Side by side with the Father's Heart Bible™ 1ກຽດສັກສີບໍ່ເໝາະສົມສໍາລັບຄົນໂງ່ຈ້າ,ເໝືອນດັ່ງຫິມະໃນລະດູຮ້ອນ ຫລື ຝົນຕົກໃນລະດູເກັບກ່ຽວ,
2ຄຳສາບແຊ່ງທີ່ບໍ່ມີເຫດຜົນກໍບໍ່ສົ່ງຜົນຫຍັງຕາມມາ,ເໝືອນດັ່ງນົກກະຈອກ ຫລື ນົກແອ່ນທີ່ບິນເວີ່ນໄປມາໂດຍບໍ່ມີຈຸດໝາຍ.
3ໄມ້ແສ້ມີໄວ້ສຳລັບຕີມ້າ, ບັງຫຽນມີໄວ້ສຳລັບຄວບຄຸມລໍ,ແລະ ໄມ້ແສ້ມີໄວ້ສຳລັບຕີຫລັງຂອງຄົນໂງ່ຈ້າ!
4ຢ່າຕອບຄົນໂງ່ຈ້າຕາມຄວາມໂງ່ຂອງລາວຢ້ານວ່າເຈົ້າເອງຈະເປັນຄືລາວ.
5ຈົ່ງຕອບຄົນໂງ່ຈ້າຕາມຄວາມໂງ່ຂອງລາວ,ຢ້ານວ່າລາວຈະເປັນຄົນສະຫລາດໃນສາຍຕາຂອງຕົນເອງ.
6ການສົ່ງຂ່າວດ້ວຍມືຂອງຄົນໂງ່ຈ້າກໍເໝືອນດັ່ງຕັດຕີນຕົນເອງອອກ ຫລື ດື່ມຢາພິດ.
7ສຸພາສິດຢູ່ໃນປາກຂອງຄົນໂງ່ຈ້າກໍເໝືອນຂາຄົນພິການທີ່ໃຊ້ການບໍ່ໄດ້.
8ການໃຫ້ກຽດຄົນໂງ່ຈ້າກໍເໝືອນມັດກ້ອນຫີນຕິດກັບກະຖຸນ.
9ສຸພາສິດໃນປາກຂອງຄົນໂງ່ຈ້າກໍເໝືອນດັ່ງຟຸ່ມໜາມໃນມືຂອງຄົນຂີ້ເມົາ.
10ຜູ້ທີ່ຈ້າງຄົນໂງ່ຈ້າ ຫລື ຜູ້ທີ່ຍ່າງຜ່ານໄປມາກໍເໝືອນດັ່ງນັກທະນູທີ່ຍິງມົ້ວໄປມາ.
11ໝາກິນສິ່ງທີ່ມັນຮາກອອກມາຄືນສັນໃດ,ຄົນໂງ່ຈ້າກໍກັບໄປເຮັດສິ່ງທີ່ໂງ່ຈ້າຄືນສັນນັ້ນ.
12ເຈົ້າເຫັນບັນດາຄົນທີ່ຄິດວ່າຕົນເອງເປັນຄົນສະຫລາດບໍ?ຄົນໂງ່ຈ້າກໍຍັງມີຄວາມຫວັງຫລາຍກວ່າພວກເຂົາອີກ.
13ຄົນຂີ້ຄ້ານເວົ້າວ່າ, “ມີໂຕສິງຢູ່ທາງນອກ,ມີສິງຮ້າຍທີ່ຍ່າງວົນວຽນໄປມາຢູ່ຕາມຖະໜົນ!”
14ປະຕູເປີດປິດໄປມາດ້ວຍບານພັບສັນໃດ,ດັ່ງນັ້ນ ຄົນຂີ້ຄ້ານກໍນອນພິກຄີງໄປມາຢູ່ເທິງຕຽງສັນນັ້ນ.
15ຄົນຂີ້ຄ້ານແຊ່ມືຂອງຕົນໄວ້ຢູ່ໃນຊາມ;ລາວຂີ້ຄ້ານຫລາຍຈົນບໍ່ຍອມຈັບອາຫານເຂົ້າໃສ່ປາກຕົນເອງ.
16ຄົນຂີ້ຄ້ານຄິດວ່າໂຕເອງເປັນຄົນສະຫລາດຫລາຍກວ່າຄົນເຈັດຄົນທີ່ຕອບຢ່າງລະມັດລະວັງ.
17ຄົນທີ່ເຂົ້າຮ່ວມວົງຜິດຖຽງກັນໂດຍບໍ່ກ່ຽວຂ້ອງກັບຕົນເອງກໍຄືຄົນທີ່ຈັບຫູໝາທີ່ຍ່າງກາຍໄປນັ້ນ.
18ເໝືອນດັ່ງຄົນບ້າທີ່ຍິງລູກທະນູໄຟແຫ່ງຄວາມຕາຍ
19ຜູ້ທີ່ຕົວະເພື່ອນບ້ານຂອງຕົນແລະ ເວົ້າວ່າ, “ຂ້ອຍພຽງແຕ່ຢອກຫລິ້ນຊື່ໆ!” ກໍເປັນດັ່ງຄົນບ້າ.
20ເມື່ອບໍ່ມີຟືນ ໄຟກໍມອດເມື່ອບໍ່ມີການເວົ້ານິນທາ ກໍມີການຜິດຖຽງກັນສັນນັ້ນ.
21ຖ່ານ ແລະ ໄມ້ເຮັດໃຫ້ໄຟລຸກ,ຄົນທີ່ມັກຄວາມເດືອດຮ້ອນ ເຮັດໃຫ້ຜິດກັນ.
22ຄຳເວົ້ານິນທາເປັນດັ່ງອາຫານທີ່ແຊບ;ມັນລົງໄປໃນສ່ວນເລິກທີ່ສຸດຂອງຄົນ.
23ຮິມສົບທີ່ທີ່ຮ້ອນຮົນຈາກຈິດໃຈຊົ່ວຮ້າຍກໍເໝືອນດັ່ງຂີ້ແຮ່ເງິນທີ່ເຄືອບເທິງພາຊະນະດິນເຜົາ.
24ສັດຕູແຝງຕົວດ້ວຍຮິບສົບ,ແຕ່ໃນໃຈຂອງພວກເຂົາກໍປິດບັງການຫລອກລວງໄວ້.
25ເຖິງແມ່ນວ່າຄໍາເວົ້າຂອງພວກເຂົາເປັນຕາຟັງ, ກໍຢ່າເຊື່ອພວກເຂົາ,ເພາະມີສິ່ງທີ່ໜ້າກຽດຊັງເຈັດຢ່າງເຕັມຢູ່ໃນໃຈຂອງພວກເຂົາ.
26ຄວາມກຽດຊັງຂອງພວກເຂົາອາດຈະຖືກປິດບັງໄວ້ດ້ວຍການຫລອກລວງ,ແຕ່ຄວາມຊົ່ວຮ້າຍຂອງພວກເຂົາຈະຖືກເປີດເຜີຍຢູ່ໃນບ່ອນປະຊຸມ.
27ຜູ້ໃດຂຸດຂຸມໄວ້ ຜູ້ນັ້ນຈະຕົກລົງໄປໃນຂຸມນັ້ນເອງ;ຖ້າຜູ້ໃດກິ້ງຫີນອອກ, ຫີນນັ້ນຈະກິ້ງທັບຜູ້ນັ້ນເອງ.
28ລີ້ນທີ່ເວົ້າຕົວະກໍກຽດຊັງຜູ້ທີ່ມັນທໍາຮ້າຍ,ແລະ ປາກທີ່ປະຈົບປະແຈງກໍນໍາໄປສູ່ຄວາມຈິບຫາຍ.