Skip to content
The Believer's Library

Biblica® Open Lao Contemporary Version

Proverbs 24 OLCV

Side by side with the Father's Heart Bible™

ຄໍາສອນ​ທີ 20

1ຢ່າ​ອິດສາ​ຄົນ​ຊົ່ວຮ້າຍ,ຢ່າ​ປາຖະໜາ​ເປັນ​ໝູ່​ກັບ​ພວກເຂົາ;

2ເພາະ​ໃຈ​ຂອງ​ພວກເຂົາ​ວາງ​ແຜນການ​ອັນ​ໂຫດຮ້າຍ,ແລະ ປາກ​ຂອງ​ພວກເຂົາ​ເວົ້າ​ແຕ່​ເລື່ອງ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ເດືອດຮ້ອນ.

ຄໍາສອນ​ທີ 21

3ເຮືອນ​ຖືກ​ສ້າງ​ຂຶ້ນ​ໂດຍ​ຄົນ​ມີ​ປັນຍາ,ແລະ ຕັ້ງ​ຂຶ້ນ​ດ້ວຍ​ຄວາມ​ເຂົ້າໃຈ;

4ດ້ວຍ​ຄວາມ​ຮູ້ ຫ້ອງ​ຕ່າງໆ​ໃນ​ເຮືອນ​ກໍ​ເຕັມ​ໄປ​ດ້ວຍຊັບສົມບັດ​ທີ່​ຫາ​ຍາກ ແລະ ງົດງາມ,

ຄໍາສອນ​ທີ 22

5ຄົນ​ມີ​ປັນຍາ​ເອົາ​ຊະນະ​ດ້ວຍ​ອຳນາດ​ອັນ​ຍິ່ງໃຫຍ່,ແລະ ຄົນ​ທີ່​ມີ​ຄວາມ​ຮູ້​ກໍ​ຮວບຮວມ​ກຳລັງ​ຂອງ​ຕົນ​ໄວ້.

6ແນ່ນອນ​ວ່າ​ເຈົ້າ​ຕ້ອງການ​ຄໍາແນະນໍາ​ເມື່ອ​ເຮັດ​ສົງຄາມ,ແລະ ຈະ​ໄດ້​ຮັບ​ໄຊຊະນະ​ກໍ​ໂດຍ​ການ​ມີ​ທີ່ປຶກສາ​ຫລາຍ​ຄົນ.

ຄໍາສອນ​ທີ 23

7ປັນຍາ​ຢູ່​ສູງ​ເກີນໄປ​ສຳລັບ​ຄົນ​ໂງ່ຈ້າ;ພວກເຂົາ​ບໍ່​ຄວນ​ເປີດ​ປາກ​ເວົ້າ​ໃນ​ບ່ອນ​ຊຸມນຸມ​ທີ່​ປະຕູ​ເມືອງ.

ຄໍາສອນ​ທີ 24

8ຜູ້​ທີ່​ວາງ​ແຜນການ​ຊົ່ວຮ້າຍຈະ​ຖືກ​ເອີ້ນ​ວ່າ ເປັນ​ຜູ້​ສ້າງ​ຄວາມ​ເດືອດຮ້ອນ.

9ແຜນການ​ແຫ່ງ​ຄວາມ​ໂງ່​ຄື​ບາບ,ແລະ ປະຊາຊົນ​ກຽດຊັງ​ຄົນ​ມັກ​ເຢາະເຢີ້ຍ.

ຄໍາສອນ​ທີ 25

10ຖ້າ​ເຈົ້າ​ທໍ້ໃຈ​ໃນ​ເວລາ​ມີ​ບັນຫາ,ກຳລັງ​ຂອງ​ເຈົ້າ​ກໍ​ໜ້ອຍ​ຫລາຍ!

11ຈົ່ງ​ຊ່ວຍ​ເຫລືອ​ຜູ້​ທີ່​ຖືກ​ນຳ​ໄປ​ສູ່​ຄວາມ​ຕາຍ;ແລະ ຢ່າ​ຊັກຊ້າ​ທີ່​ຈະ​ຊ່ວຍ​ຄົນ​ກຳລັງ​ຈະ​ຖືກ​ຂ້າ.

12ຖ້າ​ເຈົ້າ​ເວົ້າ​ວ່າ, “ແຕ່​ພວກເຮົາ​ບໍ່​ຮູ້​ຫຍັງ​ກ່ຽວກັບ​ເລື່ອງ​ນີ້”,ພຣະອົງ​ຜູ້​ທີ່​ຊັ່ງ​ເບິ່ງ​ຈິດໃຈ​ຂອງ​ເຈົ້າ​ຈະ​ບໍ່​ເຫັນ​ບໍ?ພຣະອົງ​ຜູ້​ທີ່​ເຝົ້າ​ຮັກສາ​ຊີວິດ​ຂອງ​ເຈົ້າ​ຈະ​ບໍ່​ຮູ້​ບໍ?ພຣະອົງ​ຈະ​ບໍ່​ຕອບ​ແທນ​ທຸກຄົນ​ຕາມ​ສິ່ງທີ່​ພວກເຂົາ​ໄດ້​ເຮັດ​ບໍ?

ຄໍາສອນ​ທີ 26

13ລູກ​ເອີຍ, ຈົ່ງ​ກິນ​ນ້ຳເຜິ້ງ​ເພາະ​ມັນ​ເປັນ​ສິ່ງທີ່​ດີ;ນ້ຳເຜິ້ງ​ທີ່​ມາ​ຈາກ​ຮັງ​ນັ້ນ​ກໍ​ມີ​ລົດ​ຫວານ​ດີ.

14ຈົ່ງ​ຮູ້ຈັກ​ວ່າ ປັນຍາ​ກໍ​ຫວານ​ເໝືອນດັ່ງ​ນ້ຳເຜິ້ງ​ສຳລັບ​ຊີວິດ​ຂອງ​ເຈົ້າ:ຖ້າ​ເຈົ້າ​ພົບ​ປັນຍາ, ກໍ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ​ສໍາລັບ​ເຈົ້າ,ແລະ ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ສູນເສຍ​ໄປ.

ຄໍາສອນ​ທີ 27

15ຢ່າ​ດັກຊຸ້ມ​ເໝືອນ​ໂຈນ​ທີ່​ຢູ່​ໃກ້​ເຮືອນ​ຂອງ​ຄົນ​ຊອບທຳ,ຢ່າ​ປຸ້ນ​ທີ່ຢູ່​ອາໄສ​ຂອງ​ພວກເຂົາ;

16ເພາະ​ເຖິງ​ແມ່ນ​ວ່າ​ຄົນ​ຊອບທຳ​ລົ້ມ​ລົງ​ເຈັດ​ຄັ້ງ, ພວກເຂົາ​ກໍ​ລຸກ​ຂຶ້ນ​ມາ​ໄດ້​ອີກ.ແຕ່​ຄົນ​ຊົ່ວຮ້າຍ​ນັ້ນ​ກໍ​ລົ້ມລົງ​ເມື່ອ​ຄວາມ​ຈິບຫາຍ​ມາ​ໂຈມຕີ.

ຄໍາສອນ​ທີ 28

17ຢ່າ​ດີໃຈ​ເມື່ອ​ສັດຕູ​ຂອງ​ເຈົ້າ​ລົ້ມ​ລົງ;ຢ່າ​ຊື່ນຊົມຍິນດີ​ເມື່ອ​ພວກເຂົາ​ສະດຸດ​ລົ້ມ,

18ຢ້ານວ່າ​ພຣະເຈົ້າ​ຢາເວ​ຈະ​ເຫັນ ແລະ ບໍ່​ພໍໃຈແລະ ຫັນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໄປ​ຈາກ​ພວກເຂົາ.

ຄໍາສອນ​ທີ 28

19ຢ່າ​ກັງວົນ​ໃຈ​ເພາະ​ຄົນ​ຊົ່ວຫລື ຢ່າ​ອິດສາ​ຄົນ​ຊົ່ວຮ້າຍ,

20ເພາະ​ຄົນ​ຊົ່ວ​ບໍ່​ມີ​ຄວາມ​ຫວັງ​ໃນ​ອະນາຄົດຕະກຽງ​ຂອງ​ຄົນ​ຊົ່ວ​ຈະ​ດັບ​ໄປ.

ຄໍາສອນ​ທີ 30

21ລູກ​ເອີຍ, ຈົ່ງ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ກະສັດຢ່າ​ຮ່ວມ​ກັບ​ເຈົ້າໜ້າທີ່​ຜູ້​ກະບົດ,

22ເພາະ​ທັງ​ສອງ​ຈະ​ພົບ​ຄວາມ​ຈິບຫາຍ​ມາ​ເຖິງ​ພວກເຂົາ​ຢ່າງ​ກະທັນຫັນ.ແລະ ຜູ້​ໃດ​ຈະ​ຮູ້​ເຖິງ​ໄພພິບັດ​ທີ່​ທັງສອງ​ຈະ​ນໍາ​ມາ?

ຄຳສອນ​ເພີ່ມເຕີມ​ຂອງ​ຄົນ​ມີ​ປັນຍາ

23ສິ່ງ​ເຫລົ່ານີ້​ຄື​ຄໍາສອນ​ຂອງ​ຄົນ​ມີ​ປັນຍາ:ການ​ຕັດສິນ​ເຂົ້າ​ຂ້າງ​ເປັນ​ສິ່ງ​ທີ່​ບໍ່​ດີ​ຄື:

24ຜູ້​ທີ່​ເວົ້າ​ກັບ​ຄົນ​ເຮັດ​ຜິດ​ວ່າ, “ເຈົ້າ​ເປັນ​ຄົນບໍລິສຸດ,”ຈະ​ຖືກ​ຄົນ​ສາບແຊ່ງ ແລະ ບັນດາ​ປະຊາຊາດ​ຈະ​ປະນາມ​ລາວ.

25ສ່ວນ​ຜູ້​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ຈະ​ໄດ້​ດີ,ພຣະພອນ​ອັນ​ອຸດົມ​ຈະ​ມາ​ເຖິງ​ພວກເຂົາ.

26ຄຳຕອບ​ທີ່​ຊື່ສັດເປັນ​ເຄື່ອງໝາຍ​ແຫ່ງ​ມິດ​ແທ້.

27ຈົ່ງ​ເຮັດວຽກ​ໄຖ​ນາ​ໃຫ້​ສຳເລັດແລະ ຕຽມ​ທົ່ງນາ​ຂອງ​ເຈົ້າ​ໃຫ້​ພ້ອມ;ຫລັງຈາກນັ້ນ, ຈຶ່ງ​ສ້າງ​ເຮືອນ​ຂອງ​ເຈົ້າ.

28ຢ່າ​ເປັນ​ພະຍານ​ຕໍ່ສູ້​ເພື່ອນບ້ານ​ຂອງ​ເຈົ້າໂດຍ​ບໍ່​ມີ​ສາເຫດ​ຄືເຈົ້າ​ຈະ​ໃຊ້​ປາກ​ຂອງ​ເຈົ້າ​ເວົ້າ​ຫລອກລວງ​ບໍ?

29ຢ່າ​ເວົ້າ​ວ່າ, “ຂ້ອຍ​ຈະ​ເຮັດ​ຕໍ່​ພວກເຂົາ​ເໝືອນ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຂ້ອຍ;ຂ້ອຍ​ຈະ​ແກ້ແຄ້ນ​ສໍາລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ນັ້ນ”.

30ຂ້ອຍ​ໄດ້​ຍ່າງ​ຜ່ານ​ໄປ​ທີ່​ທົ່ງນາ​ຂອງ​ຄົນ​ຂີ້ຄ້ານ,ແລະ ສວນ​ອະງຸ່ນ​ຂອງ​ຄົນ​ບໍ່ຮູ້ຈັກຄິດ;

31ສວນ​ນັ້ນ​ມີ​ຟຸ່ມໜາມ​ຂຶ້ນ​ເຕັມ​ໄປ​ໝົດ, ຫຍ້າກໍ​ປົ່ງ​ຂຶ້ນ​ປົກຄຸມ​ພື້ນດິນ ແລະກຳແພງ​ຫີນ​ກໍ​ຫັກພັງ​ລົງ.

32ຂ້ອຍ​ຄິດ​ຢູ່​ໃນ​ໃຈ​ເຖິງ​ສິ່ງ​ທີ່​ຂ້ອຍ​ສັງເກດ​ເຫັນແລະ ໄດ້​ບົດຮຽນ​ຈາກ​ສິ່ງ​ທີ່​ຂ້ອຍ​ເຫັນ​ກໍ​ຄື:

33ຂໍ​ນອນ​ອີກ​ໜ້ອຍ​ໜຶ່ງ, ເຊືອບ​ນອນ​ອີກ​ຈັກ​ໜ້ອຍ,ເອົາ​ມື​ກອດ​ເອິກ​ຫລັບ​ບຶດ​ໜຶ່ງ.

34ແລ້ວ​ຄວາມ​ທຸກຍາກ​ຈະ​ມາ​ຫາ​ເຈົ້າ​ດັ່ງ​ຄົນ​ຂີ້ລັກແລະ ຄວາມ​ຂັດສົນ​ຈະ​ໂຈມຕີ​ເຈົ້າ​ດັ່ງ​ມີ​ຄົນ​ໜຶ່ງ​ຖື​ອາວຸດ​ມາ.

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]