Skip to content
The Believer's Library

Biblica® Open Lao Contemporary Version

Proverbs 15 OLCV

Show OLCV only
Verse × ×
1 A gentle answer turns away wrath, but a harsh word stirs up anger. ຄຳ​ຕອບ​ອ່ອນຫວານ​ຊ່ວຍ​ລະງັບ​ຄວາມ​ໂກດຮ້າຍ​ໄດ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ເກີດ​ຄວາມ​ໂມໂຫ.
2 The tongue of the wise commends knowledge, but the mouths of fools pour out foolishness. ລິ້ນ​ຂອງ​ຄົນ​ມີ​ປັນຍາ​ປະດັບ​ດ້ວຍ​ຄວາມ​ຮູ້, ແຕ່​ປາກ​ຂອງ​ຄົນ​ໂງ່ຈ້າ​ເວົ້າ​ຄວາມ​ໂງ່​ອອກ​ມາ.
3 The eyes of our Father are in every place, keeping watch on the evil and the good. ຕາ​ຂອງ​ພຣະເຈົ້າ​ຢາເວ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ, ພຣະອົງ​ເຝົ້າເບິ່ງ​ທັງ​ຄົນ​ຊົ່ວ ແລະ ຄົນ​ດີ.
4 A gentle tongue is a tree of life, but a corrupt tongue crushes the spirit. ລິ້ນ​ທີ່​ໜູນໃຈ​ເປັນ​ຕົ້ນໄມ້​ແຫ່ງ​ຊີວິດ, ແຕ່​ລີ້ນ​ທີ່​ມັກ​ປີ້ນ​ຄວາມ​ເຮັດ​ໃຫ້​ຈິດໃຈ​ເຈັບປວດ.
5 A fool despises his father's instruction, but whoever heeds correction is prudent. ຄົນ​ໂງ່​ໝິ່ນປະໝາດ​ຄຳສັ່ງສອນ​ຂອງ​ພໍ່​ແມ່, ຜູ້​ທີ່​ຍອມຮັບ​ການ​ດັດແປງ​ແກ້ໄຂ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສະຫລາດ.
6 In the house of the righteous there is much treasure, but the income of the wicked brings trouble. ບ້ານ​ຂອງ​ຄົນ​ຊອບທຳ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ, ແຕ່​ລາຍໄດ້​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ນໍາ​ຄວາມ​ຈິບຫາຍ​ມາ.
7 The lips of the wise spread knowledge, but not so the hearts of fools. ປາກ​ຂອງ​ຄົນ​ມີ​ປັນຍາ​ກະຈາຍ​ຄວາມ​ຮູ້, ແຕ່​ຈິດໃຈ​ຂອງ​ຄົນ​ໂງ່​ຈ້າ​ແມ່ນ​ບໍ່​ຊື່ກົງ.
8 The sacrifice of the wicked is detestable to our Father, but the prayer of the upright is his delight. ພຣະເຈົ້າ​ຢາເວ​ກຽດຊັງ​ເຄື່ອງບູຊາ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ພຣະອົງ​ພໍໃຈ​ນໍາ​ຄຳ​ພາວັນນາ​ອະທິຖານ​ຂອງ​ຄົນ​ທ່ຽງທຳ.
9 The way of the wicked is detestable to our Father, but he loves the one who pursues righteousness. ພຣະເຈົ້າ​ຢາເວ​ກຽດຊັງ​ທາງ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ພຣະອົງ​ຮັກ​ຜູ້​ທີ່​ຕິດຕາມ​ຄວາມ​ຊອບທຳ.
10 There is severe discipline for the one who leaves the path, and whoever hates correction will die. ຜູ້​ທີ່​ປະຖິ້ມ​ທາງ​ແຫ່ງ​ຊີວິດ​ຈະ​ຖືກ​ລົງໂທດ​ຢ່າງ​ໜັກໜ່ວງ, ຜູ້​ທີ່​ກຽດຊັງ​ການ​ປັບປຸງ​ແກ້ໄຂ​ຈະ​ພົບ​ຄວາມ​ຕາຍ.
11 The grave and Destruction lie open before our Father; how much more the hearts of all people! ແມ່ນ​ແຕ່​ຄວາມ​ຕາຍ ແລະ ການ​ທໍາລາຍ​ກໍ​ປາກົດ​ແຈ້ງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ. ໃຈ​ມະນຸດ​ຄິດ​ຫຍັງ​ຫລາຍ​ເທົ່າ​ໃດ​ພຣະອົງ​ກໍ​ຮູ້.
12 A scoffer does not love to be corrected; he will not go to the wise. ຄົນ​ມັກ​ເຢາະເຢີ້ຍ​ບໍ່​ມັກ​ການ​ປັບປຸງ​ແກ້ໄຂ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ໄປ​ຢູ່​ໃກ້​ຄົນ​ມີ​ປັນຍາ.
13 A glad heart makes a cheerful face, but a sorrowful heart crushes the spirit. ໃຈ​ທີ່​ມີຄວາມ​ສຸກ​ເຮັດ​ໃຫ້​ໃບໜ້າ​ສົດໃສ, ໃຈ​ທີ່​ມີ​ຄວາມ​ເຈັບປວດ​ເຮັດ​ໃຫ້​ຈິດ​ວິນຍານ​ເສົ້າໝອງ.
14 A discerning heart seeks knowledge, but the mouths of fools feed on foolishness. ຄົນ​ທີ່​ຮູ້ຈັກ​ຄິດ​ສະແຫວງຫາ​ຄວາມ​ຮູ້, ແຕ່​ປາກ​ຂອງ​ຄົນ​ໂງ່ຈ້າ​ກິນ​ຄວາມ​ໂງ່​ເປັນ​ອາຫານ.
15 All the days of the afflicted are hard, but a cheerful heart has a continual feast. ທຸກ​ມື້​ຂອງ​ຜູ້​ທີ່​ຖືກ​ກົດຂີ່​ຂົ່ມເຫັງ​ກໍ​ເປັນ​ເຄາະຮ້າຍ, ແຕ່​ຫົວໃຈ​ທີ່​ມ່ວນຊື່ນ​ກໍ​ມີ​ງານ​ກິນລ້ຽງ​ຕະຫລອດ.
16 Better a little with the fear of our Father than great treasure and trouble with it. ມີ​ໜ້ອຍ​ແຕ່​ຢຳເກງ​ພຣະເຈົ້າ​ຢາເວ ກໍ​ດີ​ກວ່າ ຮັ່ງມີ​ຫລາຍ​ແຕ່​ມີ​ຄວາມ​ວຸ້ນວາຍ.
17 Better a meal of vegetables where there is love than a fattened ox with hatred. ໄດ້​ກິນ​ຜັກ​ໜ້ອຍໜຶ່ງ​ໃນ​ບ່ອນ​ມີ​ຄວາມ​ຮັກ ກໍ​ດີ​ກວ່າ​ກິນ​ຊີ້ນ​ງົວ​ໃນ​ບ່ອນ​ມີ​ຄວາມ​ກຽດຊັງ.
18 A hot-tempered man stirs up strife, but one who is slow to anger calms a quarrel. ຄົນ​ໃຈ​ຮ້ອນ​ເຮັດ​ໃຫ້​ເກີດ​ການ​ຂັດແຍ້ງ​ກັນ, ແຕ່​ຄົນ​ທີ່​ມີ​ຄວາມ​ອົດທົນ​ລະງັບ​ການ​ຜິດຖຽງກັນ.
19 The way of the lazy is like a hedge of thorns, but the path of the upright is a level highway. ທາງ​ຂອງ​ຄົນ​ຂີ້ຄ້ານ​ຖືກ​ຂວາງ​ດ້ວຍ​ໜາມ, ແຕ່​ທາງ​ຂອງ​ຄົນ​ທ່ຽງທຳ​ກໍ​ສະດວກ​ດີ.
20 A wise son makes a glad father, but a foolish man despises his mother. ລູກ​ທີ່​ມີ​ປັນຍາ​ເຮັດ​ໃຫ້​ພໍ່​ຂອງ​ຕົນ​ມີ​ຄວາມ​ສຸກ, ແຕ່​ຄົນ​ທີ່​ໂງ່​ຈ້າ​ໝິ່ນປະໝາດ​ແມ່​ຂອງ​ຕົນ.
21 Foolishness is joy to one who lacks sense, but a person of understanding walks a straight path. ຄົນ​ບໍ່ຮູ້ຈັກຄິດ​ຊື່ນຊົມ​ຄວາມ​ໂງ່​ຂອງ​ຕົນ ແຕ່​ຄົນ​ທີ່​ມີ​ຄວາມ​ເຂົ້າໃຈ​ຮັກສາ​ທາງ​ຂອງ​ຕົນ​ໃຫ້​ຊື່​ໄປ.
22 Plans fail without counsel, but with many advisers they succeed. ຂາດ​ການ​ປຶກສາ​ແຜນການ​ຕ່າງໆ​ກໍ​ລົ້ມເຫລວ, ແຕ່​ມີ​ທີ່ປຶກສາ​ຫລາຍ​ຄົນ​ກໍ​ພົບ​ຄວາມ​ສຳເລັດ.
23 A person finds joy in giving an apt reply, and how good is a word at the right time! ຄົນ​ທີ່​ໃຫ້​ຄຳຕອບ​ທີ່​ເໝາະສົມ​ກໍ​ມີ​ຄວາມ​ສຸກ ແລະ ຄໍາ​ເວົ້າ​ທີ່​ຖືກ​ກາລະ​ເທສະ​ກໍ​ດີ​ຫລາຍ​ເທົ່າ​ໃດ!
24 The path of life leads upward for the prudent, turning him away from the grave below. ຄົນ​ທີ່​ສະຫລາດ​ເດີນ​ທາງ​ຂຶ້ນ​ໄປ​ສູ່​ຊີວິດ, ເພື່ອ​ປ້ອງກັນ​ພວກເຂົາ​ບໍ່​ໃຫ້​ລົງ​ໄປ​ສູ່​ແດນ​ຂອງ​ຄົນ​ຕາຍ.
25 Our Father tears down the house of the proud, but he protects the widow's boundary. ພຣະເຈົ້າ​ຢາເວ​ມ້າງ​ເຮືອນ​ຂອງ​ຄົນ​ອວດຕົວ, ແຕ່​ພຣະອົງ​ວາງ​ສີລາ​ໄວ້​ໃນ​ເຂດແດນ​ຂອງ​ຍິງໝ້າຍ.
26 The thoughts of the wicked are detestable to our Father, but gracious words are pure. ພຣະເຈົ້າ​ຢາເວ​ກຽດຊັງ​ຄວາມ​ຄິດ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ພຣະອົງ​ພໍໃຈ​ຄໍາເວົ້າ​ທີ່​ມີ​ບໍລິສຸດ.
27 Whoever is greedy for unjust gain brings trouble on his own household, but the one who hates bribes will live. ຄົນ​ໂລບມາກ​ກໍ​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ຄອບຄົວ​ຂອງ​ຕົນ, ແຕ່​ຄົນ​ທີ່​ກຽດຊັງ​ສິນບົນ​ຈະ​ມີ​ຊີວິດ​ຢູ່.
28 The heart of the righteous weighs how to answer, but the mouth of the wicked pours out evil. ໃຈ​ຂອງ​ຄົນ​ຊອບທຳ​ຄິດ​ຊັ່ງຊາ​ກ່ອນ​ຕອບ, ແຕ່​ປາກ​ຂອງ​ຄົນ​ຊົ່ວຮ້າຍ​ເວົ້າ​ຄວາມ​ຊົ່ວ​ອອກ​ມາ.
29 Our Father is far from the wicked, but he hears the prayer of the righteous. ພຣະເຈົ້າ​ຢາເວ​ຢູ່​ຫ່າງໄກ​ຈາກ​ຄົນ​ຊົ່ວຮ້າຍ, ແຕ່​ພຣະອົງ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຄົນ​ຊອບທຳ.
30 The light of the eyes brings joy to the heart, and good news refreshes the bones. ແສງສະຫວ່າງ​ໃນ​ຕາ​ຂອງ​ຜູ້ສົ່ງຂ່າວ​ນໍາ​ຄວາມ​ຍິນດີ​ມາ​ສູ່​ຈິດໃຈ, ແລະ ຂ່າວ​ດີ​ເຮັດ​ໃຫ້​ກະດູກ​ແຂງແຮງ.
31 The ear that listens to life-giving correction will dwell among the wise. ຜູ້​ທີ່​ໃສ່ໃຈ​ການ​ຕັກເຕືອນ ກໍ​ໃຫ້​ຊີວິດ ທີ່​ຈະ​ຢູ່​ໃນ​ເຮືອນ​ທ່າມກາງ​ຄົນ​ມີ​ປັນຍາ.
32 Whoever ignores instruction despises himself, but whoever listens to correction gains understanding. ຜູ້​ທີ່​ບໍ່​ຍອມຮັບ​ການ​ຕີສອນ​ກໍ​ໝິ່ນປະໝາດ​ຕົນ​ເອງ, ແຕ່​ຜູ້​ທີ່​ຍອມຮັບ​ການ​ປັບປຸງ​ແກ້ໄຂ​ກໍ​ມີ​ຄວາມ​ເຂົ້າໃຈ​ເພີ່ມ​ຂຶ້ນ.
33 The fear of our Father is the instruction of wisdom, and humility comes before honor. ຄຳ​ສັ່ງສອນ​ຂອງ​ປັນຍາ​ແມ່ນ​ການ​ຢຳເກງ​ພຣະເຈົ້າ​ຢາເວ, ແລະ ຄວາມ​ຖ່ອມໃຈ​ມາ​ກ່ອນ​ກຽດ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]