ສຸພາສິດເພີ່ມເຕີມຂອງໂຊໂລໂມນ
1ຕໍ່ໄປນີ້ ແມ່ນສຸພາສິດເພີ່ມເຕີມຂອງໂຊໂລໂມນ, ທີ່ຄົນຂອງເຮເຊກີຢາກະສັດແຫ່ງຢູດາຍໄດ້ຮວບຮວມໄວ້ດັ່ງນີ້:
2ພຣະເຈົ້າໄດ້ຮັບກຽດຈາກການເຊື່ອງບັງສິ່ງຕ່າງໆໄວ້;ແລະ ບັນດາກະສັດໄດ້ຮັບກຽດຈາກການຄົ້ນພົບສິ່ງທີ່ໄດ້ເກີດຂຶ້ນ.
3ຟ້າສະຫວັນສູງເທົ່າໃດ ແລະ ແຜ່ນດິນໂລກກໍເລິກເທົ່າໃດ,ຄວາມຄິດຂອງບັນດາກະສັດກໍເກີນກວ່າຈະຄົ້ນຫາໄດ້ສັນນັ້ນ.
4ເມື່ອກຳຈັດຂີ້ແຮ່ອອກຈາກເງິນແລ້ວ,ແລະ ຊ່າງຕີເງິນກໍສາມາດເຮັດພາຊະນະໄດ້;
5ເມືອຈໍາກັດຂ້າລາຊະການຊົ່ວອອກໄປຈາກບ່ອນທີ່ກະສັດຢູ່ແລ້ວ,ບັນລັງຂອງເພິ່ນກໍຈະຖືກສ້າງຕັ້ງຂຶ້ນໂດຍຄວາມຊອບທຳ.
6ຢ່າຍົກຍໍຕົນເອງຢູ່ຕໍ່ໜ້າກະສັດ,ຫລື ເວົ້າໂອ້ອວດເຖິງຕົນເອງໃນບ່ອນທີ່ມີຄົນສຳຄັນ;
7ຈົ່ງລໍຖ້າກະສັດເວົ້າກັບເຈົ້າວ່າ, “ຈົ່ງມາບ່ອນນີ້”,ກໍດີກວ່າທີ່ເພິ່ນເຮັດໃຫ້ເຈົ້າອັບອາຍຂາຍໜ້າຕໍ່ໜ້າບັນດາຂຸນນາງຂອງເພິ່ນ.ເຈົ້າໄດ້ເຫັນຫຍັງດ້ວຍຕາຂອງເຈົ້າເອງ
8ຢ່າຟ້າວນຳໄປຟ້ອງ ສານ,ເພາະໃນບັ້ນປາຍເຈົ້າຈະເຮັດແນວໃດຖ້າເພື່ອນບ້ານຂອງເຈົ້າເຮັດໃຫ້ເຈົ້າອັບອາຍຂາຍໜ້າ?
9ຖ້າເຈົ້ານໍາເອົາເພື່ອນບ້ານຂອງເຈົ້າໄປຂຶ້ນສານ,ຢ່າທໍລະຍົດຕໍ່ຄວາມໄວ້ວາງໃຈຂອງຄົນອື່ນ,
10ຢ້ານວ່າຜູ້ທີ່ໄດ້ຍິນອາດຈະເຮັດໃຫ້ເຈົ້າຂາຍໜ້າແລະ ຈະກ່າວຫາຕໍ່ສູ້ເຈົ້າບໍ່ຈົບສິ້ນຈັກເທື່ອ.
11ການໃຫ້ຄໍາຕັດສິນຢ່າງຖືກຕ້ອງກໍເໝືອນດັ່ງໝາກແອັບເປີ້ນຄຳທີ່ຫຸ້ມຫໍ່ດ້ວຍເງິນ.
12ຄຳຕຳໜິຂອງຜູ້ພິພາກສາມີປັນຍາສຳລັບຫູທີ່ຮັບຟັງກໍເໝືອນດັ່ງຕຸ້ມຫູຄໍາ ຫລື ເຄື່ອງປະດັບທີ່ເຮັດດ້ວຍຄຳບໍລິສຸດ.
13ຜູ້ນຳຂ່າວທີ່ສັດຊື່ເປັນດັ່ງນໍ້າເຢັນຈາກຫິມະໃນລະດູເກັບກ່ຽວ;ທີ່ເຮັດໃຫ້ນາຍທີ່ສົ່ງລາວໄປນັ້ນຊື່ນບານໃຈ.
14ຜູ້ທີ່ໂອ້ອວດເລື່ອງຂອງຂວັນ ທີ່ຕົນບໍ່ໃຫ້ຈັກເທື່ອກໍເໝືອນຟ້າຄື້ມ ແລະ ລົມທີ່ບໍ່ມີຝົນ.
15ຄວາມອົດທົນສາມາດເອົາຊະນະໃຈຜູ້ປົກຄອງ,ລິ້ນທີ່ອ່ອນຫວານສາມາດເຮັດໃຫ້ກະດູກຫັກໄດ້.
16ເມື່ອເຈົ້າເຫັນນໍ້າເຜິ້ງ ຈົ່ງກິນໃຫ້ພໍດີຖ້າກິນມັນຫລາຍເກີນໄປ, ແລະ ເຈົ້າຈະຮາກອອກມາ.
17ຈົ່ງໄປຢ້ຽມຢາມເພື່ອນບ້ານດົນໆເທື່ອໜຶ່ງຖ້າເຈົ້າໄປດຸຫລາຍ, ພວກເຂົາຈະຊັງເຈົ້າ.
18ຜູ້ທີ່ເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານກໍເໝືອນດັ່ງໄມ້ຄ້ອນ, ດາບ ຫລື ລູກທະນູທີ່ແຫລມຄົມ.
19ການເພິ່ງພາຄົນບໍ່ສັດຊື່ໃນຍາມເດືອດຮ້ອນກໍເໝືອນດັ່ງແຂ້ວຫັກ ຫລື ຕີນທີ່ພິການ.
20ຜູ້ທີ່ຮ້ອງເພງໃຫ້ຄົນທຸກໃຈຟັງກໍເໝືອນດັ່ງຜູ້ທີ່ແກ້ເສື້ອອອກໃນມື້ທີອາກາດໜາວ,ຫລື ເອົາເກືອໂຮຍໃສ່ບາດ.
21ຖ້າສັດຕູຂອງເຈົ້າຫິວເຂົ້າ, ຈົ່ງເອົາອາຫານໃຫ້ລາວກິນ;ຖ້າລາວຫິວນໍ້າ, ຈົ່ງເອົານ້ຳໃຫ້ລາວດື່ມ.
22ການເຮັດຢ່າງນັ້ນ, ເປັນການທີ່ເຈົ້າໄດ້ກອງຖ່ານໄຟທີ່ລຸກໄໝ້ຢູ່ໃສ່ຫົວຂອງລາວ,ແລະ ພຣະເຈົ້າຢາເວຈະໃຫ້ບຳເໜັດແກ່ເຈົ້າ.
23ຄຳເວົ້າສຽດສີ ທີ່ເຮັດໃຫ້ໜ້າບູດບຶ້ງກໍເປັນເໝືອນລົມທິດເໜືອນຳເອົາຝົນມາໂດຍທີ່ບໍ່ຄາດຄິດ.
24ອາໄສຢູ່ເທິງຫລັງຄາເຮືອນກໍດີກວ່າຢູ່ໃນເຮືອນຮ່ວມກັບເມຍທີ່ມັກຜິດຖຽງກັນ.
25ຂ່າວດີຈາກແດນໄກກໍເໝືອນດັ່ງເອົານ້ຳເຢັນໃຫ້ແກ່ຈິດໃຈທີ່ອິດເມື່ອຍອ່ອນແຮງ.
26ຖ້າຄົນຊອບທຳເຮັດຕາມຄົນຊົ່ວຮ້າຍກໍເໝືອນດັ່ງນ້ຳພຸມີຂີ້ຕົມ ຫລື ນ້ຳສ້າງທີ່ເປື້ອນເປີ.
27ກິນນ້ຳເຜິ້ງຫລາຍບໍ່ດີສັນໃດ,ການຄົ້ນຫາເລື່ອງຕ່າງໆເລິກເກີນໄປກໍເຮັດໃຫ້ເສຍກຽດສັນນັ້ນ.
28ຄົນທີ່ຄວບຄຸມຕົນເອງບໍ່ໄດ້ກໍເໝືອນດັ່ງເມືອງທີ່ກຳແພງຖືກທຳລາຍ.