Skip to content
The Believer's Library

Biblica® Open Lao Contemporary Version

Proverbs 19 OLCV

Show OLCV only
Verse × ×
1 Better is a poor person who walks in his integrity than one whose words are crooked and is a fool. ເປັນ​ຄົນ​ທຸກຍາກ​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ ກໍ​ດີ​ກວ່າ​ເປັນ​ຄົນ​ໂງ່​ຈ້າ​ທີ່​ເວົ້າ​ປີ້ນ​ຄວາມ.
2 Also, desire without knowledge is not good, and whoever acts in haste misses the way. ຄວາມ​ປາຖະໜາ​ທີ່​ຂາດ​ຄວາມຮູ້​ບໍ່​ເປັນ​ການ​ດີ ຕີນ​ທີ່​ຟ້າວຟັ່ງ​ກໍ​ຈະ​ເຮັດ​ໃຫ້​ຫລົງ​ທາງ!
3 A person's own foolishness ruins his way, yet his heart rages against our Father. ຄວາມ​ໂງ່ຈ້າ​ຂອງ​ຄົນ​ນໍາ​ໄປ​ສູ່​ຄວາມ​ຈິບຫາຍ, ແຕ່​ໃຈ​ຂອງ​ພວກເຂົາ​ໂມໂຫ​ກ່າວ​ໂທດ​ພຣະເຈົ້າ​ຢາເວ.
4 Wealth adds many friends, but the poor is separated from his friend. ຄວາມ​ຮັ່ງມີ​ເຮັດ​ໃຫ້​ມີ​ໝູ່ເພື່ອນ​ຢ່າງ​ຫລວງຫລາຍ, ແມ່ນ​ແຕ່​ໝູ່​ສະໜິດ​ຂອງ​ຄົນທຸກ​ຍາກ​ກໍ​ຍັງ​ປະຖິ້ມ​ລາວ​ໄປ.
5 A false witness will not go unpunished, and one who breathes out lies will not escape. ພະຍານ​ທີ່​ບໍ່​ຈິງ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ, ແລະ ຜູ້​ທີ່​ເວົ້າ​ຕົວະ​ຈະ​ບໍ່​ເປັນ​ອິດສະຫລະ.
6 Many seek the favor of a generous person, and everyone is a friend to one who gives gifts. ຄົນ​ສ່ວນ​ຫລາຍ​ເອົາໃຈ​ຜູ້​ມີ​ອຳນາດ, ແລະ ທຸກຄົນ​ຈະ​ເປັນ​ໝູ່​ກັບ​ຜູ້​ທີ່​ເອົາ​ຂອງຂັວນ​ໃຫ້.
7 All the brothers of a poor person hate him; how much more do his friends keep far from him! He calls after them, but they are gone. ຄົນ​ທຸກຍາກ​ນັ້ນ​ພີ່ນ້ອງ​ທຸກ​ຄົນ​ກໍ​ກຽດຊັງ ແລະ ໝູ່ເພື່ອນ​ຂອງ​ພວກເຂົາ​ກໍ​ຍິ່ງ​ຫລີກ​ໜີ​ຫ່າງ​ຈາກ​ພວກເຂົາ! ເຖິງ​ແມ່ນ​ວ່າ ຄົນ​ທຸກຍາກ​ຕາມ​ໄປ​ອ້ອນວອນ​ຂໍ​ພວກເຂົາ, ພວກເຂົາ​ກໍ​ຫລົບ​ໜີ​ໄປ​ໝົດ.
8 Whoever gets wisdom loves his own soul; whoever guards understanding will find good. ຜູ້​ທີ່​ມີ​ປັນຍາ​ກໍ​ຮັກ​ຊີວິດ​ຂອງ​ຕົນເອງ; ຜູ້​ທີ່​ທະນຸຖະໜອມ​ຄວາມ​ເຂົ້າໃຈ​ອີກ​ບໍ່​ດົນ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.
9 A false witness will not go unpunished, and one who breathes out lies will perish. ພະຍານ​ທີ່​ບໍ່​ຈິງ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ, ແລະ ຜູ້​ເວົ້າ​ຕົວະ​ຈະ​ຈິບຫາຍ.
10 Luxury is not fitting for a fool—much less for a servant to rule over princes. ຄົນ​ໂງ່​ຈ້າ​ບໍ່​ຄວນ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ​ສັນໃດ ຂ້າທາດ​ກໍ​ບໍ່​ຄວນ​ຈະ​ປົກຄອງ​ເຈົ້ານາຍ​ສັນນັ້ນ!
11 The good sense of a person makes him slow to anger, and it is his glory to overlook an offense. ປັນຍາ​ຂອງ​ຄົນ​ເຮັດ​ໃຫ້​ເກີດ​ຄວາມ​ອົດ​ທົນ; ແລະ ກຽດ​ຂອງ​ຄົນ​ນັ້ນ​ຄື​ການ​ເບິ່ງ​ຂ້າມ​ຄວາມຜິດ​ຂອງ​ຄົນ​ອື່ນ.
12 A king's wrath is like the roaring of a lion, but his favor is like dew on the grass. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ, ແຕ່​ຄວາມ​ເມດຕາ​ຂອງ​ເພິ່ນ​ເປັນ​ດັ່ງ​ນໍ້າໝອກ​ຢູ່​ເທິງ​ຫຍ້າ.
13 A foolish son is ruin to his father, and a wife's quarreling is a continual dripping. ລູກ​ໂງ່​ຈ້າ​ນໍາ​ຄວາມ​ຈິບຫາຍ​ມາ​ໃຫ້​ພໍ່, ແລະ ເມຍ​ທີ່​ມັກ​ທະເລາະ​ວິວາດ​ກໍ​ເໝືອນ​ຫລັງຄາ​ຮົ່ວ ທີ່​ມີ​ນ້ຳຝົນ​ຍ້ອຍ​ຢູ່​ຕະຫລອດ.
14 House and wealth are an inheritance from one's ancestors, but a prudent wife is from our Father. ເຮືອນ ແລະ ຊັບສົມບັດ​ເປັນ​ມໍລະດົກ​ຈາກ​ພໍ່​ແມ່, ແຕ່​ເມຍ​ທີ່​ສະຫລາດ​ແມ່ນ​ມາ​ຈາກ​ພຣະເຈົ້າ​ຢາເວ.
15 Laziness casts into deep sleep, and an idle person will go hungry. ຄວາມ​ຂີ້ຄ້ານ​ເຮັດ​ໃຫ້​ຫລັບ​ສະໜິດ, ແລະ ຄົນ​ຂີ້ຄ້ານ​ກໍ​ຈະ​ຫິວໂຫຍ.
16 Whoever keeps the commandment keeps his life; whoever despises his ways will die. ຜູ້​ທີ່​ຖື​ຮັກສາ​ກົດບັນຍັດ​ກໍ​ຮັກສາ​ຊີວິດ​ຂອງ​ຕົນ​ໄວ້. ແຕ່​ຜູ້​ທີ່​ບໍ່​ເອົາໃຈໃສ່​ທາງ​ຂອງ​ຕົນ​ຈະ​ເສຍ​ຊີວິດ.
17 Whoever is generous to the poor lends to our Father, and our Father will repay him for his deed. ຜູ້​ທີ່​ເມດຕາ​ຕໍ່​ຄົນ​ທຸກຍາກ​ກໍ​ເທົ່າ​ກັບ​ໃຫ້​ພຣະເຈົ້າ​ຢາເວ​ຢືມ, ແລະ ພຣະອົງ​ຈະ​ໃຫ້​ລາງວັນ​ຕອບ​ແທນ​ຕໍ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ.
18 Discipline your son while there is hope, and do not set your heart on his destruction. ຈົ່ງ​ແອບສອນ​ລູກ​ຂອງ​ເຈົ້າ, ເພາະ​ໃນ​ນັ້ນ​ຍັງ​ມີ​ຄວາມ​ຫວັງ​ຢູ່; ການ​ຕາມ​ໃຈ​ລູກ​ຄື​ການ​ສົ່ງເສີມ​ພວກເຂົາ​ໄປ​ສູ່​ຄວາມ​ຕາຍ.
19 A person of great wrath must pay the penalty; for if you rescue him, you will only have to do it again. ຄົນ​ໃຈຮ້ອນ​ຈະ​ໄດ້​ຮັບ​ການ​ລົງໂທດ; ຖ້າ​ເຈົ້າ​ຊ່ວຍ​ພວກເຂົາ, ເຈົ້າ​ກໍ​ຈະ​ຕ້ອງ​ຊ່ວຍ​ພວກເຂົາ​ອີກ.
20 Listen to counsel and accept discipline, that you may gain wisdom in the days to come. ຈົ່ງ​ຟັງ​ຄຳ​ແນະນຳ ແລະ ຍອມຮັບ​ເອົາ​ການ​ຕີສອນ, ແລະ ໃນ​ທີ່ສຸດ​ເຈົ້າ​ຈະ​ຖືກ​ນັບ​ເຂົ້າ​ເປັນ​ໜຶ່ງ​ໃນ​ທ່າມກາງ​ຄົນ​ມີ​ປັນຍາ.
21 Many are the plans in a person's heart, but it is the counsel of our Father that will stand. ໃນ​ໃຈ​ຂອງ​ມະນຸດ​ມີ​ແຜນການ​ຢ່າງ​ຫລວງ​ຫລາຍ, ແຕ່​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ພົ້ນເດັ່ນ.
22 What is desired in a person is covenant love, and a poor person is better than a liar. ສິ່ງ​ທີ່​ຄົນ​ປາຖະໜາ​ແມ່ນ​ຄວາມ​ຮັກ​ໝັ້ນຄົງ; ແລະ ເປັນ​ຄົນ​ທຸກຍາກ​ກໍ​ດີກວ່າ​ເປັນ​ຄົນ​ຂີ້ຕົວະ.
23 The fear of our Father leads to life, and whoever has it rests satisfied, untouched by harm. ການ​ຢຳເກງ​ພຣະເຈົ້າ​ຢາເວ​ນຳ​ໄປ​ສູ່​ຊີວິດ; ແລ້ວ​ລາວ​ກໍ​ພັກຜ່ອນ​ຢ່າງ​ປອດໄພ​ໂດຍ​ປາສະຈາກ​ບັນຫາ.
24 The sluggard buries his hand in the dish and will not even bring it back to his mouth. ຄົນ​ຂີ້ຄ້ານ​ແຊ່​ມື​ຂອງ​ຕົນ​ໄວ້​ຢູ່​ໃນ​ຈານ; ລາວ​ບໍ່​ຍອມ​ແມ່ນ​ແຕ່​ຈະ​ຈັບ​ອາຫານ​ເຂົ້າ​ໃສ່​ປາກ​ຕົນ​ເອງ!
25 Strike a mocker, and the simple will learn prudence; reprove a person of understanding, and he will gain knowledge. ຈົ່ງ​ຂ້ຽນ​ຕີ​ຄົນ​ທີ່​ມັກ​ເຢາະເຢີ້ຍ, ແລະ ຜູ້​ທີ່​ບໍ່ຮູ້ຈັກຄິດ​ຈະ​ຮຽນຮູ້​ເອົາ​ຄວາມ​ສະຫລາດ; ຈົ່ງ​ຕັກເຕືອນ​ຄົນ​ສະຫລາດ ແລະ ພວກເຂົາ​ຈະ​ມີ​ຄວາມ​ຮູ້​ເພີ່ມ​ຂຶ້ນ.
26 Whoever does violence to his father and drives away his mother is a son who brings shame and disgrace. ລູກ​ທີ່​ປຸ້ນ​ພໍ່ ແລະ ໄລ່​ແມ່​ໜີ ກໍ​ເປັນ​ລູກ​ທີ່​ນຳ​ຄວາມ​ອັບອາຍ ແລະ ຄວາມ​ລະອາຍ​ມາ​ໃຫ້.
27 Stop listening to instruction, my son, and you will stray from the words of knowledge. ລູກ​ເອີຍ, ຖ້າ​ບໍ່​ຟັງ​ຄຳ​ສັ່ງສອນ, ເຈົ້າ​ກໍ​ຈະ​ຫລົງ​ໄປ​ຈາກ​ຖ້ອຍຄຳ​ແຫ່ງ​ຄວາມ​ຮູ້.
28 A worthless witness mocks at justice, and the mouth of the wicked gulps down wickedness. ພະຍານ​ທີ່​ຫລອກລວງ​ເຢາະເຢີ້ຍ​ຄວາມ​ຍຸຕິທຳ, ແລະ ປາກ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ກືນ​ກິນ​ຄວາມ​ຊົ່ວຮ້າຍ.
29 Punishment is prepared for mockers, and beatings for the backs of fools. ການ​ລົງໂທດ​ຕຽມ​ໄວ້​ສໍາລັບ​ຄົນ​ມັກ​ເຢາະເຍີ້ຍ, ແລະ ການ​ຂ້ຽນຕີ​ຕຽມ​ໄວ້​ສໍາລັບ​ຫລັງ​ຂອງ​ຄົນ​ໂງ່​ຈ້າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]