Skip to content
The Believer's Library

Biblica® Open Lao Contemporary Version

Proverbs 14 OLCV

Show OLCV only
Verse × ×
1 The wisest of women builds her house, but foolishness tears hers down with her own hands. ຍິງ​ທີ່​ມີ​ປັນຍາ​ສ້າງ​ເຮືອນ​ຂອງຕົນ​ຂຶ້ນ, ແຕ່​ຍິງ​ທີ່​ໂງ່ຈ້າ​ມ້າງ​ເຮືອນ​ລົງ​ດ້ວຍ​ມື​ຂອງ​ຕົນ.
2 Whoever walks in uprightness fears our Father, but one whose ways are crooked despises him. ຜູ້​ໃດ​ກໍ​ຕາມ​ທີ່​ຢຳເກງ​ພຣະເຈົ້າ​ຢາເວ​ກໍ​ເດີນ​ໃນ​ທາງ​ຊື່​ກົງ, ແຕ່​ຄົນ​ທີ່​ດູໝິ່ນ​ປະໝາດ​ພຣະອົງ​ກໍ​ເດີນ​ໃນ​ທາງ​ອັນ​ຄົດລ້ຽວ​ຂອງ​ຕົນ.
3 A fool's mouth is a rod for his own pride, but the lips of the wise protect them. ປາກ​ຂອງ​ຄົນ​ໂງ່​ກໍ​ເວົ້າ​ອອກ​ມາ​ດ້ວຍ​ຄວາມຈອງຫອງ, ແຕ່​ຄຳເວົ້າ​ຂອງ​ຄົນ​ມີ​ປັນຍາ​ປົກປ້ອງ​ຕົນ​ໄວ້.
4 Where there are no oxen, the manger stays clean, but an abundant harvest comes through the strength of an ox. ບ່ອນ​ໃດ​ບໍ່​ມີ​ງົວ, ເລົ້າເຂົ້າ​ກໍ​ຫວ່າງເປົ່າ, ແຕ່​ດ້ວຍ​ກໍາລັງ​ຂອງ​ງົວ​ກໍ​ໄດ້​ເກັບກ່ຽວ​ຢ່າງ​ອຸດົມ​ສົມບູນ.
5 A faithful witness does not lie, but a false witness breathes out lies. ພະຍານ​ທີ່​ສັດຊື່​ຈະ​ບໍ່​ຫລອກລວງ, ແຕ່​ພະຍານ​ທີ່​ບໍ່​ຈິງ​ເວົ້າ​ຕົວະ​ຢູ່​ເລື້ອຍ.
6 The scoffer seeks wisdom and finds none, but knowledge comes easily to the discerning. ຄົນ​ມັກ​ເຢາະເຢີ້ຍ​ສະແຫວງຫາ​ປັນຍາ​ແຕ່​ບໍ່​ພົບ​ຈັກ​ເທື່ອ, ແຕ່​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ພົບ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍ.
7 Stay away from a fool, for you will find no knowledge on his lips. ຈົ່ງ​ຢູ່​ຫ່າງ​ຈາກ​ຄົນ​ໂງ່​ຈ້າ, ເພາະ​ເຈົ້າ​ຈະ​ບໍ່​ພົບ​ຄວາມ​ຮູ້​ຈາກ​ປາກ​ຂອງ​ພວກເຂົາ.
8 The wisdom of the prudent is to discern their way, but the foolishness of fools is deceit. ປັນຍາ​ຂອງ​ຄົນ​ສະຫລາດ​ແມ່ນ​ເຂົ້າໃຈ​ທາງ​ຂອງ​ຕົນ, ແຕ່​ຄວາມ​ໂງ່​ຂອງ​ຄົນ​ໂງ່ຈ້າ​ແມ່ນ​ການ​ຫລອກລວງ​ຕົນເອງ.
9 Fools mock the guilt offering, but among the upright there is favor. ຄົນ​ໂງ່ຈ້າ​ກໍ​ເຢາະເຢີ້ຍ​ການ​ໃຊ້​ໜີ​ຄວາມ​ຜິດ​ບາບ ແຕ່​ໃນ​ທ່າມກາງ​ຄົນ​ທ່ຽງທຳ​ກໍ​ມີ​ແຕ່​ຄວາມ​ຫວັງ​ດີ.
10 The heart knows its own bitterness, and no stranger shares in its joy. ມີ​ແຕ່​ໃຈ​ຕົນເອງ​ທີ່​ຮູ້​ເຖິງ​ຄວາມ​ຂົມຂື່ນ​ຂອງ​ຕົນ, ແລະ ບໍ່​ມີ​ຜູ້​ໃດ​ສາມາດ​ແບ່ງປັນ​ຄວາມ​ຍິນດີ​ໃຫ້​ຄົນອື່ນ​ໄດ້.
11 The house of the wicked will be destroyed, but the tent of the upright will flourish. ບ້ານ​ຂອງ​ຄົນ​ຊົ່ວຮ້າຍ​ຈະ​ຖືກ​ທຳລາຍ, ແຕ່​ເຕັນ​ຂອງ​ຄົນ​ທ່ຽງທຳ​ຈະ​ຈະເລີນ​ຂຶ້ນ.
12 There is a way that seems right to a person, but its end is the way of death. ມີ​ທາງ​ໜຶ່ງ​ທີ່​ເບິ່ງ​ຄື​ວ່າ​ຖືກຕ້ອງ, ແຕ່​ສຸດທ້າຍ​ມັນ​ຈະ​ນໍາ​ໄປ​ສູ່​ຄວາມ​ຕາຍ.
13 Even in laughter the heart may ache, and the end of joy may be grief. ແມ່ນ​ແຕ່​ຍາມ​ຫົວເລາະ ຈິດໃຈ​ອາດ​ເຈັບປວດ, ແລະ ຄວາມ​ຊື່ນຊົມຍິນດີ​ອາດ​ຈົບ​ລົງ​ດ້ວຍ​ຄວາມ​ໂສກ​ເສົ້າ.
14 The backslider in heart will be filled with the fruit of his ways, and a good person with the fruit of his. ຄົນ​ປະຖິ້ມ​ຄວາມ​ເຊື່ອ​ຈະ​ໄດ້​ຮັບ​ຜົນ​ກໍາ​ຕອບສະໜອງ​ຢ່າງ​ເຕັມທີ່​ສໍາລັບ​ວິຖີທາງ​ຂອງ​ພວກເຂົາ, ແຕ່​ຄົນ​ດີ​ກໍ​ໄດ້​ຮັບ​ບຳເໜັດ​ຂອງ​ຕົນ.
15 The simple believe anything, but the prudent give thought to their steps. ຄົນ​ບໍ່ຮູ້ຈັກຄິດ​ເຊື່ອ​ໄປ​ໝົດ​ທຸກສິ່ງ​ທຸກຢ່າງ, ແຕ່​ຄົນ​ສະຫລາດ​ກໍ​ຄິດ​ກ່ອນ​ຈຶ່ງ​ກ້າວ​ອອກ​ໄປ.
16 The wise fear and turn away from evil, but a fool is reckless and overconfident. ຄົນ​ມີ​ປັນຍາ​ຢຳເກງ​ພຣະເຈົ້າ​ຢາເວ ແລະ ຫລີກລ້ຽງ​ຈາກ​ຄວາມ​ຊົ່ວ, ແຕ່​ຄົນ​ໂງ່​ຈ້າ​ໃຈ​ຮ້ອນ​ລົງ​ມື​ເຮັດ​ໄປ​ຢ່າງ​ວ່ອງໄວ ຄິດ​ໄປ​ເອງ​ວ່າ​ຕົນ​ປອດໄພ.
17 A quick-tempered person acts foolishly, and one who plots evil schemes is hated. ຄົນ​ທີ່​ໃຈຮ້າຍ​ງ່າຍ​ເຮັດ​ສິ່ງ​ທີ່​ໂງ່ຈ້າ, ແລະ ຄົນ​ທີ່​ຄິດ​ແຜນການ​ຊົ່ວ​ກໍ​ໜ້າ​ກຽດຊັງ.
18 The simple inherit foolishness, but the prudent are crowned with knowledge. ຄົນ​ບໍ່ຮູ້ຈັກຄິດ​ໄດ້​ຄວາມ​ໂງ່​ເປັນ​ມໍລະດົກ, ແຕ່​ຄົນ​ສະຫລາດ​ໄດ້​ຄວາມ​ຮູ້​ເປັນ​ມົງກຸດ.
19 The evil bow down before the good, and the wicked at the gates of the righteous. ຄົນ​ທີ່​ເຮັດ​ຊົ່ວ​ຈະ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ຄົນ​ດີ, ແລະ ຄົນ​ຊົ່ວຮ້າຍ​ຈະ​ກົ້ມ​ຂາບ​ລົງ​ທີ່​ປະຕູ​ຂອງ​ຄົນ​ຊອບທຳ.
20 The poor are shunned even by their neighbors, but the rich have many friends. ຄົນ​ທຸກຍາກ​ນັ້ນ​ແມ່ນແຕ່​ເພື່ອນບ້ານ​ກໍ​ເມີນ​ໜ້າ​ໜີ, ແຕ່​ຄົນ​ຮັ່ງມີ​ມີ​ໝູ່​ເພື່ອນ​ຢ່າງ​ຫລວງຫລາຍ.
21 Whoever despises his neighbor sins, but blessed is the one who is kind to the poor. ຜູ້​ທີ່​ດູຖູກ​ເພື່ອນບ້ານ​ກໍ​ເປັນ​ຄວາມ​ບາບ, ຄວາມ​ສຸກ​ເປັນ​ຂອງ​ຜູ້​ທີ່​ມີ​ໃຈ​ເມດຕາ​ຕໍ່​ຄົນ​ທຸກຍາກ.
22 Do not those who plot evil go astray? But covenant love and faithfulness belong to those who plan good. ຜູ້​ທີ່​ວາງ​ແຜນການ​ຊົ່ວຮ້າຍ​ກໍ​ຫລົງ​ທາງ​ໄປ​ບໍ່ແມ່ນ​ບໍ? ແຕ່​ຜູ້​ທີ່​ວາງ​ແຜນການ​ອັນ​ດີ​ກໍ​ພົບ ຄວາມ​ຮັກ ແລະ ຄວາມ​ສັດຊື່.
23 In all hard work there is profit, but mere talk leads only to poverty. ການ​ເຮັດວຽກ​ຢ່າງ​ໜັກ​ກໍ​ນໍາ​ຜົນ​ກຳໄລ​ມາ, ຖ້າ​ເອົາ​ແຕ່​ເວົ້າ​ເທົ່ານັ້ນ​ກໍ​ນໍາ​ໄປ​ສູ່​ຄວາມ​ທຸກຍາກ.
24 The crown of the wise is their wealth, but the foolishness of fools yields only foolishness. ຄວາມ​ຮັ່ງມີ​ຂອງ​ຄົນ​ມີ​ປັນຍາ​ເປັນ​ມົງກຸດ​ຂອງ​ຕົນ. ແຕ່​ຄວາມ​ໂງ່ຈ້າ​ຂອງ​ຄົນ​ໂງ່​ເຮັດ​ໃຫ້​ເກີດ​ຄວາມ​ໂງ່ຈ້າ.
25 A truthful witness saves lives, but one who breathes out lies is treacherous. ພະຍານ​ທີ່​ເວົ້າ​ຄວາມ​ຈິງ​ກໍ​ຊ່ວຍ​ຊີວິດ​ໄດ້, ແຕ່​ພະຍານ​ບໍ່​ຈິງ​ເປັນ​ການ​ຫລອກລວງ.
26 In the fear of our Father is strong confidence, and his children will have a refuge. ຜູ້​ທີ່​ຢຳເກງ​ພຣະເຈົ້າ​ຢາເວ​ມີ​ປ້ອມ​ປ້ອງກັນ​ທີ່​ປອດໄພ, ແລະ ມັນ​ຈະ​ເປັນ​ບ່ອນ​ລີ້ໄພ​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກເຂົາ.
27 The fear of our Father is a fountain of life, turning a person away from the snares of death. ການ​ຢຳເກງ​ພຣະເຈົ້າ​ຢາເວ​ເປັນ​ນ້ຳພຸ​ແຫ່ງ​ຊີວິດ, ຊ່ວຍ​ຄົນ​ໃຫ້​ພົ້ນ​ຈາກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຕາຍ.
28 A large population is a king's glory, but without people a prince is ruined. ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ເປັນ​ສະຫງ່າລາສີ​ຂອງ​ກະສັດ, ຖ້າ​ບໍ່​ມີ​ປະຊາຊົນ ເຈົ້ານາຍ​ກໍ​ຈິບຫາຍ​ໄປ.
29 Whoever is slow to anger has great understanding, but a hot temper exalts foolishness. ຜູ້​ທີ່​ມີ​ຄວາມ​ອົດທົນ​ກໍ​ມີ​ຄວາມ​ເຂົ້າໃຈ​ທີ່​ຍິ່ງໃຫຍ່, ແຕ່​ຜູ້​ທີ່​ໃຈ​ຮ້ອນ​ກໍ​ສະແດງ​ຄວາມ​ໂງ່ຈ້າ.
30 A tranquil heart gives life to the body, but envy rots the bones. ຈິດໃຈ​ທີ່​ສະຫງົບສຸກ​ໃຫ້​ຊີວິດ​ແກ່​ຮ່າງກາຍ, ແຕ່​ຄວາມ​ອິດສາ​ເຮັດ​ໃຫ້​ກະດູກ​ເປື່ອຍ​ເນົ່າ.
31 Whoever oppresses the poor reproaches our Father, their Maker, but whoever is kind to the needy honors him. ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ຄົນ​ທຸກຍາກ​ກໍ​ດູຖູກ​ພຣະເຈົ້າ​ຜູ້ສ້າງ​ຂອງ​ພວກເຂົາ, ແຕ່​ຜູ້​ທີ່​ເມດຕາ​ຄົນ​ຂັດສົນ​ກໍ​ໃຫ້​ກຽດ​ພຣະເຈົ້າ.
32 The wicked are brought down by their own evil, but the righteous find refuge even in death. ເມື່ອ​ໄພພິບັດ​ມາ​ເຖິງ, ຄົນ​ຊົ່ວ​ກໍ​ຖືກ​ໂຄ່ນ​ລົ້ມ, ແມ່ນ​ແຕ່​ຢູ່​ໃນ​ຄວາມ​ຕາຍ ຄົນ​ຊອບທຳ​ສະແຫວງຫາ​ບ່ອນ​ລີ້ໄພ​ໃນ​ພຣະເຈົ້າ.
33 Wisdom rests in the heart of the discerning, but even among fools it makes itself known. ຄົນ​ມີ​ປັນຍາ​ກໍ​ໄວ້ວາງໃຈ​ໃນ​ຄົນ​ທີ່​ຮູ້​ຈັກ​ຄິດ ແລະ ແມ່ນ​ແຕ່​ໃນ​ທ່າມກາງ​ຄົນ​ໂງ່​ຈ້າ ຄົນ​ມີ​ປັນຍາ​ກໍ​ເຮັດ​ໃຫ້​ຕົນ​ເປັນ​ທີ່​ຮູ້​ຈັກ.
34 Righteousness exalts a nation, but sin is a disgrace to any people. ຄວາມ​ຊອບທຳ​ເຊີດຊູ​ຊາດ, ແຕ່​ບາບ​ປະນາມ​ຊົນຊາດ​ຕ່າງໆ
35 A king's favor rests on a wise servant, but his wrath falls on one who acts shamefully. ກະສັດ​ພໍໃຈ​ໃນ​ຄົນຮັບໃຊ້​ທີ່​ມີ​ປັນຍາ, ແຕ່​ເພິ່ນ​ໂກດຮ້າຍ​ຄົນຮັບໃຊ້​ທີ່​ບໍ່​ໄດ້​ວຽກ.
FHB

Scripture from Father’s Heart Bible™. © 2026 Spirit Media Publishing, the imprint of Spirit Media Inc. All rights reserved. In Divine Voice™ Color, the words spoken by our Father show in blue, the words of the Son in red, and the words of the Spirit in purple.

OLCV

Biblica® Open ພຣະຄຳພີລາວສະບັບສະໄໝໃໝ່™ ສະຫງວນລິຂະສິດ © 2023, 2025 ໂດຍ Biblica, Inc. Biblica® Open Lao Contemporary Version™ Copyright © 2023, 2025 by Biblica, Inc. “Biblica” (ບິບລິກາ) ເປັນເຄື່ອງໝາຍການຄ້າຂອງ Biblica, Inc. ທີ່ໄດ້ຈົດທະບຽນກັບສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າແຫ່ງສະຫະລັດອາເມລິກາ. ນຳໃຊ້ໂດຍໄດ້ຮັບອະນຸຍາດ. “Biblica” is a trademark registered in the United States Patent and Trademark Office by Biblica, Inc. Used with permission.
Biblica® Open Lao Contemporary Version · Creative Commons - Attribution-ShareAlike [CC BY-SA]