Skip to content
The Believer's Library

Biblica® Open Lao Contemporary Version

Proverbs 22 OLCV

Show OLCV only
Verse × ×
1 A good name is to be chosen rather than great riches, and favor is better than silver or gold. ຊື່ສຽງ​ດີ​ກໍ​ເປັນ​ທີ່​ຕ້ອງການ​ຫລາຍ​ກວ່າ​ຄວາມ​ຮັ່ງມີ; ໄດ້​ຮັບ​ການ​ຍ້ອງຍໍ​ກໍ​ດີ​ກວ່າ​ໄດ້​ເງິນ ຫລື ຄໍາ.
2 The rich and the poor meet together; our Father is the Maker of them all. ຄົນ​ຮັ່ງມີ ແລະ ຄົນ​ທຸກຍາກ​ມີ​ສິ່ງ​ໜຶ່ງ​ທີ່​ຄື​ກັນ​ຄື: ພຣະເຈົ້າ​ຢາເວ​ເປັນ​ຜູ້​ສ້າງ​ຂອງ​ພວກເຂົາ​ທັງໝົດ.
3 The prudent sees danger and takes cover, but the simple keep going and pay the price. ຄົນ​ສະຫລາດ​ເຫັນ​ໄພ​ອັນຕະລາຍ ແລະ ເຂົ້າ​ໄປ​ລີ້ໄພ, ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ​ຄິດ​ກໍ​ຍ່າງ​ຕໍ່ໄປ ແລະ ໄດ້​ຮັບ​ໂທດ.
4 The reward for humility and the fear of our Father is riches and honor and life. ຄວາມ​ຖ່ອມຕົວ​ຄື​ການ​ຢຳເກງ​ພຣະເຈົ້າ​ຢາເວ; ຄ່າຈ້າງ​ຂອງ​ຄວາມ​ຖ່ອມຕົວ​ຄື ຄວາມ​ຮັ່ງມີ, ກຽດຕິຍົດ ແລະ ຊີວິດ.
5 Thorns and snares lie in the path of the crooked; whoever guards his soul stays far from them. ທາງ​ຂອງ​ຄົນ​ຊົ່ວຮ້າຍ​ເປັນ​ບ້ວງແຮ້ວ ແລະ ເປັນ​ກັບດັກ, ແຕ່​ຄົນ​ທີ່​ຮັກສາ​ຊີວິດ​ຂອງ​ຕົນ​ຈະ​ຫລີກ​ໜີ​ຈາກ​ສິ່ງ​ເຫລົ່າ​ນັ້ນ.
6 Train up a child in the way he should go, and even when he is old he will not depart from it. ຈົ່ງ​ເລີ່ມ​ອົບຮົມ​ເດັກນ້ອຍ​ໃນ​ທາງ​ທີ່​ພວກເຂົາ​ຄວນ​ຈະ​ໄປ, ແລະ ເມື່ອ​ພວກເຂົາ​ໃຫຍ່​ຂຶ້ນ ພວກເຂົາ​ຈະ​ບໍ່​ຫັນ​ໜີ​ຈາກ​ທາງ​ນັ້ນ.
7 The rich rules over the poor, and the borrower is slave to the lender. ຄົນ​ຮັ່ງມີ​ປົກຄອງ​ຄົນ​ທຸກຈົນ, ແລະ ຄົນ​ທີ່​ເປັນ​ໜີ້​ກໍ​ເປັນ​ຂ້າທາດ​ຂອງ​ເຈົ້າ​ໜີ້.
8 Whoever sows injustice will reap calamity, and the rod of his fury will fail. ຜູ້​ທີ່​ຫວ່ານ​ຄວາມ​ບໍ່​ຍຸຕິທໍາ​ກໍ​ເກັບກ່ຽວ​ໄພພິບັດ, ແລະ ໄມ້ແສ້​ຄື​ອຳນາດ​ທີ່​ພວກເຂົາ​ໃຊ້​ກົດຂີ່​ຄົນ​ອື່ນ​ຈະ​ຖືກ​ທຳລາຍ.
9 Whoever has a generous eye will be blessed, for he shares his bread with the poor. ຄວາມສຸກ​ເປັນ​ຂອງ​ຄົນ​ໃຈ​ກວ້າງ, ເພາະ​ພວກເຂົາ​ແບ່ງປັນ​ອາຫານ​ຂອງ​ຕົນ​ໃຫ້​ຄົນ​ທຸກຍາກ.
10 Drive out the scoffer, and strife goes with him; quarreling and abuse will cease. ຈົ່ງ​ໄລ່​ຄົນ​ມັກ​ເຢາະເຢີ້ຍ​ອອກ​ໄປ, ແລະ ການ​ຜິດຖຽງ​ກັນ​ກໍ​ຈະ​ບໍ່ມີ; ການ​ສຽດສີ ແລະ ການ​ໝິ່ນປະໝາດ​ຈະ​ຈົບ​ລົງ.
11 Whoever loves a pure heart and speaks graciously will have the king as his friend. ຜູ້​ທີ່​ຮັກ​ຈິດໃຈ​ທີ່​ບໍລິສຸດ ແລະ ເວົ້າ​ຈາ​ອ່ອນຫວານ ຈະ​ມີ​ໝູ່​ເປັນ​ກະສັດ.
12 The eyes of our Father keep watch over knowledge, but he overturns the words of the traitor. ຕາ​ຂອງ​ພຣະເຈົ້າ​ຢາເວ​ເຝົ້າ​ຮັກສາ​ຄວາມ​ຮູ້​ໄວ້, ແຕ່​ພຣະອົງ​ທໍາລາຍ​ຄຳເວົ້າ​ຂອງ​ຄົນ​ບໍ່​ສັດຊື່.
13 The lazy person says, "There is a lion outside! I will be killed in the streets!" ຄົນ​ຂີ້ຄ້ານ​ເວົ້າ​ວ່າ “ມີ​ໂຕສິງ​ຢູ່​ຂ້າງ​ນອກ!” “ຂ້ອຍ​ຈະ​ຖືກ​ມັນ​ຂ້າ​ຢູ່​ກາງ​ທາງ​ກໍ​ໄດ້!”
14 The mouth of forbidden women is a deep pit; whoever draws our Father's anger will fall into it. ປາກ​ຂອງ​ຍິງ​ຫລິ້ນຊູ້​ເປັນ​ດັ່ງ​ຂຸມ​ເລິກ; ຄົນ​ທີ່​ຖືກ​ພຣະເຈົ້າ​ຢາເວ​ໂກດຮ້າຍ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ​ນັ້ນ.
15 Foolishness is bound up in the heart of a child, but the rod of discipline drives it far away. ຄວາມ​ໂງ່ຈ້າ​ຝັງ​ໄວ້​ຢູ່​ໃນ​ໃຈ​ຂອງ​ເດັກນ້ອຍ, ແຕ່​ໄມ້ແສ້​ທີ່​ຕີສອນ​ຈະ​ຊ່ວຍ​ໄລ່​ມັນ​ອອກ​ໄປ.
16 Whoever oppresses the poor to enrich himself, or gives to the rich, will come only to poverty. ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ຄົນ​ທຸກຍາກ​ເພື່ອ​ໃຫ້​ຕົນເອງ​ຮັ່ງມີ​ຂຶ້ນ. ແລະ ຜູ້​ທີ່​ເອົາ​ຂອງຂັວນ​ໃຫ້​ຄົນ​ຮັ່ງມີ ຈະ​ເຮັດ​ໃຫ້​ທັງ​ສອງ​ຄົນ​ທຸກ​ຈົນ​ລົງ.
17 Listen carefully to the words of the wise, and apply your heart to my knowledge, ຈົ່ງ​ຕັ້ງໃຈ ແລະ ຟັງ​ຄຳເວົ້າ​ຂອງ​ຄົນ​ມີ​ປັນຍາ ແລະ ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ປັນຍາ​ສັ່ງສອນ,
18 for it will be pleasant if you keep them within you, if all of them are ready on your lips. ເພາະ​ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ສຸກ​ໃຈ ເມື່ອ​ເຈົ້າ​ຮັກສາ​ຄຳ​ສັ່ງສອນ​ນັ້ນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ. ແລະ ມີ​ຄຳ​ສັ່ງສອນ​ທັງໝົດ​ຢູ່​ໃນ​ປາກ​ຂອງ​ເຈົ້າ.
19 So that your trust may be in our Father, I have made them known to you today, even to you. ເພື່ອ​ໃຫ້​ຄວາມ​ໄວ້ວາງໃຈ​ຂອງ​ເຈົ້າ​ຢູ່​ໃນ​ພຣະເຈົ້າ​ຢາເວ, ເຮົາ​ສອນ​ເຈົ້າ​ໃນ​ມື້ນີ້, ແມ່ນແຕ່​ເຈົ້າ​ເອງ​ກໍ​ຄື​ກັນ.
20 Have I not written for you thirty sayings of counsel and knowledge, ເຮົາ​ໄດ້​ຂຽນ​ຄຳສັ່ງສອນ​ສາມສິບ​ຕອນ​ໄວ້​ໃຫ້​ເຈົ້າ​ບໍ່ແມ່ນ​ບໍ, ເປັນ​ຄຳ​ແນະນຳ ແລະ ຄວາມ​ຮູ້.
21 to teach you what is right and true, so that you may give a true answer to those who sent you? ສັ່ງສອນ​ເຈົ້າ​ໃຫ້​ເປັນ​ຄົນ​ສັດຊື່ ແລະ ເວົ້າ​ຄວາມຈິງ, ເພື່ອ​ເຈົ້າ​ຈະ​ນໍາ​ຄວາມ​ຈິງ​ກັບ​ມາ​ລາຍງານ ຜູ້​ທີ່​ໃຊ້​ເຈົ້າ​ໄປ?
22 Do not rob the poor because he is poor, or crush the afflicted at the gate, ຢ່າ​ເອົາ​ປຽບ​ຄົນ​ທຸກຈົນ ເພາະ​ພວກເຂົາ​ກໍ​ທຸກຈົນ​ຢູ່​ແລ້ວ ແລະ ຢ່າ​ຢຽບຢໍ່າ​ຄົນ​ຂັດສົນ​ຢູ່​ໃນ​ສານ,
23 for our Father will plead their cause and will rob of life those who rob them. ເພາະ​ພຣະເຈົ້າ​ຢາເວ​ຈະ​ແກ້​ຄະດີ​ໃຫ້​ພວກເຂົາ ແລະ ຈະ​ເອົາ​ຊີວິດ​ຂອງ​ຜູ້​ທີ່​ຈະ​ເອົາ​ຊີວິດ​ຂອງ​ພວກເຂົາ.
24 Do not befriend a man given to anger, and do not go with a hot-tempered man, ຢ່າ​ເປັນ​ໝູ່​ກັບ​ຄົນ​ໃຈ​ຮ້ອນ, ຢ່າ​ຄົບ​ກັບ​ຄົນ​ທີ່​ໃຈຮ້າຍ​ງ່າຍ,
25 or you will learn his ways and entangle yourself in a snare. ເພາະ​ເຈົ້າ​ອາດ​ຈະ​ຮຽນ​ແບບ​ວິຖີທາງ​ຂອງ​ພວກເຂົາ ແລະ ເຮັດ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ບ້ວງແຮ້ວ.
26 Do not be one of those who give pledges, who put up security for debts. ຢ່າ​ເປັນ​ຜູ້​ທີ່​ຈັບ​ມື​ໃຫ້​ຄໍາສັນຍາ ຫລື ຄ້ຳປະກັນ​ໃນ​ການ​ໃຊ້​ໜີ້​ຄົນ​ອື່ນ;
27 If you have nothing to pay with, why should your bed be taken from under you? ຖ້າ​ເຈົ້າ​ບໍ່​ມີ​ເງິນ​ຈ່າຍ, ແມ່ນແຕ່​ບ່ອນນອນ​ກໍ​ຈະ​ຖືກ​ດຶງ​ອອກ​ໄປ​ຈາກ​ຫລັງ​ຂອງ​ເຈົ້າ.
28 Do not move the ancient boundary stone that your fathers set up. ຢ່າ​ຍ້າຍ​ຫລັກ​ເຂດແດນ​ເກົ່າ ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ຕັ້ງ​ໄວ້.
29 Do you see a man skillful in his work? He will stand before kings; he will not stand before ordinary men. ເຈົ້າ​ເຫັນ​ຄົນ​ທີ່​ມີ​ຄວາມ​ຊຳນານ​ໃນ​ວຽກງານ​ຂອງ​ພວກເຂົາ​ບໍ? ພວກເຂົາ​ຈະ​ໄດ້​ຮັບໃຊ້​ກະສັດ; ພວກເຂົາ​ຈະ​ບໍ່​ຮັບ​ໃຊ້​ຂ້າລາຊະການ​ຊັ້ນຕໍ່າ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]