Side by side with the Father's Heart Bible™ (ບົດເພງສັນລະເສີນສັນລະເສີນຂອງດາວິດ)
1ຂ້າແດ່ພຣະເຈົ້າຈອມກະສັດຂອງຂ້ານ້ອຍ, ຂ້ານ້ອຍຈະຍົກຍ້ອງພຣະອົງ;ຂ້ານ້ອຍຈະສັນລະເສີນນາມຂອງພຣະອົງຕະຫລອດໄປເປັນນິດ
2ຂ້ານ້ອຍຈະສັນລະເສີນພຣະອົງທຸກວັນຈະແຊ່ຊ້ອງຍົກຍ້ອງນາມຂອງພຣະອົງຕະຫລອດໄປເປັນນິດ.
3ພຣະເຈົ້າຢາເວນັ້ນຍິ່ງໃຫຍ່ ແລະ ສົມຄວນແກ່ການສັນລະເສີນທີ່ສຸດ;ຄວາມຍິ່ງໃຫຍ່ຂອງພຣະອົງນັ້ນບໍ່ມີຜູ້ໃດຄາດຄະເນໄດ້.
4ຄົນຊົ່ວອາຍຸໜຶ່ງຈະຍົກຍ້ອງຜົນງານຂອງພຣະອົງໃຫ້ຄົນອີກຊົ່ວອາຍຸໜຶ່ງຟັງ;ພວກເຂົາຈະເລົ່າເຖິງກິດຈະການອັນຍິ່ງໃຫຍ່ຂອງພຣະອົງ.
5ພວກເຂົາຈະເວົ້າເຖິງສະຫງ່າລາສີອັນຮຸ່ງເຮືອງແຫ່ງບາລະມີຂອງພຣະອົງແລະ ຂ້ານ້ອຍຈະຄິດຕຶກຕອງເຖິງຜົນງານອັນອັດສະຈັນທັງຫລາຍຂອງພຣະອົງ.
6ພວກເຂົາຈະເລົ່າເຖິງລິດອຳນາດແຫ່ງຜົນງານອັນໜ້າອັດສະຈັນຂອງພຣະອົງແລະ ຂ້ານ້ອຍຈະປະກາດການກະທຳອັນຍິ່ງໃຫຍ່ຂອງພຣະອົງ.
7ພວກເຂົາຈະສະເຫລີມສະຫລອງຄວາມດີເລີດຂອງພຣະອົງແລະ ຮ້ອງເພງດ້ວຍຄວາມຍິນດີເຖິງຄວາມຊອບທຳຂອງພຣະອົງ.
8ພຣະເຈົ້າຢາເວມີຄວາມກະລຸນາ ແລະ ຄວາມເມດຕາສົງສານ,ບໍ່ໃຈຮ້າຍງ່າຍ ແລະ ເຕັມດ້ວຍຄວາມຮັກ.
9ພຣະເຈົ້າຢາເວດີຕໍ່ທຸກຄົນ;ພຣະອົງເມດຕາສົງສານຕໍ່ສັບພະສິ່ງທັງໝົດທີ່ພຣະອົງໄດ້ສ້າງ.
10ຂ້າແດ່ພຣະເຈົ້າຢາເວ ສັບພະສິ່ງທັງໝົດທີ່ພຣະອົງສ້າງຈະສັນລະເສີນພຣະອົງ;ປະຊາຊົນຜູ້ສັດຊື່ຂອງພຣະອົງຈະຍົກຍ້ອງພຣະອົງ.
11ພວກເຂົາຈະກ່າວເຖິງສະຫງ່າລາສີແຫ່ງອານາຈັກຂອງພຣະອົງແລະ ເລົ່າເຖິງຄວາມຍິ່ງໃຫຍ່ຂອງພຣະອົງ,
12ເພື່ອທຸກຄົນຈະຮູ້ເຖິງກິດຈະການອັນຍິ່ງໃຫຍ່ຂອງພຣະອົງແລະ ສະຫງ່າລາສີອັນຮຸ່ງເຮືອງຂອງພຣະອົງແຫ່ງອານາຈັກຂອງພຣະອົງ.
13ອານາຈັກຂອງພຣະອົງເປັນອານາຈັກນິລັນດອນ,ພຣະອົງຄອບຄອງຢູ່ຕະຫລອດທຸກຊົ່ວອາຍຸ.ພຣະເຈົ້າຢາເວແມ່ນໄວ້ວາງໃຈໄດ້ໃນທຸກສິ່ງທີ່ພຣະອົງສັນຍາແລະ ສັດຊື່ໃນທຸກສິ່ງທີ່ພຣະອົງໄດ້ເຮັດ.
14ພຣະເຈົ້າຢາເວປະຄອງທຸກຄົນທີ່ລົ້ມລົງໃຫ້ລຸກຂຶ້ນແລະ ຍົກທຸກຄົນທີ່ຖ່ອມຕົວຂຶ້ນ.
15ດວງຕາຂອງທຸກຊີວິດເບິ່ງທີ່ພຣະອົງ,ແລະ ພຣະອົງໃຫ້ອາຫານພວກເຂົາໃນເວລາທີ່ເໝາະສົມ.
16ພຣະອົງເປີດມືຂອງພຣະອົງອອກແລະ ໃຫ້ທຸກທີ່ມີຊີວິດໄດ້ອິ່ມເຕັມສົມຄວາມປາຖະໜາ.
17ພຣະເຈົ້າຢາເວນັ້ນຊອບທຳໃນທຸກທາງຂອງພຣະອົງແລະ ສັດຊື່ໃນທຸກສິ່ງທີ່ພຣະອົງໄດ້ເຮັດ.
18ພຣະເຈົ້າຢາເວຢູ່ໃກ້ທຸກຄົນທີ່ຮ້ອງຫາພຣະອົງ,ຢູ່ໃກ້ທຸກຄົນທີ່ຮ້ອງຫາພຣະອົງດ້ວຍຄວາມຈິງ.
19ພຣະອົງສະໜອງຄວາມຕ້ອງການຂອງທຸກຄົນທີ່ຢຳເກງພຣະອົງ;ພຣະອົງຮັບຟັງຄຳຮ້ອງຂໍຂອງພວກເຂົາ ແລະ ຊ່ວຍພວກເຂົາໃຫ້ພົ້ນ.
20ພຣະເຈົ້າຢາເວເຝົ້າຮັກສາທຸກຄົນທີ່ຮັກພຣະອົງ,ແຕ່ຈະທຳລາຍບັນດາຄົນຊົ່ວທັງໝົດ.
21ປາກຂອງຂ້ານ້ອຍຈະກ່າວສັນລະເສີນພຣະເຈົ້າຢາເວ.ໃຫ້ທຸກຊີວິດທີ່ພຣະອົງສ້າງສັນລະເສີນນາມບໍລິສຸດຂອງພຣະອົງຕະຫລອດໄປເປັນນິດ.