1ຈິດໃຈຂອງກະສັດຢູ່ໃນມືຂອງພຣະເຈົ້າຢາເວເປັນດັ່ງສາຍນ້ຳໄຫລທີ່ພຣະອົງນຳໄປຫາທຸກຄົນທີ່ພຣະອົງພໍໃຈ.
2ມະນຸດອາດຈະຄິດວ່າທາງທັງໝົດຂອງຕົນນັ້ນຖືກຕ້ອງ,ແຕ່ພຣະເຈົ້າຢາເວຢັ່ງເບິ່ງຈິດໃຈ.
3ການເຮັດສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳນັ້ນກໍໄດ້ຮັບການຍອມຮັບຈາກພຣະເຈົ້າຢາເວຫລາຍກວ່າການຖວາຍເຄື່ອງບູຊາ.
4ຕາທີ່ຍິ່ງຈອງຫອງ ແລະ ໃຈໂອ້ອວດເປັນເໝືອນທົ່ງນາຂອງຄົນຊົ່ວຮ້າຍທີ່ບໍ່ໄດ້ໄຖ ທັງສອງສິ່ງນີ້ແມ່ນຄວາມບາບ.
5ແຜນການຂອງຄົນດຸໝັ່ນນຳຜົນກຳໄລມາໃຫ້ສັນໃດແຜນການທີ່ຟ້າວຟັ່ງນຳຄວາມທຸກຍາກມາໃຫ້ສັນນັ້ນ.
6ຊັບສົມບັດທີ່ໄດ້ມາຈາກການຕົວະເປັນດັ່ງອາຍນ້ຳທີ່ຫາຍໄປຢ່າງວ່ອງໄວ ແລະ ເປັນດັ່ງບ້ວງແຮ້ວແຫ່ງຄວາມຕາຍ.
7ຄວາມຮຸນແຮງຂອງຄົນຊົ່ວຮ້າຍຈະລາກພວກເຂົາໄປ,ເພາະພວກເຂົາບໍ່ຍອມເຮັດສິ່ງທີ່ຖືກຕ້ອງ.
8ທາງຂອງຄົນທີ່ເຮັດຜິດນັ້ນກໍຄົດລ້ຽວ,ແຕ່ການປະພຶດຂອງຄົນບໍລິສຸດນັ້ນກໍທ່ຽງທຳ.
9ອາໄສຢູ່ເທິງຫລັງຄາເຮືອນກໍດີກວ່າຢູ່ໃນເຮືອນຮ່ວມກັບເມຍທີ່ມັກຜິດຖຽງກັນ.
10ຄົນຊົ່ວຮ້າຍປາຖະໜາຄວາມຊົ່ວ;ເພື່ອນບ້ານບໍ່ໄດ້ຮັບຄວາມເມດຕາຈາກພວກເຂົາ.
11ເມື່ອຄົນມັກເຢາະເຢີ້ຍຖືກລົງໂທດ, ຜູ້ທີ່ບໍ່ຮູ້ຈັກຄິດກໍຈະມີປັນຍາເພີ່ມຂຶ້ນ;ການໃຫ້ຄວາມສົນໃຈນຳຄົນມີປັນຍາພວກເຂົາກໍໄດ້ຄວາມຮູ້.
12ພຣະເຈົ້າອົງຊອບທຳ ເຝົ້າເບິ່ງເຮືອນຂອງຄົນຊົ່ວຮ້າຍແລະ ນຳຄວາມຈິບຫາຍມາສູ່ພວກເຂົາ.
13ຜູ້ທີ່ປິດຫູບໍ່ຟັງສຽງຮ້ອງໄຫ້ຂອງຄົນທຸກຍາກກໍຈະຮ້ອງໄຫ້ ແລະ ບໍ່ໄດ້ຮັບຄຳຕອບເໝືອນກັນ.
14ຂອງຂັວນທີ່ໃຫ້ຢ່າງລັບໆເຮັດໃຫ້ຄວາມໃຈຮ້າຍຫລຸດລົງ,ສິນບົນທີ່ເຊື່ອງໄວ້ຢູ່ໃນກະເປົ໋າກໍຈະຫລຸດຜ່ອນຄວາມໂມໂຫຮ້າຍລົງ.
15ເມື່ອໄດ້ຮັບຄວາມຍຸຕິທຳ, ມັນກໍຈະນໍາຄວາມຊື່ນຊົມຍິນດີມາໃຫ້ຄົນຊອບທຳແຕ່ຄວາມຢ້ານເປັນຂອງຜູ້ທີ່ເຮັດຊົ່ວ.
16ຜູ້ທີ່ຫັນໜີໄປຈາກທາງແຫ່ງຄວາມເຂົ້າໃຈຈະໄປພັກຜ່ອນໃນໝູ່ຄົນຕາຍ.
17ຜູ້ທີ່ຮັກຄວາມສະໜຸກຈະທຸກຍາກຜູ້ທີ່ຮັກເຫລົ້າອະງຸ່ນ ແລະ ນ້ຳມັນໝາກກອກຈະບໍ່ຮັ່ງມີຈັກເທື່ອ.
18ຄົນຊົ່ວຮ້າຍກາຍເປັນຄ່າໄຖ່ໃຫ້ຄົນຊອບທຳ,ຄົນບໍ່ສັດຊື່ເປັນຄ່າໄຖ່ໃຫ້ຄົນທ່ຽງທຳ.
19ອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານກໍດີກວ່າຢູ່ກັບເມຍທີ່ມັກທະເລາະວິວາດ ແລະ ມັກຈົ່ມ.
20ຄົນມີປັນຍາສະສົມອາຫານຊັ້ນດີແລະ ນ້ຳມັນໝາກກອກໄວ້.ແຕ່ຄົນໂງ່ຈ້າກິນສິ່ງທີ່ມີຈົນໝົດກ້ຽງ.
21ຜູ້ທີ່ຕິດຕາມຄວາມຊອບທຳ ແລະ ຄວາມຮັກກໍພົບຊີວິດ, ຄວາມຈະເລີນຮຸ່ງເຮືອງ ແລະ ກຽດຕິຍົດ.
22ຄົນມີປັນຍາສາມາດໂຈມຕີເມືອງທີ່ເຂັ້ມແຂງແລະ ພັງທະລາຍຖານທີ່ໝັ້ນທີ່ພວກເຂົາໄວ້ວາງໃຈ.
23ຜູ້ທີ່ລະວັງປາກ ແລະ ລີ້ນຂອງຕົນກໍປ້ອງກັນຕົນຈາກຄວາມຈິບຫາຍ.
24ຄົນຈອງຫອງ ແລະ ຄົນໂອ້ອວດມີຊື່ວ່າ “ຄົນມັກເຢາະເຢີ້ຍ”ການປະພຶດຂອງລາວລ້ວນແຕ່ອວດດີ.
25ຄວາມຢາກຂອງຄົນຂີ້ຄ້ານຈະຂ້າລາວໃຫ້ຕາຍ,ເພາະລາວບໍ່ຍອມລົງມືເຮັດວຽກ.
26ລາວປາຖະໜາຢາກໄດ້ຫລາຍຂຶ້ນຢູ່ທຸກມື້,ແຕ່ຄົນຊອບທຳເອົາໃຫ້ໂດຍບໍ່ຂາດເຂີນ.
27ເຄື່ອງບູຊາຂອງຄົນຊົ່ວຮ້າຍນັ້ນເປັນໜ້າລັງກຽດໂດຍສະເພາະເມື່ອລາວນຳມາດ້ວຍເຈດຕະນາຊົ່ວ!
28ພະຍານທີ່ບໍ່ຈິງຈະຈິບຫາຍໄປ,ແຕ່ຄົນທີ່ຟັງຢ່າງລະມັດລະວັງຈະເປັນພະຍານທີ່ໜ້າເຊື່ອຖືໄດ້.
29ຄົນຊົ່ວຮ້າຍຢືນຢັນຢ່າງກ້າຫານ,ແຕ່ຄົນສະຫລາດຄິດເຖິງວິຖີທາງຂອງຕົນ.
30ບໍ່ມີປັນຍາ, ຄວາມເຂົ້າໃຈ, ແຜນການອັນໃດທີ່ສາມາດຕໍ່ສູ້ພຣະເຈົ້າຢາເວໄດ້ສຳເລັດ.
31ມ້າຕຽມພ້ອມໄວ້ສຳລັບມື້ສູ້ຮົບ,ແຕ່ໄຊຊະນະກໍຢູ່ນໍາພຣະເຈົ້າຢາເວ.