ຄໍາສອນທີ 7
1ເມື່ອເຈົ້ານັ່ງກິນເຂົ້າກັບຜູ້ປົກຄອງ,ຈົ່ງສັງເກດເບິ່ງສິ່ງ ທີ່ຢູ່ຕໍ່ໜ້າເຈົ້າໃຫ້ດີ,
2ຖ້າເຈົ້າເປັນຄົນມັກກິນຫລາຍ,ກໍຈົ່ງເອົາມີດຈີ້ຄໍຕົນເອງໄວ້.
3ຢ່າໂລບມາກໃນອາຫານທີ່ດີຂອງລາວ,ເພາະອາຫານນັ້ນເປັນສິ່ງທີ່ຫລອກລວງ.
ຄໍາສອນທີ 8
4ຢ່າອິດເມື່ອຍອ່ອນແຮງເພື່ອຢາກຮັ່ງມີ;ຢ່າໄວ້ວາງໃຈໃນຄວາມເຂົ້າໃຈຂອງເຈົ້າເອງ.
5ຄວາມຮັ່ງມີກໍຫາຍໄປໄດ້ພຽງແຕ່ພັບຕາດຽວ,ເພາະປີກມັນຈະງອກອອກມາແລະ ບິນຂຶ້ນສູ່ທ້ອງຟ້າເໝືອນດັ່ງນົກອິນຊີ.
ຄໍາສອນທີ 9
6ຢ່າກິນອາຫານຂອງຄົນທີ່ຂີ້ຖີ່,ຢ່າໂລບມາກໃນອາຫານດີຂອງລາວທີ່ເອົາມາໃຫ້;
7ເພາະລາວເປັນຄົນປະເພດທີ່ຄິດເລື່ອງລາຄາຢູ່ໃນໃຈສະເໝີ.ລາວເວົ້າກັບເຈົ້າວ່າ, “ເຊີນກິນ ແລະ ເຊີນດື່ມ”ແຕ່ໃຈຂອງລາວບໍ່ໄດ້ຄິດແບບນັ້ນ.
8ເຈົ້າຈະຮາກອາຫານທີ່ເຈົ້າໄດ້ກິນເຂົ້າໄປອອກມາແລະ ຄໍາຍ້ອງຍໍຂອງເຈົ້າຈະສູນເສຍໄປ.
ຄໍາສອນທີ 10
9ຢ່າເວົ້າກັບຄົນໂງ່ຈ້າ,ເພາະພວກເຂົາຈະດູໝິ່ນຄຳແນະນຳທີ່ສະຫລາດຂອງເຈົ້າ.
ຄໍາສອນທີ 11
10ຢ່າຍ້າຍຫລັກເຂດແດນເກົ່າຫລື ບຸກຢຶດທີ່ດິນຂອງລູກກຳພ້າ,
11ເພາະຜູ້ປົກປ້ອງຂອງພວກເຂົາກໍເຂັ້ມແຂງ;ພຣະອົງຈະສູ້ຄະດີກັບເຈົ້າແທນພວກເຂົາ.
ຄໍາສອນທີ 12
12ຈົ່ງເອົາໃຈໃສ່ຕໍ່ຄຳສັ່ງສອນແລະ ງ່ຽງຫູຟັງຖ້ອຍຄຳແຫ່ງຄວາມຮູ້.
ຄໍາສອນທີ 13
13ຢ່າລັງເລໃນການຕີສອນລູກ;ຖ້າເຈົ້າລົງໂທດພວກເຂົາດ້ວຍໄມ້ແສ້, ພວກເຂົາຈະບໍ່ຕາຍ.
14ຈົ່ງລົງໂທດພວກເຂົາດ້ວຍໄມ້ແສ້ແລະ ຊ່ວຍພວກເຂົາໃຫ້ພົ້ນຈາກຄວາມຕາຍ.
ຄໍາສອນທີ 14
15ລູກເອີຍ, ຖ້າໃຈຂອງເຈົ້າມີປັນຍາ,ຫົວໃຈຂອງພໍ່ກໍຈະມີຄວາມຍິນດີຫລາຍ;
16ເມື່ອປາກຂອງເຈົ້າເວົ້າສິ່ງທີ່ຖືກຕ້ອງຈິດວິນຍານຂອງພໍ່ກໍຈະຊື່ນຊົມຍິນດີ.
ຄໍາສອນທີ 15
17ຢ່າໃຫ້ໃຈຂອງເຈົ້າອິດສາພວກຄົນບາບ,ແຕ່ຈົ່ງກະຕືລືລົ້ນໃນການຢຳເກງພຣະເຈົ້າຢາເວຢູ່ສະເໝີ.
18ເພາະມີຄວາມຫວັງໃນອະນາຄົດສໍາລັບເຈົ້າຢ່າງແນ່ນອນ,ແລະ ຄວາມຫວັງຂອງເຈົ້າຈະບໍ່ສູນເສຍໄປ.
ຄໍາສອນທີ 16
19ລູກເອີຍ, ຈົ່ງຟັງ ແລະ ມີປັນຍາ,ຈົ່ງຮັກສາໃຈຂອງເຈົ້າໃຫ້ຢູ່ໃນທາງທີ່ຖືກຕ້ອງດັ່ງນີ້:
20ຢ່າຮ່ວມວົງກັບຜູ້ທີ່ດື່ມເຫລົ້າໜັກຫລື ຜູ້ທີ່ເຫັນແກ່ກິນ,
21ເພາະຄົນຂີ້ເມົາ ແລະ ຄົນໂລບມາກຈະກາຍເປັນຄົນທຸກຍາກ,ແລະ ຖ້າມີແຕ່ນອນຈະເຮັດໃຫ້ພວກເຂົານຸ່ງເຄື່ອງຂາດ.
ຄໍາສອນທີ 17
22ຈົ່ງຟັງຄວາມພໍ່ຂອງເຈົ້າ, ຜູ້ທີ່ໃຫ້ຊີວິດແກ່ເຈົ້າ,ແລະ ຢ່າດູໜິ່ນແມ່ຂອງເຈົ້າເມື່ອເພິ່ນເຖົ້າແກ່.
23ຈົ່ງຊື້ຄວາມຈິງ ແລະ ຢ່າຂາຍສິ່ງເຫລົ່ານີ້ຄື:ປັນຍາ, ຄຳສັ່ງສອນ ແລະ ຄວາມເຂົ້າໃຈ.
24ພໍ່ທີ່ມີລູກເປັນຄົນຊອບທຳກໍມີຄວາມສຸກຫລາຍ;ພໍ່ທີ່ມີລູກມີປັນຍາກໍພູມໃຈໃນຕົວລາວ.
25ຈົ່ງເຮັດໃຫ້ພໍ່ແມ່ຂອງເຈົ້າມີຄວາມຊື່ນຊົມຍິນດີ;ຈົ່ງເຮັດໃຫ້ແມ່ຜູ້ທີ່ເກີດເຈົ້າມີຄວາມສຸກ!
ຄໍາສອນທີ 18
26ລູກເອີຍ, ຂໍໃຈຂອງເຈົ້າໃຫ້ເຮົາແລະ ຈົ່ງໃຫ້ຕາຂອງເຈົ້າຍິນດີໃນທາງຂອງເຮົາ,
27ເພາະຍິງຫລິ້ນຊູ້ເປັນດັ່ງຂຸມເລິກ,ແລະ ເມຍທີ່ເອົາແຕ່ໃຈເປັນນໍ້າສ້າງແຄບໆ.
28ນາງນອນໝອບລໍຖ້າຢູ່ຄືໂຈນແລະ ເຮັດໃຫ້ຊາຍຫລາຍຄົນບໍ່ສັດຊື່ຕໍ່ເມຍຂອງຕົນ.
ຄໍາສອນທີ 19
29ຜູ້ໃດທີ່ທຸກທໍລະມານ? ຜູ້ໃດທີ່ໂສກເສົ້າ?ຜູ້ໃດທີ່ຜິດຖຽງກັນ? ຜູ້ໃດທີ່ຈົ່ມທຸກ?ຜູ້ໃດມີຮອຍຊໍ້າດໍາຂຽວໂດຍບໍ່ຈຳເປັນ? ຜູ້ໃດທີ່ມີຕາແດງກ່ຳ?
30ກໍຄືຄົນທີ່ມົວເມົາຢູ່ກັບເຫລົ້າ,ຄົນທີ່ລອງຊີມເຫລົ້າປະສົມກັນຫລາຍຊະນິດຢູ່ໃນຖ້ວຍ.
31ຢ່າຈ້ອງເບິ່ງເຫລົ້າອະງຸ່ນທີ່ມີສີແດງ,ເມື່ອມັນເປັ່ງປະກາຍຢູ່ໃນຈອກ,ເມື່ອດື່ມມັນລົງໄປກໍລື່ນຄໍດີ!
32ໃນບັ້ນປາຍແລ້ວ ມັນຕອດຄືງູແລະ ມີພິດຮ້າຍເໝືອນງູພິດ.
33ຕາຂອງເຈົ້າຈະເຫັນພາບແປກໆ,ແລະ ຄວາມຄິດຂອງເຈົ້າຈະຄິດສິ່ງທີ່ສັບສົນ.
34ເຈົ້າຈະເປັນດັ່ງຄົນທີ່ກໍາລັງນອນຢູ່ກາງທະເລ,ແລະ ເປັນດັ່ງຄົນທີ່ກໍາລັງນອນຢູ່ເທິງຍອດເສົາຂອງເຮືອໃບ.
35ເຈົ້າຈະເວົ້າວ່າ, “ພວກເຂົາຕ່ອຍຂ້ອຍ,ແຕ່ຂ້ອຍບໍ່ເຈັບ! ພວກເຂົາຟາດຂ້ອຍ,ແຕ່ຂ້ອຍບໍ່ຮູ້ສຶກ!ເມື່ອໃດຂ້ອຍຈະຕື່ນຂຶ້ນມາ ຂ້ອຍຈະໄປດື່ມອີກ”