Skip to content
The Believer's Library

Biblica® Open Lao Contemporary Version

Proverbs 25 OLCV

Show OLCV only
Verse × ×
1 These also are proverbs of Solomon, which the men of Hezekiah king of Judah copied out. ຕໍ່ໄປນີ້ ແມ່ນ​ສຸພາສິດ​ເພີ່ມເຕີມ​ຂອງ​ໂຊໂລໂມນ, ທີ່​ຄົນ​ຂອງ​ເຮເຊກີຢາ​ກະສັດ​ແຫ່ງ​ຢູດາຍ​ໄດ້​ຮວບຮວມ​ໄວ້​ດັ່ງ​ນີ້:
2 It is the glory of our Father to conceal a matter, but the glory of kings to search a matter out. ພຣະເຈົ້າ​ໄດ້​ຮັບ​ກຽດ​ຈາກ​ການ​ເຊື່ອງບັງ​ສິ່ງ​ຕ່າງໆ​ໄວ້; ແລະ ບັນດາ​ກະສັດ​ໄດ້​ຮັບ​ກຽດ​ຈາກ​ການ​ຄົ້ນ​ພົບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ.
3 As the heavens are high and the earth is deep, so the heart of kings is unsearchable. ຟ້າສະຫວັນ​ສູງ​ເທົ່າ​ໃດ ແລະ ແຜ່ນດິນ​ໂລກ​ກໍ​ເລິກ​ເທົ່າໃດ, ຄວາມ​ຄິດ​ຂອງ​ບັນດາ​ກະສັດ​ກໍ​ເກີນ​ກວ່າ​ຈະ​ຄົ້ນຫາ​ໄດ້​ສັນນັ້ນ.
4 Take away the dross from the silver, and a vessel comes forth for the refiner. ເມື່ອ​ກຳຈັດ​ຂີ້ແຮ່​ອອກ​ຈາກ​ເງິນ​ແລ້ວ, ແລະ ຊ່າງ​ຕີ​ເງິນ​ກໍ​ສາມາດ​ເຮັດ​ພາຊະນະ​ໄດ້;
5 Take away the wicked from before the king, and his throne will be established in righteousness. ເມືອ​ຈໍາກັດ​ຂ້າລາຊະການ​ຊົ່ວ​ອອກ​ໄປ​ຈາກ​ບ່ອນ​ທີ່​ກະສັດ​ຢູ່​ແລ້ວ, ບັນລັງ​ຂອງ​ເພິ່ນ​ກໍ​ຈະ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ຄວາມ​ຊອບທຳ.
6 Do not put yourself forward in the king's presence, and do not stand in the place of the great; ຢ່າ​ຍົກຍໍ​ຕົນເອງ​ຢູ່​ຕໍ່ໜ້າ​ກະສັດ, ຫລື ເວົ້າ​ໂອ້ອວດ​ເຖິງ​ຕົນເອງ​ໃນ​ບ່ອນ​ທີ່​ມີ​ຄົນ​ສຳຄັນ;
7 for it is better to be told, "Come up here," than to be put in a lower place in front of a noble you can see. ຈົ່ງ​ລໍຖ້າ​ກະສັດ​ເວົ້າ​ກັບ​ເຈົ້າ​ວ່າ, “ຈົ່ງ​ມາ​ບ່ອນ​ນີ້”, ກໍ​ດີກວ່າ​ທີ່​ເພິ່ນ​ເຮັດ​ໃຫ້​ເຈົ້າ​ອັບອາຍ​ຂາຍໜ້າ​ຕໍ່ໜ້າ​ບັນດາ​ຂຸນນາງ​ຂອງ​ເພິ່ນ. ເຈົ້າ​ໄດ້​ເຫັນ​ຫຍັງ​ດ້ວຍ​ຕາ​ຂອງ​ເຈົ້າ​ເອງ
8 Do not rush into a quarrel, for what will you do in the end when your neighbor puts you to shame? ຢ່າ​ຟ້າວ​ນຳ​ໄປ​ຟ້ອງ ສານ, ເພາະ​ໃນ​ບັ້ນປາຍ​ເຈົ້າ​ຈະ​ເຮັດ​ແນວໃດ ຖ້າ​ເພື່ອນບ້ານ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ອັບອາຍ​ຂາຍ​ໜ້າ?
9 Argue your case with your neighbor himself, but do not disclose another's secret, ຖ້າ​ເຈົ້າ​ນໍາ​ເອົາ​ເພື່ອນບ້ານ​ຂອງ​ເຈົ້າ​ໄປ​ຂຶ້ນ​ສານ, ຢ່າ​ທໍລະຍົດ​ຕໍ່​ຄວາມ​ໄວ້ວາງໃຈ​ຂອງ​ຄົນ​ອື່ນ,
10 lest the one who hears it shame you, and your bad reputation never goes away. ຢ້ານ​ວ່າ​ຜູ້​ທີ່​ໄດ້​ຍິນ​ອາດ​ຈະ​ເຮັດ​ໃຫ້​ເຈົ້າ​ຂາຍໜ້າ ແລະ ຈະ​ກ່າວຫາ​ຕໍ່ສູ້​ເຈົ້າ​ບໍ່​ຈົບ​ສິ້ນ​ຈັກ​ເທື່ອ.
11 A word spoken at the right moment is like apples of gold in settings of silver. ການ​ໃຫ້​ຄໍາຕັດສິນ​ຢ່າງ​ຖືກຕ້ອງ ກໍ​ເໝືອນ​ດັ່ງ​ໝາກ​ແອັບເປີ້ນ​ຄຳ​ທີ່​ຫຸ້ມຫໍ່​ດ້ວຍ​ເງິນ.
12 Like a ring of gold or an ornament of fine gold is wise correction to a listening ear. ຄຳ​ຕຳໜິ​ຂອງ​ຜູ້ພິພາກສາ​ມີ​ປັນຍາ​ສຳລັບ​ຫູ​ທີ່​ຮັບ​ຟັງ ກໍ​ເໝືອນ​ດັ່ງ​ຕຸ້ມຫູ​ຄໍາ ຫລື ເຄື່ອງ​ປະດັບ​ທີ່​ເຮັດ​ດ້ວຍ​ຄຳ​ບໍລິສຸດ.
13 Like the cold of snow in the time of harvest is a faithful messenger to those who send him; he refreshes the soul of his masters. ຜູ້ນຳຂ່າວ​ທີ່​ສັດຊື່ ເປັນ​ດັ່ງ​ນໍ້າ​ເຢັນ​ຈາກ​ຫິມະ​ໃນ​ລະດູ​ເກັບກ່ຽວ; ທີ່​ເຮັດ​ໃຫ້​ນາຍ​ທີ່​ສົ່ງ​ລາວ​ໄປ​ນັ້ນ​ຊື່ນບານ​ໃຈ.
14 Like clouds and wind without rain is one who boasts of a gift never given. ຜູ້​ທີ່​ໂອ້ອວດ​ເລື່ອງ​ຂອງ​ຂວັນ ທີ່​ຕົນ​ບໍ່​ໃຫ້​ຈັກເທື່ອ ກໍ​ເໝືອນ​ຟ້າ​ຄື້ມ ແລະ ລົມ​ທີ່​ບໍ່​ມີ​ຝົນ.
15 By patience a ruler is persuaded, and a soft tongue breaks bone. ຄວາມ​ອົດທົນ​ສາມາດ​ເອົາ​ຊະນະ​ໃຈ​ຜູ້ປົກຄອງ, ລິ້ນ​ທີ່​ອ່ອນຫວານ​ສາມາດ​ເຮັດ​ໃຫ້​ກະດູກ​ຫັກ​ໄດ້.
16 If you find honey, eat only enough, or you will have too much and vomit. ເມື່ອ​ເຈົ້າ​ເຫັນ​ນໍ້າເຜິ້ງ ຈົ່ງ​ກິນ​ໃຫ້​ພໍ​ດີ ຖ້າ​ກິນ​ມັນ​ຫລາຍ​ເກີນ​ໄປ, ແລະ ເຈົ້າ​ຈະ​ຮາກ​ອອກ​ມາ.
17 Don't visit your neighbor's house too often, or he will grow weary of you and hate you. ຈົ່ງ​ໄປ​ຢ້ຽມຢາມ​ເພື່ອນບ້ານ​ດົນໆ​ເທື່ອ​ໜຶ່ງ ຖ້າ​ເຈົ້າ​ໄປ​ດຸ​ຫລາຍ, ພວກເຂົາ​ຈະ​ຊັງ​ເຈົ້າ.
18 Like a club, a sword, and a sharp arrow is one who bears false witness against his neighbor. ຜູ້​ທີ່​ເປັນ​ພະຍານ​ບໍ່​ຈິງ​ຕໍ່ສູ້​ເພື່ອນບ້ານ ກໍ​ເໝືອນດັ່ງ​ໄມ້ຄ້ອນ, ດາບ ຫລື ລູກທະນູ​ທີ່​ແຫລມຄົມ.
19 Like a bad tooth or a foot out of joint is trust in a faithless person in time of trouble. ການ​ເພິ່ງພາ​ຄົນ​ບໍ່​ສັດຊື່​ໃນ​ຍາມ​ເດືອດ​ຮ້ອນ ກໍ​ເໝືອນດັ່ງ​ແຂ້ວ​ຫັກ ຫລື ຕີນ​ທີ່​ພິການ.
20 Like one who takes off a garment on a cold day, like vinegar poured on baking soda, is the one who sings songs to a heavy heart. ຜູ້​ທີ່​ຮ້ອງເພງ​ໃຫ້​ຄົນ​ທຸກໃຈ​ຟັງ ກໍ​ເໝືອນດັ່ງ​ຜູ້​ທີ່​ແກ້​ເສື້ອ​ອອກ​ໃນ​ມື້​ທີ​ອາກາດ​ໜາວ, ຫລື ເອົາ​ເກືອ​ໂຮຍ​ໃສ່​ບາດ.
21 If your enemy is hungry, give him bread to eat, and if he is thirsty, give him water to drink; ຖ້າ​ສັດຕູ​ຂອງ​ເຈົ້າ​ຫິວເຂົ້າ, ຈົ່ງ​ເອົາ​ອາຫານ​ໃຫ້​ລາວ​ກິນ; ຖ້າ​ລາວ​ຫິວ​ນໍ້າ, ຈົ່ງ​ເອົາ​ນ້ຳ​ໃຫ້​ລາວ​ດື່ມ.
22 for you will heap coals of fire on his head, and our Father will reward you. ການ​ເຮັດ​ຢ່າງນັ້ນ, ເປັນການ​ທີ່​ເຈົ້າ​ໄດ້​ກອງ​ຖ່ານໄຟ​ທີ່​ລຸກໄໝ້​ຢູ່​ໃສ່​ຫົວ​ຂອງ​ລາວ, ແລະ ພຣະເຈົ້າ​ຢາເວ​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.
23 The north wind brings forth rain, and a secretive tongue, angry looks. ຄຳ​ເວົ້າ​ສຽດສີ ທີ່​ເຮັດ​ໃຫ້​ໜ້າ​ບູດບຶ້ງ ກໍ​ເປັນ​ເໝືອນ​ລົມ​ທິດເໜືອ​ນຳ​ເອົາ​ຝົນ​ມາ​ໂດຍ​ທີ່​ບໍ່​ຄາດ​ຄິດ.
24 It is better to live in a corner of the rooftop than in a shared house with a quarrelsome wife. ອາໄສ​ຢູ່​ເທິງ​ຫລັງຄາ​ເຮືອນ ກໍ​ດີ​ກວ່າ​ຢູ່​ໃນ​ເຮືອນ​ຮ່ວມ​ກັບ​ເມຍ​ທີ່​ມັກ​ຜິດຖຽງ​ກັນ.
25 Like cold water to a weary soul is good news from a distant land. ຂ່າວ​ດີ​ຈາກ​ແດນ​ໄກ ກໍ​ເໝືອນດັ່ງ​ເອົາ​ນ້ຳ​ເຢັນ​ໃຫ້​ແກ່​ຈິດໃຈ​ທີ່​ອິດເມື່ອຍ​ອ່ອນແຮງ.
26 Like a muddied spring or a polluted fountain is a righteous person who gives way before the wicked. ຖ້າ​ຄົນ​ຊອບທຳ​ເຮັດຕາມ​ຄົນ​ຊົ່ວຮ້າຍ ກໍ​ເໝືອນດັ່ງ​ນ້ຳ​ພຸ​ມີ​ຂີ້ຕົມ ຫລື ນ້ຳສ້າງ​ທີ່​ເປື້ອນເປີ.
27 It is not good to eat too much honey, nor to seek your own glory. ກິນ​ນ້ຳເຜິ້ງ​ຫລາຍ​ບໍ່​ດີ​ສັນໃດ, ການ​ຄົ້ນຫາ​ເລື່ອງ​ຕ່າງໆ​ເລິກ​ເກີນ​ໄປ​ກໍ​ເຮັດໃຫ້​ເສຍ​ກຽດ​ສັນນັ້ນ.
28 Like a city broken into and left without walls is a person who has no control over his own spirit. ຄົນ​ທີ່​ຄວບຄຸມ​ຕົນເອງ​ບໍ່​ໄດ້ ກໍ​ເໝືອນດັ່ງ​ເມືອງ​ທີ່​ກຳແພງ​ຖືກ​ທຳລາຍ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]