Skip to content
The Believer's Library

Biblica® Open Lao Contemporary Version

Proverbs 24 OLCV

Show OLCV only
Verse × ×
1 Do not envy evil men, and do not desire to be with them, ຢ່າ​ອິດສາ​ຄົນ​ຊົ່ວຮ້າຍ, ຢ່າ​ປາຖະໜາ​ເປັນ​ໝູ່​ກັບ​ພວກເຂົາ;
2 for their hearts plot violence, and their lips speak of trouble. ເພາະ​ໃຈ​ຂອງ​ພວກເຂົາ​ວາງ​ແຜນການ​ອັນ​ໂຫດຮ້າຍ, ແລະ ປາກ​ຂອງ​ພວກເຂົາ​ເວົ້າ​ແຕ່​ເລື່ອງ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເດືອດຮ້ອນ.
3 By wisdom a house is built, and by understanding it is established; ເຮືອນ​ຖືກ​ສ້າງ​ຂຶ້ນ​ໂດຍ​ຄົນ​ມີ​ປັນຍາ, ແລະ ຕັ້ງ​ຂຶ້ນ​ດ້ວຍ​ຄວາມ​ເຂົ້າໃຈ;
4 and by knowledge its rooms are filled with all precious and pleasant riches. ດ້ວຍ​ຄວາມ​ຮູ້ ຫ້ອງ​ຕ່າງໆ​ໃນ​ເຮືອນ​ກໍ​ເຕັມ​ໄປ​ດ້ວຍ ຊັບສົມບັດ​ທີ່​ຫາ​ຍາກ ແລະ ງົດງາມ,
5 A wise man is full of strength, and a man of knowledge increases his power, ຄົນ​ມີ​ປັນຍາ​ເອົາ​ຊະນະ​ດ້ວຍ​ອຳນາດ​ອັນ​ຍິ່ງໃຫຍ່, ແລະ ຄົນ​ທີ່​ມີ​ຄວາມ​ຮູ້​ກໍ​ຮວບຮວມ​ກຳລັງ​ຂອງ​ຕົນ​ໄວ້.
6 for by wise guidance you can wage your war, and victory comes through many counselors. ແນ່ນອນ​ວ່າ​ເຈົ້າ​ຕ້ອງການ​ຄໍາແນະນໍາ​ເມື່ອ​ເຮັດ​ສົງຄາມ, ແລະ ຈະ​ໄດ້​ຮັບ​ໄຊຊະນະ​ກໍ​ໂດຍ​ການ​ມີ​ທີ່ປຶກສາ​ຫລາຍ​ຄົນ.
7 Wisdom is too high for a fool; at the gate, he has nothing to say. ປັນຍາ​ຢູ່​ສູງ​ເກີນໄປ​ສຳລັບ​ຄົນ​ໂງ່ຈ້າ; ພວກເຂົາ​ບໍ່​ຄວນ​ເປີດ​ປາກ​ເວົ້າ​ໃນ​ບ່ອນ​ຊຸມນຸມ​ທີ່​ປະຕູ​ເມືອງ.
8 Whoever plans to do evil will be called a schemer. ຜູ້​ທີ່​ວາງ​ແຜນການ​ຊົ່ວຮ້າຍ ຈະ​ຖືກ​ເອີ້ນ​ວ່າ ເປັນ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ.
9 A fool's scheming is sin, and the scoffer is detestable to people. ແຜນການ​ແຫ່ງ​ຄວາມ​ໂງ່​ຄື​ບາບ, ແລະ ປະຊາຊົນ​ກຽດຊັງ​ຄົນ​ມັກ​ເຢາະເຢີ້ຍ.
10 If you falter in a time of trouble, your strength is small. ຖ້າ​ເຈົ້າ​ທໍ້ໃຈ​ໃນ​ເວລາ​ມີ​ບັນຫາ, ກຳລັງ​ຂອງ​ເຈົ້າ​ກໍ​ໜ້ອຍ​ຫລາຍ!
11 Rescue those being taken away to death, and hold back those stumbling toward the slaughter. ຈົ່ງ​ຊ່ວຍ​ເຫລືອ​ຜູ້​ທີ່​ຖືກ​ນຳ​ໄປ​ສູ່​ຄວາມ​ຕາຍ; ແລະ ຢ່າ​ຊັກຊ້າ​ທີ່​ຈະ​ຊ່ວຍ​ຄົນ​ກຳລັງ​ຈະ​ຖືກ​ຂ້າ.
12 If you say, "Look, we did not know this," does not he who weighs the heart perceive it? Does not he who watches over your soul know it? And will he not repay each person according to his deeds? ຖ້າ​ເຈົ້າ​ເວົ້າ​ວ່າ, “ແຕ່​ພວກເຮົາ​ບໍ່​ຮູ້​ຫຍັງ​ກ່ຽວກັບ​ເລື່ອງ​ນີ້”, ພຣະອົງ​ຜູ້​ທີ່​ຊັ່ງ​ເບິ່ງ​ຈິດໃຈ​ຂອງ​ເຈົ້າ​ຈະ​ບໍ່​ເຫັນ​ບໍ? ພຣະອົງ​ຜູ້​ທີ່​ເຝົ້າ​ຮັກສາ​ຊີວິດ​ຂອງ​ເຈົ້າ​ຈະ​ບໍ່​ຮູ້​ບໍ? ພຣະອົງ​ຈະ​ບໍ່​ຕອບ​ແທນ​ທຸກຄົນ​ຕາມ​ສິ່ງທີ່​ພວກເຂົາ​ໄດ້​ເຮັດ​ບໍ?
13 My son, eat honey, for it is good, and the honeycomb's drippings are sweet to your taste. ລູກ​ເອີຍ, ຈົ່ງ​ກິນ​ນ້ຳເຜິ້ງ​ເພາະ​ມັນ​ເປັນ​ສິ່ງທີ່​ດີ; ນ້ຳເຜິ້ງ​ທີ່​ມາ​ຈາກ​ຮັງ​ນັ້ນ​ກໍ​ມີ​ລົດ​ຫວານ​ດີ.
14 Know that wisdom is just like this to your soul; if you find it, there is a future, and your hope will not be cut off. ຈົ່ງ​ຮູ້ຈັກ​ວ່າ ປັນຍາ​ກໍ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ​ສຳລັບ​ຊີວິດ​ຂອງ​ເຈົ້າ: ຖ້າ​ເຈົ້າ​ພົບ​ປັນຍາ, ກໍ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ​ສໍາລັບ​ເຈົ້າ, ແລະ ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ສູນເສຍ​ໄປ.
15 Do not lie in wait, you wicked man, against the home of the righteous; do not destroy his resting place, ຢ່າ​ດັກຊຸ້ມ​ເໝືອນ​ໂຈນ​ທີ່​ຢູ່​ໃກ້​ເຮືອນ​ຂອງ​ຄົນ​ຊອບທຳ, ຢ່າ​ປຸ້ນ​ທີ່ຢູ່​ອາໄສ​ຂອງ​ພວກເຂົາ;
16 for though the righteous falls seven times, he rises again, but the wicked stumble in disaster. ເພາະ​ເຖິງ​ແມ່ນ​ວ່າ​ຄົນ​ຊອບທຳ​ລົ້ມ​ລົງ​ເຈັດ​ຄັ້ງ, ພວກເຂົາ​ກໍ​ລຸກ​ຂຶ້ນ​ມາ​ໄດ້​ອີກ. ແຕ່​ຄົນ​ຊົ່ວຮ້າຍ​ນັ້ນ​ກໍ​ລົ້ມລົງ​ເມື່ອ​ຄວາມ​ຈິບຫາຍ​ມາ​ໂຈມຕີ.
17 Do not rejoice when your enemy falls, and do not let your heart be glad when he stumbles, ຢ່າ​ດີໃຈ​ເມື່ອ​ສັດຕູ​ຂອງ​ເຈົ້າ​ລົ້ມ​ລົງ; ຢ່າ​ຊື່ນຊົມຍິນດີ​ເມື່ອ​ພວກເຂົາ​ສະດຸດ​ລົ້ມ,
18 lest our Father see it and be displeased, and turn his anger away from him. ຢ້ານວ່າ​ພຣະເຈົ້າ​ຢາເວ​ຈະ​ເຫັນ ແລະ ບໍ່​ພໍໃຈ ແລະ ຫັນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄປ​ຈາກ​ພວກເຂົາ.
19 Do not fret because of evildoers, and do not envy the wicked, ຢ່າ​ກັງວົນ​ໃຈ​ເພາະ​ຄົນ​ຊົ່ວ ຫລື ຢ່າ​ອິດສາ​ຄົນ​ຊົ່ວຮ້າຍ,
20 for the evil man has no future; the lamp of the wicked will be snuffed out. ເພາະ​ຄົນ​ຊົ່ວ​ບໍ່​ມີ​ຄວາມ​ຫວັງ​ໃນ​ອະນາຄົດ ຕະກຽງ​ຂອງ​ຄົນ​ຊົ່ວ​ຈະ​ດັບ​ໄປ.
21 My son, fear our Father and the king, and do not join with those who rebel against them, ລູກ​ເອີຍ, ຈົ່ງ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ກະສັດ ຢ່າ​ຮ່ວມ​ກັບ​ເຈົ້າໜ້າທີ່​ຜູ້​ກະບົດ,
22 for their disaster will rise suddenly, and who knows the ruin that both of them can bring? ເພາະ​ທັງ​ສອງ​ຈະ​ພົບ​ຄວາມ​ຈິບຫາຍ​ມາ​ເຖິງ​ພວກເຂົາ​ຢ່າງ​ກະທັນຫັນ. ແລະ ຜູ້​ໃດ​ຈະ​ຮູ້​ເຖິງ​ໄພພິບັດ​ທີ່​ທັງສອງ​ຈະ​ນໍາ​ມາ?
23 These also are sayings of the wise: Showing partiality in judgment is not good. ສິ່ງ​ເຫລົ່ານີ້​ຄື​ຄໍາສອນ​ຂອງ​ຄົນ​ມີ​ປັນຍາ: ການ​ຕັດສິນ​ເຂົ້າ​ຂ້າງ​ເປັນ​ສິ່ງ​ທີ່​ບໍ່​ດີ​ຄື:
24 Whoever says to the guilty, "You are innocent," peoples will curse him and nations will denounce him, ຜູ້​ທີ່​ເວົ້າ​ກັບ​ຄົນ​ເຮັດ​ຜິດ​ວ່າ, “ເຈົ້າ​ເປັນ​ຄົນບໍລິສຸດ,” ຈະ​ຖືກ​ຄົນ​ສາບແຊ່ງ ແລະ ບັນດາ​ປະຊາຊາດ​ຈະ​ປະນາມ​ລາວ.
25 but it will go well for those who convict the guilty, and a rich blessing will come upon them. ສ່ວນ​ຜູ້​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ຈະ​ໄດ້​ດີ, ພຣະພອນ​ອັນ​ອຸດົມ​ຈະ​ມາ​ເຖິງ​ພວກເຂົາ.
26 An honest answer is like a kiss on the lips. ຄຳຕອບ​ທີ່​ຊື່ສັດ ເປັນ​ເຄື່ອງໝາຍ​ແຫ່ງ​ມິດ​ແທ້.
27 Prepare your work outside, get your fields ready, and after that build your house. ຈົ່ງ​ເຮັດວຽກ​ໄຖ​ນາ​ໃຫ້​ສຳເລັດ ແລະ ຕຽມ​ທົ່ງນາ​ຂອງ​ເຈົ້າ​ໃຫ້​ພ້ອມ; ຫລັງຈາກນັ້ນ, ຈຶ່ງ​ສ້າງ​ເຮືອນ​ຂອງ​ເຈົ້າ.
28 Do not be a witness against your neighbor without cause; would you deceive with your lips? ຢ່າ​ເປັນ​ພະຍານ​ຕໍ່ສູ້​ເພື່ອນບ້ານ​ຂອງ​ເຈົ້າໂດຍ​ບໍ່​ມີ​ສາເຫດ​ຄື ເຈົ້າ​ຈະ​ໃຊ້​ປາກ​ຂອງ​ເຈົ້າ​ເວົ້າ​ຫລອກລວງ​ບໍ?
29 Do not say, "I will do to him as he did to me; I will pay the man back for what he has done." ຢ່າ​ເວົ້າ​ວ່າ, “ຂ້ອຍ​ຈະ​ເຮັດ​ຕໍ່​ພວກເຂົາ​ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຂ້ອຍ; ຂ້ອຍ​ຈະ​ແກ້ແຄ້ນ​ສໍາລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ນັ້ນ”.
30 I passed by the field of a lazy man, by the vineyard of someone lacking sense, ຂ້ອຍ​ໄດ້​ຍ່າງ​ຜ່ານ​ໄປ​ທີ່​ທົ່ງນາ​ຂອງ​ຄົນ​ຂີ້ຄ້ານ, ແລະ ສວນ​ອະງຸ່ນ​ຂອງ​ຄົນ​ບໍ່ຮູ້ຈັກຄິດ;
31 and there it was, all overgrown with thorns; the ground was covered with weeds, and its stone wall was broken down. ສວນ​ນັ້ນ​ມີ​ຟຸ່ມໜາມ​ຂຶ້ນ​ເຕັມ​ໄປ​ໝົດ, ຫຍ້າ ກໍ​ປົ່ງ​ຂຶ້ນ​ປົກຄຸມ​ພື້ນດິນ ແລະ ກຳແພງ​ຫີນ​ກໍ​ຫັກພັງ​ລົງ.
32 Then I looked and took it to heart; I saw and received instruction. ຂ້ອຍ​ຄິດ​ຢູ່​ໃນ​ໃຈ​ເຖິງ​ສິ່ງ​ທີ່​ຂ້ອຍ​ສັງເກດ​ເຫັນ ແລະ ໄດ້​ບົດຮຽນ​ຈາກ​ສິ່ງ​ທີ່​ຂ້ອຍ​ເຫັນ​ກໍ​ຄື:
33 A little sleep, a little slumber, a little folding of the hands to rest, ຂໍ​ນອນ​ອີກ​ໜ້ອຍ​ໜຶ່ງ, ເຊືອບ​ນອນ​ອີກ​ຈັກ​ໜ້ອຍ, ເອົາ​ມື​ກອດ​ເອິກ​ຫລັບ​ບຶດ​ໜຶ່ງ.
34 and poverty will come upon you like a robber, and scarcity like an armed man. ແລ້ວ​ຄວາມ​ທຸກຍາກ​ຈະ​ມາ​ຫາ​ເຈົ້າ​ດັ່ງ​ຄົນ​ຂີ້ລັກ ແລະ ຄວາມ​ຂັດສົນ​ຈະ​ໂຈມຕີ​ເຈົ້າ​ດັ່ງ​ມີ​ຄົນ​ໜຶ່ງ​ຖື​ອາວຸດ​ມາ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]