Skip to content
The Believer's Library

Biblica® Open Lao Contemporary Version

Proverbs 20 OLCV

Show OLCV only
Verse × ×
1 Wine is a mocker, strong drink a brawler, and whoever staggers under it is not wise. ເຫລົ້າ​ເຮັດ​ໃຫ້​ຄົນ​ເວົ້າ​ບໍ່​ມ່ວນ ແລະ ເບຍ​ເຮັດ​ໃຫ້​ຄົນ​ຜິດຖຽງ​ກັນ; ຜູ້​ທີ່​ປ່ອຍ​ໃຫ້​ຕົນ​ເມົາ​ກໍ​ບໍ່​ມີ​ປັນຍາ.
2 The terror of a king is like the growl of a lion; whoever provokes him to anger forfeits his own life. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເຮັດ​ໃຫ້​ເກີດ​ຄວາມ​ຢ້ານ​ດັ່ງ​ໂຕສິງ​ຮ້ອງ​ແຜດສຽງ; ຜູ້​ທີ່​ເຮັດ​ໃຫ້​ເພິ່ນ​ໃຈຮ້າຍ​ຈະ​ເສຍ​ຊີວິດ​ຂອງ​ຕົນ.
3 It is an honor for a person to keep clear of strife, but every fool is quick to quarrel. ຫລີກລ້ຽງ​ຈາກ​ການ​ຜິດຖຽງ​ກັນ​ກໍ​ເປັນ​ກຽດ​ຢ່າງ​ໜຶ່ງ, ແຕ່​ມີ​ແຕ່​ຄົນ​ໂງ່ຈ້າ​ເທົ່ານັ້ນ​ທີ່​ມັກ​ຜິດຖຽງ​ກັນ.
4 A lazy person will not plow in autumn; so at harvest he looks for a crop and finds nothing. ຄົນ​ຂີ້ຄ້ານ​ບໍ່​ຄາດ​ໄຖ​ດິນ​ຕາມ​ລະດູການ; ດັ່ງນັ້ນ ເມື່ອ​ເຖິງ​ເວລາ​ເກັບ​ກ່ຽວ​ພວກເຂົາ​ຊອກຫາ​ຜົນລະປູກ​ແຕ່​ກໍ​ບໍ່​ມີ​ຫຍັງ.
5 The purposes of a person's heart are deep waters, but one who has understanding draws them out. ຄວາມ​ປະສົງ​ໃນ​ໃຈ​ຄົນ​ເປັນ​ເໝືອນ​ນ້ຳ​ເລິກ, ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ຕັກ​ມັນ​ອອກ​ມາ​ໄດ້.
6 Many a person proclaims his own loyal love, but a faithful one—who can find? ມີ​ຫລາຍ​ຄົນ​ອ້າງ​ວ່າ​ຕົນ​ມີ​ຄວາມ​ຮັກ​ໝັ້ນຄົງ, ແຕ່​ຜູ້ໃດ​ສາມາດ​ຊອກ​ເຫັນ​ຄົນ​ສັດຊື່​ໄດ້?
7 The righteous walk in their integrity; blessed are their children after them! ຄົນ​ຊອບທຳ​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິ; ລູກ​ຫລານ​ຂອງ​ພວກເຂົາ​ໄດ້​ຮັບ​ພຣະພອນ.
8 A king seated on the throne of judgment winnows out all evil with his eyes. ເມື່ອ​ກະສັດ​ນັ່ງ​ເທິງ​ບັນລັງ​ເພື່ອ​ພິພາກສາ ເພິ່ນ​ຝັດ​ຮ່ອນ​ຄວາມ​ຊົ່ວ​ທັງໝົດ​ອອກ​ໄປ​ດ້ວຍ​ຕາ​ຂອງ​ເພິ່ນ.
9 Who can say, "I have kept my heart pure; I am cleansed from my sin"? ຜູ້ໃດ​ສາມາດ​ເວົ້າ​ໄດ້​ວ່າ “ຂ້າພະເຈົ້າ​ໄດ້​ຮັກສາ​ໃຈ​ຂອງ​ຕົນ​ໃຫ້​ບໍລິສຸດ; ຂ້າພະເຈົ້າ​ສະອາດ ແລະ ປາສະຈາກ​ບາບ”?
10 Unequal weights and unequal measures—our Father detests them both. ສອງ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກຽດຊັງ​ຄື ເຄື່ອງ​ຊັ່ງ​ກັບ​ເຄື່ອງແທກ​ທີ່​ບໍ່​ທ່ຽງທໍາ.
11 Even a child is known by his actions, by whether his conduct is pure and upright. ແມ່ນແຕ່​ເດັກນ້ອຍ​ກໍ​ຮູ້​ຈັກ​ໄດ້​ຈາກ​ການ​ກະທຳ​ຂອງ​ພວກເຂົາ, ດັ່ງນັ້ນ ການ​ກະທໍາ​ຂອງ​ພວກເຂົາ​ບໍລິສຸດ ແລະ ຖືກຕ້ອງ​ແທ້​ບໍ?
12 The hearing ear and the seeing eye—our Father made them both. ພຣະເຈົ້າ​ຢາເວ​ໄດ້​ສ້າງ​ສອງ​ຢ່າງ​ຄື ຫູ​ທີ່​ໄດ້​ຍິນ ແລະ ຕາ​ທີ່​ເບິ່ງເຫັນ.
13 Do not love sleep, or you will grow poor; open your eyes, and you will have plenty of bread. ຢ່າ​ຮັກ​ການ​ນອນ ເພາະ​ເຈົ້າ​ຈະ​ທຸກຍາກ; ຈົ່ງ​ຕື່ນ​ແລ້ວ​ເຈົ້າ​ຈະ​ມີ​ອາຫານ​ເຫລືອ​ເກັບ​ໄວ້.
14 "Worthless, worthless!" says the buyer—then off he goes and boasts of his bargain. ຄົນ​ຊື້​ເວົ້າ​ວ່າ, “ສິນຄ້າ​ບໍ່​ດີ! ສິນຄ້າ​ບໍ່​ດີ!” ແຕ່​ພໍ​ອອກ​ໄປ ແລະ ກໍ​ໄປ​ເວົ້າ​ໂອ້ອວດ​ກ່ຽວກັບ​ສິນຄ້າ​ທີ່​ຕົນ​ໄດ້​ຊື້​ມາ.
15 There is gold and an abundance of jewels, but lips that speak knowledge are a rare treasure. ມີ​ຄໍາ, ແລະ ເພັດພອຍ​ຢ່າງ​ຫລວງຫລາຍ, ແຕ່​ຮິມສົບ​ທີ່​ເວົ້າ​ດ້ວຍ​ຄວາມ​ຮູ້​ເປັນ​ເພັດ​ທີ່​ຫາ​ຍາກ.
16 Take the garment of one who puts up security for a stranger; hold it as a pledge when he does so for foreigners. ຈົ່ງ​ຢຶດ​ເຄື່ອງນຸ່ງ​ຂອງ​ຜູ້​ທີ່​ຄ້ຳປະກັນ​ໃຫ້​ແກ່​ຄົນແປກໜ້າ; ຈົ່ງ​ຢຶດ​ໄວ້​ເປັນ​ເຄື່ອງ​ມັດຈໍາ​ຖ້າ​ເຮັດ​ການ​ຄ້ຳປະກັນ​ໃຫ້​ຄົນ​ພາຍນອກ.
17 Bread gained by deceit tastes sweet, but afterward the mouth is full of gravel. ອາຫານ​ທີ່​ໄດ້​ມາ​ໂດຍ​ການ​ສໍ້ໂກງ​ກໍ​ມີ​ລົດ​ຫວານ​ດີ, ແຕ່​ໃນທີ່ສຸດ​ມັນ​ກໍ​ກາຍ​ເປັນ​ຫີນແຮ່​ເຕັມ​ປາກ.
18 Plans are established by counsel; so wage war only with wise guidance. ແຜນການ​ຈະ​ສຳເລັດ​ໄດ້​ກໍ​ໂດຍ​ການ​ຂໍ​ຄຳປຶກສາ; ດັ່ງນັ້ນ ຖ້າ​ເຈົ້າ​ເຮັດ​ສົງຄາມ​ກໍ​ຕ້ອງ​ຂໍ​ຄໍາແນະນໍາ.
19 A gossip betrays a confidence; so do not keep company with a babbler. ຄຳ​ນິນທາ​ກໍ​ທໍລະຍົດ​ຄວາມ​ໄວ້ວາງໃຈ; ສະນັ້ນ ຈົ່ງ​ຫລີກໜີ​ຈາກ​ຄົນ​ທີ່​ເວົ້າ​ຫລາຍ​ເກີນໄປ.
20 Whoever curses his father or mother—his lamp will be snuffed out in deepest darkness. ຄົນ​ທີ່​ສາບ​ແຊ່ງ​ພໍ່ ຫລື ແມ່​ຂອງ​ຕົນ, ຊີວິດ​ຂອງ​ພວກເຂົາ​ກໍ​ຈະ​ດັບ​ລົງ​ໃນ​ຂຸມ​ແຫ່ງ​ຄວາມ​ມືດ.
21 An inheritance gained too quickly at the start will not be blessed in the end. ຊັບສົມບັດ​ທີ່​ຫາ​ມາ​ໄດ້​ຢ່າງ​ວ່ອງໄວ ຈະ​ບໍ່​ເປັນ​ພຣະພອນ​ໃນ​ບັ້ນ​ປາຍ.
22 Do not say, "I will pay back evil for evil." Wait for our Father, and he will deliver you. ຢ່າ​ເວົ້າ​ວ່າ “ຂ້ອຍ​ຈະ​ແກ້ແຄ້ນ​ເຈົ້າ​ສຳລັບ​ຄວາມ​ຜິດ​ຄັ້ງ​ນີ້!” ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຢາເວ, ແລະ ພຣະອົງ​ຈະ​ແກ້ແຄ້ນ​ແທນ​ເຈົ້າ.
23 Our Father detests unequal weights, and dishonest scales are no good. ພຣະເຈົ້າ​ຢາເວ​ກຽດຊັງ​ເຄື່ອງ​ຊັ່ງ​ບໍ່​ທ່ຽງທໍາ, ແລະ ພຣະອົງ​ບໍ່​ພໍໃຈ​ນໍາ​ຕາຊິງ​ທີ່​ບໍ່ສັດຊື່.
24 A person's steps are directed by our Father; how then can anyone understand his own way? ພຣະເຈົ້າ​ຢາເວ​ເປັນ​ຜູ້​ກຳນົດ​ບາດ​ກ້າວ​ຂອງ​ມະນຸດ ແລ້ວ​ຈະ​ມີ​ຜູ້ໃດ​ແດ່​ເຂົ້າໃຈ​ທາງ​ຂອງ​ຕົນ​ໄດ້?
25 It is a trap to rashly dedicate something and only later reconsider the vow. ການ​ອຸທິດ​ຖວາຍ​ບາງສິ່ງ​ບາງຢ່າງ​ໂດຍ​ບໍ່​ຄິດ​ກໍ​ເປັນ​ບ້ວງແຮ້ວ​ໃສ່​ຕົນ ແລະ ຕໍ່​ມາ​ຈຶ່ງ​ຄິດ​ໄດ້​ເມື່ອ​ສາບານ​ໄປ​ແລ້ວ.
26 A wise king winnows out the wicked and drives the threshing wheel over them. ກະສັດ​ທີ່​ມີ​ປັນຍາ​ຝັດ​ຮ່ອນ​ຄົນ​ຊົ່ວຮ້າຍ​ໃຫ້​ອອກ​ມາ; ແລະ ເພິ່ນ​ຂັດສັນ​ພວກເຂົາ​ດ້ວຍ​ລໍ້​ນວດເຂົ້າ.
27 The human spirit is the lamp of our Father, searching every inmost part. ຈິດ​ວິນຍານ ຂອງ​ມະນຸດ​ເປັນ​ຕະກຽງ​ຂອງ​ພຣະເຈົ້າ​ຢາເວ ທີ່​ສ່ອງ​ແຈ້ງ​ໃຫ້​ເຫັນ​ເຖິງ​ສ່ວນ​ພາຍໃນ​ທີ່​ເລິກ​ທີ່ສຸດ​ຂອງ​ຄົນ.
28 Loyal love and faithfulness preserve a king; by loyal love his throne is upheld. ຄວາມ​ຮັກ ແລະ ຄວາມ​ສັດຊື່​ຮັກສາ​ກະສັດ​ໄວ້​ຢ່າງ​ປອດໄພ; ແລະ ບັນລັງ​ຂອງ​ເພິ່ນ​ຕັ້ງ​ຢູ່​ຢ່າງ​ໝັ້ນຄົງ​ໂດຍ​ຄວາມ​ຮັກ.
29 The glory of the young is their strength, but the splendor of the old is gray hair. ກຽດ​ສັກສີ​ຂອງ​ຄົນໜຸ່ມ​ແມ່ນ​ກໍາລັງ​ຂອງ​ລາວ, ແຕ່​ຄວາມ​ສະຫງ່າງາມ​ຂອງ​ຜູ້ເຖົ້າ​ແມ່ນ​ຜົມຫງອກ.
30 Wounding blows scrub away evil, and beatings cleanse the inmost parts. ບາດແຜ ແລະ ການ​ຂ້ຽນຕີ​ກຳຈັດ​ຄວາມ​ຊົ່ວ​ອອກ​ໄປ, ແລະ ການ​ຂ້ຽນຕີ​ກໍ​ຊໍາລະ​ສ່ວນ​ທີ່​ເລິກ​ທີ່​ສຸດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]