1ເປັນຄົນທຸກຍາກທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິກໍດີກວ່າເປັນຄົນໂງ່ຈ້າທີ່ເວົ້າປີ້ນຄວາມ.
2ຄວາມປາຖະໜາທີ່ຂາດຄວາມຮູ້ບໍ່ເປັນການດີຕີນທີ່ຟ້າວຟັ່ງກໍຈະເຮັດໃຫ້ຫລົງທາງ!
3ຄວາມໂງ່ຈ້າຂອງຄົນນໍາໄປສູ່ຄວາມຈິບຫາຍ,ແຕ່ໃຈຂອງພວກເຂົາໂມໂຫກ່າວໂທດພຣະເຈົ້າຢາເວ.
4ຄວາມຮັ່ງມີເຮັດໃຫ້ມີໝູ່ເພື່ອນຢ່າງຫລວງຫລາຍ,ແມ່ນແຕ່ໝູ່ສະໜິດຂອງຄົນທຸກຍາກກໍຍັງປະຖິ້ມລາວໄປ.
5ພະຍານທີ່ບໍ່ຈິງຈະໜີບໍ່ພົ້ນຈາກການລົງໂທດ,ແລະ ຜູ້ທີ່ເວົ້າຕົວະຈະບໍ່ເປັນອິດສະຫລະ.
6ຄົນສ່ວນຫລາຍເອົາໃຈຜູ້ມີອຳນາດ,ແລະ ທຸກຄົນຈະເປັນໝູ່ກັບຜູ້ທີ່ເອົາຂອງຂັວນໃຫ້.
7ຄົນທຸກຍາກນັ້ນພີ່ນ້ອງທຸກຄົນກໍກຽດຊັງແລະ ໝູ່ເພື່ອນຂອງພວກເຂົາກໍຍິ່ງຫລີກໜີຫ່າງຈາກພວກເຂົາ!ເຖິງແມ່ນວ່າ ຄົນທຸກຍາກຕາມໄປອ້ອນວອນຂໍພວກເຂົາ,ພວກເຂົາກໍຫລົບໜີໄປໝົດ.
8ຜູ້ທີ່ມີປັນຍາກໍຮັກຊີວິດຂອງຕົນເອງ;ຜູ້ທີ່ທະນຸຖະໜອມຄວາມເຂົ້າໃຈອີກບໍ່ດົນກໍຈະຈະເລີນຮຸ່ງເຮືອງຂຶ້ນ.
9ພະຍານທີ່ບໍ່ຈິງຈະໜີບໍ່ພົ້ນຈາກການລົງໂທດ,ແລະ ຜູ້ເວົ້າຕົວະຈະຈິບຫາຍ.
10ຄົນໂງ່ຈ້າບໍ່ຄວນໃຊ້ຊີວິດຢ່າງຟຸມເຟືອຍສັນໃດຂ້າທາດກໍບໍ່ຄວນຈະປົກຄອງເຈົ້ານາຍສັນນັ້ນ!
11ປັນຍາຂອງຄົນເຮັດໃຫ້ເກີດຄວາມອົດທົນ;ແລະ ກຽດຂອງຄົນນັ້ນຄືການເບິ່ງຂ້າມຄວາມຜິດຂອງຄົນອື່ນ.
12ຄວາມໂກດຮ້າຍຂອງກະສັດເປັນດັ່ງສຽງໂຕສິງແຜດສຽງ,ແຕ່ຄວາມເມດຕາຂອງເພິ່ນເປັນດັ່ງນໍ້າໝອກຢູ່ເທິງຫຍ້າ.
13ລູກໂງ່ຈ້ານໍາຄວາມຈິບຫາຍມາໃຫ້ພໍ່,ແລະ ເມຍທີ່ມັກທະເລາະວິວາດກໍເໝືອນຫລັງຄາຮົ່ວທີ່ມີນ້ຳຝົນຍ້ອຍຢູ່ຕະຫລອດ.
14ເຮືອນ ແລະ ຊັບສົມບັດເປັນມໍລະດົກຈາກພໍ່ແມ່,ແຕ່ເມຍທີ່ສະຫລາດແມ່ນມາຈາກພຣະເຈົ້າຢາເວ.
15ຄວາມຂີ້ຄ້ານເຮັດໃຫ້ຫລັບສະໜິດ,ແລະ ຄົນຂີ້ຄ້ານກໍຈະຫິວໂຫຍ.
16ຜູ້ທີ່ຖືຮັກສາກົດບັນຍັດກໍຮັກສາຊີວິດຂອງຕົນໄວ້.ແຕ່ຜູ້ທີ່ບໍ່ເອົາໃຈໃສ່ທາງຂອງຕົນຈະເສຍຊີວິດ.
17ຜູ້ທີ່ເມດຕາຕໍ່ຄົນທຸກຍາກກໍເທົ່າກັບໃຫ້ພຣະເຈົ້າຢາເວຢືມ,ແລະ ພຣະອົງຈະໃຫ້ລາງວັນຕອບແທນຕໍ່ສິ່ງທີ່ພວກເຂົາໄດ້ເຮັດ.
18ຈົ່ງແອບສອນລູກຂອງເຈົ້າ, ເພາະໃນນັ້ນຍັງມີຄວາມຫວັງຢູ່;ການຕາມໃຈລູກຄືການສົ່ງເສີມພວກເຂົາໄປສູ່ຄວາມຕາຍ.
19ຄົນໃຈຮ້ອນຈະໄດ້ຮັບການລົງໂທດ;ຖ້າເຈົ້າຊ່ວຍພວກເຂົາ, ເຈົ້າກໍຈະຕ້ອງຊ່ວຍພວກເຂົາອີກ.
20ຈົ່ງຟັງຄຳແນະນຳ ແລະ ຍອມຮັບເອົາການຕີສອນ,ແລະ ໃນທີ່ສຸດເຈົ້າຈະຖືກນັບເຂົ້າເປັນໜຶ່ງໃນທ່າມກາງຄົນມີປັນຍາ.
21ໃນໃຈຂອງມະນຸດມີແຜນການຢ່າງຫລວງຫລາຍ,ແຕ່ຄວາມປະສົງຂອງພຣະເຈົ້າຢາເວນັ້ນຈະພົ້ນເດັ່ນ.
22ສິ່ງທີ່ຄົນປາຖະໜາແມ່ນຄວາມຮັກໝັ້ນຄົງ;ແລະ ເປັນຄົນທຸກຍາກກໍດີກວ່າເປັນຄົນຂີ້ຕົວະ.
23ການຢຳເກງພຣະເຈົ້າຢາເວນຳໄປສູ່ຊີວິດ;ແລ້ວລາວກໍພັກຜ່ອນຢ່າງປອດໄພໂດຍປາສະຈາກບັນຫາ.
24ຄົນຂີ້ຄ້ານແຊ່ມືຂອງຕົນໄວ້ຢູ່ໃນຈານ;ລາວບໍ່ຍອມແມ່ນແຕ່ຈະຈັບອາຫານເຂົ້າໃສ່ປາກຕົນເອງ!
25ຈົ່ງຂ້ຽນຕີຄົນທີ່ມັກເຢາະເຢີ້ຍ, ແລະ ຜູ້ທີ່ບໍ່ຮູ້ຈັກຄິດຈະຮຽນຮູ້ເອົາຄວາມສະຫລາດ;ຈົ່ງຕັກເຕືອນຄົນສະຫລາດ ແລະ ພວກເຂົາຈະມີຄວາມຮູ້ເພີ່ມຂຶ້ນ.
26ລູກທີ່ປຸ້ນພໍ່ ແລະ ໄລ່ແມ່ໜີກໍເປັນລູກທີ່ນຳຄວາມອັບອາຍ ແລະ ຄວາມລະອາຍມາໃຫ້.
27ລູກເອີຍ, ຖ້າບໍ່ຟັງຄຳສັ່ງສອນ,ເຈົ້າກໍຈະຫລົງໄປຈາກຖ້ອຍຄຳແຫ່ງຄວາມຮູ້.
28ພະຍານທີ່ຫລອກລວງເຢາະເຢີ້ຍຄວາມຍຸຕິທຳ,ແລະ ປາກຂອງຄົນຊົ່ວຮ້າຍກໍກືນກິນຄວາມຊົ່ວຮ້າຍ.
29ການລົງໂທດຕຽມໄວ້ສໍາລັບຄົນມັກເຢາະເຍີ້ຍ,ແລະ ການຂ້ຽນຕີຕຽມໄວ້ສໍາລັບຫລັງຂອງຄົນໂງ່ຈ້າ.