Skip to content
The Believer's Library

Biblica® Open Lao Contemporary Version

Proverbs 17 OLCV

Show OLCV only
Verse × ×
1 Better a dry crust eaten in peace than a house full of feasting with strife. ກິນ​ເຂົ້າ​ແຫ້ງ​ຢ່າງ​ມິດງຽບ ແລະ ສະຫງົບສຸກ ກໍ​ດີ​ກວ່າ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ງານລ້ຽງ​ພ້ອມ​ກັບ​ການ​ຜິດຖຽງ​ກັນ.
2 A prudent servant will rule over a disgraceful son and will share the inheritance among the brothers. ຄົນ​ຮັບໃຊ້​ທີ່​ສະຫລາດ​ຈະ​ປົກຄອງ​ລູກ​ທີ່​ໜ້າ​ອັບອາຍຂາຍໜ້າ. ແລະ ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ມໍລະດົກ​ເໝືອນ​ດັ່ງ​ຄົນ​ໃນ​ຄອບຄົວ.
3 The crucible is for silver and the furnace for gold, but our Father tests hearts. ເຕົາຫລອມ​ໃຊ້​ທົດສອບ​ເງິນ ແລະ ເຕົາ​ໄຟ​ທົດສອບ​ຄຳ​ເຕົາ​ໄຟ​ສັນໃດ, ພຣະເຈົ້າ​ຢາເວ​ກໍ​ທົດສອບ​ຈິດໃຈ.
4 An evildoer listens to wicked lips; a liar listens to a destructive tongue. ຄົນ​ຊົ່ວຮ້າຍ​ມັກ​ຟັງ​ຄໍາເວົ້າ​ທີ່​ຫລອກລວງ; ຄົນ​ຂີ້ຕົວະ​ກໍ​ມັກ​ຟັງ​ລີ້ນ​ທີ່​ຫວັງ​ທໍາລາຍ.
5 Whoever mocks the poor insults his Maker; whoever gloats over disaster will not go unpunished. ຜູ້​ທີ່​ເຢາະເຢີ້ຍ​ຄົນ​ທຸກຍາກ​ກໍ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ສ້າງ​ຂອງ​ພວກເຂົາ; ຜູ້​ທີ່​ດີ​ໃຈ​ເມື່ອ​ເຫັນ​ຄົນ​ພົບ​ໄພພິບັດ​ຈະ​ໜີ​ບໍ່​ພົ້ນ​ການ​ລົງໂທດ.
6 Grandchildren are the crown of the aged, and the glory of children is their parents. ລູກ​ຫລານ​ເປັນ​ມົງກຸດ​ຂອງ​ຜູ້​ເຖົ້າ, ແລະ ພໍ່​ແມ່​ເປັນ​ຄວາມ​ພູມ​ໃຈ​ຂອງ​ພວກ​ລູກ.
7 Fine speech is not fitting for a fool—still less are lying lips for a noble. ຄໍາເວົ້າ​ທີ່​ມວນ​ບໍ່​ເໝາະສົມ​ກັບ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ສັນໃດ ຄຳເວົ້າ​ຕົວະ​ກໍ​ຍິ່ງ​ບໍ່​ເໝາະສົມ​ກັບ​ຜູ້ປົກຄອງ​ສັນນັ້ນ!
8 A bribe seems like a magic charm to the one who gives it; wherever he turns, he thinks he will succeed. ການ​ໃຫ້​ສິນບົນ​ຖື​ເປັນ​ສະເໜ່​ຂອງ​ຜູ້​ໃຫ້; ພວກເຂົາ​ຄິດ​ວ່າ​ຄວາມ​ສຳເລັດ​ຈະ​ເກີດຂຶ້ນ​ທຸກ​ຄັ້ງ.
9 Whoever covers an offense seeks love, but whoever keeps bringing it up separates close friends. ຜູ້​ທີ່​ສົ່ງເສີມ​ຄວາມ​ຮັກ​ກໍ​ປິດບັງ​ຄວາມຜິດ, ແຕ່​ຜູ້​ທີ່​ເວົ້າ​ຟື້ນ​ເລື່ອງ​ເກົ່າ​ກໍ​ເຮັດ​ໃຫ້​ໝູ່​ສະໜິດ​ແຕກ​ແຍກ​ກັນ.
10 A rebuke goes deeper into a person of understanding than one hundred blows into a fool. ໃຫ້​ຄໍາ​ຕັກເຕືອນ​ພຽງ​ຄັ້ງ​ດຽວ​ແກ່​ຄົນ​ສະຫລາດ ກໍ​ດີ​ກວ່າ​ຂ້ຽນ​ຕີ​ຄົນ​ໂງ່​ຈ້າ​ຮ້ອຍ​ບາດ.
11 A rebellious man seeks only evil, and a cruel messenger will be sent against him. ຄົນ​ຊົ່ວຮ້າຍ​ສົ່ງເສີມ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າ; ແຕ່​ຜູ້ນຳຂ່າວ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ສົ່ງ​ມາ​ຕໍ່ສູ້​ພວກເຂົາ.
12 Better to meet a bear robbed of her cubs than a fool in his foolishness. ພົບ​ໝີ​ແມ່​ທີ່​ຖືກ​ລັກ​ລູກນ້ອຍ​ໄປ ກໍ​ດີກວ່າ​ໄປ​ພົບ​ຄົນ​ໂງ່ຈ້າ​ທີ່​ຫລົງ​ຢູ່​ໃນ​ຄວາມ​ໂງ່.
13 If anyone returns evil for good, evil will never leave his house. ຄວາມ​ຊົ່ວ​ຈະ​ບໍ່​ໜີ​ຈາກ​ບ້ານ​ໄປ ຫາກ​ຄົນ​ນັ້ນ​ຕອບ​ແທນ​ຄວາມ​ດີ​ດ້ວຍ​ຄວາມ​ຊົ່ວ.
14 Starting a quarrel is like breaching a dam, so drop the dispute before it bursts out. ເລີ່ມ​ຜິດຖຽງກັນ​ກໍ​ເປັນ​ດັ່ງ​ເຂື່ອນ​ທີ່​ກໍາລັງ​ຈະ​ແຕກ; ດັ່ງນັ້ນ ຈົ່ງ​ຢຸດ​ເລື່ອງ​ນີ້​ກ່ອນ​ການ​ຜິດຖຽງ​ກັນ​ຈະ​ເກີດ​ຂຶ້ນ.
15 Whoever justifies the wicked and whoever condemns the righteous—both alike are detestable to our Father. ສອງ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກຽດຊັງ​ຄື ການ​ປ່ອຍ​ໃຫ້​ຄົນ​ຜິດ​ໜີ​ໄປ ແລະ ການ​ລົງໂທດ​ຄົນ​ຊອບທຳ.
16 Why should a fool have money in hand to buy wisdom, when he has no heart to learn? ເປັນຫຍັງ​ພວກ​ຄົນ​ໂງ່​ຈ້າ​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນຍາ, ເມື່ອ​ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ປັນຍາ​ໄດ້?
17 A friend loves at all times, and a brother is born for a time of trouble. ໝູ່​ມີ​ຄວາມ​ຮັກ​ຕໍ່​ກັນ​ຢູ່​ຕະຫລອດ​ເວລາ, ແລະ ອ້າຍ​ເອື້ອຍ​ນ້ອງ​ກັນ​ກໍ​ເກີດ​ມາ​ເພື່ອ​ຊ່ວຍ​ກັນ​ໃນ​ຍາມ​ຍາກ​ລໍາບາກ.
18 One who lacks sense shakes hands on a pledge and puts up security for his neighbor. ຄົນ​ບໍ່ຮູ້ຈັກຄິດ​ຈັບ​ມື​ໃຫ້​ຄໍາ​ສັນຍາ ແລະ ຄ້ຳປະກັນ​ໃຫ້​ເພື່ອນບ້ານ.
19 Whoever loves wrongdoing loves strife; whoever builds his gate high invites destruction. ຜູ້​ທີ່​ມັກ​ການ​ຜິດຖຽງກັນ​ກໍ​ຮັກ​ຄວາມ​ບາບ; ຜູ້​ທີ່​ຍິ່ງ​ອວດຕົວ​ກໍ​ນໍາ​ຄວາມ​ຈິບຫາຍ​ມາ​ສູ່​ຕົນ.
20 A crooked heart finds no good, and a twisted tongue falls into trouble. ຄົນ​ທີ່​ມີ​ຈິດໃຈ​ຄົດ​ໂກງ​ຈະ​ບໍ່​ຈະເລີນ, ຄົນ​ທີ່​ເວົ້າ​ປີ້ນ​ຄວາມ​ຈະ​ຕົກ​ລົງ​ໃນ​ຄວາມ​ຍາກ​ລຳບາກ.
21 Whoever fathers a fool brings grief on himself; the father of a godless fool has no joy. ການ​ທີ່​ມີ​ລູກ​ເປັນ​ຄົນ​ໂງ່​ຈ້າ​ຈະ​ນໍາ​ຄວາມ​ໂສກເສົ້າ​ມາ; ພໍ່ແມ່​ຂອງ​ຄົນ​ໂງ່ຈ້າ​ບໍ່​ມີ​ຄວາມ​ສຸກ.
22 A joyful heart is good medicine, but a crushed spirit dries up the bones. ຈິດໃຈ​ທີ່​ມ່ວນຊື່ນ​ກໍ​ເປັນ​ຢາ​ຊັ້ນດີ ແຕ່​ຈິດ​ວິນຍານ​ທີ່​ແຕກສະຫລາຍ​ກໍ​ເຮັດ​ໃຫ້​ກະດູກ​ຫ່ຽວແຫ້ງ.
23 A wicked man takes a bribe in secret to pervert the ways of justice. ຄົນ​ຊົ່ວຮ້າຍ​ຍອມ​ຮັບ​ສິນບົນ​ຢ່າງ​ລັບໆ ເພື່ອ​ບິດ​ເບືອນ​ທາງ​ແຫ່ງ​ຄວາມ​ຍຸຕິທຳ.
24 A discerning person keeps wisdom in view, but the eyes of a fool wander to the ends of the earth. ຄົນ​ສະຫລາດ​ຍ່ອມ​ຮັກສາ​ປັນຍາ​ໄວ້, ແຕ່​ຕາ​ຂອງ​ຄົນ​ໂງ່​ຈ້າ​ແນມ​ຫາ​ໄປ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ.
25 A foolish son is a grief to his father and bitterness to the mother who bore him. ລູກ​ໂງ່​ຈ້າ​ນໍາ​ຄວາມ​ໂສກເສົ້າ​ມາ​ສູ່​ພໍ່​ຂອງ​ຕົນ ແລະ ນໍາ​ຄວາມ​ຂົມຂື່ນ​ມາ​ສູ່​ແມ່​ຂອງ​ຕົນ ຜູ້​ໃຫ້​ກຳ​ເນີດ​ຕົນ​ມາ.
26 To punish the righteous is not good, nor to flog the noble for their integrity. ຖ້າ​ການ​ລົງໂທດ​ຄົນບໍລິສຸດ​ເປັນ​ເລື່ອງ​ບໍ່​ດີ ການ​ຂ້ຽນ​ຕີ​ເຈົ້າໜ້າທີ່​ທີ່​ຊື່ສັດ​ກໍ​ບໍ່​ຖືກຕ້ອງ​ຢ່າງ​ແນ່ນອນ.
27 Whoever holds back his words has knowledge, and one with a calm spirit is a person of understanding. ຜູ້​ທີ່​ມີ​ຄວາມ​ຮູ້​ກໍ​ຈະ​ໃຊ້​ຄໍາເວົ້າ​ດ້ວຍ​ຄວາມ​ລະມັດລະວັງ ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ເປັນ​ຄົນ​ໃຈ​ເຢັນ.
28 Even a fool who keeps silent is thought wise; when he closes his lips, he seems discerning. ແມ່ນແຕ່​ຄົນ​ໂງ່ຈ້າ​ກໍ​ຖືວ່າ​ເປັນ​ຄົນ​ມີ​ປັນຍາ ຖ້າ​ພວກເຂົາ​ມິດງຽບ​ຢູ່ ແລະ ຖ້າ​ພວກເຂົາ​ງັບ​ປາກ​ໄວ້​ໄດ້​ກໍ​ຖື​ວ່າ​ພວກເຂົາ​ເປັນ​ຄົນ​ສະຫລາດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]