Skip to content
The Believer's Library

Biblica® Open Lao Contemporary Version

Proverbs 16 OLCV

Show OLCV only
Verse × ×
1 The plans of the heart belong to man, but the answer of the tongue comes from our Father. ມະນຸດ​ວາງ​ແຜນການ​ຢູ່​ໃນ​ໃຈ, ແຕ່​ຄຳ​ຕອບ​ທີ່​ຖືກຕ້ອງ​ມາ​ຈາກ​ລີ້ນ​ຂອງ​ພຣະເຈົ້າ​ຢາເວ.
2 All a man's ways are pure in his own eyes, but our Father weighs the motives. ທາງ​ທັງໝົດ​ຂອງ​ມະນຸດ​ເບິ່ງ​ຄື​ວ່າ​ບໍລິສຸດ​ໃນ​ສາຍຕາ​ຂອງ​ພວກເຂົາ, ແຕ່​ພຣະເຈົ້າ​ຢາເວ​ຊັ່ງຊາ​ແຮງຈູງໃຈ​ພາຍໃນ.
3 Commit your works to our Father, and your plans will be established. ຈົ່ງ​ມອບ​ທຸກສິ່ງ​ທີ່​ເຈົ້າ​ເຮັດ​ໄວ້​ກັບ​ພຣະເຈົ້າ​ຢາເວ, ແລ້ວ​ພຣະອົງ​ຈະ​ເຮັດ​ໃຫ້​ແຜນການ​ຂອງ​ເຈົ້າ​ສໍາເລັດ.
4 Our Father has made everything for its purpose, even the wicked for the day of trouble. ພຣະເຈົ້າ​ຢາເວ​ເຮັດ​ໃຫ້​ທຸກສິ່ງ​ສິ້ນສຸດ​ລົງ​ຢ່າງ​ເໝາະສົມ ແມ່ນ​ແຕ່​ຄົນ​ຊົ່ວຮ້າຍ​ກໍ​ມີ​ມື້​ແຫ່ງ​ຄວາມ​ຈິບຫາຍ.
5 Everyone proud of heart is detestable to our Father; be assured, he will not go unpunished. ພຣະເຈົ້າ​ຢາເວ​ກຽດຊັງ​ທຸກຄົນ​ທີ່​ມີ​ໃຈ​ຍິ່ງ​ຈອງຫອງ. ຈົ່ງ​ແນ່ໃຈ​ວ່າ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ.
6 Loving devotion and faithfulness atone for sin, and the fear of our Father turns a person away from evil. ບາບ​ຈະ​ໄດ້​ຮັບ​ການ​ຍົກໂທດ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ສັດຊື່; ຈະ​ຫລີກລ້ຽງ​ຈາກ​ສິ່ງ​ຊົ່ວຮ້າຍ​ໄດ້​ໂດຍ​ການ​ຢຳເກງ​ພຣະເຈົ້າ​ຢາເວ.
7 When a man's ways please our Father, our Father makes even the man's enemies live at peace with him. ເມື່ອ​ພຣະເຈົ້າ​ຢາເວ​ພໍໃຈ​ໃນ​ທາງ​ຂອງ​ຜູ້ໃດ​ຜູ້ໜຶ່ງ, ພຣະອົງ​ເຮັດ​ໃຫ້​ສັດຕູ​ຂອງ​ພວກເຂົາ​ຄືນດີ​ກັບ​ພວກເຂົາ.
8 Better a little with righteousness than great income with injustice. ໄດ້​ມາ​ໜ້ອຍ​ດ້ວຍ​ຄວາມ​ຊອບທຳ ກໍ​ດີ​ກວ່າ​ໄດ້​ຫລາຍ​ດ້ວຍ​ຄວາມ​ບໍ່​ຍຸຕິທຳ.
9 The heart of man plans his way, but our Father establishes his steps. ມະນຸດ​ວາງ​ແຜນການ​ຢູ່​ໃນ​ໃຈ​ຂອງ​ຕົນ, ແຕ່​ພຣະເຈົ້າ​ຢາເວ​ເປັນ​ຜູ້​ກຳນົດ​ບາດກ້າວ​ຂອງ​ພວກເຂົາ.
10 A divine verdict is on the lips of a king; his mouth does not betray justice. ຮິບສົບ​ຂອງ​ກະສັດ​ເວົ້າ​ອອກ​ມາ​ເປັນ​ດັ່ງ​ຄໍາ​ທໍານວາຍ, ແລະ ປາກ​ຂອງ​ເພິ່ນ​ຈະ​ບໍ່​ທໍລະຍົດ​ຄວາມ​ຍຸຕິທຳ.
11 Honest scales and balances belong to our Father; every weight and measure is his work. ຕາ​ຊັ່ງ ແລະ ຕາ​ຊິງ​ທີ່​ຊື່ສັດ​ເປັນ​ຂອງ​ພຣະເຈົ້າ​ຢາເວ; ໜ່ວຍ​ວັດແທກ​ນໍ້າໜັກ​ທັງໝົດ​ໃນ​ຊິງ​ໃນ​ຖົງ​ແມ່ນ​ພຣະອົງ​ເປັນ​ຜູ້​ສ້າງ.
12 It is detestable for kings to do wickedness, for a throne is established through righteousness. ບັນດາ​ກະສັດ​ກຽດຊັງ​ການ​ກະທຳ​ຜິດ, ເພາະ​ບັນລັງ​ໄດ້​ຮັບ​ການ​ສະຖາປະນາ​ຂຶ້ນ​ໂດຍ​ຄວາມ​ຊອບທຳ.
13 Righteous lips are the delight of kings, and they love the one who speaks what is right. ບັນດາ​ກະສັດ​ພໍໃຈ​ໃນ​ຄໍາເວົ້າ​ສັດຊື່; ພວກເຂົາ​ເຫັນ​ຄຸນຄ່າ​ຜູ້​ທີ່​ເວົ້າ​ຄວາມຈິງ.
14 A king's wrath is a messenger of death, but a wise man will appease it. ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ຜູ້ນຳຂ່າວ​ແຫ່ງ​ຄວາມ​ຕາຍ​ມາ, ແຕ່​ຄົນ​ມີ​ປັນຍາ​ຈະ​ລະງັບ​ມັນ​ໄວ້​ໄດ້.
15 In the light of a king's face is life, and his favor is like a cloud bringing the spring rain. ເມື່ອ​ໃບໜ້າ​ຂອງ​ກະສັດ​ຍິ້ມແຍ້ມ​ແຈ່ມໃສ, ກໍ​ໝາຍ​ເຖິງ​ຊີວິດ; ຄວາມ​ເມດຕາ​ກະລຸນາ​ຂອງ​ເພິ່ນ​ເປັນ​ດັ່ງ​ເມກ​ຝົນ​ໃນ​ລະດູ​ໃບໄມ້​ປົ່ງ.
16 How much better to get wisdom than gold! Getting understanding is worth more than silver. ມີ​ປັນຍາ​ກໍ​ດີ​ກວ່າ​ມີ​ຄຳ​ຫລາຍ​ເທົ່າ​ໃດ, ມີ​ຄວາມ​ເຂົ້າໃຈ​ກໍ​ດີ​ກວ່າ​ມີ​ເງິນ!
17 The highway of the upright turns away from evil; whoever guards his way protects his life. ທາງ​ຂອງ​ຄົນ​ທ່ຽງທຳ​ກໍ​ຫລີກໜີ​ຈາກ​ຄວາມ​ຊົ່ວ; ຜູ້​ທີ່​ເຝົ້າ​ລະວັງ​ທາງ​ຂອງ​ຕົນ​ກໍ​ຮັກສາ​ຊີວິດ​ຂອງ​ຕົນ​ໄວ້.
18 Pride goes before destruction, and a haughty spirit before a fall. ຄວາມ​ອວດຕົວ​ນຳ​ໄປ​ສູ່​ການ​ທຳລາຍ, ແລະ ໃຈ​ທີ່​ຍິ່ງ​ຈອງຫອງ​ກໍ​ນຳ​ໄປ​ສູ່​ການ​ຫລົ້ມຈົມ.
19 Better to be lowly in spirit among the poor than to share the plunder with the proud. ມີ​ໃຈ​ຖ່ອມ​ລົງ​ຢູ່​ກັບ​ຄົນ​ທີ່​ຖືກ​ກົດຂີ່​ຂົ່ມເຫັງ ກໍ​ດີ​ກວ່າ​ແບ່ງ​ສິ່ງ​ຂອງ​ທີ່​ປຸ້ນ​ມາ​ໄດ້​ກັບ​ຄົນ​ຈອງຫອງ.
20 Whoever heeds the word will find good, and blessed is the one who trusts in our Father. ຜູ້​ທີ່​ເອົາໃຈໃສ່​ຟັງ​ຄຳ​ສັ່ງສອນ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ, ແລະ ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢາເວ.
21 The wise of heart is called discerning, and pleasant speech increases persuasiveness. ຜູ້​ມີ​ໃຈ​ສະຫລາດ​ເອີ້ນ​ວ່າ​ຄົນ​ມີ​ຄວາມ​ຮອບຄອບ, ແລະ ຄໍາເວົ້າ​ທີ່​ມີ​ຄວາມ​ເມດຕາ​ເຮັດ​ໃຫ້​ເພີ່ມ​ຄວາມ​ໜ້າ​ເຊື່ອ​ຖື.
22 Understanding is a fountain of life to the one who has it, but fools are corrected by their own foolishness. ຄວາມ​ຮອບຄອບ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ​ໃຫ້​ແກ່​ຄົນ​ສະຫລາດ. ແຕ່​ຄວາມ​ໂງ່ຈ້າ​ນຳ​ການ​ລົງໂທດ​ມາ​ສູ່​ຄົນ​ໂງ່ຈ້າ.
23 The heart of the wise makes his speech wise and adds persuasiveness to his lips. ໃຈ​ຂອງ​ຄົນ​ມີ​ປັນຍາ​ເຮັດ​ໃຫ້​ລະວັງ​ປາກ​ຂອງ​ຕົນ, ແລະ ຮິມສົບ​ຂອງ​ພວກເຂົາ​ເຮັດ​ໃຫ້​ເກີດ​ຄວາມ​ໜ້າເຊື່ອຖື.
24 Pleasant words are a honeycomb, sweet to the soul and healing to the bones. ຄໍາເວົ້າ​ທີ່​ມີ​ຄວາມ​ເມດຕາ​ເປັນ​ດັ່ງ​ນ້ຳເຜິ້ງ, ເຮັດ​ໃຫ້​ເກີດ​ຄວາມ​ຊື່ນ​ໃຈ​ແກ່​ວິນຍານ ແລະ ຮັກສາ​ກະດູກ​ໄດ້.
25 There is a way that seems right to a man, but its end is the way of death. ມີ​ທາງ​ໜຶ່ງ​ທີ່​ເບິ່ງ​ຄື​ວ່າ​ຖືກຕ້ອງ, ແຕ່​ສຸດທ້າຍ​ມັນ​ຈະ​ນໍາ​ໄປ​ສູ່​ຄວາມ​ຕາຍ.
26 A worker's appetite works for him; his hunger drives him on. ຄວາມ​ຢາກ​ອາຫານ​ຂອງ​ຄົນ​ເຮັດ​ໃຫ້​ຕົນ​ດຸໝັ່ນ; ຄວາມ​ຫິວ​ຂອງ​ພວກເຂົາ​ກະຕຸ້ນ​ໃຫ້​ພວກເຂົາ​ເຮັດ​ວຽກ​ຕໍ່ໄປ.
27 A worthless man digs up evil, and on his lips is a scorching fire. ຄົນ​ຊົ່ວ​ວາງ​ແຜນການ​ອັນ​ຊົ່ວຮ້າຍ, ແລະ ຮິມສົບ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນ​ໄຟ​ທີ່​ລຸກ​ໄໝ້.
28 A perverse man spreads strife, and a gossip separates close friends. ຄົນ​ມັກ​ປີ້ນ​ຄວາມ​ເຮັດ​ໃຫ້​ເກີດ​ການ​ຜິດຖຽງກັນ, ຄົນ​ມັກ​ນິນທາ​ເຮັດ​ໃຫ້​ໝູ່​ສະໜິດ​ແຕກແຍກ​ກັນ.
29 A violent man entices his neighbor and leads him down a harmful path. ຄົນ​ທີ່​ໃຊ້​ຄວາມ​ຮຸນແຮງ​ກໍ​ຫລອກລວງ​ເພື່ອນບ້ານ ແລະ ນຳ​ພວກເຂົາ​ລົງ​ໄປ​ໃນ​ທາງ​ທີ່​ບໍ່​ດີ.
30 Whoever winks his eyes plots perversity; whoever purses his lips is bent on evil. ຜູ້​ທີ່​ຂະຫຍິບ​ຕາ​ຂອງ​ຕົນ​ກຳລັງ​ຄິດ​ແຜນການ​ຮ້າຍ; ຜູ້​ທີ່​ເຮັດ​ສົບ​ຈູ​ບອກ​ໃຫ້​ມິດງຽບ​ກໍ​ຫວັງ​ທໍາລາຍ.
31 Gray hair is a crown of glory; it is gained in the way of righteousness. ຜົມ​ຫງອກ​ເປັນ​ມົງກຸດ​ແຫ່ງ​ສະຫງ່າລາສີ; ມັນ​ໄດ້​ມາ​ດ້ວຍ​ວິຖີທາງ​ອັນ​ຊອບທຳ.
32 Better a patient person than a mighty one, and one who rules his spirit than one who takes a city. ເປັນ​ຄົນ​ທີ່​ອົດທົນ​ກໍ​ດີກວ່າ​ເປັນ​ນັກຮົບ, ຄົນ​ທີ່​ຄວບຄຸມ​ຕົນເອງ​ໄດ້​ກໍ​ດີກວ່າ​ຄົນ​ທີ່​ຕີ​ເອົາ​ເມືອງ​ໄດ້.
33 The lot is cast into the lap, but its every decision is from our Father. ສະຫລາກ​ໃຊ້​ເພື່ອ​ຢາກ​ຮູ້​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ແຕ່​ຄຳຊີ້ຂາດ​ແມ່ນ​ມາ​ຈາກ​ພຣະເຈົ້າ​ຢາເວ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]