Skip to content
The Believer's Library

Biblica® Open Lao Contemporary Version

Proverbs 23 OLCV

Show OLCV only
Verse × ×
1 When you sit down to dine with a ruler, consider carefully what is before you, ເມື່ອ​ເຈົ້າ​ນັ່ງ​ກິນ​ເຂົ້າ​ກັບ​ຜູ້ປົກຄອງ, ຈົ່ງ​ສັງເກດ​ເບິ່ງ​ສິ່ງ ທີ່​ຢູ່​ຕໍ່ໜ້າ​ເຈົ້າ​ໃຫ້​ດີ,
2 and put a knife to your throat if you are a person ruled by appetite. ຖ້າ​ເຈົ້າ​ເປັນ​ຄົນ​ມັກ​ກິນ​ຫລາຍ, ກໍ​ຈົ່ງ​ເອົາ​ມີດ​ຈີ້​ຄໍ​ຕົນເອງ​ໄວ້.
3 Do not crave his delicacies, for they are deceptive food. ຢ່າ​ໂລບມາກ​ໃນ​ອາຫານ​ທີ່​ດີ​ຂອງ​ລາວ, ເພາະ​ອາຫານ​ນັ້ນ​ເປັນ​ສິ່ງ​ທີ່​ຫລອກລວງ.
4 Do not wear yourself out to get rich; have the wisdom to restrain yourself. ຢ່າ​ອິດເມື່ອຍ​ອ່ອນ​ແຮງ​ເພື່ອ​ຢາກ​ຮັ່ງມີ; ຢ່າ​ໄວ້​ວາງໃຈ​ໃນ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ​ເອງ.
5 The moment you look at wealth, it is gone, for it suddenly sprouts wings and flies off toward the heavens like an eagle. ຄວາມ​ຮັ່ງມີ​ກໍ​ຫາຍ​ໄປ​ໄດ້​ພຽງ​ແຕ່​ພັບຕາ​ດຽວ, ເພາະ​ປີກ​ມັນ​ຈະ​ງອກ​ອອກ​ມາ ແລະ ບິນ​ຂຶ້ນ​ສູ່​ທ້ອງຟ້າ​ເໝືອນ​ດັ່ງ​ນົກອິນຊີ.
6 Do not eat the bread of a stingy man, and do not crave his delicacies, ຢ່າ​ກິນ​ອາຫານ​ຂອງ​ຄົນ​ທີ່​ຂີ້ຖີ່, ຢ່າ​ໂລບມາກ​ໃນ​ອາຫານ​ດີ​ຂອງ​ລາວ​ທີ່​ເອົາ​ມາ​ໃຫ້;
7 for he is the kind of man who keeps counting the cost. "Eat and drink!" he says to you, but his heart is not with you. ເພາະ​ລາວ​ເປັນ​ຄົນ​ປະເພດ ທີ່​ຄິດ​ເລື່ອງ​ລາຄາ​ຢູ່​ໃນ​ໃຈ​ສະເໝີ. ລາວ​ເວົ້າ​ກັບ​ເຈົ້າ​ວ່າ, “ເຊີນ​ກິນ ແລະ ເຊີນ​ດື່ມ” ແຕ່​ໃຈ​ຂອງ​ລາວ​ບໍ່​ໄດ້​ຄິດ​ແບບ​ນັ້ນ.
8 You will vomit up the little you have eaten and will have wasted your pleasant words. ເຈົ້າ​ຈະ​ຮາກ​ອາຫານ​ທີ່​ເຈົ້າ​ໄດ້​ກິນ​ເຂົ້າ​ໄປ​ອອກ​ມາ ແລະ ຄໍາ​ຍ້ອງຍໍ​ຂອງ​ເຈົ້າ​ຈະ​ສູນເສຍ​ໄປ.
9 Do not speak in the hearing of a fool, for he will despise the wisdom of your words. ຢ່າ​ເວົ້າ​ກັບ​ຄົນ​ໂງ່ຈ້າ, ເພາະ​ພວກເຂົາ​ຈະ​ດູໝິ່ນ​ຄຳ​ແນະນຳ​ທີ່​ສະຫລາດ​ຂອງ​ເຈົ້າ.
10 Do not move an ancient boundary stone or encroach on the fields of the fatherless, ຢ່າ​ຍ້າຍ​ຫລັກ​ເຂດແດນ​ເກົ່າ ຫລື ບຸກ​ຢຶດ​ທີ່ດິນ​ຂອງ​ລູກ​ກຳພ້າ,
11 for their Redeemer is strong; our Father will take up their cause against you. ເພາະ​ຜູ້ປົກປ້ອງ​ຂອງ​ພວກເຂົາ​ກໍ​ເຂັ້ມແຂງ; ພຣະອົງ​ຈະ​ສູ້​ຄະດີ​ກັບ​ເຈົ້າ​ແທນ​ພວກເຂົາ.
12 Apply your heart to instruction and your ears to words of knowledge. ຈົ່ງ​ເອົາໃຈໃສ່​ຕໍ່​ຄຳສັ່ງສອນ ແລະ ງ່ຽງ​ຫູ​ຟັງ​ຖ້ອຍຄຳ​ແຫ່ງ​ຄວາມ​ຮູ້.
13 Do not withhold discipline from a child; if you strike him with the rod, he will not die. ຢ່າ​ລັງເລ​ໃນ​ການ​ຕີສອນ​ລູກ; ຖ້າ​ເຈົ້າ​ລົງໂທດ​ພວກເຂົາ​ດ້ວຍ​ໄມ້ແສ້, ພວກເຂົາ​ຈະ​ບໍ່​ຕາຍ.
14 Strike him with the rod, and you will deliver his soul from the grave. ຈົ່ງ​ລົງໂທດ​ພວກເຂົາ​ດ້ວຍ​ໄມ້ແສ້ ແລະ ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.
15 My son, if your heart is wise, my own heart will be glad as well. ລູກ​ເອີຍ, ຖ້າ​ໃຈ​ຂອງ​ເຈົ້າ​ມີ​ປັນຍາ, ຫົວໃຈ​ຂອງ​ພໍ່​ກໍ​ຈະ​ມີ​ຄວາມ​ຍິນດີ​ຫລາຍ;
16 My inmost being will rejoice when your lips speak what is right. ເມື່ອ​ປາກ​ຂອງ​ເຈົ້າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ ຈິດວິນຍານ​ຂອງ​ພໍ່​ກໍ​ຈະ​ຊື່ນຊົມຍິນດີ.
17 Do not let your heart envy sinners, but continue in the fear of our Father all day long. ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ອິດສາ​ພວກ​ຄົນບາບ, ແຕ່​ຈົ່ງ​ກະຕືລືລົ້ນ​ໃນ​ການ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ.
18 Surely there is a future, and your hope will not be cut off. ເພາະ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ​ສໍາລັບ​ເຈົ້າ​ຢ່າງ​ແນ່ນອນ, ແລະ ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ສູນເສຍ​ໄປ.
19 Hear, my son, and be wise, and keep your heart on the right road. ລູກ​ເອີຍ, ຈົ່ງ​ຟັງ ແລະ ມີ​ປັນຍາ, ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໃຫ້​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ​ດັ່ງ​ນີ້:
20 Do not be among those who get drunk on wine or those who gorge themselves on meat, ຢ່າ​ຮ່ວມ​ວົງ​ກັບ​ຜູ້​ທີ່​ດື່ມ​ເຫລົ້າ​ໜັກ ຫລື ຜູ້​ທີ່​ເຫັນ​ແກ່​ກິນ,
21 for the drunkard and the glutton will come to poverty, and drowsiness will clothe them in rags. ເພາະ​ຄົນ​ຂີ້ເມົາ ແລະ ຄົນ​ໂລບມາກ​ຈະ​ກາຍເປັນ​ຄົນ​ທຸກຍາກ, ແລະ ຖ້າ​ມີ​ແຕ່​ນອນ​ຈະ​ເຮັດ​ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຂາດ.
22 Listen to your father, who gave you life, and do not despise your mother when she is old. ຈົ່ງ​ຟັງ​ຄວາມ​ພໍ່​ຂອງ​ເຈົ້າ, ຜູ້​ທີ່​ໃຫ້​ຊີວິດ​ແກ່​ເຈົ້າ, ແລະ ຢ່າ​ດູໜິ່ນ​ແມ່​ຂອງ​ເຈົ້າ​ເມື່ອ​ເພິ່ນ​ເຖົ້າແກ່.
23 Buy truth and do not sell it; buy wisdom, instruction, and understanding. ຈົ່ງ​ຊື້​ຄວາມ​ຈິງ ແລະ ຢ່າ​ຂາຍ​ສິ່ງ​ເຫລົ່ານີ້​ຄື: ປັນຍາ, ຄຳສັ່ງສອນ ແລະ ຄວາມ​ເຂົ້າໃຈ.
24 The father of a righteous child will greatly rejoice; whoever fathers a wise son will delight in him. ພໍ່​ທີ່​ມີ​ລູກ​ເປັນ​ຄົນ​ຊອບທຳ​ກໍ​ມີ​ຄວາມ​ສຸກ​ຫລາຍ; ພໍ່​ທີ່​ມີ​ລູກ​ມີ​ປັນຍາ​ກໍ​ພູມ​ໃຈ​ໃນ​ຕົວ​ລາວ.
25 Let your father and mother be glad; let her who gave you birth rejoice. ຈົ່ງ​ເຮັດ​ໃຫ້​ພໍ່​ແມ່​ຂອງ​ເຈົ້າ​ມີ​ຄວາມ​ຊື່ນຊົມ​ຍິນດີ; ຈົ່ງ​ເຮັດ​ໃຫ້​ແມ່​ຜູ້​ທີ່​ເກີດ​ເຈົ້າ​ມີ​ຄວາມ​ສຸກ!
26 My son, give me your heart, and let your eyes delight in my ways. ລູກ​ເອີຍ, ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາ ແລະ ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ຍິນດີ​ໃນ​ທາງ​ຂອງ​ເຮົາ,
27 For a prostitute is a deep pit, and an adulterous woman is a narrow well. ເພາະ​ຍິງ​ຫລິ້ນຊູ້​ເປັນ​ດັ່ງ​ຂຸມ​ເລິກ, ແລະ ເມຍ​ທີ່​ເອົາ​ແຕ່​ໃຈ​ເປັນ​ນໍ້າສ້າງ​ແຄບໆ.
28 She lies in wait like a robber and leads many men into faithlessness. ນາງ​ນອນ​ໝອບ​ລໍຖ້າ​ຢູ່​ຄື​ໂຈນ ແລະ ເຮັດ​ໃຫ້​ຊາຍ​ຫລາຍ​ຄົນ​ບໍ່​ສັດຊື່​ຕໍ່​ເມຍ​ຂອງ​ຕົນ.
29 Who has misery? Who has sorrow? Who has strife? Who has complaints? Who has wounds for no reason? Who has bleary eyes? ຜູ້​ໃດ​ທີ່​ທຸກ​ທໍລະມານ? ຜູ້ໃດ​ທີ່​ໂສກ​ເສົ້າ? ຜູ້​ໃດ​ທີ່​ຜິດຖຽງ​ກັນ? ຜູ້​ໃດ​ທີ່​ຈົ່ມທຸກ? ຜູ້​ໃດ​ມີ​ຮອຍ​ຊໍ້າ​ດໍາ​ຂຽວ​ໂດຍ​ບໍ່​ຈຳເປັນ? ຜູ້​ໃດ​ທີ່​ມີ​ຕາ​ແດງ​ກ່ຳ?
30 Those who linger long over wine, those who go to sample bowls of mixed wine. ກໍ​ຄື​ຄົນ​ທີ່​ມົວເມົາ​ຢູ່​ກັບ​ເຫລົ້າ, ຄົນ​ທີ່​ລອງ​ຊີມ​ເຫລົ້າ​ປະສົມ​ກັນ​ຫລາຍ​ຊະນິດ​ຢູ່​ໃນ​ຖ້ວຍ.
31 Do not gaze at wine while it is red, while it sparkles in the cup and goes down smoothly. ຢ່າ​ຈ້ອງ​ເບິ່ງ​ເຫລົ້າ​ອະງຸ່ນ​ທີ່​ມີ​ສີ​ແດງ, ເມື່ອ​ມັນ​ເປັ່ງປະກາຍ​ຢູ່​ໃນ​ຈອກ, ເມື່ອ​ດື່ມ​ມັນ​ລົງ​ໄປ​ກໍ​ລື່ນ​ຄໍ​ດີ!
32 In the end it bites like a serpent and stings like a viper. ໃນ​ບັ້ນ​ປາຍ​ແລ້ວ ມັນ​ຕອດ​ຄື​ງູ ແລະ ມີ​ພິດຮ້າຍ​ເໝືອນ​ງູ​ພິດ.
33 Your eyes will see strange things, and your heart will utter twisted things. ຕາ​ຂອງ​ເຈົ້າ​ຈະ​ເຫັນ​ພາບ​ແປກໆ, ແລະ ຄວາມ​ຄິດ​ຂອງ​ເຈົ້າ​ຈະ​ຄິດ​ສິ່ງ​ທີ່​ສັບສົນ.
34 You will be like one lying down in the heart of the sea, like one lying on the top of a ship's mast. ເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກໍາລັງ​ນອນ​ຢູ່​ກາງ​ທະເລ, ແລະ ເປັນ​ດັ່ງ​ຄົນ​ທີ່​ກໍາລັງ​ນອນ​ຢູ່​ເທິງ​ຍອດ​ເສົາ​ຂອງ​ເຮືອໃບ.
35 "They struck me, but I felt no pain; they beat me, but I did not know it. When will I wake up? I will look for another drink." ເຈົ້າ​ຈະ​ເວົ້າ​ວ່າ, “ພວກເຂົາ​ຕ່ອຍ​ຂ້ອຍ, ແຕ່​ຂ້ອຍ​ບໍ່​ເຈັບ! ພວກເຂົາ​ຟາດ​ຂ້ອຍ, ແຕ່​ຂ້ອຍ​ບໍ່​ຮູ້ສຶກ! ເມື່ອໃດ​ຂ້ອຍ​ຈະ​ຕື່ນ​ຂຶ້ນ​ມາ ຂ້ອຍ​ຈະ​ໄປ​ດື່ມ​ອີກ”
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]