Side by side with the Father's Heart Bible™ 1ເຫລົ້າເຮັດໃຫ້ຄົນເວົ້າບໍ່ມ່ວນ ແລະ ເບຍເຮັດໃຫ້ຄົນຜິດຖຽງກັນ;ຜູ້ທີ່ປ່ອຍໃຫ້ຕົນເມົາກໍບໍ່ມີປັນຍາ.
2ຄວາມໂກດຮ້າຍຂອງກະສັດເຮັດໃຫ້ເກີດຄວາມຢ້ານດັ່ງໂຕສິງຮ້ອງແຜດສຽງ;ຜູ້ທີ່ເຮັດໃຫ້ເພິ່ນໃຈຮ້າຍຈະເສຍຊີວິດຂອງຕົນ.
3ຫລີກລ້ຽງຈາກການຜິດຖຽງກັນກໍເປັນກຽດຢ່າງໜຶ່ງ,ແຕ່ມີແຕ່ຄົນໂງ່ຈ້າເທົ່ານັ້ນທີ່ມັກຜິດຖຽງກັນ.
4ຄົນຂີ້ຄ້ານບໍ່ຄາດໄຖດິນຕາມລະດູການ;ດັ່ງນັ້ນ ເມື່ອເຖິງເວລາເກັບກ່ຽວພວກເຂົາຊອກຫາຜົນລະປູກແຕ່ກໍບໍ່ມີຫຍັງ.
5ຄວາມປະສົງໃນໃຈຄົນເປັນເໝືອນນ້ຳເລິກ,ແຕ່ຄົນທີ່ມີຄວາມເຂົ້າໃຈກໍຕັກມັນອອກມາໄດ້.
6ມີຫລາຍຄົນອ້າງວ່າຕົນມີຄວາມຮັກໝັ້ນຄົງ,ແຕ່ຜູ້ໃດສາມາດຊອກເຫັນຄົນສັດຊື່ໄດ້?
7ຄົນຊອບທຳດຳເນີນຊີວິດຢ່າງບໍ່ມີຕຳໜິ;ລູກຫລານຂອງພວກເຂົາໄດ້ຮັບພຣະພອນ.
8ເມື່ອກະສັດນັ່ງເທິງບັນລັງເພື່ອພິພາກສາເພິ່ນຝັດຮ່ອນຄວາມຊົ່ວທັງໝົດອອກໄປດ້ວຍຕາຂອງເພິ່ນ.
9ຜູ້ໃດສາມາດເວົ້າໄດ້ວ່າ “ຂ້າພະເຈົ້າໄດ້ຮັກສາໃຈຂອງຕົນໃຫ້ບໍລິສຸດ;ຂ້າພະເຈົ້າສະອາດ ແລະ ປາສະຈາກບາບ”?
10ສອງສິ່ງທີ່ພຣະເຈົ້າຢາເວກຽດຊັງຄືເຄື່ອງຊັ່ງກັບເຄື່ອງແທກທີ່ບໍ່ທ່ຽງທໍາ.
11ແມ່ນແຕ່ເດັກນ້ອຍກໍຮູ້ຈັກໄດ້ຈາກການກະທຳຂອງພວກເຂົາ,ດັ່ງນັ້ນ ການກະທໍາຂອງພວກເຂົາບໍລິສຸດ ແລະ ຖືກຕ້ອງແທ້ບໍ?
12ພຣະເຈົ້າຢາເວໄດ້ສ້າງສອງຢ່າງຄືຫູທີ່ໄດ້ຍິນ ແລະ ຕາທີ່ເບິ່ງເຫັນ.
13ຢ່າຮັກການນອນ ເພາະເຈົ້າຈະທຸກຍາກ;ຈົ່ງຕື່ນແລ້ວເຈົ້າຈະມີອາຫານເຫລືອເກັບໄວ້.
14ຄົນຊື້ເວົ້າວ່າ, “ສິນຄ້າບໍ່ດີ! ສິນຄ້າບໍ່ດີ!”ແຕ່ພໍອອກໄປ ແລະ ກໍໄປເວົ້າໂອ້ອວດກ່ຽວກັບສິນຄ້າທີ່ຕົນໄດ້ຊື້ມາ.
15ມີຄໍາ, ແລະ ເພັດພອຍຢ່າງຫລວງຫລາຍ,ແຕ່ຮິມສົບທີ່ເວົ້າດ້ວຍຄວາມຮູ້ເປັນເພັດທີ່ຫາຍາກ.
16ຈົ່ງຢຶດເຄື່ອງນຸ່ງຂອງຜູ້ທີ່ຄ້ຳປະກັນໃຫ້ແກ່ຄົນແປກໜ້າ;ຈົ່ງຢຶດໄວ້ເປັນເຄື່ອງມັດຈໍາຖ້າເຮັດການຄ້ຳປະກັນໃຫ້ຄົນພາຍນອກ.
17ອາຫານທີ່ໄດ້ມາໂດຍການສໍ້ໂກງກໍມີລົດຫວານດີ,ແຕ່ໃນທີ່ສຸດມັນກໍກາຍເປັນຫີນແຮ່ເຕັມປາກ.
18ແຜນການຈະສຳເລັດໄດ້ກໍໂດຍການຂໍຄຳປຶກສາ;ດັ່ງນັ້ນ ຖ້າເຈົ້າເຮັດສົງຄາມກໍຕ້ອງຂໍຄໍາແນະນໍາ.
19ຄຳນິນທາກໍທໍລະຍົດຄວາມໄວ້ວາງໃຈ;ສະນັ້ນ ຈົ່ງຫລີກໜີຈາກຄົນທີ່ເວົ້າຫລາຍເກີນໄປ.
20ຄົນທີ່ສາບແຊ່ງພໍ່ ຫລື ແມ່ຂອງຕົນ,ຊີວິດຂອງພວກເຂົາກໍຈະດັບລົງໃນຂຸມແຫ່ງຄວາມມືດ.
21ຊັບສົມບັດທີ່ຫາມາໄດ້ຢ່າງວ່ອງໄວຈະບໍ່ເປັນພຣະພອນໃນບັ້ນປາຍ.
22ຢ່າເວົ້າວ່າ “ຂ້ອຍຈະແກ້ແຄ້ນເຈົ້າສຳລັບຄວາມຜິດຄັ້ງນີ້!”ຈົ່ງຄອຍຖ້າພຣະເຈົ້າຢາເວ, ແລະ ພຣະອົງຈະແກ້ແຄ້ນແທນເຈົ້າ.
23ພຣະເຈົ້າຢາເວກຽດຊັງເຄື່ອງຊັ່ງບໍ່ທ່ຽງທໍາ,ແລະ ພຣະອົງບໍ່ພໍໃຈນໍາຕາຊິງທີ່ບໍ່ສັດຊື່.
24ພຣະເຈົ້າຢາເວເປັນຜູ້ກຳນົດບາດກ້າວຂອງມະນຸດແລ້ວຈະມີຜູ້ໃດແດ່ເຂົ້າໃຈທາງຂອງຕົນໄດ້?
25ການອຸທິດຖວາຍບາງສິ່ງບາງຢ່າງໂດຍບໍ່ຄິດກໍເປັນບ້ວງແຮ້ວໃສ່ຕົນແລະ ຕໍ່ມາຈຶ່ງຄິດໄດ້ເມື່ອສາບານໄປແລ້ວ.
26ກະສັດທີ່ມີປັນຍາຝັດຮ່ອນຄົນຊົ່ວຮ້າຍໃຫ້ອອກມາ;ແລະ ເພິ່ນຂັດສັນພວກເຂົາດ້ວຍລໍ້ນວດເຂົ້າ.
27ຈິດວິນຍານ ຂອງມະນຸດເປັນຕະກຽງຂອງພຣະເຈົ້າຢາເວທີ່ສ່ອງແຈ້ງໃຫ້ເຫັນເຖິງສ່ວນພາຍໃນທີ່ເລິກທີ່ສຸດຂອງຄົນ.
28ຄວາມຮັກ ແລະ ຄວາມສັດຊື່ຮັກສາກະສັດໄວ້ຢ່າງປອດໄພ;ແລະ ບັນລັງຂອງເພິ່ນຕັ້ງຢູ່ຢ່າງໝັ້ນຄົງໂດຍຄວາມຮັກ.
29ກຽດສັກສີຂອງຄົນໜຸ່ມແມ່ນກໍາລັງຂອງລາວ,ແຕ່ຄວາມສະຫງ່າງາມຂອງຜູ້ເຖົ້າແມ່ນຜົມຫງອກ.
30ບາດແຜ ແລະ ການຂ້ຽນຕີກຳຈັດຄວາມຊົ່ວອອກໄປ,ແລະ ການຂ້ຽນຕີກໍຊໍາລະສ່ວນທີ່ເລິກທີ່ສຸດ.