີ່​ຖືກຕ້ອງ​ທັງໝົດ ເຮັດ​ໃຫ້​ຜິດ​ຖຽງ​ກັນ.
2 A fool takes no pleasure in understanding, but only in airing his own opinions. ຄົນ​ໂງ່​ຈ້າ​ບໍ່​ພົບ​ຄວາມ​ສຸກ​ໃນ​ຄວາມ​ເຂົ້າໃຈ ແຕ່​ມັກ​ຍິນດີ​ໃນ​ການ​ສະແດງ​ຄວາມ​ຄິດເຫັນ​ຂອງ​ຕົນ.
3 When wickedness comes, contempt comes too, and with dishonor comes reproach. ເມື່ອ​ຄວາມ​ຊົ່ວ​ມາ ການ​ດູຖູກ​ກໍ​ມາ​ນໍາ, ແລະ ການ​ຕຳໜິ​ມາ​ພ້ອມ​ກັບ​ຄວາມ​ອັບອາຍ.
4 The words of a person's mouth are deep waters; the fountain of wisdom is a flowing stream. ຄຳເວົ້າ​ຈາກ​ປາກ​ຂອງ​ຄົນ​ເປັນ​ດັ່ງ​ນ້ຳ​ເລິກ, ນ້ຳພຸ​ແຫ່ງ​ປັນຍາ​ເປັນ​ກະແສ​ນ້ຳ​ທີ່​ໄຫລ​ແຮງ.
5 It is not good to show partiality to the wicked, denying justice to the righteous. ການ​ເຂົ້າ​ຂ້າງ​ຄົນ​ຊົ່ວ​ຮ້າຍ​ບໍ່​ດີ​ສັນໃດ ແລະ ການ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນ​ບໍລິສຸດ​ກໍ​ບໍ່​ດີ​ສັນນັ້ນ.
6 A fool's lips bring strife, and his mouth invites a beating. ຮິມສົບ​ຂອງ​ຄົນ​ໂງ່​ຈ້າ​ນໍາ​ເອົາ​ຄວາມ​ຂັດແຍ່ງ​ມາ​ສູ່​ພວກເຂົາ, ແລະ ປາກ​ຂອງ​ພວກເຂົາ​ນໍາ​ເອົາ​ການ​ຊົກຕ່ອຍ​ມາ.
7 A fool's mouth is his ruin, and his lips are a snare to his soul. ປາກ​ຂອງ​ຄົນ​ໂງ່​ຈ້າ​ເປັນ​ຄວາມ​ຈິບຫາຍ​ຂອງ​ຕົນ, ຮິມສົບ​ຂອງ​ພວກເຂົາ​ເປັນ​ກັບດັກ​ຊີວິດ​ຂອງ​ຕົນ.
8 The words of a gossip are like choice morsels; they go down into the inmost being. ຄຳເວົ້າ​ນິນທາ​ເປັນ​ດັ່ງ​ອາຫານ​ທີ່​ແຊບ; ມັນ​ລົງ​ໄປ​ໃນ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ຄົນ.
9 Whoever is slack in his work is brother to one who destroys. ຄົນ​ຂີ້ຄ້ານ​ໃນ​ການ​ເຮັດວຽກ​ຂອງ​ຕົນ ເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ມັກ​ທໍາລາຍ.
10 The name of our Father is a strong tower; the righteous runs into it and is safe. ນາມຊື່​ຂອງ​ພຣະເຈົ້າ​ຢາເວ​ເປັນ​ດັ່ງ​ປ້ອມ​ປ້ອງກັນ; ຄົນ​ຊອບທຳ​ແລ່ນ​ເຂົ້າ​ໄປ​ຫລົບ​ລີ້​ຢູ່​ທີ່​ນັ້ນ ແລະ ໄດ້​ຮັບ​ຄວາມ​ປອດໄພ.
11 A rich man's wealth is his fortified city; in his imagination it is like a high wall. ຊັບສົມບັດ​ຂອງ​ຄົນ​ຮັ່ງມີ​ເປັນ​ດັ່ງ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ພວກເຂົາ; ພວກເຂົາ​ຄິດວ່າ​ມັນ​ເປັນ​ກຳແພງ​ສູງ​ເກີນ​ກວ່າ​ທີ່​ຈະ​ວັດແທກ​ໄດ້.
12 Before destruction the human heart is proud, but humility comes before honor. ໃຈ​ຂອງ​ຄົນ​ໂອ້ອວດ​ກໍ​ຈະ​ຕົກຕໍ່າ ແຕ່​ການ​ຖ່ອມຕົວ​ນໍາ​ກຽດ​ມາ​ໃຫ້.
13 If one answers before he listens, it is his foolishness and his shame. ຄົນ​ທີ່​ຕອບ​ກ່ອນ​ຟັງ ກໍ​ເປັນ​ຄວາມ​ໂງ່ຈ້າ ແລະ ຄວາມ​ອັບອາຍ​ຂາຍ​ໜ້າ.
14 A person's spirit can sustain him through sickness, but a crushed spirit—who can bear it? ຈິດໃຈ​ຂອງ​ຄົນ​ອົດທົນ​ຕໍ່​ຄວາມ​ເຈັບປ່ວຍ​ໄດ້ ແຕ່​ເມື່ອ​ຈິດໃຈ​ແຕກ​ສະຫລາຍ​ຜູ້ໃດ​ຈະ​ອົດທົນ​ໄດ້?
15 The discerning heart acquires knowledge, and the ear of the wise seeks it out. ໃຈ​ຂອງ​ຄົນ​ສະ​ຫລາດ​ສະແຫວງ​ຫາ​ຄວາມ​ຮູ້ ແລະ ຫູ​ຂອງ​ຄົນ​ມີ​ປັນຍາ​ສະແຫວງ​ຫາ​ຄວາມ​ຮູ້.
16 A person's gift opens the way for him and brings him before important people. ຂອງຂັວນ​ເປີດ​ຊ່ອງທາງ ແລະ ນໍາ​ທາງ​ແກ່​ຜູ້​ໃຫ້​ເພື່ອ​ຈະ​ໄດ້​ເຂົ້າ​ມາ​ພົບ​ຜູ້​ໃຫຍ່.
17 The first to state his case seems right, until another comes and examines him. ຄົນ​ທີ່​ເວົ້າ​ກ່ອນ​ໃນ​ສານ​ເບິ່ງ​ຄື​ວ່າ​ເປັນ​ຝ່າຍຖືກ, ຈົນກວ່າ​ອີກ​ຝ່າຍ​ເຂົ້າ​ມາ ແລະ ໂຕ້ແຍ້ງ.
18 Casting the lot settles disputes and separates strong opponents. ການ​ຈັບ​ສະຫລາກ​ຢຸດຕິ​ການ​ຜິດຖຽງ​ກັນ ແລະ ແຍກ​ຄູ່​ຂັດແຍ້ງ​ອອກ​ຈາກ​ກັນ​ໄດ້.
19 An offended brother is harder to win than a fortified city, and disputes are like the bars of a fortress. ການ​ໄກ່ເກ່ຍ​ອ້າຍ​ເອື້ອຍ​ນ້ອງ​ທີ່​ຜິດ​ກັນ​ກໍ​ຍາກ​ກວ່າ​ການ​ຢຶດ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ; ການ​ຜິດຖຽງ​ກັນ​ເປັນ​ດັ່ງ​ປະຕູ​ຮົ້ວ​ທີ່​ກັ້ນ​ໄວ້.
20 From the fruit of a person's mouth his stomach is satisfied; with the yield of his lips he is filled. ຜົນ​ຈາກ​ປາກ​ເຮັດ​ໃຫ້​ຄົນ​ອີ່ມ​ທ້ອງ; ພວກເຂົາ​ພໍໃຈ​ດ້ວຍ​ການ​ເກັບກ່ຽວ​ຜົນ​ຈາກ​ຮິມສົບ​ຂອງ​ຕົນ.
21 Death and life are in the power of the tongue, and those who love it will eat its fruit. ລີ້ນ​ມີ​ອຳນາດ​ແຫ່ງ​ຊີວິດ ແລະ ຄວາມ​ຕາຍ, ແລະ ຄົນ​ທີ່​ຮັກ​ການ​ເວົ້າ​ຈະ​ໄດ້​ກິນ​ຜົນ​ຂອງ​ມັນ.
22 He who finds a wife finds what is good and receives favor from our Father. ຜູ້​ທີ່​ພົບ​ເມຍ​ກໍ​ພົບ​ສິ່ງ​ທີ່​ດີ ແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ.
23 The poor person pleads for mercy, but the rich answers harshly. ຄົນ​ທຸກຍາກ​ອ້ອນວອນ​ຂໍ​ຄວາມ​ເມດຕາ, ແຕ່​ຄົນ​ຮັ່ງມີ​ຕອບ​ຢ່າງ​ຫຍາບຊ້າ.
24 A man of many companions may come to ruin, but there is a friend who sticks closer than a brother. ຜູ້​ທີ່​ມີ​ໝູ່ເພື່ອນ​ທີ່​ໄວ້ໃຈ​ບໍ່​ໄດ້​ຈະ​ນໍາ​ຄວາມ​ຈິບຫາຍ​ມາ​ໃຫ້, ແຕ່​ມີ​ໝູ່ເພື່ອນ​ທີ່​ໃກ້​ຊິດ​ສະໜິດ​ແໜ້ນ​ກໍ​ດີ​ກວ່າ​ພີ່ນ້ອງ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]