Skip to content
The Believer's Library

Biblica® Open Lao Contemporary Version

Proverbs 21 OLCV

Show OLCV only
Verse × ×
1 The king's heart is a stream of water in our Father's hand; he turns it wherever he pleases. ຈິດໃຈ​ຂອງ​ກະສັດ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຢາເວ​ເປັນ​ດັ່ງ​ສາຍ​ນ້ຳ​ໄຫລ ທີ່​ພຣະອົງ​ນຳ​ໄປ​ຫາ​ທຸກຄົນ​ທີ່​ພຣະອົງ​ພໍໃຈ.
2 Every way of a person seems right in their own eyes, but our Father weighs the heart. ມະນຸດ​ອາດ​ຈະ​ຄິດ​ວ່າ​ທາງ​ທັງໝົດ​ຂອງ​ຕົນ​ນັ້ນ​ຖືກຕ້ອງ, ແຕ່​ພຣະເຈົ້າ​ຢາເວ​ຢັ່ງ​ເບິ່ງ​ຈິດໃຈ.
3 To do what is right and just is more pleasing to our Father than sacrifice. ການ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ຍຸຕິທຳ​ນັ້ນ ກໍ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ພຣະເຈົ້າ​ຢາເວ​ຫລາຍ​ກວ່າ​ການ​ຖວາຍ​ເຄື່ອງບູຊາ.
4 Haughty eyes and a proud heart—the lamp of the wicked—are sin. ຕາ​ທີ່​ຍິ່ງ​ຈອງຫອງ ແລະ ໃຈ​ໂອ້ອວດ ເປັນ​ເໝືອນ​ທົ່ງນາ​ຂອງ​ຄົນ​ຊົ່ວຮ້າຍ​ທີ່​ບໍ່​ໄດ້​ໄຖ ທັງ​ສອງ​ສິ່ງ​ນີ້​ແມ່ນ​ຄວາມ​ບາບ.
5 The plans of the diligent lead surely to abundance, but all who are hasty end up in poverty. ແຜນການ​ຂອງ​ຄົນ​ດຸໝັ່ນ​ນຳ​ຜົນ​ກຳໄລ​ມາ​ໃຫ້​ສັນໃດ ແຜນການ​ທີ່​ຟ້າວຟັ່ງ​ນຳ​ຄວາມ​ທຸກຍາກ​ມາ​ໃຫ້​ສັນນັ້ນ.
6 Making a fortune by a lying tongue is a fleeting vapor, a deadly trap. ຊັບສົມບັດ​ທີ່​ໄດ້​ມາ​ຈາກ​ການ​ຕົວະ ເປັນ​ດັ່ງ​ອາຍນ້ຳ​ທີ່​ຫາຍ​ໄປ​ຢ່າງ​ວ່ອງໄວ ແລະ ເປັນ​ດັ່ງ​ບ້ວງແຮ້ວ​ແຫ່ງ​ຄວາມ​ຕາຍ.
7 The violence of the wicked will drag them away, because they refuse to do what is just. ຄວາມ​ຮຸນແຮງ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ລາກ​ພວກເຂົາ​ໄປ, ເພາະ​ພວກເຂົາ​ບໍ່​ຍອມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ.
8 The way of the guilty is crooked, but the conduct of the pure is upright. ທາງ​ຂອງ​ຄົນ​ທີ່​ເຮັດ​ຜິດ​ນັ້ນ​ກໍ​ຄົດລ້ຽວ, ແຕ່​ການ​ປະພຶດ​ຂອງ​ຄົນ​ບໍລິສຸດ​ນັ້ນ​ກໍ​ທ່ຽງທຳ.
9 Better to live in a corner of the roof than in a shared house with a quarrelsome wife. ອາໄສ​ຢູ່​ເທິງ​ຫລັງຄາ​ເຮືອນ ກໍ​ດີ​ກວ່າ​ຢູ່​ໃນ​ເຮືອນ​ຮ່ວມ​ກັບ​ເມຍ​ທີ່​ມັກ​ຜິດຖຽງ​ກັນ.
10 The soul of the wicked craves evil; their neighbor finds no mercy in their eyes. ຄົນ​ຊົ່ວຮ້າຍ​ປາຖະໜາ​ຄວາມ​ຊົ່ວ; ເພື່ອນບ້ານ​ບໍ່​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ພວກເຂົາ.
11 When a mocker is punished, the simple grow wise; when the wise are instructed, they gain knowledge. ເມື່ອ​ຄົນ​ມັກ​ເຢາະເຢີ້ຍ​ຖືກ​ລົງໂທດ, ຜູ້​ທີ່​ບໍ່ຮູ້ຈັກຄິດ​ກໍ​ຈະ​ມີ​ປັນຍາ​ເພີ່ມ​ຂຶ້ນ; ການ​ໃຫ້​ຄວາມ​ສົນໃຈ​ນຳ​ຄົນ​ມີ​ປັນຍາ​ພວກເຂົາ​ກໍ​ໄດ້​ຄວາມ​ຮູ້.
12 Our Father, the Righteous One, observes the house of the wicked and brings the wicked to ruin. ພຣະເຈົ້າ​ອົງ​ຊອບທຳ ເຝົ້າ​ເບິ່ງ​ເຮືອນ​ຂອງ​ຄົນ​ຊົ່ວຮ້າຍ ແລະ ນຳ​ຄວາມ​ຈິບຫາຍ​ມາ​ສູ່​ພວກເຂົາ.
13 Whoever shuts their ears to the cry of the poor will also cry out and not be answered. ຜູ້​ທີ່​ປິດ​ຫູ​ບໍ່​ຟັງ​ສຽງ​ຮ້ອງໄຫ້​ຂອງ​ຄົນ​ທຸກຍາກ ກໍ​ຈະ​ຮ້ອງໄຫ້ ແລະ ບໍ່​ໄດ້​ຮັບ​ຄຳ​ຕອບ​ເໝືອນ​ກັນ.
14 A gift given in secret soothes anger, and a bribe slipped into the cloak calms strong wrath. ຂອງຂັວນ​ທີ່​ໃຫ້​ຢ່າງ​ລັບໆ​ເຮັດ​ໃຫ້​ຄວາມ​ໃຈຮ້າຍ​ຫລຸດລົງ, ສິນບົນ​ທີ່​ເຊື່ອງ​ໄວ້​ຢູ່​ໃນ​ກະເປົ໋າ​ກໍ​ຈະ​ຫລຸດ​ຜ່ອນ​ຄວາມ​ໂມໂຫ​ຮ້າຍ​ລົງ.
15 When justice is done, it is a joy to the righteous but terror to those who do evil. ເມື່ອ​ໄດ້​ຮັບ​ຄວາມ​ຍຸຕິທຳ, ມັນ​ກໍ​ຈະ​ນໍາ​ຄວາມ​ຊື່ນຊົມຍິນດີ​ມາ​ໃຫ້​ຄົນ​ຊອບທຳ ແຕ່​ຄວາມ​ຢ້ານ​ເປັນ​ຂອງ​ຜູ້​ທີ່​ເຮັດ​ຊົ່ວ.
16 A person who strays from the way of understanding will rest in the assembly of the dead. ຜູ້​ທີ່​ຫັນ​ໜີ​ໄປ​ຈາກ​ທາງ​ແຫ່ງ​ຄວາມ​ເຂົ້າໃຈ ຈະ​ໄປ​ພັກຜ່ອນ​ໃນ​ໝູ່​ຄົນຕາຍ.
17 Whoever loves pleasure will become poor; whoever loves wine and oil will never grow rich. ຜູ້​ທີ່​ຮັກ​ຄວາມ​ສະໜຸກ​ຈະ​ທຸກຍາກ ຜູ້​ທີ່​ຮັກ​ເຫລົ້າ​ອະງຸ່ນ ແລະ ນ້ຳ​ມັນ​ໝາກກອກ​ຈະ​ບໍ່​ຮັ່ງມີ​ຈັກ​ເທື່ອ.
18 The wicked become a ransom for the righteous, and the treacherous for the upright. ຄົນ​ຊົ່ວຮ້າຍ​ກາຍ​ເປັນ​ຄ່າ​ໄຖ່​ໃຫ້​ຄົນ​ຊອບທຳ, ຄົນ​ບໍ່​ສັດຊື່​ເປັນ​ຄ່າ​ໄຖ່​ໃຫ້​ຄົນ​ທ່ຽງ​ທຳ.
19 Better to live in a desert land than with a quarrelsome and complaining wife. ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ ກໍ​ດີ​ກວ່າ​ຢູ່​ກັບ​ເມຍ​ທີ່​ມັກ​ທະເລາະ​ວິວາດ ແລະ ມັກ​ຈົ່ມ.
20 Precious treasure and oil are in the home of the wise, but a fool devours all he has. ຄົນ​ມີ​ປັນຍາ​ສະສົມ​ອາຫານ​ຊັ້ນ​ດີ​ແລະ ນ້ຳມັນ​ໝາກກອກ​ໄວ້. ແຕ່​ຄົນ​ໂງ່ຈ້າ​ກິນ​ສິ່ງ​ທີ່​ມີ​ຈົນ​ໝົດກ້ຽງ.
21 Whoever pursues righteousness and faithful love will find life, righteousness, and honor. ຜູ້​ທີ່​ຕິດຕາມ​ຄວາມ​ຊອບທຳ ແລະ ຄວາມ​ຮັກ ກໍ​ພົບ​ຊີວິດ, ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ ກຽດຕິຍົດ.
22 A wise person scales the city of the mighty and brings down the stronghold they trust in. ຄົນ​ມີ​ປັນຍາ​ສາມາດ​ໂຈມຕີ​ເມືອງ​ທີ່​ເຂັ້ມແຂງ ແລະ ພັງ​ທະລາຍ​ຖານ​ທີ່​ໝັ້ນ​ທີ່​ພວກເຂົາ​ໄວ້ວາງໃຈ.
23 Whoever guards their mouth and tongue keeps themselves out of trouble. ຜູ້​ທີ່​ລະວັງ​ປາກ ແລະ ລີ້ນ​ຂອງ​ຕົນ ກໍ​ປ້ອງກັນ​ຕົນ​ຈາກ​ຄວາມ​ຈິບຫາຍ.
24 "Mocker" is the name of the proud and arrogant who acts with outrageous insolence. ຄົນ​ຈອງ​ຫອງ ແລະ ຄົນ​ໂອ້ອວດ​ມີ​ຊື່​ວ່າ “ຄົນ​ມັກ​ເຢາະເຢີ້ຍ” ການ​ປະພຶດ​ຂອງ​ລາວ​ລ້ວນ​ແຕ່​ອວດດີ.
25 The craving of a lazy person kills him, for his hands refuse to work. ຄວາມ​ຢາກ​ຂອງ​ຄົນ​ຂີ້ຄ້ານ​ຈະ​ຂ້າ​ລາວ​ໃຫ້​ຕາຍ, ເພາະ​ລາວ​ບໍ່​ຍອມ​ລົງ​ມື​ເຮັດວຽກ.
26 All day long the craving grows, but the righteous give and do not hold back. ລາວ​ປາຖະໜາ​ຢາກ​ໄດ້​ຫລາຍ​ຂຶ້ນ​ຢູ່​ທຸກ​ມື້, ແຕ່​ຄົນ​ຊອບທຳ​ເອົາ​ໃຫ້​ໂດຍ​ບໍ່​ຂາດ​ເຂີນ.
27 The sacrifice of the wicked is detestable—how much more when brought with evil intent. ເຄື່ອງບູຊາ​ຂອງ​ຄົນ​ຊົ່ວຮ້າຍ​ນັ້ນ​ເປັນ​ໜ້າລັງກຽດ ໂດຍ​ສະເພາະ​ເມື່ອ​ລາວ​ນຳ​ມາ​ດ້ວຍ​ເຈດຕະນາ​ຊົ່ວ!
28 A false witness will perish, but whoever listens will testify with lasting effect. ພະຍານ​ທີ່​ບໍ່​ຈິງ​ຈະ​ຈິບຫາຍ​ໄປ, ແຕ່​ຄົນ​ທີ່​ຟັງ​ຢ່າງ​ລະມັດລະວັງ​ຈະ​ເປັນ​ພະຍານ​ທີ່​ໜ້າເຊື່ອຖື​ໄດ້.
29 The wicked put on a bold face, but the upright give thought to their ways. ຄົນ​ຊົ່ວຮ້າຍ​ຢືນຢັນ​ຢ່າງ​ກ້າຫານ, ແຕ່​ຄົນ​ສະຫລາດ​ຄິດ​ເຖິງ​ວິຖີທາງ​ຂອງ​ຕົນ.
30 There is no wisdom, no understanding, no counsel that can stand against our Father. ບໍ່​ມີ​ປັນຍາ, ຄວາມ​ເຂົ້າໃຈ, ແຜນການ​ອັນໃດ ທີ່​ສາມາດ​ຕໍ່ສູ້​ພຣະເຈົ້າ​ຢາເວ​ໄດ້​ສຳເລັດ.
31 The horse is made ready for the day of battle, but victory belongs to our Father. ມ້າ​ຕຽມ​ພ້ອມ​ໄວ້​ສຳລັບ​ມື້​ສູ້ຮົບ, ແຕ່​ໄຊຊະນະ​ກໍ​ຢູ່​ນໍາ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]